ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ຕຸລາ ໜ້າ 32
  • ທົບທວນ​ຈຸດ​ສຳຄັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ທົບທວນ​ຈຸດ​ສຳຄັນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເລື່ອງທີ່ຄ້າຍກັນ
  • ເຮັດ​ໃຫ້​ຈຸດ​ສຳຄັນ​ເດັ່ນ​ຂຶ້ນ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ຄຳ​ລົງ​ທ້າຍ​ທີ່​ມີ​ປະສິດທິພາບ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ອະທິບາຍ​ຂໍ້​ຄຳພີ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ຕຸລາ ໜ້າ 32

ເຄັດລັບ​ການ​ຄົ້ນຄວ້າ

ທົບທວນ​ຈຸດ​ສຳຄັນ

ບາງ​ເທື່ອ​ມັນ​ຍາກ​ສຳລັບ​ເຈົ້າ​ບໍ​ທີ່​ຈະ​ຈື່​ສິ່ງ​ທີ່​ຫາກໍ​ອ່ານ? ເຮົາ​ທຸກ​ຄົນ​ເຄີຍ​ເປັນ​ແບບ​ນັ້ນ. ຄັນຊັ້ນ ເຮົາ​ຄວນ​ເຮັດ​ແນວ​ໃດ? ໃຫ້​ທົບທວນ​ຈຸດ​ສຳຄັນ.

ຕອນ​ທີ່​ສຶກສາ​ສ່ວນ​ໂຕ ໃຫ້​ຢຸດ​ເປັນ​ໄລຍະໆ​ເພື່ອ​ທົບທວນ​ສິ່ງ​ທີ່​ເຈົ້າ​ຫາກໍ​ຮຽນ. ໃນ​ຈົດໝາຍ​ທີ່​ໂປໂລ​ຂຽນ​ໄປ​ຫາ​ພີ່ນ້ອງ ລາວ​ແນະນຳ​ສິ່ງ​ທີ່​ເຂົາເຈົ້າ​ຄວນ​ເຮັດ​ຕອນ​ທີ່​ອ່ານ​ຈົດໝາຍ​ນັ້ນ. ລາວ​ເວົ້າ​ວ່າ: “ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ພວກ​ເຮົາ​ກຳລັງ​ເວົ້າ​ເຖິງ​ແມ່ນ.” (ຮຣ. 8:1) ການ​ທີ່​ໂປໂລ​ເຮັດ​ແບບ​ນີ້​ຊ່ວຍ​ພີ່ນ້ອງ​ໃຫ້​ເຂົ້າໃຈ​ວິທີ​ທີ່​ລາວ​ຫາ​ເຫດຜົນ​ແລະ​ຊ່ວຍ​ໃຫ້​ເຫັນ​ວ່າ​ແຕ່​ລະ​ເລື່ອງ​ທີ່​ລາວ​ເວົ້າ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ.

ເຈົ້າ​ອາດ​ໃຊ້​ເວລາ 10 ນາທີ​ໃນ​ຕອນ​ທ້າຍ​ຂອງ​ການ​ສຶກສາ​ເພື່ອ​ທົບທວນ​ຈຸດ​ສຳຄັນ​ຂອງ​ເລື່ອງ​ທີ່​ເຈົ້າ​ໄດ້​ຮຽນ. ຖ້າ​ເຈົ້າ​ຈື່​ຈຸດ​ຕ່າງໆ​ບໍ່​ໄດ້​ປານ​ໃດ ໃຫ້​ກັບ​ໄປ​ເບິ່ງ​ຫົວຂໍ້​ຍ່ອຍ​ຫຼື​ອ່ານ​ປະໂຫຍກ​ທຳອິດ​ຂອງ​ແຕ່​ລະ​ວັກ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຈື່​ໄດ້. ຖ້າ​ເຈົ້າ​ຮຽນ​ເລື່ອງ​ໃໝ່ ລອງ​ອະທິບາຍ​ເລື່ອງ​ນັ້ນ​ໃຫ້​ເປັນ​ຄຳເວົ້າ​ຂອງ​ໂຕເອງ. ການ​ທົບທວນ​ຈຸດ​ສຳຄັນ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຈື່​ເລື່ອງ​ທີ່​ໄດ້​ຮຽນ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ໃຫ້​ເຫັນ​ວ່າ​ເຈົ້າ​ຈະ​ເອົາ​ເລື່ອງ​ນັ້ນ​ໄປ​ໃຊ້​ໃນ​ຊີວິດ​ໄດ້​ແນວ​ໃດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌