ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພະຈິກ ໜ້າ 32
  • ໃຫ້ “ກຳລັງ​ໃຈ” ກັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້ “ກຳລັງ​ໃຈ” ກັນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • ‘ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ທຸກ​ວັນ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ໃຫ້​ເອົາໃຈໃສ່​ພີ່ນ້ອງ​ຍິງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ຮຽນ​ແບບ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ໃຫ້​ກຳລັງ​ໃຈ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພະຈິກ ໜ້າ 32

ສຳນວນ​ໃນ​ຄຳພີ​ໄບເບິນ

ໃຫ້ “ກຳລັງ​ໃຈ” ກັນ

ເຮົາ​ໄດ້​ກຳລັງ​ໃຈ​ເມື່ອ​ໃຊ້​ເວລາ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ. ແຕ່​ເພື່ອ​ຈະ​ໃຫ້​ໂອກາດ​ແບບ​ນີ້​ເປັນ​ການ​ໃຫ້​ກຳລັງ​ໃຈ​ແທ້ໆ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ໃຊ້​ເວລາ​ນຳ​ກັນ​ເທົ່າ​ນັ້ນ. ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້ “ກຳລັງ​ໃຈ” ກັນ​ແລະ​ເສີມ​ຄວາມ​ເຊື່ອ​ຂອງ​ກັນ​ແລະ​ກັນ​ໃຫ້​ເຂັ້ມແຂງ​ຂຶ້ນ. (ຣມ. 1:11, 12) ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້?

ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ສິ່ງ​ທີ່​ເຈົ້າ​ເວົ້າ. ຕົວຢ່າງ​ເຊັ່ນ: ເມື່ອ​ອອກ​ຄຳ​ຄິດ​ເຫັນ​ຢູ່​ການ​ປະຊຸມ ເຮົາ​ຢາກ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ພະ​ເຢໂຫວາ ຄຳພີ​ໄບເບິນ ແລະ​ຜູ້​ຮັບໃຊ້​ຂອງ​ເພິ່ນ ບໍ່​ແມ່ນ​ເວົ້າ​ເຖິງ​ຄວາມ​ຄິດ​ແລະ​ໂຕ​ເຮົາ​ເອງ​ຫຼາຍ​ໂພດ. ເມື່ອ​ລົມ​ກັບ​ພີ່ນ້ອງ ໃຫ້​ເວົ້າ​ໃນ​ສິ່ງ​ທີ່​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ.

ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໂດຍ​ສິ່ງ​ທີ່​ເຈົ້າ​ເຮັດ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ເຫັນ​ເຈົ້າ​ເລືອກ​ທີ່​ຈະ​ຮັບໃຊ້​ເຕັມ​ເວລາ​ເຖິງ​ວ່າ​ມັນ​ບໍ່​ງ່າຍ​ສຳລັບ​ເຈົ້າ ຫຼື​ເຂົາເຈົ້າ​ເຫັນ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ກາງ​ອາທິດ​ເຖິງ​ວ່າ​ເຈົ້າ​ມີ​ບັນຫາ​ສຸຂະພາບ​ຫຼື​ຮູ້ສຶກ​ເມື່ອຍ​ຍ້ອນ​ເຮັດ​ວຽກ​ໝົດ​ມື້. ສິ່ງ​ເຫຼົ່າ​ນີ້​ສາມາດ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ໄດ້.

ເຈົ້າ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໂດຍ​ສິ່ງ​ທີ່​ເຈົ້າ​ເວົ້າ​ແລະ​ເຮັດ​ບໍ? ແລະ​ເຈົ້າ​ສັງເກດ​ບໍ​ວ່າ​ສິ່ງ​ທີ່​ພີ່ນ້ອງ​ເວົ້າ​ແລະ​ເຮັດ​ໃຫ້​ກຳລັງ​ໃຈ​ເຈົ້າ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌