ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພະຈິກ ໜ້າ 30
  • ວິທີ​ຊ່ວຍ​ຜູ້​ຍິງ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ຊ່ວຍ​ຜູ້​ຍິງ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ດີ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • ໃຊ້​ເວັບໄຊ jw.org ໃນ​ວຽກ​ຮັບໃຊ້—“ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນ”
    ວຽກຮັບໃຊ້ພະເຈົ້າ—2015
  • ເຄັດລັບ​ການ​ຄົ້ນຄວ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເຮົາ​ຈະ​ຮູ້​ຄຳຕອບ​ກ່ຽວ​ກັບ​ຊີວິດ​ໄດ້​ຈາກ​ໃສ?
    ເຮົາຈະຮູ້ຄຳຕອບກ່ຽວກັບຊີວິດໄດ້ຈາກໃສ?
  • ໃນເວັບໄຊ JW.ORG ມີສະຕິປັນຍາທີ່ເຈົ້າເອົາໄປໃຊ້ໃນຊີວິດປະຈຳວັນໄດ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພະຈິກ ໜ້າ 30
ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຍື່ນ​ບົດ​ຄວາມ​ທີ່​ຊື່ “ຊີວິດ​ຜູ້​ຍິງ​ມີ​ຄ່າ—ມຸມມອງ​ຈາກ​ຄຳພີ​ໄບເບິນ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ.”

ວິທີ​ຊ່ວຍ​ຜູ້​ຍິງ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ດີ

“ຢູ່​ທົ່ວ​ໂລກ​ມີ​ຜູ້​ຍິງ​ແລະ​ເດັກນ້ອຍ​ຜູ້​ຍິງ​ຫຼາຍ​ລ້ານ​ຄົນ​ຖືກ​ທຳຮ້າຍ. ເຈົ້າ​ເດ​ເຄີຍ​ເຈິ​ເລື່ອງ​ແບບ​ນີ້​ຄື​ກັນ​ບໍ? ຂໍ​ໃຫ້​ອ່ານ​ເບິ່ງ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຖື​ວ່າ​ຄວາມ​ປອດໄພ​ຂອງ​ເຈົ້າ​ສຳຄັນ​ສຳລັບ​ເພິ່ນ ແລະ​ໃນ​ອະນາຄົດ​ເພິ່ນ​ຈະ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ຜູ້​ຍິງ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ດີ.”

ຂໍ້​ຄວາມ​ຂ້າງ​ເທິງ​ນີ້​ຍົກ​ມາ​ຈາກ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ “ຊີວິດ​ຜູ້​ຍິງ​ມີ​ຄ່າ—ມຸມມອງ​ຈາກ​ຄຳພີ​ໄບເບິນ” ທີ່​ຢູ່​ໃນ​ເວັບໄຊ jw.org. ໃນ​ຕອນ​ທ້າຍ​ບົດ​ຄວາມ​ມີ​ລິ້ງ​ທີ່​ເຈົ້າ​ສາມາດ​ດາວໂຫຼດ​ບົດ​ຄວາມ​ນີ້​ເປັນ​ຟາຍ​ພີດີເອັບ (PDF) ແລ້ວ​ກໍ​ພິມ​ອອກ​ໄດ້. ຈາກ​ນັ້ນ ໃຫ້​ພັບ​ເປັນ​ຄື​ກັບ​ແຜ່ນພັບ​ທີ່​ມີ 4 ໜ້າ. ພີ່ນ້ອງ​ຍິງ​ຊື່​ສະເຕຊີ​ຈາກ​ປະເທດ​ອາເມຣິກາ​ເວົ້າ​ວ່າ: “ຂ້ອຍ​ພິມ​ບົດ​ຄວາມ​ນີ້​ຫຼາຍໆ​ໃບ ແລ້ວ​ຂ້ອຍ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກໍ​ເອົາ​ໄປ​ສູນ​ລີ້ໄພ​ສຳລັບ​ຜູ້​ຍິງ​ທີ່​ຢູ່​ໃນ​ເຂດ​ປະກາດ​ຂອງ​ປະຊາຄົມ​ເຮົາ.”

ພະນັກງານ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ຫັ້ນ​ຂໍ​ບົດ​ຄວາມ​ນີ້​ຕື່ມ​ອີກ​ເພື່ອ​ຈະ​ເອົາ​ໄປ​ໃຫ້​ຄົນ​ທີ່​ຢູ່​ໃນ​ສູນ. ພີ່ນ້ອງ​ຍິງ 2 ຄົນ​ຈຶ່ງ​ເອົາ​ແຜ່ນພັບ​ນີ້​ໄປ​ໃຫ້​ຕື່ມ​ອີກ 40 ໃບ​ພ້ອມ​ກັບ​ນາມ​ບັດ jw.org 30 ອັນ. ຕໍ່​ມາ ຫົວໜ້າ​ສູນ​ຢາກ​ໃຫ້​ພະຍານ​ພະ​ເຢໂຫວາ​ມາ​ສາທິດ​ວິທີ​ຮຽນ​ຄຳພີ​ໄບເບິນ​ໃຫ້​ຜູ້​ຍິງ​ທີ່​ຢູ່​ໃນ​ສູນ​ເບິ່ງ.

ພີ່ນ້ອງ​ສະເຕຊີ​ກັບ​ພີ່ນ້ອງ​ຍິງ​ອີກ 2 ຄົນ​ໄປ​ສູນ​ລີ້ໄພ​ອີກ​ບ່ອນ​ໜຶ່ງ ແລະ​ຢູ່​ຫັ້ນ​ມີ​ຄົນ​ຮັບ​ເອົາ​ແຜ່ນພັບ​ນີ້ 5 ໃບ ແລະ​ຍັງ​ໄດ້​ຂໍ​ຕື່ມ​ອີກ. ພະນັກງານ​ຜູ້​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ຫັ້ນ​ເວົ້າ​ວ່າ: “ພວກ​ເຮົາ​ຕ້ອງການ​ແຜ່ນພັບ​ນີ້​ຍ້ອນ​ມັນ​ຊ່ວຍ​ພວກ​ຜູ້​ຍິງ​ທີ່​ຢູ່​ນີ້​ໄດ້​ຫຼາຍ​ອີ່ຫຼີ.” ຕໍ່​ມາ ເມື່ອ​ພວກ​ພີ່ນ້ອງ​ຍິງ​ກັບ​ໄປ​ສູນ​ນັ້ນ​ອີກ​ກໍ​ມີ​ຜູ້​ຍິງ​ຫຼາຍ​ຄົນ​ມາ​ເບິ່ງ​ການ​ສາທິດ​ວິທີ​ຮຽນ​ຄຳພີ​ໄບເບິນ ແລະ​ມີ 2 ຄົນ​ຢາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ທ້າຍ​ອາທິດ​ຕໍ່​ມາ​ຢູ່​ຫໍປະຊຸມ.

ພີ່ນ້ອງ​ສະເຕຊີ​ເວົ້າ​ວ່າ: “ເຮົາ​ດີ​ໃຈ​ແທ້ໆ​ທີ່​ເຫັນ​ຄົນ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ອ່ານ​ບົດ​ຄວາມ​ດີໆ​ແບບ​ນີ້. ເມື່ອ​ພິມ​ອອກ​ມາ​ແລ້ວ​ກໍ​ພັບ​ໃຫ້​ເປັນ​ຄື​ກັບ​ແຜ່ນພັບ ມັນ​ເປັນ​ວິທີ​ທີ່​ຄັກ​ອີ່ຫຼີ​ທີ່​ຈະ​ບອກ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຜູ້​ຍິງ​ກຸ່ມ​ທີ່​ພິເສດ​ນີ້. ເຮົາ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ຄົນ​ມີ​ຄວາມ​ສຸກ​ແທ້ໆ​ທີ່​ໄດ້​ຮັບ​ຂ່າວ​ສານ​ແບບ​ນີ້ ແລະ​ເຮົາ​ຕື່ນເຕັ້ນ​ທີ່​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ຕໍ່ໆ​ໄປ​ໃນ​ການ​ປະກາດ​ຂ່າວ​ດີ​ກັບ​ຜູ້​ຍິງ​ເຫຼົ່າ​ນີ້.”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌