ສິ່ງທີ່ເຈົ້າເຮັດໄດ້ໃນການສຶກສາສ່ວນໂຕ
ໃຫ້ໝັ້ນໃຈວ່າພະເຢໂຫວາປົກປ້ອງເຈົ້າໄດ້
ໃຫ້ອ່ານຈົດເຊັນບັນຊີ 13:25–14:4 ເພື່ອຈະຮູ້ວ່າຄົນອິດສະຣາເອນຂາດຄວາມໄວ້ວາງໃຈພະເຢໂຫວາຫຼາຍສ່ຳໃດ.
ວິເຄາະເນື້ອໃນ. ເປັນຫຍັງຄົນອິດສະຣາເອນຄວນໝັ້ນໃຈວ່າພະເຢໂຫວາສາມາດປົກປ້ອງເຂົາເຈົ້າໄດ້ຕອນທີ່ອອກຈາກເອຢິບ? (ພສ. 78:12-16, 43-53) ອັນໃດເຮັດໃຫ້ເຂົາເຈົ້າຂາດຄວາມໄວ້ວາງໃຈພະເຢໂຫວາ? (ພບຍ. 1:26-28) ໂຢຊວຍກັບກາເລັບສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າໄວ້ວາງໃຈພະເຢໂຫວາ?—ຈຊບ. 14:6-9
ຄົ້ນຄວ້າໃຫ້ເລິກເຊິ່ງກວ່າເກົ່າ. ຄົນອິດສະຣາເອນຄວນເຮັດຫຍັງເພື່ອຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນ? (ພສ. 9:10; 22:4; 78:11) ການໄວ້ວາງໃຈພະເຢໂຫວາແລະການສະແດງຄວາມນັບຖືຕໍ່ເພິ່ນກ່ຽວຂ້ອງກັນແນວໃດ?—ຈຊບ. 14:11
ໃຫ້ເບິ່ງວ່າເຈົ້າໄດ້ບົດຮຽນຫຍັງ? ໃຫ້ຖາມໂຕເອງວ່າ:
- ‘ມີສະຖານະການແບບໃດແດ່ທີ່ອາດຍາກສຳລັບຂ້ອຍທີ່ຈະໄວ້ວາງໃຈພະເຢໂຫວາເຕັມທີ?’ 
- ‘ຂ້ອຍຈະໝັ້ນໃຈໃນພະເຢໂຫວາຫຼາຍຂຶ້ນໄດ້ແນວໃດໃນຕອນນີ້ແລະໃນອະນາຄົດ?’ 
- ‘ຄວາມໝັ້ນໃຈຂອງຂ້ອຍເປັນແນວໃດເມື່ອຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ?’—ລກ. 21:25-28