ຄຳຖາມຈາກຜູ້ອ່ານ
ວຽກປະກາດທີ່ກຳລັງເຮັດຢູ່ຕອນນີ້ຈະເຊົາເຮັດຕອນໃດ?
ພະເຢຊູບອກວ່າ: “ຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ ເພື່ອໃຫ້ຄົນທຸກຊາດມີໂອກາດໄດ້ຍິນ ແລ້ວຈຸດຈົບກໍຈະມາຮອດ.” (ມທ. 24:14) ຄຳພາສາກຣີກທີ່ແປວ່າ “ຈຸດຈົບ” ໃນຂໍ້ນີ້ແລະໃນຂໍ້ 6 ແມ່ນຄຳວ່າເຕໂລສ໌ ເຊິ່ງໝາຍເຖິງຈຸດຈົບຂອງໂລກທີ່ຊາຕານປົກຄອງເຊິ່ງຈະຖືກທຳລາຍໃນສົງຄາມອາມາເຄໂດນ. (ພນມ. 16:14, 16) ນີ້ໝາຍຄວາມວ່າເຮົາຈະປະກາດຂ່າວດີຕໍ່ໆໄປຈົນຮອດກ່ອນສົງຄາມອາມາເຄໂດນເລີ່ມຕົ້ນ. ເລື່ອງນີ້ປັບປ່ຽນຄວາມເຂົ້າໃຈຂອງເຮົາໃນກ່ອນໜ້ານີ້.
ກ່ອນໜ້ານີ້ເຮົາເຂົ້າໃຈວ່າເຮົາຈະເຊົາປະກາດຂ່າວດີເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນດ້ວຍການໂຈມຕີບາບີໂລນໃຫຍ່. (ພນມ. 17:3, 5, 15, 16) ເຮົາເຄີຍເຂົ້າໃຈວ່າເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ ພະເຢໂຫວາຈະບໍ່ເປີດໂອກາດໃຫ້ຄົນຮັບເອົາຂ່າວດີອີກຕໍ່ໄປ. (ອຊຢ. 61:2) ເຮົາຍັງຄິດວ່າຄົນທີ່ລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ຈະແມ່ນຄົນທີ່ພິສູດໃຫ້ເຫັນວ່າເຂົາເຈົ້າຮັບໃຊ້ພະເຢໂຫວາຢ່າງສັດຊື່ກ່ອນຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ. ເຮົາສົມທຽບເຂົາເຈົ້າກັບຄົນຢິວທີ່ລອດຜ່ານການທຳລາຍເມືອງເຢຣູຊາເລັມໃນປີ 607 ກ່ອນຄລິດຕະສັກກະຫຼາດ. ຄົນເຫຼົ່ານີ້ຖືກໝາຍໜ້າຜາກໄວ້ເພື່ອຈະລອດຊີວິດຍ້ອນເຂົາເຈົ້າໄດ້ນະມັດສະການພະເຢໂຫວາແລະຊັງຄວາມຊົ່ວຮ້າຍ. (ອຊກ. 5:11; 9:4) ແຕ່ການສົມທຽບແບບນັ້ນບໍ່ກົງກັບຄຳເວົ້າຂອງພະເຢຊູໃນມັດທາຍ 24:14 ທີ່ບອກວ່າຜູ້ຄົນອາດມີໂອກາດຮັບເອົາຂ່າວດີຈົນຮອດຕອນທີ່ກ່ອນຈຸດຈົບຈະມາຮອດໃນສົງຄາມອາມາເຄໂດນ.
ການປັບປ່ຽນຄວາມເຂົ້າໃຈໃໝ່ຂອງເຮົາກ່ຽວກັບມັດທາຍ 24:14 ຍັງປັບປ່ຽນຄວາມເຂົ້າໃຈຂອງເຮົາກ່ຽວກັບພະນິມິດ 16:21 ທີ່ເວົ້າເຖິງໝາກເຫັບຮ່າໃຫຍ່. ການຄົ້ນຄວ້າເພີ່ມເຕີມເຮັດໃຫ້ເຫັນວ່າຂໍ້ຄຳພີ 2 ຂໍ້ນີ້ໝາຍເຖິງສິ່ງດຽວກັນ. ນີ້ໝາຍຄວາມວ່າແນວໃດ? ເຮົາໄດ້ຄຳຕອບຈາກສິ່ງທີ່ອັກຄະສາວົກໂປໂລຂຽນ. ລາວຂຽນວ່າ: “ສຳລັບຄົນທີ່ຈະລອດ” ຂ່າວສານເປັນຂ່າວດີ “ເປັນກິ່ນຫອມທີ່ເຮັດໃຫ້ໄດ້ຊີວິດ.” ແຕ່ສຳລັບສັດຕູຂອງພະເຢໂຫວາ ມັນເປັນຂ່າວຮ້າຍ “ເປັນກິ່ນຂອງຄວາມຕາຍ.” (2ກຣ. 2:15, 16) ເຂົາເຈົ້າຊັງຂ່າວດີຍ້ອນຂ່າວດີເປີດເຜີຍໃຫ້ຮູ້ວ່າໂລກທີ່ເຂົາເຈົ້າຮັກມັນຊົ່ວຮ້າຍ ປົກຄອງໂດຍຊາຕານ ແລະອີກຈັກໜ້ອຍກໍຈະຖືກທຳລາຍ. ຍ້ອນແນວນີ້ ຂໍ້ຄຳພີ 2 ຂໍ້ນີ້ກຳລັງເວົ້າເຖິງສິ່ງດຽວກັນ ແຕ່ການປະກາດກ່ຽວກັບເລື່ອງນີ້ເຮັດໃຫ້ເກີດຜົນແຕກຕ່າງກັນສຳລັບຄົນທີ່ຟັງ.—ຢຮ. 7:7; 1ຢຮ. 2:17; 5:19
ໝາກເຫັບຮ່າໃຫຍ່ທີ່ເວົ້າເຖິງໃນພະນິມິດ 16:21 ຈະ “ຮ້າຍແຮງຫຼາຍແທ້ໆ.” ນີ້ອາດໝາຍຄວາມວ່າໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່ ຂ່າວສານທີ່ເຮົາປະກາດຈະເປັນແບບກົງໄປກົງມາແລະຈະເຂົ້າເຖິງຜູ້ຄົນຫຼາຍກວ່າທີ່ຜ່ານມາ ນັ້ນຄື ຊື່ຂອງພະເຢໂຫວາຈະຖືກປະກາດໃນແບບທີ່ບໍ່ເຄີຍເປັນມາກ່ອນ. (ອຊກ. 39:7) ໃນຕອນນັ້ນ ຫຼັງຈາກບາບີໂລນໃຫຍ່ຖືກທຳລາຍ ຈະມີຄົນມັກຂ່າວສານທີ່ເຮົາປະກາດຄືກັບທີ່ເຂົາເຈົ້າມັກກິ່ນທີ່ຫອມໆບໍ? ອາດຈະເປັນໄປໄດ້. ບາງເທື່ອເຂົາເຈົ້າອາດຈະຈື່ຫຼືຍອມຮັບວ່າພະຍານພະເຢໂຫວາໄດ້ບອກຫຼາຍປີແລ້ວວ່າບາບີໂລນໃຫຍ່ຈະຖືກທຳລາຍ.
ເລື່ອງນີ້ຄ້າຍຄືກັບສິ່ງທີ່ໄດ້ເກີດຂຶ້ນໃນເອຢິບສະໄໝບູຮານຫຼັງຈາກໄພພິບັດ 10 ຢ່າງ. ຫຼັງຈາກພະເຢໂຫວາໄດ້ “ລົງໂທດພະເຈົ້າຕ່າງໆທີ່ຄົນເອຢິບນະມັດສະການ. . . . ມີຄົນຕ່າງຊາດກຸ່ມໃຫຍ່” ອອກໄປນຳຄົນອິດສະຣາເອນ. (ອພຍ. 12:12, 37, 38) ຄົນຕ່າງຊາດເຫຼົ່ານີ້ໄດ້ເລືອກທີ່ຈະເດີນທາງໄປກັບປະຊາຊົນຂອງພະເຢໂຫວາເມື່ອເຂົາເຈົ້າເຫັນສິ່ງທີ່ໂມເຊເວົ້າກ່ຽວກັບໄພພິບັດ 10 ຢ່າງເກີດຂຶ້ນແທ້.
ໃຜກໍຕາມທີ່ເລືອກຢູ່ຝ່າຍພະເຢໂຫວາຫຼັງຈາກບາບີໂລນໃຫຍ່ຖືກທຳລາຍຈະມີໂອກາດສະໜັບສະໜູນພີ່ນ້ອງຂອງພະຄລິດທີ່ຍັງຢູ່ໃນໂລກນີ້. (ມທ. 25:34-36, 40) ຖ້າເຂົາເຈົ້າຢາກຖືກນັບວ່າເປັນແກະຕອນທີ່ພະເຢຊູຕັດສິນ ເຂົາເຈົ້າຕ້ອງປ່ຽນແປງໂຕເອງກ່ອນສົງຄາມອາມາເຄໂດນ. ໃນລະຫວ່າງນັ້ນຜູ້ຖືກເລືອກທີ່ຍັງເຫຼືອຢູ່ຈະໄປສະຫວັນ.
ການປັບປ່ຽນຄວາມເຂົ້າໃຈໃໝ່ນີ້ເນັ້ນວ່າພະເຢໂຫວາມີຄວາມເມດຕາແລະມີຄວາມຮັກທີ່ຍິ່ງໃຫຍ່. ເພິ່ນ “ບໍ່ຢາກໃຫ້ຜູ້ໃດຕ້ອງຖືກທຳລາຍ ແຕ່ຢາກໃຫ້ທຸກຄົນກັບໃຈ.”—2ປຕ. 3:9