ຊີວິດຄລິດສະຕຽນ
ເຈົ້າຈະເຮັດແນວໃດໃນປີທີ່ແຫ້ງແລ້ງ?
ຄວາມເຊື່ອແລະຄວາມໄວ້ວາງໃຈກ່ຽວຂ້ອງກັນຫຼາຍ. ຕົວຢ່າງເຊັ່ນ: ຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາຊ່ວຍເຮົາໃຫ້ວາງໃຈວ່າພະອົງຈະປົກປ້ອງແລະເບິ່ງແຍງເຮົາ. (ເພງ. 23:1, 4; 78:22) ເມື່ອຈຸດຈົບຂອງລະບົບນີ້ໃກ້ເຂົ້າມາ ເຮົາກໍຄາດໝາຍໄດ້ເລີຍວ່າຊາຕານຈະໂຈມຕີເຮົາຫຼາຍຂຶ້ນ. (ຄຳປ. 12:12) ສິ່ງໃດຈະຊ່ວຍເຮົາໄດ້?
ເບິ່ງວິດີໂອເຈົ້າຈະເຮັດແນວໃດໃນປີທີ່ແຫ້ງແລ້ງ? ແລ້ວຕອບຄຳຖາມຕໍ່ໄປນີ້:
- ເຮົາເປັນຄືກັບ “ກົກໄມ້” ທີ່ກ່າວເຖິງໃນເຢເຣມີ 17:8 ແນວໃດ? 
- ສິ່ງໜຶ່ງທີ່ເປັນຄືກັບ ‘ຄວາມຮ້ອນ’ ແມ່ນຫຍັງ? 
- ສິ່ງນັ້ນສົ່ງຜົນຕໍ່ “ກົກໄມ້” ແນວໃດ ແລະຍ້ອນຫຍັງ? 
- ຊາຕານຢາກທຳລາຍຫຍັງ? 
- ເຮົາເປັນຄືກັບຜູ້ໂດຍສານທີ່ມີປະສົບການແນວໃດ? 
- ເປັນຫຍັງເຮົາຄວນໄວ້ວາງໃຈທາດທີ່ສັດຊື່ແລະສຸຂຸມສະເໝີ ແລະຄວາມໄວ້ວາງໃຈຂອງເຮົາຈະຖືກທົດສອບແນວໃດ? 
- ເປັນຫຍັງເຮົາຄວນໄວ້ວາງໃຈຫຼັກການໃນຄຳພີໄບເບິນສະເໝີ ເຖິງວ່າຜູ້ຄົນໃນໂລກຈະເຍາະເຍີ້ຍເຮົາ?