ບົດຄວາມສຶກສາທີ 9
ເພງທີ 51 ເຮົາອຸທິດຕົວໃຫ້ພະເຈົ້າ!
ຢ່າໃຫ້ມີຫຍັງຢຸດເຈົ້າໄວ້ຈາກການຮັບບັບເຕມາ
“ເຈົ້າຍັງຖ້າຫຍັງອີກ? ໃຫ້ເຈົ້າຟ້າວຮັບບັບເຕມາ.”—ກຈກ. 22:16
ຈຸດສຳຄັນ
ໃຫ້ເບິ່ງວ່າຕົວຢ່າງຂອງຄົນຊາມາເຣຍ ໂຊໂລຈາກເມືອງຕາໂຊ ໂກເນລີໂອ ແລະຄົນໃນເມືອງໂກຣິນໂທຈະຊ່ວຍເຈົ້າແນວໃດໃຫ້ກ້າວໜ້າຈົນເຖິງຂັ້ນຮັບບັບເຕມາ.
1. ມີເຫດຜົນຫຍັງແດ່ທີ່ເຈົ້າຄວນຮັບບັບເຕມາ?
ເຈົ້າຮັກພະເຢໂຫວາຜູ້ທີ່ໃຫ້ຊີວິດແລະສິ່ງດີໆທຸກຢ່າງກັບເຈົ້າບໍ? ເຈົ້າຢາກສະແດງໃຫ້ເພິ່ນເຫັນບໍວ່າເຈົ້າຮັກເພິ່ນ? ວິທີທີ່ດີທີ່ສຸດທີ່ຈະສະແດງຄວາມຮັກຕໍ່ພະເຢໂຫວາແມ່ນອຸທິດໂຕໃຫ້ເພິ່ນແລະຮັບບັບເຕມາ. ເມື່ອເຮັດແບບນີ້ ເຈົ້າກໍຈະເຂົ້າມາເປັນສ່ວນໜຶ່ງໃນຄອບຄົວຂອງພະເຢໂຫວາ. ຜົນກໍຄື ພະເຢໂຫວາຜູ້ທີ່ເປັນພໍ່ແລະເປັນໝູ່ຂອງເຈົ້າຈະຊີ້ນຳເຈົ້າແລະເບິ່ງແຍງເຈົ້າຍ້ອນເຈົ້າເປັນຄົນຂອງເພິ່ນ. (ພສ. 73:24; ອຊຢ. 43:1, 2) ການອຸທິດໂຕແລະການຮັບບັບເຕມາຍັງເປີດໂອກາດໃຫ້ເຈົ້າມີຊີວິດຕະຫຼອດໄປ.—1ປຕ. 3:21
2. ເຮົາຈະຮຽນຫຍັງໃນບົດນີ້?
2 ມີຫຍັງຂັດຂວາງເຈົ້າໄວ້ບໍ່ໃຫ້ຮັບບັບເຕມາບໍ? ຖ້າມີ ເຈົ້າກໍບໍ່ແມ່ນຜູ້ດຽວທີ່ເປັນແບບນັ້ນ. ຫຼາຍລ້ານຄົນຕ້ອງປ່ຽນແປງຄວາມຄິດແລະການປະພຶດຂອງໂຕເອງເພື່ອຈະມີຄຸນສົມບັດຮັບບັບເຕມາໄດ້ ແລະຕອນນີ້ເຂົາເຈົ້າກໍຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກແລະດ້ວຍຄວາມກະຕືລືລົ້ນ. ເຈົ້າຈະໄດ້ບົດຮຽນຫຍັງຈາກບາງຄົນທີ່ຮັບບັບເຕມາໃນສະຕະວັດທຳອິດ? ໃຫ້ເຮົາມາເບິ່ງວ່າເຂົາເຈົ້າເຈິອຸປະສັກຫຍັງແດ່ແລະເຮົາຈະຮຽນຫຍັງຈາກຕົວຢ່າງຂອງເຂົາເຈົ້າ.
ຄົນຊາມາເຣຍຮັບບັບເຕມາ
3. ຄົນຊາມາເຣຍອາດຕ້ອງເອົາຊະນະອຸປະສັກຫຍັງແດ່ເພື່ອຈະຮັບບັບເຕມາໄດ້?
3 ຄົນຊາມາເຣຍໃນສະໄໝຂອງພະເຢຊູແມ່ນສະມາຊິກຂອງນິກາຍໜຶ່ງທີ່ຢູ່ໃນເຂດເມືອງເຊເຄັມບູຮານແລະຊາມາເຣຍເຊິ່ງຢູ່ທາງພາກເໜືອຂອງແຂວງຢູດາຍ. ກ່ອນທີ່ຄົນຊາມາເຣຍຈະຮັບບັບເຕມາໄດ້ ເຂົາເຈົ້າຕ້ອງມີຄວາມຮູ້ທີ່ຖືກຕ້ອງຄົບຖ້ວນກ່ຽວກັບຄຳພີໄບເບິນ. ຄົນຊາມາເຣຍເຊື່ອວ່າມີແຕ່ປຶ້ມ 5 ຫົວທຳອິດເທົ່ານັ້ນໃນຄຳພີໄບເບິນ ເຊິ່ງກໍຄືຕັ້ງແຕ່ປະຖົມມະການຮອດພະບັນຍັດແລະອາດຈະລວມເຖິງປຶ້ມໂຢຊວຍນຳເປັນປຶ້ມທີ່ພະເຈົ້າດົນໃຈໃຫ້ຂຽນຂຶ້ນມາ. ແຕ່ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍເຊື່ອວ່າເມຊີອາຈະມາປາກົດໂຕໃນໂລກຕາມທີ່ພະເຈົ້າສັນຍາໄວ້ໃນພະບັນຍັດ 18:18, 19. (ຢຮ. 4:25) ເພື່ອຈະຮັບບັບເຕມາໄດ້ ເຂົາເຈົ້າຕ້ອງຍອມຮັບວ່າພະເຢຊູເປັນເມຊີອາຕາມທີ່ພະເຈົ້າສັນຍາໄວ້. ຜົນປາກົດວ່າ “ຄົນຊາມາເຣຍຫຼາຍຄົນ” ເຊື່ອແບບນັ້ນ. (ຢຮ. 4:39) ສ່ວນຄົນຊາມາເຣຍບາງຄົນອາດຕ້ອງພະຍາຍາມເອົາຊະນະອະຄະຕິທີ່ຝັງຮາກເລິກທີ່ມີມາດົນແລ້ວລະຫວ່າງຄົນຊາມາເຣຍກັບຄົນຢິວ.—ລກ. 9:52-54
4. ຕາມກິດຈະການ 8:5, 6, 14 ຄົນຊາມາເຣຍບາງຄົນມີທ່າທີແນວໃດຕອນທີ່ຟີລິບປະກາດກັບເຂົາເຈົ້າ?
4 ອັນໃດຊ່ວຍຄົນຊາມາເຣຍໃຫ້ຮັບບັບເຕມາ? ຕອນທີ່ຟີລິບຜູ້ປະກາດຂ່າວດີປະກາດ “ເລື່ອງພະຄລິດໃຫ້ [ຄົນຊາມາເຣຍ] ຟັງ” ເຂົາເຈົ້າຫຼາຍຄົນ “ຍອມຮັບຄຳສອນຂອງພະເຈົ້າ.” (ອ່ານກິດຈະການ 8:5, 6, 14) ຄົນຊາມາເຣຍຟັງສິ່ງທີ່ຟີລິບເວົ້າເຖິງວ່າລາວເປັນຄົນຢິວ. ບາງເທື່ອເຂົາເຈົ້າອາດຄິດເຖິງຂໍ້ພະຄຳພີຕ່າງໆທີ່ບອກວ່າພະເຈົ້າບໍ່ລຳອຽງ. (ພບຍ. 10:17-19) ເຂົາເຈົ້າ “ຕັ້ງໃຈຟັງ [ຟີລິບ]” ເວົ້າເລື່ອງພະຄລິດແລະເຂົາເຈົ້າກໍເຫັນຫຼັກຖານຈະແຈ້ງວ່າລາວໄດ້ຮັບພະລັງບໍລິສຸດຈາກພະເຈົ້າ ຍ້ອນລາວເຮັດການອັດສະຈັນຫຼາຍຢ່າງ ເຊັ່ນ: ປົວຄົນເຈັບປ່ວຍໃຫ້ດີເປັນປົກກະຕິແລະໄລ່ປີສາດອອກຈາກຄົນທີ່ມັນສິງຢູ່.—ກຈກ. 8:7
5. ເຈົ້າໄດ້ບົດຮຽນຫຍັງຈາກຄົນຊາມາເຣຍ?
5 ຄົນຊາມາເຣຍອາດເລືອກທີ່ຈະບໍ່ຟັງເລື່ອງທີ່ຟີລິບເວົ້າກໍໄດ້ຍ້ອນລາວເປັນຄົນຢິວຫຼືຍ້ອນເຂົາເຈົ້າບໍ່ເຄີຍໄດ້ຍິນຄຳສອນເລື່ອງນີ້ມາກ່ອນ. ແຕ່ເຂົາເຈົ້າກໍບໍ່ໄດ້ເຮັດແບບນັ້ນ. ຄຳພີໄບເບິນບອກວ່າ: “ເມື່ອຟີລິບປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າແລະເລື່ອງຊື່ຂອງພະເຢຊູຄລິດ ທັງຜູ້ຊາຍແລະຜູ້ຍິງກໍເຊື່ອແລະໄດ້ຮັບບັບເຕມາ.” (ກຈກ. 8:12) ຄົນຊາມາເຣຍບໍ່ໄດ້ຊັກຊ້າທີ່ຈະຮັບບັບເຕມາຫຼັງຈາກທີ່ເຂົາເຈົ້າໝັ້ນໃຈວ່າສິ່ງທີ່ຟີລິບສອນເປັນຄວາມຈິງ. ເຈົ້າໝັ້ນໃຈບໍວ່າສິ່ງທີ່ຄຳພີໄບເບິນສອນເປັນຄວາມຈິງແລະພະຍານພະເຢໂຫວາບໍ່ມີອະຄະຕິຕໍ່ກັນແລະສະແດງຄວາມຮັກແທ້ເຊິ່ງເປັນຫຼັກຖານສຳຄັນທີ່ສະແດງໃຫ້ເຫັນວ່າເຂົາເຈົ້າເປັນຄລິດສະຕຽນແທ້? (ຢຮ. 13:35) ຖ້າເຈົ້າເຊື່ອແບບນັ້ນກໍບໍ່ຕ້ອງຢ້ານທີ່ຈະຮັບບັບເຕມາ. ເຈົ້າໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະອວຍພອນເຈົ້າ.
6. ເຈົ້າໄດ້ຮັບປະໂຫຍດຫຍັງຈາກຕົວຢ່າງຂອງຣູເບັນ?
6 ຣູເບັນຈາກເຢຍລະມັນໃຫຍ່ມາໃນຄອບຄົວທີ່ເປັນພະຍານພະເຢໂຫວາ. ຕອນທີ່ຍັງນ້ອຍລາວສົງໄສວ່າພະເຢໂຫວາມີແທ້ບໍ? ລາວເອົາຊະນະຂໍ້ສົງໄສນີ້ແນວໃດ? ຣູເບັນຮູ້ວ່າລາວຍັງບໍ່ມີຄວາມຮູ້ພຽງພໍ ລາວຈຶ່ງຕັດສິນໃຈຄົ້ນຄວ້າຫຼາຍຂຶ້ນກ່ຽວກັບເລື່ອງນີ້. ຣູເບັນເວົ້າວ່າ: “ຂ້ອຍສຶກສາສ່ວນໂຕເພື່ອຈະໄດ້ຂໍ້ມູນທີ່ເປັນຄວາມຈິງ. ຂ້ອຍສຶກສາຫຼາຍເທື່ອກ່ຽວກັບຫົວຂໍ້ເລື່ອງວິວັດທະນາການ.” ລາວອ່ານປຶ້ມມີຜູ້ສ້າງທີ່ສົນໃຈໃນໂຕເຈົ້າບໍ? ປຶ້ມຫົວນີ້ຊ່ວຍຣູເບັນໄດ້ຫຼາຍ. ມັນເຮັດໃຫ້ລາວໄດ້ຂໍ້ສະຫຼຸບວ່າ “ພະເຢໂຫວາມີແທ້ຕົ໋ວນິ!” ຕອນທີ່ລາວໄປສຳນັກງານໃຫຍ່ຂອງພະຍານພະເຢໂຫວາ ລາວໄດ້ເຫັນວ່າພີ່ນ້ອງເປັນນ້ຳໜຶ່ງໃຈດຽວກັນແທ້ໆ ແລະສິ່ງນີ້ເຮັດໃຫ້ລາວປະທັບໃຈຫຼາຍ. ເມື່ອກັບມາເຢຍລະມັນ ຣູເບັນກໍຮັບບັບເຕມາຕອນອາຍຸ 17 ປີ. ຖ້າເຈົ້າສົງໄສໃນສິ່ງທີ່ເຈົ້າຮຽນ ໃຫ້ເຈົ້າສຶກສາຄົ້ນຄວ້າຈາກປຶ້ມຂອງອົງການ. ເຈົ້າຈະເອົາຊະນະຂໍ້ສົງໄສໄດ້ດ້ວຍ “ຄວາມຮູ້ທີ່ຖືກຕ້ອງ.” (ອຟຊ. 4:13, 14) ແຮ່ງເຈົ້າໄດ້ຍິນປະສົບການກ່ຽວກັບພີ່ນ້ອງຂອງເຮົາຢູ່ທົ່ວໂລກວ່າເຂົາເຈົ້າຮັກແລະເປັນນ້ຳໜຶ່ງໃຈດຽວກັນຫຼາຍສ່ຳໃດແລະໄດ້ເຫັນຫຼັກຖານເລື່ອງນີ້ໃນປະຊາຄົມຂອງເຈົ້າ ເຈົ້າກໍແຮ່ງຈະຮັກພີ່ນ້ອງຫຼາຍຂຶ້ນ.
ໂຊໂລຈາກເມືອງຕາໂຊຮັບບັບເຕມາ
7. ໂຊໂລຕ້ອງປັບຄວາມຄິດໃນເລື່ອງໃດ?
7 ໃຫ້ເຮົາມາເບິ່ງຕົວຢ່າງຂອງໂຊໂລຈາກເມືອງຕາໂຊ. ລາວເປັນຄົນທີ່ກ້າວໜ້າໃນສາສະໜາຢິວແລະຄົນຢິວກໍນັບຖືລາວ. (ຄລຕ. 1:13, 14; ຟລປ. 3:5) ໃນຕອນນັ້ນ ຄົນຢິວຫຼາຍຄົນເບິ່ງວ່າຄລິດສະຕຽນເປັນພວກທີ່ທໍລະຍົດພະເຈົ້າ. ໂຊໂລກໍເບິ່ງແບບນັ້ນຄືກັນ ລາວຈຶ່ງຂົ່ມເຫງຄລິດສະຕຽນຢ່າງໜັກ. ລາວເຊື່ອວ່າການເຮັດແບບນັ້ນເປັນສິ່ງທີ່ພະເຈົ້າຕ້ອງການ. (ກຈກ. 8:3; 9:1, 2; 26:9-11) ຖ້າໂຊໂລສະແດງຄວາມເຊື່ອໃນພະເຢຊູແລະຮັບບັບເຕມາເຂົ້າມາເປັນຄລິດສະຕຽນ ລາວກໍຕ້ອງຍອມຕົກເປັນເປົ້າທີ່ຈະຖືກຂົ່ມເຫງຄືກັນ.
8. (ກ) ອັນໃດຊ່ວຍໂຊໂລໃຫ້ຮັບບັບເຕມາ? (ຂ) ຕາມກິດຈະການ 22:12-16 ອານາເນຍຊ່ວຍໂຊໂລແນວໃດ? (ເບິ່ງຮູບນຳ)
8 ອັນໃດຊ່ວຍໂຊໂລໃຫ້ຮັບບັບເຕມາ? ຕອນທີ່ພະເຢຊູເວົ້າກັບໂຊໂລຈາກສະຫວັນ ມີແສງເຈີດຈ້າສ່ອງໃສ່ລາວເຊິ່ງເຮັດໃຫ້ລາວຕາບອດ. (ກຈກ. 9:3-9) ລາວບໍ່ກິນເຂົ້າບໍ່ກິນນ້ຳ 3 ມື້ ແລະລາວຄືຊິໃຊ້ເວລານັ້ນຄິດຕຶກຕອງກ່ຽວກັບສິ່ງທີ່ເກີດຂຶ້ນ. ການເຮັດແບບນີ້ເຮັດໃຫ້ໂຊໂລໝັ້ນໃຈວ່າພະເຢຊູເປັນເມຊີອາແລະພວກລູກສິດຂອງເພິ່ນກໍເຮັດຕາມຄຳສອນຂອງສາສະໜາແທ້. ໂຊໂລຕ້ອງຮູ້ສຶກເສຍໃຈຫຼາຍແທ້ໆທີ່ມີສ່ວນຮ່ວມໃນການຕາຍຂອງຊະເຕຟາໂນ. (ກຈກ. 22:20) ເມື່ອຄົບ 3 ມື້ແລ້ວ ມີລູກສິດຜູ້ໜຶ່ງຊື່ອານາເນຍໄປຫາໂຊໂລ. ລາວຊ່ວຍໂຊໂລໃຫ້ເຫັນຮຸ່ງອີກແລະສະໜັບສະໜູນໂຊໂລໃຫ້ຮັບບັບເຕມາທັນທີ. (ອ່ານກິດຈະການ 22:12-16) ໂຊໂລຖ່ອມໂຕຟັງອານາເນຍແລະຮັບບັບເຕມາ.—ກຈກ. 9:17, 18
ຖ້າມີຄົນມາກະຕຸ້ນເຈົ້າໃຫ້ຮັບບັບເຕມາ ເຈົ້າຈະຕອບຮັບຄືກັບໂຊໂລບໍ? (ເບິ່ງຂໍ້ 8)
9. ເຈົ້າໄດ້ບົດຮຽນຫຍັງຈາກໂຊໂລ?
9 ເຮົາໄດ້ບົດຮຽນຫຼາຍຢ່າງຈາກໂຊໂລ. ໂຊໂລອາດປ່ອຍໃຫ້ຄວາມຍິ່ງຫຼືການຢ້ານຄົນຂັດຂວາງລາວໄວ້ບໍ່ໃຫ້ຮັບບັບເຕມາກໍໄດ້. ແຕ່ລາວບໍ່ໄດ້ເຮັດແບບນັ້ນ. ໂຊໂລຖ່ອມໂຕແລະຍອມປ່ຽນແປງແນວທາງຊີວິດເພື່ອຈະເຂົ້າມາເປັນລູກສິດຂອງພະເຢຊູ. (ກຈກ. 26:14, 19) ລາວເຕັມໃຈເຂົ້າມາເປັນຄລິດສະຕຽນທັງໆທີ່ຮູ້ວ່າຈະຖືກຂົ່ມເຫງ. (ກຈກ. 9:15, 16; 20:22, 23) ຫຼັງຈາກຮັບບັບເຕມາແລ້ວ ໂຊໂລຍັງເພິ່ງພະເຢໂຫວາຕໍ່ໆໄປເພື່ອຊ່ວຍລາວໃຫ້ອົດທົນກັບຄວາມຍາກລຳບາກຫຼາຍຢ່າງ. (2ກຣ. 4:7-10) ເມື່ອເຈົ້າຮັບບັບເຕມາເຂົ້າມາເປັນພະຍານພະເຢໂຫວາ ເຈົ້າອາດເຈິຄວາມຍາກລຳບາກຫຼືອາດຖືກທົດສອບຄວາມເຊື່ອ ແຕ່ເຈົ້າໝັ້ນໃຈໄດ້ວ່າພະເຢໂຫວາແລະພະເຢຊູຈະຊ່ວຍເຈົ້າໃຫ້ອົດທົນແລະຮັກສາຄວາມສັດຊື່ຕໍ່ໆໄປໄດ້.—ຟລປ. 4:13
10. ເຈົ້າໄດ້ຮັບປະໂຫຍດຫຍັງຈາກຕົວຢ່າງຂອງອັນນາ?
10 ອັນນາໃຫຍ່ຢູ່ເອີຣົບຕາເວັນອອກ. ຫຼັງຈາກແມ່ຮັບບັບເຕມາ ອັນນາກໍເລີ່ມຮຽນຄຳພີໄບເບິນຕອນອາຍຸ 9 ປີໂດຍໄດ້ຮັບອະນຸຍາດຈາກພໍ່. ແຕ່ເມື່ອຍາດຕິພີ່ນ້ອງທີ່ຢູ່ເຮືອນຫຼັງດຽວກັນກັບຄອບຄົວຂອງອັນນາຮູ້ວ່າລາວຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ເຂົາເຈົ້າກໍເລີ່ມຕໍ່ຕ້ານລາວແລະຫ້າມລາວບໍ່ໃຫ້ຮຽນ. ເຂົາເຈົ້າຖືວ່າເປັນເລື່ອງເສື່ອມເສຍສຳລັບຄອບຄົວຖ້າຜູ້ໃດຜູ້ໜຶ່ງປະຖິ້ມສາສະໜາທີ່ປູ່ຍ່າຕານາຍເຄີຍນັບຖືມາ. ຕອນອັນນາອາຍຸ 12 ປີ ລາວໄດ້ຂໍອະນຸຍາດພໍ່ເພື່ອຈະຮັບບັບເຕມາ ແຕ່ພໍ່ຢາກຮູ້ວ່າອັນນາຮັບບັບເຕມາຍ້ອນລາວຕັດສິນໃຈເອງບໍຫຼືມີຄົນບັງຄັບ. ອັນນາບອກພໍ່ວ່າ ລາວຢາກຮັບບັບເຕມາຍ້ອນລາວຮັກພະເຢໂຫວາ. ພໍ່ກໍອະນຸຍາດໃຫ້ລາວຮັບບັບເຕມາ. ຫຼັງຈາກຮັບບັບເຕມາແລ້ວ ອັນນາຖືກຍາດຕິພີ່ນ້ອງເຍາະເຍີ້ຍແລະປະຕິບັດບໍ່ດີກັບລາວ. ພີ່ນ້ອງຄົນໜຶ່ງຂອງລາວເວົ້າໃຫ້ລາວວ່າ: “ໄປນອນນຳຜູ້ຊາຍບໍ່ເລືອກໜ້າແລະສູບຢາກໍຍັງດີກວ່າໄປເປັນພະຍານພະເຢໂຫວາ.” ອັນນາຮັບມືກັບເລື່ອງນີ້ແນວໃດ? ລາວເວົ້າວ່າ: “ພະເຢໂຫວາຊ່ວຍຂ້ອຍໃຫ້ເຂັ້ມແຂງ ແລະພໍ່ແມ່ກໍສະໜັບສະໜູນຂ້ອຍຢ່າງດີ.” ອັນນາຈົດໄວ້ວ່າມີຕອນໃດແດ່ທີ່ພະເຢໂຫວາຊ່ວຍລາວ ແລະລາວຈະເອົາສິ່ງທີ່ຈົດໄວ້ມາເບິ່ງເປັນໄລຍະໆເພື່ອຈະບໍ່ລືມວ່າພະເຢໂຫວາໄດ້ຊ່ວຍລາວແນວໃດ. ສະນັ້ນ ຖ້າເຈົ້າຢ້ານການຕໍ່ຕ້ານ ຂໍໃຫ້ຈື່ໄວ້ວ່າພະເຢໂຫວາຈະຊ່ວຍເຈົ້າຄືກັນ.—ຮຣ. 13:6
ໂກເນລີໂອໄດ້ຮັບບັບເຕມາ
11. ອັນໃດອາດເຮັດໃຫ້ໂກເນລີໂອລັງເລທີ່ຈະຮັບບັບເຕມາ?
11 ເຮົາຍັງໄດ້ບົດຮຽນຈາກຕົວຢ່າງຂອງໂກເນລີໂອ. ລາວເປັນ “ນາຍຮ້ອຍ” ໃນກອງທັບໂຣມ. (ກຈກ. 10:1) ການມີຕຳແໜ່ງແບບນີ້ອາດເຮັດໃຫ້ລາວມີໜ້າມີຕາໃນສັງຄົມແລະເປັນຄົນສຳຄັນໃນກອງທັບ. ຄຳພີໄບເບິນບອກວ່າ ລາວເປັນຄົນທີ່ “ນະມັດສະການ” ພະເຈົ້າແລະ “ຊ່ວຍເຫຼືອຄົນທຸກຫຼາຍຢ່າງ” ນຳ. (ກຈກ. 10:2) ພະເຢໂຫວາໄດ້ສົ່ງເປໂຕໃຫ້ໄປປະກາດຂ່າວດີກັບລາວ. ໂກເນລີໂອລັງເລທີ່ຈະຮັບບັບເຕມາຍ້ອນຢ້ານມີຜົນກະທົບຕໍ່ຕຳແໜ່ງຂອງລາວບໍ?
12. ອັນໃດຊ່ວຍໂກເນລີໂອໃຫ້ຮັບບັບເຕມາ?
12 ອັນໃດຊ່ວຍໂກເນລີໂອໃຫ້ຮັບບັບເຕມາ? ຄຳພີໄບເບິນບອກວ່າ: “ລາວກັບທຸກຄົນໃນເຮືອນ . . . ຢ້ານຢຳພະເຈົ້າ” ແລະໂກເນລີໂອຍັງໄດ້ອະທິດຖານອ້ອນວອນຫາພະເຈົ້າສະເໝີ. (ກຈກ. 10:2) ຕອນທີ່ເປໂຕໄປປະກາດຂ່າວດີກັບໂກເນລີໂອ ລາວກັບຄອບຄົວກໍໄດ້ສະແດງຄວາມເຊື່ອໃນພະເຢຊູແລະຮັບບັບເຕມາທັນທີ. (ກຈກ. 10:47, 48) ໂກເນລີໂອເຕັມໃຈປັບປ່ຽນໂຕເອງເພື່ອລາວກັບຄອບຄົວຈະໄດ້ນະມັດສະການພະເຢໂຫວານຳກັນ.—ຢຊ. 24:15; ກຈກ. 10:24, 33
13. ເຈົ້າໄດ້ບົດຮຽນຫຍັງຈາກໂກເນລີໂອ?
13 ຄືກັບໂຊໂລ ໂກເນລີໂອກໍມີຕຳແໜ່ງທີ່ມີໜ້າມີຕາ. ລາວອາດເປັນຫ່ວງເລື່ອງຕຳແໜ່ງຈົນບໍ່ກ້າຮັບບັບເຕມາກໍໄດ້ ແຕ່ລາວບໍ່ໄດ້ເປັນແບບນັ້ນ. ເຈົ້າເດ ເຈົ້າຕ້ອງປັບປ່ຽນບາງຢ່າງໃນຊີວິດເຊິ່ງເປັນເລື່ອງທີ່ສຳຄັນບໍເພື່ອຈະຮັບບັບເຕມາໄດ້? ຖ້າເປັນແບບນັ້ນ ພະເຢໂຫວາຈະຊ່ວຍເຈົ້າ. ເພິ່ນຈະອວຍພອນເຈົ້າຖ້າເຈົ້າຕັ້ງໃຈທີ່ຈະເອົາຫຼັກການໃນຄຳພີໄບເບິນໄປໃຊ້ໃນຊີວິດເພື່ອຈະເປັນຜູ້ຮັບໃຊ້ຂອງເພິ່ນ.
14. ເຈົ້າໄດ້ຮັບປະໂຫຍດຫຍັງຈາກຕົວຢ່າງຂອງສຶໂຢຊິ?
14 ພີ່ນ້ອງສຶໂຢຊິຈາກຍີ່ປຸ່ນຕ້ອງປັບປ່ຽນເລື່ອງວຽກອາຊີບເພື່ອຈະມີຄຸນສົມບັດທີ່ຈະຮັບບັບເຕມາໄດ້. ລາວເປັນຜູ້ຊ່ວຍອຳນວຍການໂຮງຮຽນອິເຄໂນໂບະທີ່ເປັນໂຮງຮຽນສອນຈັດດອກໄມ້ທີ່ມີຊື່ສຽງຫຼາຍ. ຜູ້ອຳນວຍການຈະເປັນຄົນຈັດດອກໄມ້ທີ່ໃຊ້ໃນພິທີງານສົບທາງສາສະໜາພຸດ. ຕອນທີ່ລາວໄປຮ່ວມງານສົບບໍ່ໄດ້ ສຶໂຢຊິຈະຕ້ອງເປັນຕົວແທນໄປເຂົ້າຮ່ວມພິທີນັ້ນ. ແຕ່ເມື່ອສຶໂຢຊິຮຽນຄຳພີໄບເບິນແລະໄດ້ຮູ້ຄວາມຈິງກ່ຽວກັບຄວາມຕາຍ ລາວກໍຮູ້ວ່າການເຂົ້າຮ່ວມພິທີທາງສາສະໜາພຸດໃນງານສົບເປັນອຸປະສັກທີ່ເຮັດໃຫ້ລາວບໍ່ສາມາດຮັບບັບເຕມາໄດ້. ລາວຈຶ່ງຕັດສິນໃຈທີ່ຈະບໍ່ເຂົ້າຮ່ວມພິທີແບບນັ້ນອີກ. (2ກຣ. 6:15, 16) ສຶໂຢຊິໄດ້ໄປລົມເລື່ອງນີ້ກັບຜູ້ອຳນວຍການ. ຜົນເປັນແນວໃດ? ລາວສາມາດເຮັດວຽກຢູ່ໂຮງຮຽນນັ້ນຕໍ່ໄດ້ໂດຍທີ່ລາວບໍ່ຕ້ອງເຂົ້າຮ່ວມພິທີໃນງານສົບ. ຫຼັງຈາກຮຽນຄຳພີໄບເບິນໄດ້ປະມານ 1 ປີ ສຶໂຢຊິກໍມີຄຸນສົມບັດທີ່ຈະຮັບບັບເຕມາ.a ຖ້າເຈົ້າຈຳເປັນຕ້ອງປັບປ່ຽນເລື່ອງວຽກອາຊີບເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ ຂໍໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຈົ້າກັບຄອບຄົວແນ່ນອນ.—ພສ. 127:2; ມທ. 6:33
ຄົນໃນເມືອງໂກຣິນໂທຮັບບັບເຕມາ
15. ຄົນໃນເມືອງໂກຣິນໂທຕ້ອງເອົາຊະນະອຸປະສັກຫຍັງແດ່ເພື່ອຈະຮັບບັບເຕມາໄດ້?
15 ຄົນໃນເມືອງໂກຣິນໂທບູຮານສົນໃຈແຕ່ເລື່ອງເງິນຄຳແລະເປັນຄົນບໍ່ມີສິນລະທຳ. ຫຼາຍຄົນໃຊ້ຊີວິດແບບທີ່ພະເຢໂຫວາບໍ່ມັກ. ຍ້ອນແນວນີ້ຈຶ່ງເປັນເລື່ອງຍາກສຳລັບບາງຄົນທີ່ຈະສົນໃຈຂ່າວດີ. ເຖິງຈະເປັນແນວນັ້ນ ຕອນທີ່ໂປໂລໄປປະກາດຂ່າວດີເລື່ອງພະຄລິດ “ຫຼາຍຄົນໃນເມືອງໂກຣິນໂທໄດ້ຟັງແລ້ວກໍເຊື່ອແລະຮັບບັບເຕມາ.” (ກຈກ. 18:7-11) ຕໍ່ມາ ພະເຢຊູໄດ້ໃຫ້ໂປໂລເຫັນເພິ່ນໃນນິມິດແລະເວົ້າກັບລາວວ່າ: “ໃນເມືອງນີ້ຍັງມີອີກຫຼາຍຄົນທີ່ຈະເຂົ້າມາເຊື່ອ.” ດັ່ງນັ້ນ ໂປໂລຈຶ່ງຢູ່ເມືອງໂກຣິນໂທຕໍ່ອີກ 1 ປີເຄິ່ງເພື່ອປະກາດຂ່າວດີ.
16. ອັນໃດຊ່ວຍບາງຄົນໃນເມືອງໂກຣິນໂທໃຫ້ເອົາຊະນະອຸປະສັກເພື່ອຈະຮັບບັບເຕມາໄດ້? (2 ໂກຣິນໂທ 10:4, 5)
16 ອັນໃດຊ່ວຍຄົນໃນເມືອງໂກຣິນໂທໃຫ້ຮັບບັບເຕມາ? (ອ່ານ 2 ໂກຣິນໂທ 10:4, 5) ຄຳພີໄບເບິນແລະພະລັງບໍລິສຸດຂອງພະເຢໂຫວາຊ່ວຍເຂົາເຈົ້າໃຫ້ປ່ຽນແປງຊີວິດຈາກໜ້າມືເປັນຫຼັງມືໄດ້. (ຮຣ. 4:12) ຄົນໃນເມືອງໂກຣິນໂທທີ່ຍອມຮັບຂ່າວດີເລື່ອງພະຄລິດສາມາດຖິ້ມນິດໄສແລະການປະພຶດທີ່ຝັງຮາກເລິກມາດົນໄດ້ ເຊັ່ນ: ການເປັນຄົນຂີ້ເຫຼົ້າ ເປັນຄົນຂີ້ລັກ ແລະເປັນຄົນຮັກຮ່ວມເພດ.—1ກຣ. 6:9-11b
17. ເຈົ້າໄດ້ບົດຮຽນຫຍັງຈາກຄົນໃນເມືອງໂກຣິນໂທ?
17 ຂໍໃຫ້ສັງເກດວ່າເຖິງວ່າຄົນໃນເມືອງໂກຣິນໂທບາງຄົນມີນິດໄສທີ່ຝັງຮາກເລິກມາດົນແລ້ວທີ່ຕ້ອງເອົາຊະນະ ແຕ່ເຂົາເຈົ້າກໍບໍ່ໄດ້ຄິດເອົາເອງວ່າມັນຍາກໂພດທີ່ຈະເຂົ້າມາເປັນຄລິດສະຕຽນ. ເຂົາເຈົ້າພະຍາຍາມເຕັມທີທີ່ຈະຢູ່ໃນທາງແຄບທີ່ພາໄປເຖິງຊີວິດຕະຫຼອດໄປ. (ມທ. 7:13, 14) ເຈົ້າມີນິດໄສຫຼືການປະພຶດທີ່ບໍ່ດີບາງຢ່າງທີ່ຕ້ອງເອົາຊະນະບໍເພື່ອຈະຮັບບັບເຕມາໄດ້? ຖ້າມີ ກໍຂໍໃຫ້ເຈົ້າສູ້ຕໍ່ໄປ. ຢ່າຍອມແພ້! ໃຫ້ຂໍພະລັງບໍລິສຸດຈາກພະເຢໂຫວາເພື່ອຊ່ວຍເຈົ້າໃຫ້ເອົາຊະນະຄວາມຕ້ອງການທີ່ຈະເຮັດສິ່ງທີ່ບໍ່ດີ.
18. ເຈົ້າໄດ້ຮັບປະໂຫຍດຫຍັງຈາກຕົວຢ່າງຂອງໂມນິກ້າ?
18 ໂມນິກ້າຈາກປະເທດຈໍເຈຍພະຍາຍາມແທ້ໆທີ່ຈະເຊົາເວົ້າຄຳຫຍາບຄາຍແລະເຊົາເບິ່ງຄວາມບັນເທີງທີ່ບໍ່ດີເພື່ອຈະມີຄຸນສົມບັດທີ່ຈະຮັບບັບເຕມາໄດ້. ໂມນິກ້າເວົ້າວ່າ: “ຕອນເປັນໄວລຸ້ນ ສິ່ງທີ່ຊ່ວຍຂ້ອຍໄດ້ຫຼາຍແມ່ນການອະທິດຖານ. ພະເຢໂຫວາຮູ້ວ່າຂ້ອຍຢາກເຮັດສິ່ງທີ່ຖືກຕ້ອງແລະເພິ່ນກໍຊ່ວຍຂ້ອຍແລະຊີ້ນຳຂ້ອຍສະເໝີ.” ໂມນິກ້າຮັບບັບເຕມາຕອນອາຍຸ 16 ປີ. ເຈົ້າເດ ເຈົ້າມີນິດໄສຫຼືການປະພຶດແບບໃດບໍທີ່ຕ້ອງເຊົາເພື່ອຈະຮັບໃຊ້ພະເຢໂຫວາໃນແບບທີ່ເພິ່ນຍອມຮັບ? ໃຫ້ເຈົ້າອະທິດຖານຂໍກຳລັງຈາກພະເຢໂຫວາຕໍ່ໆໄປເພື່ອຈະຊ່ວຍເຈົ້າໃຫ້ປ່ຽນແປງໂຕເອງໄດ້. ພະເຢໂຫວາຈະໃຫ້ພະລັງບໍລິສຸດກັບເຈົ້າແນ່ນອນ.—ຢຮ. 3:34
ຄວາມເຊື່ອຂອງເຈົ້າສາມາດຍ້າຍພູໄດ້
19. ອັນໃດຈະຊ່ວຍເຈົ້າໃຫ້ເອົາຊະນະອຸປະສັກທີ່ເປັນຄືກັບພູໄດ້? (ເບິ່ງຮູບນຳ)
19 ບໍ່ວ່າເຈົ້າຈະເຈິອຸປະສັກແບບໃດກໍຕາມທີ່ຂັດຂວາງເຈົ້າບໍ່ໃຫ້ຮັບບັບເຕມາ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຮັກເຈົ້າແລະຢາກໃຫ້ເຈົ້າເປັນສ່ວນໜຶ່ງໃນຄອບຄົວຂອງເພິ່ນ. ພະເຢຊູເວົ້າກັບພວກລູກສິດຂອງເພິ່ນໃນສະຕະວັດທຳອິດວ່າ: “ຖ້າພວກເຈົ້າມີຄວາມເຊື່ອສ່ຳກັບເມັດມັດສະຕາດ ເມື່ອພວກເຈົ້າສັ່ງພູໜ່ວຍນີ້ວ່າ ‘ຍ້າຍຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະໄປແລະຈະບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້.” (ມທ. 17:20) ຄົນທີ່ໄດ້ຍິນພະເຢຊູເວົ້າເລື່ອງນີ້ຫາກໍເຂົ້າມາເປັນລູກສິດຂອງເພິ່ນໄດ້ສອງສາມປີ. ດັ່ງນັ້ນ ຄວາມເຊື່ອຂອງເຂົາເຈົ້າຈຶ່ງຍັງບໍ່ເຂັ້ມແຂງປານໃດ. ແຕ່ພະເຢຊູຮັບຮອງກັບເຂົາເຈົ້າວ່າ ຖ້າເຂົາເຈົ້າມີຄວາມເຊື່ອຫຼາຍພໍ ພະເຢໂຫວາກໍຈະຊ່ວຍເຂົາເຈົ້າໃຫ້ສາມາດເອົາຊະນະອຸປະສັກທີ່ເປັນຄືກັບພູໄດ້ ແລະພະເຢໂຫວາຈະຊ່ວຍເຈົ້າຄືກັນ!
ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຮັກເຈົ້າແລະຢາກໃຫ້ເຈົ້າເປັນສ່ວນໜຶ່ງໃນຄອບຄົວຂອງເພິ່ນ (ເບິ່ງຂໍ້ 19)c
20. ຕົວຢ່າງຂອງຄລິດສະຕຽນໃນສະຕະວັດທຳອິດແລະໃນປັດຈຸບັນທີ່ເວົ້າເຖິງໃນບົດນີ້ກະຕຸ້ນເຈົ້າໃຫ້ເຮັດຫຍັງ?
20 ຖ້າເຈົ້າເຫັນວ່າມີບາງສິ່ງທີ່ຂັດຂວາງເຈົ້າບໍ່ໃຫ້ຮັບບັບເຕມາ ໃຫ້ເຈົ້າຟ້າວຈັດການທັນທີ. ຕົວຢ່າງຂອງຄລິດສະຕຽນໃນສະຕະວັດທຳອິດແລະໃນປັດຈຸບັນສາມາດໃຫ້ກຳລັງໃຈແລະຊ່ວຍເຈົ້າໃຫ້ເຂັ້ມແຂງຂຶ້ນໄດ້. ຂໍໃຫ້ຕົວຢ່າງຂອງເຂົາເຈົ້າກະຕຸ້ນເຈົ້າໃຫ້ຕັດສິນໃຈທີ່ຈະອຸທິດໂຕໃຫ້ພະເຢໂຫວາແລະຮັບບັບເຕມາ. ການເຮັດແບບນີ້ເປັນການຕັດສິນໃຈທີ່ດີທີ່ສຸດໃນຊີວິດຂອງເຈົ້າ!
ເພງທີ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
a ເລື່ອງຂອງພີ່ນ້ອງສຶໂຢຊິ ຟູຈິອິຢູ່ໃນຕື່ນເຖີດ! 8 ສິງຫາ 2005 ໜ້າ 20-23. (ພາສາອັງກິດ)
b ເບິ່ງວິດີໂອ ‘ເປັນຫຍັງເຈົ້າລັງເລທີ່ຈະຮັບບັບເຕມາ?’ ໃນເວັບໄຊ jw.org.
c ຄຳອະທິບາຍຮູບ: ພີ່ນ້ອງຊາຍຍິງກຸ່ມໜຶ່ງຕ້ອນຮັບຄົນທີ່ຫາກໍຮັບບັບເຕມາຢ່າງອົບອຸ່ນ.