ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມັງກອນ ໜ້າ 9-14
  • ຮູ້ຄຸນຄ່າສິດໃນການເລືອກຂອງເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮູ້ຄຸນຄ່າສິດໃນການເລືອກຂອງເຈົ້າ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ
  • ການ​ໃຊ້​ແລະ​ການ​ລະເມີດ​ສິດ​ໃນ​ການ​ເລືອກ
  • ຢ່າ​ໃຊ້​ສິດ​ໃນ​ການ​ເລືອກ​ແບບ​ຜິດໆ
  • ນັບຖື​ສິດ​ໃນ​ການ​ເລືອກ​ຂອງ​ຄົນ​ອື່ນ
  • ເຮົາ​ຈະ​ມີ​ອິດ​ສະຫຼະ​ແທ້​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຮັບໃຊ້​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ອິດ​ສະຫຼະ​ພາບ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ເສລີພາບຂອງຜູ້ນະມັດສະການພະເຢໂຫວາ
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ເດັກ​ນ້ອຍ​ແລະ​ໄວລຸ້ນ ພະ​ຜູ້​ສ້າງ​ເຈົ້າ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມັງກອນ ໜ້າ 9-14
ອັບລາຫາມ ຊາລາ ແລະ​ຄົນ​ອື່ນໆ​ອອກ​ຈາກ​ເມືອງ​ອູຣ

ຮູ້​ຄຸນຄ່າ​ສິດ​ໃນ​ການ​ເລືອກ​ຂອງ​ເຈົ້າ

“ຄົນ​ທີ່​ໄດ້​ຮັບ​ພະລັງ​ຂອງ​ພະ​ເຢໂຫວາ​ກໍ​ມີ​ອິດ​ສະຫຼະ.”—2 ໂກລິນໂທ 3:17, ລ.ມ.

ເພງ: 62, 65

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ສິດ​ໃນ​ການ​ເລືອກ​ແມ່ນ​ຫຍັງ?

  • ເມື່ອ​ຕັດສິນ​ໃຈ ເຮົາ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະອົງ​ຫຼາຍ​ແທ້ໆ?

  • ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ​ແນວ​ໃດ?

1, 2. (ກ) ຜູ້​ຄົນ​ຄິດ​ເຫັນ​ຕ່າງ​ກັນ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ສິດ​ໃນ​ການ​ເລືອກ? (ຂ) ຄຳພີ​ໄບເບິນ​ສອນ​ແນວ​ໃດ​ເລື່ອງ​ສິດ​ໃນ​ການ​ເລືອກ ແລະ​ເຮົາ​ຈະ​ເບິ່ງ​ຄຳຖາມ​ຫຍັງ​ແດ່?

ເມື່ອ​ຈະ​ຕ້ອງ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ​ສ່ວນ​ຕົວ ຜູ້​ຍິງ​ຄົນ​ໜຶ່ງ​ບອກ​ໝູ່​ຂອງ​ລາວ​ວ່າ: “ຢ່າ​ໃຫ້​ຂ້ອຍ​ຄິດ ບອກ​ໂລດ​ວ່າ​ຕ້ອງ​ເຮັດ​ແນວ​ໃດ ເພາະ​ນັ້ນ​ງ່າຍ​ກວ່າ.” ຜູ້​ຍິງ​ຄົນ​ນີ້​ຢາກ​ໃຫ້​ຄົນ​ອື່ນ​ບອກ​ລາວ​ວ່າ​ຕ້ອງ​ເຮັດ​ແນວ​ໃດ ແທນ​ທີ່​ຈະ​ໃຊ້​ສິດ​ໃນ​ການ​ເລືອກ​ຂອງ​ຕົວ​ເອງ​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ລ້ຳ​ຄ່າ​ຈາກ​ຜູ້​ທີ່​ສ້າງ​ລາວ. ເຈົ້າ​ເດ? ມັກ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ບໍ ຫຼື​ມັກ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ? ເຈົ້າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ສິດ​ໃນ​ການ​ເລືອກ?

2 ຜູ້​ຄົນ​ຄິດ​ເຫັນ​ຕ່າງ​ກັນ​ກ່ຽວ​ກັບ​ເລື່ອງ​ສິດ​ໃນ​ການ​ເລືອກ. ບາງ​ຄົນ​ບອກ​ວ່າ​ສິດ​ໃນ​ການ​ເລືອກ​ບໍ່​ມີ ເພາະ​ພະເຈົ້າ​ກຳນົດ​ການ​ກະທຳ​ທຸກ​ຢ່າງ​ຂອງ​ເຮົາ​ໄວ້​ແລ້ວ. ບາງ​ຄົນ​ກໍ​ເວົ້າ​ວ່າ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ສິດ​ໃນ​ການ​ເລືອກ​ຖ້າ​ເຮົາ​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ. ແຕ່​ຄຳພີ​ໄບເບິນ​ສອນ​ວ່າ​ເຮົາ​ຖືກ​ສ້າງ​ໃຫ້​ມີ​ຄວາມ​ສາມາດ​ແລະ​ມີ​ອິດ​ສະຫຼະ​ທີ່​ຈະ​ເລືອກ​ດ້ວຍ​ຕົວ​ເອງ​ຢ່າງ​ສະຫຼາດ. (ອ່ານ​ໂຢຊວຍ 24:15) ນອກ​ຈາກ​ນັ້ນ ໃນ​ຄຳພີ​ໄບເບິນ​ກໍ​ຍັງ​ມີ​ຄຳຕອບ​ສຳລັບ​ຄຳຖາມ​ຕໍ່​ໄປ​ນີ້: ສິດ​ໃນ​ການ​ເລືອກ​ຂອງ​ເຮົາ​ມີ​ຂີດ​ຈຳກັດ​ບໍ? ເຮົາ​ຄວນ​ໃຊ້​ສິດ​ໃນ​ການ​ເລືອກ​ແນວ​ໃດ​ເມື່ອ​ຕັດສິນ​ໃຈ? ການ​ຕັດສິນ​ໃຈ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ​ແທ້ໆ? ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ​ແນວ​ໃດ?

ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ

3. ພະ​ເຢໂຫວາ​ໃຊ້​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ​ຂອງ​ພະອົງ​ແນວ​ໃດ?

3 ພະ​ເຢໂຫວາ​ເປັນ​ຜູ້​ດຽວ​ທີ່​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ ແລະ​ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ວິທີ​ທີ່​ພະອົງ​ໃຊ້​ສິ່ງ​ນີ້. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ເລືອກ​ຊາດ​ອິດສະລາແອນ​ໃຫ້​ເປັນ “ຊົນຊາດ​ພິເສດ​ຂອງ​ພະອົງ.” (ພະບັນຍັດ 7:6-8, ທ.ປ.) ພະອົງ​ມີ​ເຫດຜົນ​ທີ່​ເລືອກ​ແບບ​ນັ້ນ ເພາະ​ຕ້ອງການ​ຮັກສາ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ອັບລາຫາມ​ເພື່ອນ​ຂອງ​ພະອົງ. (ຕົ້ນເດີມ 22:15-18) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຊ້​ອິດ​ສະຫຼະ​ນັ້ນ​ສອດຄ່ອງ​ກັບ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ສະເໝີ. ເຮົາ​ເຫັນ​ສິ່ງ​ນີ້​ຈາກ​ວິທີ​ທີ່​ພະອົງ​ຕີ​ສອນ​ຊາວ​ອິດສະລາແອນ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ. ເມື່ອ​ເຂົາ​ເຈົ້າ​ເສຍໃຈ​ຢ່າງ​ແທ້​ຈິງ​ໃນ​ສິ່ງ​ທີ່​ໄດ້​ເຮັດ ພະອົງ​ກໍ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ຕໍ່​ເຂົາ​ເຈົ້າ ໂດຍ​ເວົ້າ​ວ່າ: ‘ເຮົາ​ຈະ​ປິ່ນປົວ​ຮັກສາ​ເຂົາ​ບໍ່​ໃຫ້​ກັບ​ໄປ​ເປັນ​ຄົນ​ບໍ່​ສັດ​ຊື່​ອີກ ເຮົາ​ຈະ​ຮັກ​ເຂົາ​ຈາກ​ໃຈ.’ (ໂອເຊ 14:4, ລ.ມ.) ພະ​ເຢໂຫວາ​ວາງ​ຕົວຢ່າງ​ທີ່​ດີ​ສຳລັບ​ເຮົາ​ໂດຍ​ໃຊ້​ອິດ​ສະຫຼະ​ຂອງ​ພະອົງ​ເພື່ອ​ປະໂຫຍດ​ຂອງ​ຄົນ​ອື່ນ.

ກ່ອນ​ຈະ​ມາ​ໂລກ​ນີ້ ພະ​ເຍຊູ​ເລືອກ​ທີ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ບໍ່​ເຂົ້າ​ຮ່ວມ​ກັບ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ

4, 5. (ກ) ໃຜ​ເປັນ​ຄົນ​ທຳອິດ​ທີ່​ໄດ້​ຮັບ​ສິດ​ໃນ​ການ​ເລືອກ​ຈາກ​ພະເຈົ້າ ແລະ​ພະອົງ​ໃຊ້​ແນວ​ໃດ? (ຂ) ຄຳຖາມ​ຫຍັງ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

4 ພະ​ເຢໂຫວາ​ເລືອກ​ທີ່​ຈະ​ສ້າງ​ທູດ​ສະຫວັນ​ແລະ​ມະນຸດ​ໃຫ້​ມີ​ສິດ​ໃນ​ການ​ເລືອກ. ພະ​ເຍຊູ​ເປັນ​ສິ່ງ​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ​ຕາມ​ຮູບ​ແບບ​ຂອງ​ພະອົງ ແລະ​ພະ​ເຢໂຫວາ​ຍັງ​ໃຫ້​ພະ​ເຍຊູ​ມີ​ສິດ​ໃນ​ການ​ເລືອກ. (ໂກໂລດ 1:15) ພະ​ເຍຊູ​ໃຊ້​ສິດ​ນີ້​ແນວ​ໃດ? ກ່ອນ​ຈະ​ມາ​ໂລກ​ນີ້ ພະ​ເຍຊູ​ເລືອກ​ທີ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ບໍ່​ເຂົ້າ​ຮ່ວມ​ກັບ​ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ. ເມື່ອ​ຢູ່​ໃນ​ໂລກ​ນີ້ ພະອົງ​ເລືອກ​ທີ່​ຈະ​ປະຕິເສດ​ການ​ລໍ້​ໃຈ​ຂອງ​ຊາຕານ. (ມັດທາຍ 4:10) ໃນ​ຄືນ​ກ່ອນ​ທີ່​ຈະ​ເສຍ​ຊີວິດ ພະ​ເຍຊູ​ເຮັດ​ໃຫ້​ພໍ່​ໝັ້ນ​ໃຈ​ວ່າ​ພະອົງ​ຢາກ​ເຮັດ​ຕາມ​ນ້ຳໃຈ​ຂອງ​ພໍ່ ໂດຍ​ເວົ້າ​ວ່າ: ‘ພະ​ບິດາ​ເຈົ້າ​ຂ້າ ຖ້າ​ພະອົງ​ເຫັນ​ຊອບ​ຂໍ​ໃຫ້​ຈອກ​ນີ້​ກາຍ​ໄປ​ຈາກ​ຂ້າພະເຈົ້າ ແຕ່​ວ່າ​ຢ່າ​ໃຫ້​ເປັນ​ຕາມ​ນ້ຳໃຈ​ຂອງ​ຂ້າພະເຈົ້າ ແຕ່​ວ່າ​ຕາມ​ນ້ຳໃຈ​ຂອງ​ພະອົງ.’ (ລືກາ 22:42) ເປັນ​ໄປ​ໄດ້​ແທ້ໆບໍ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ແລະ​ໃຊ້​ສິດ​ໃນ​ການ​ເລືອກ​ຂອງ​ເຮົາ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ນ້ຳໃຈ​ຂອງ​ພະອົງ?

5 ເປັນ​ໄປ​ໄດ້​ແທ້​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ ເພາະ​ເຮົາ​ກໍ​ຖືກ​ສ້າງ​ຕາມ​ຮູບ​ແບບ​ຂອງ​ພະເຈົ້າ. (ຕົ້ນເດີມ 1:26) ແຕ່​ເຮົາ​ບໍ່​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ​ແບບ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ອະທິບາຍ​ວ່າ​ພະ​ເຢໂຫວາ​ໃສ່​ຂີດ​ຈຳກັດ​ໃນ​ອິດ​ສະຫຼະ​ຂອງ​ເຮົາ ແລະ​ພະອົງ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ຍອມ​ຮັບ​ຂີດ​ຈຳກັດ​ເຫຼົ່າ​ນັ້ນ. ຕົວຢ່າງ​ເຊັ່ນ: ໃນ​ຄອບຄົວ ເມຍ​ຄວນ​ເຊື່ອ​ຟັງ​ຜົວ ແລະ​ລູກ​ຄວນ​ເຊື່ອ​ຟັງ​ພໍ່​ແມ່. (ເອເຟດ 5:22; 6:1) ຂີດ​ຈຳກັດ​ແບບ​ນີ້​ສົ່ງ​ຜົນ​ແນວ​ໃດ​ຕໍ່​ວິທີ​ທີ່​ເຮົາ​ໃຊ້​ສິດ​ໃນ​ການ​ເລືອກ? ຄຳຕອບ​ຂອງ​ຄຳຖາມ​ນີ້​ສາມາດ​ກຳນົດ​ອະນາຄົດ​ທີ່​ຖາວອນ​ຂອງ​ເຮົາ.

ການ​ໃຊ້​ແລະ​ການ​ລະເມີດ​ສິດ​ໃນ​ການ​ເລືອກ

6. ໃຫ້​ຍົກ​ຕົວຢ່າງ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ອິດ​ສະຫຼະ​ຂອງ​ເຮົາ​ຄວນ​ມີ​ຂີດ​ຈຳກັດ.

6 ອິດ​ສະຫຼະ​ທີ່​ມີ​ຂີດ​ຈຳກັດ​ຖື​ວ່າ​ເປັນ​ອິດ​ສະຫຼະ​ທີ່​ແທ້​ຈິງ​ບໍ? ແມ່ນ​ແລ້ວ. ຍ້ອນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ຍ້ອນ​ວ່າ​ມັນ​ປົກ​ປ້ອງ​ເຮົາ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ເລືອກ​ທີ່ຈະ​ຂັບລົດ​ໄປ​ເມືອງ​ໜຶ່ງ​ທີ່​ຢູ່​ໄກໆ. ແຕ່​ເຮົາ​ຈະ​ຮູ້ສຶກ​ປອດໄພ​ໃນ​ການ​ເດີນ​ທາງ​ບໍ ຖ້າ​ບໍ່​ມີ​ກົດ​ຈະ​ລາ​ຈອນ ແລະ​ທຸກ​ຄົນ​ກໍຕັດສິນ​ໃຈ​ເອົາ​ເອງ​ວ່າ​ຈະ​ຂັບ​ລົດ​ໄວ​ສ່ຳ​ໃດ​ແລະ​ຂັບ​ຢູ່​ເບື້ອງ​ໃດ​ຂອງ​ຖະໜົນ? ແນ່ນອນ​ວ່າ​ບໍ່​ປອດໄພ. ດັ່ງ​ນັ້ນ​ຕ້ອງ​ມີ​ຂີດ​ຈຳກັດ​ເພື່ອ​ທຸກ​ຄົນ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ໄດ້​ຮັບ​ປະໂຫຍດ​ຈາກ​ອິດ​ສະຫຼະ​ທີ່​ແທ້​ຈິງ. ໃຫ້​ເຮົາ​ເບິ່ງ​ບາງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຂີດ​ຈຳກັດ​ທີ່​ພະ​ເຢໂຫວາ​ຕັ້ງ​ໄວ້​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ.

7. (ກ) ອາດາມ​ແລະ​ສັດ​ມີ​ຫຍັງ​ທີ່​ແຕກຕ່າງ​ກັນ? (ຂ) ໃຫ້​ເວົ້າ​ເຖິງ​ວິທີ​ໜຶ່ງ​ທີ່​ອາດາມ​ໃຊ້​ສິດ​ໃນ​ການ​ເລືອກ​ຂອງ​ລາວ.

7 ເມື່ອ​ພະ​ເຢໂຫວາ​ສ້າງ​ອາດາມ​ມະນຸດ​ຄົນ​ທຳອິດ ພະອົງ​ໃຫ້​ລາວ​ມີ​ສິດ​ໃນ​ການ​ເລືອກ​ຄື​ກັບ​ພວກ​ທູດ​ສະຫວັນ ແຕ່​ພະອົງ​ບໍ່​ໄດ້​ໃຫ້​ສັດ​ມີ​ສິ່ງ​ນີ້. ອາດາມ​ໃຊ້​ສິດ​ໃນ​ການ​ເລືອກ​ໃນ​ທາງ​ທີ່​ຖືກຕ້ອງ​ແນວ​ໃດ? ລາວ​ມີ​ຄວາມ​ສຸກ​ໃນ​ການ​ຕັ້ງ​ຊື່​ໃຫ້​ສັດ​ຕ່າງໆ ເພາະ​ພະເຈົ້າ​ໄດ້ ‘ເອົາ​ສັດ​ແລະ​ນົກ​ມາ​ໃຫ້​ລາວ​ເບິ່ງ​ເພື່ອ​ຈະ​ໃສ່​ຊື່​ໃຫ້​ພວກ​ມັນ.’ ຫຼັງ​ຈາກ​ທີ່​ເບິ່ງ​ສັດ​ແຕ່​ລະ​ຕົວ ອາດາມ​ກໍ​ຕັ້ງ​ຊື່​ທີ່​ມີ​ຄວາມ​ໝາຍ​ໃຫ້​ມັນ. ພະ​ເຢໂຫວາ​ບໍ່​ໄດ້​ປ່ຽນ​ການ​ເລືອກ​ຂອງ​ອາດາມ ແຕ່ ‘ຊື່​ໃດ​ທີ່​ລາວ​ໄດ້​ເອີ້ນ​ສັດ​ທັງ​ປວງ​ທີ່​ມີ​ຊີວິດ ຊື່​ນັ້ນ​ກໍ​ເປັນ​ຊື່​ຂອງ​ສັດ​ນັ້ນ.’—ຕົ້ນເດີມ 2:19, ທ.ປ.

8. ອາດາມ​ໃຊ້​ສິດ​ໃນ​ການ​ເລືອກ​ແບບ​ຜິດໆແນວ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

8 ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ອາດາມ​ເຮັດ​ໃຫ້​ໂລກ​ນີ້​ກາຍ​ເປັນ​ອຸທິຍານ ໂດຍ​ບອກ​ລາວ​ວ່າ: ‘ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ ແລະ​ຈົ່ງ​ບັງຄັບ​ແຜ່ນດິນ​ໂລກ ແລະ​ຈົ່ງ​ຄຸ້ມຄອງ​ຝູງ​ປາ​ໃນ​ນ້ຳ​ທະເລ ຝູງ​ນົກ​ໃນ​ຟ້າ​ອາກາດ ແລະ​ສັດ​ທັງ​ປວງ​ອັນ​ມີ​ຊີວິດ​ທີ່​ຕີງ​ໄປ​ມາ​ເທິງ​ແຜ່ນດິນ.’ (ຕົ້ນເດີມ 1:28) ແຕ່​ອາດາມ​ເລືອກ​ທີ່​ຈະ​ກິນ​ໝາກ​ໄມ້​ທີ່​ຫ້າມ​ບໍ່​ໃຫ້​ລາວ​ກິນ ແລະ​ການ​ເຮັດ​ແບບ​ນັ້ນ​ກໍ​ສະແດງ​ວ່າ​ລາວ​ບໍ່​ສົນ​ໃຈ​ໃນ​ຂີດ​ຈຳກັດ​ທີ່​ພະ​ເຢໂຫວາ​ໄດ້​ຕັ້ງ​ໄວ້. ເນື່ອງ​ຈາກ​ອາດາມ​ໃຊ້​ສິດ​ໃນ​ການ​ເລືອກ​ແບບ​ຜິດໆ ດັ່ງ​ນັ້ນ ມະນຸດ​ຈຶ່ງ​ທຸກ​ລຳບາກ​ມາ​ເປັນ​ເວລາ​ຫຼາຍ​ພັນ​ປີ​ແລ້ວ. (ໂລມ 5:12) ໃຫ້​ເຮົາ​ຈື່​ຜົນ​ເສຍຫາຍ​ຮ້າຍແຮງ​ທີ່​ເກີດ​ຈາກ​ການ​ຕັດສິນ​ໃຈ​ຂອງ​ອາດາມ ເພາະ​ນັ້ນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ໃຊ້​ສິດ​ໃນ​ການ​ເລືອກ​ຢ່າງ​ຖືກຕ້ອງ​ແລະ​ຍອມ​ຮັບ​ຂີດ​ຈຳກັດ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ເຮົາ.

ຊາວ​ອິດສະລາແອນ​ໄດ້​ເລືອກ​ທີ່​ຈະ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ຂີດ​ຈຳກັດ​ຕ່າງໆທີ່​ພະອົງ​ຕັ້ງ​ໄວ້

9. ພະ​ເຢໂຫວາ​ໃຫ້​ຊາດ​ອິດສະລາແອນ​ເລືອກ​ສິ່ງ​ໃດ ແລະ​ເຂົາ​ເຈົ້າ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ?

9 ມະນຸດ​ໝົດ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ບໍ່​ສົມບູນ​ແບບ​ແລະ​ຄວາມ​ຕາຍ​ສືບ​ທອດ​ມາ​ຈາກ​ອາດາມ​ແລະ​ເອວາ. ເຖິງ​ຈະ​ເປັນ​ຢ່າງ​ນັ້ນ ເຮົາ​ກໍ​ຍັງ​ສາມາດ​ໃຊ້​ສິດ​ໃນ​ການ​ເລືອກ ເຊິ່ງ​ເຮົາ​ເຫັນ​ໄດ້​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ຊາດ​ອິດສະລາແອນ. ພະອົງ​ໃຫ້​ເຂົາ​ເຈົ້າ​ເລືອກ​ວ່າ​ຈະ​ເປັນ​ຊາດ​ທີ່​ພິເສດ​ຂອງ​ພະອົງ​ຫຼື​ບໍ່. (ອົບພະຍົບ 19:3-6) ຄົນ​ໃນ​ຊາດ​ນີ້​ໄດ້​ເລືອກ​ທີ່​ຈະ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ຂີດ​ຈຳກັດ​ຕ່າງໆທີ່​ພະອົງ​ຕັ້ງ​ໄວ້. ເຂົາ​ເຈົ້າ​ກ່າວ​ວ່າ: “ສັບພະ​ຄຳ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ນັ້ນ​ເຮົາ​ທັງ​ຫຼາຍ​ຈະ​ຂັບ​ຕາມ.” (ອົບພະຍົບ 19:8) ໜ້າ​ເສົ້າໃຈ ຕໍ່​ມາ​ເຂົາ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ນັ້ນ. ເຮົາ​ໄດ້​ບົດຮຽນ​ສຳຄັນ​ຈາກ​ຕົວຢ່າງ​ນີ້. ໃຫ້​ເຮົາ​ຮູ້​ຄຸນຄ່າ​ສະເໝີ​ຕໍ່​ກັບ​ສິດ​ໃນ​ເລືອກ​ຂອງ​ເຮົາ ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຕໍ່​ໄປ​ແລະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະອົງ.—1 ໂກລິນໂທ 10:11

10. ຕົວຢ່າງ​ຫຍັງ​ໃນ​ເຫບເລີ⁠ບົດ 11 ທີ່​ພິສູດ​ວ່າ​ມະນຸດ​ບໍ່​ສົມບູນ​ແບບ​ສາມາດ​ໃຊ້​ສິດ​ໃນ​ການ​ເລືອກ​ເພື່ອ​ທີ່​ຈະ​ສັນລະເສີນ​ພະເຈົ້າ? (ເບິ່ງ​ຮູບ​ທຳອິດ)

10 ໃນ​ເຫບເລີ​ບົດ 11 ມີ​ຊື່​ຂອງ​ຊາຍ​ຍິງ​ທີ່​ສັດ​ຊື່ 16 ຄົນ​ເຊິ່ງ​ເລືອກ​ທີ່​ຈະ​ໃຊ້​ສິດ​ໃນ​ການ​ເລືອກ​ຂອງ​ຕົນ​ຕາມ​ຂີດ​ຈຳກັດ​ທີ່​ພະ​ເຢໂຫວາ​ຕັ້ງ​ໄວ້. ຜົນ​ກໍ​ຄື ເຂົາ​ເຈົ້າ​ໄດ້​ຮັບ​ພະ​ພອນ​ຫຼາຍ​ຢ່າງ​ແລະ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ສຳລັບ​ອະນາຄົດ. ຕົວຢ່າງ​ເຊັ່ນ: ໂນເອ​ມີ​ຄວາມ​ເຊື່ອ​ທີ່​ຍິ່ງໃຫຍ່​ແລະ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຊີວິດ​ຄອບຄົວ​ຂອງ​ລາວ​ແລະ​ຄົນ​ຮຸ່ນ​ຕໍ່​ໄປ. (ເຫບເລີ 11:7) ອັບລາຫາມ​ແລະ​ຊາລາ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເດີນ​ທາງ​ໄປ​ດິນແດນ​ທີ່​ພະອົງ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ. ເຖິງ​ວ່າ “ມີ​ໂອກາດ​ກັບ​ຄືນ​ເມືອ [ເມືອງ​ອູຣ], ທ.ປ.” ແຕ່​ເຂົາ​ເຈົ້າ​ໄດ້​ຈົດຈໍ່​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ສຳລັບ​ອະນາຄົດ. ຄຳພີ​ໄບເບິນ​ບອກ​ວ່າ: ເຂົາ​ເຈົ້າ ‘ຢາກ​ຢູ່​ເມືອງ​ທີ່​ປະເສີດ​ກວ່າ.’ (ເຫບເລີ 11:8, 13, 15, 16) ໂມເຊ​ປະຕິເສດ​ຊັບ​ສົມບັດ​ຂອງ​ປະເທດ​ເອຢິບ​ແລະ​ເລືອກ​ທີ່​ຈະ ‘ທົນ​ທຸກ​ດ້ວຍ​ກັນ​ກັບ​ພວກ​ຂອງ​ພະເຈົ້າ​ດີ​ກວ່າ​ຈະ​ຊົມຊື່ນ​ຍິນດີ​ໃນ​ການ​ສະໜຸກ​ສະໜານ​ກັບ​ບາບ​ສັກ​ເວລາ​ໜຶ່ງ.’ (ເຫບເລີ 11:24-26) ໃຫ້​ເຮົາ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ຊາຍ​ຍິງ​ເຫຼົ່າ​ນີ້​ແລະ​ຮູ້​ຄຸນຄ່າ​ສິດ​ໃນ​ການ​ເລືອກ​ຂອງ​ເຮົາ ນັ້ນ​ຄື​ໃຊ້​ມັນ​ເພື່ອ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະເຈົ້າ.

11. (ກ) ອັນ​ໃດ​ຄື​ພະ​ພອນ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ການ​ໃຊ້​ສິດ​ໃນ​ການ​ເລືອກ? (ຂ) ສິ່ງ​ໃດ​ກະຕຸ້ນ​ເຈົ້າ​ໃຫ້​ໃຊ້​ສິດ​ໃນ​ການ​ເລືອກ​ຢ່າງ​ຖືກຕ້ອງ?

11 ອາດ​ເບິ່ງ​ຄື​ວ່າ​ງ່າຍ​ກວ່າ​ທີ່​ຈະ​ໃຫ້​ຄົນ​ອື່ນ​ຕັດສິນ​ໃຈ​ແທນ​ເຮົາ ແຕ່​ຖ້າ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ບໍ່​ເຄີຍ​ປະສົບ​ກັບ​ພະ​ພອນ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ຂອງ​ການ​ໃຊ້​ສິດ​ໃນ​ການ​ເລືອກ. ພະ​ພອນ​ຫຍັງ? ຄຳພີ​ໄບເບິນ​ອະທິບາຍ​ໃນ​ພະບັນຍັດ 30:19, 20 (ອ່ານ). ໃນ​ຂໍ້ 19 ບອກ​ວ່າ ພະ​ເຢໂຫວາ​ໃຫ້​ຊາວ​ອິດສະລາແອນ​ມີ​ສິດ​ເລືອກ ແລະ​ໃນ​ຂໍ້ 20 ເຮົາ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ຮັກ​ພະອົງ​ຫຼາຍ​ແທ້ໆ. ເຮົາ​ເອງ​ກໍ​ສາມາດ​ເລືອກ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ມີ​ສິດທິ​ພິເສດ​ທີ່​ຈະ​ໃຊ້​ສິດ​ໃນ​ການ​ເລືອກ​ເພື່ອ​ສັນລະເສີນ​ແລະ​ສະແດງ​ວ່າ​ເຮົາ​ຮັກ​ພະອົງ​ຫຼາຍ​ແທ້ໆ!

ຢ່າ​ໃຊ້​ສິດ​ໃນ​ການ​ເລືອກ​ແບບ​ຜິດໆ

12. ເຮົາ​ຕ້ອງ​ບໍ່​ເຮັດ​ຫຍັງ​ກ່ຽວ​ກັບ​ສິດ​ໃນ​ການ​ເລືອກ​ຂອງ​ເຮົາ?

12 ລອງ​ນຶກ​ພາບ​ເບິ່ງ​ວ່າ​ເຈົ້າ​ໄດ້​ເອົາ​ຂອງ​ຂວັນ​ທີ່​ມີ​ຄ່າ​ໃຫ້​ໝູ່​ຄົນ​ໜຶ່ງ. ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ລາວ​ເອົາ​ຂອງ​ຂວັນ​ນັ້ນ​ຖິ້ມ​ໃສ່​ກະຕ່າ​ຂີ້ເຫຍື້ອ ຫຼື​ໃຊ້​ມັນ​ເພື່ອ​ທຳ​ຮ້າຍ​ຄົນ​ອື່ນ? ແນ່ນອນ​ວ່າ​ເຈົ້າ​ຈະ​ເສຍໃຈ. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດ​ໃນ​ການ​ເລືອກ ດັ່ງ​ນັ້ນ ພະອົງ​ຈະ​ເສຍໃຈ​ເມື່ອ​ເຫັນ​ຜູ້​ຄົນ​ໃຊ້​ສິດ​ນີ້​ແບບ​ຜິດໆແລະ​ເລືອກ​ຢ່າງ​ບໍ່​ຖືກຕ້ອງ​ຫຼື​ໃຊ້​ເພື່ອ​ທຳ​ຮ້າຍ​ຄົນ​ອື່ນ. ຄຳພີ​ໄບເບິນ​ບອກ​ວ່າ: “ໃນ​ສະໄໝ​ສຸດ​ທ້າຍ, ລ.ມ.” ຄົນ​ເຮົາ​ຈະ​ເປັນ ‘ຄົນ​ບໍ່​ຮູ້​ຄຸນ.’ (2 ຕີໂມເຕ 3:1, 2) ດັ່ງ​ນັ້ນ ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ກັບ​ຂອງ​ຂວັນ​ນີ້​ທີ່​ມີ​ຄ່າ​ຈາກ​ພະ​ເຢໂຫວາ? ແລະ​ເຮົາ​ຈະ​ຫຼີກ​ລ່ຽງ​ການ​ໃຊ້​ຂອງ​ຂວັນ​ນີ້​ແບບ​ຜິດໆໄດ້​ແນວ​ໃດ?

13. ອັນ​ໃດ​ຄື​ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຫຼີກ​ລ່ຽງ​ການ​ໃຊ້​ສິດ​ໃນ​ການ​ເລືອກ​ແບບ​ຜິດໆ?

13 ເຮົາ​ທຸກ​ຄົນ​ມີ​ສິດ​ເລືອກ​ໝູ່ ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ຕົວ ແລະ​ຄວາມ​ບັນເທີງ. ແຕ່​ເຮົາ​ອາດ​ໃຊ້​ສິດ​ນີ້​ເປັນ​ຂໍ້​ແກ້​ຕົວ​ເພື່ອ​ເລືອກ​ສິ່ງ​ທີ່​ພະເຈົ້າ​ບໍ່​ມັກ​ຫຼື​ເຮັດ​ຕາມ​ຄວາມ​ນິຍົມ​ຂອງ​ຄົນ​ໃນ​ໂລກ​ນີ້. (ອ່ານ 1 ເປໂຕ 2:16) ແທນ​ທີ່​ຈະ​ໃຊ້​ສິດ​ໃນ​ການ​ເລືອກ​ເພື່ອ​ເປັນ​ໂອກາດ​ໃນ​ການ​ເຮັດ​ຜິດ ເຮົາ​ຄວນ​ໃຊ້​ສິດ​ນີ້​ເພື່ອ “ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດ​ສະໝີ​ແກ່​ພະເຈົ້າ.”—1 ໂກລິນໂທ 10:31; ຄາລາຊີ 5:13

14. ເມື່ອ​ໃຊ້​ສິດ​ໃນ​ການ​ເລືອກ ເປັນ​ຫຍັງ​ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ?

14 ພະ​ເຢໂຫວາ​ກ່າວ​ວ່າ: “ຝ່າຍ​ເຮົາ​ເຮົາ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ຜູ້​ສັ່ງ​ສອນ​ເຈົ້າ​ສຳລັບ​ປະໂຫຍດ​ແກ່​ເຈົ້າ ຜູ້​ພາ​ເຈົ້າ​ໄປ​ໃນ​ຫົນ​ທາງ​ທີ່​ເຈົ້າ​ຕ້ອງ​ໄປ.” (ເອຊາອີ 48:17) ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ຂີດ​ຈຳກັດ​ຕ່າງໆທີ່​ພະອົງ​ຕັ້ງ​ໄວ້​ເພື່ອ​ເຮົາ​ຈະ​ເລືອກ​ຢ່າງ​ຖືກຕ້ອງ. ເຮົາ​ຍອມ​ຮັບ​ຢ່າງ​ຖ່ອມ​ໃຈ​ວ່າ: ‘ມະນຸດ​ກຳນົດແນວ​ທາງ​ຊີວິດ​ຂອງ​ຕົວ​ເອງ​ບໍ່​ໄດ້. ແຕ່​ລະ​ບາດ​ກ້າວ​ຂອງ​ຊີວິດ ເຂົາ​ກໍ​ຍັງ​ກຳນົດ​ບໍ່​ໄດ້​ດ້ວຍ​ຊ້ຳ.’ (ເຢເຣມີ 10:23, ລ.ມ.) ທັງ​ອາດາມ​ແລະ​ຊາວ​ອິດສະລາແອນ​ທີ່​ບໍ່​ສັດ​ຊື່​ເລືອກ​ທີ່​ຈະ​ປະຕິເສດ​ຂີດ​ຈຳກັດ​ຕ່າງໆທີ່​ພະ​ເຢໂຫວາ​ຕັ້ງ​ໄວ້​ແລະ​ເຂົາ​ເຈົ້າ​ໄດ້​ໄວ້​ວາງໃຈ​ຕົວ​ເອງ. ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ຕົວຢ່າງ​ທີ່​ບໍ່​ດີ​ຂອງ​ຄົນ​ເຫຼົ່າ​ນີ້. ແທນ​ທີ່​ຈະ​ໄວ້​ວາງໃຈ​ຕົວ​ເອງ ໃຫ້​ເຮົາ “ວາງໃຈ​ພະ​ເຢໂຫວາ​ສຸດ​ຫົວໃຈ [ຂອງ​ເຮົາ].”—ສຸພາສິດ 3:5

ນັບຖື​ສິດ​ໃນ​ການ​ເລືອກ​ຂອງ​ຄົນ​ອື່ນ

15. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ຫຼັກ​ການ​ໃນ​ຄາລາຊີ 6:5?

15 ເຮົາ​ຍັງ​ຕ້ອງ​ນັບຖື​ສິດ​ໃນ​ການ​ຕັດສິນ​ໃຈ​ຂອງ​ຄົນອື່ນ​ນຳ​ອີກ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຮົາ​ທຸກ​ຄົນ​ມີ​ສິດ​ໃນ​ການ​ເລືອກ ດັ່ງ​ນັ້ນ ຄລິດສະຕຽນ​ສອງ​ຄົນ​ຈະ​ບໍ່​ເຄີຍ​ຕັດສິນ​ໃຈ​ແບບ​ດຽວ​ກັນ​ຕະຫຼອດ. ສິ່ງ​ນີ້​ລວມ​ເຖິງ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ການ​ປະພຶດ​ແລະ​ການ​ນະມັດສະການ. ຂໍ​ໃຫ້​ຈື່​ຫຼັກ​ການ​ໃນ​ຄາລາຊີ 6:5 (ອ່ານ). ເມື່ອ​ເຮົາ​ສຳນຶກ​ວ່າຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ຕົວ​ເອງ ເຮົາ​ກໍ​ຈະ​ນັບຖື​ສິດ​ໃນ​ການ​ເລືອກ​ຂອງ​ຄົນ​ອື່ນ.

ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ປະຕິເສດ​ບໍ່​ກິນ​ເຫຼົ້າ​ແວງ​ຢູ່​ງານ​ສັງ​ສັນ

ເຮົາ​ສາມາດ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ໂດຍ​ບໍ່​ຕ້ອງ​ບັງຄັບ​ຄົນ​ອື່ນ​ໃຫ້​ຕັດສິນ​ໃຈ​ແບບ​ດຽວ​ກັບ​ເຮົາ (ເບິ່ງ​ຂໍ້ 15)

16, 17. (ກ) ເລື່ອງ​ສິດ​ໃນ​ການ​ເລືອກ​ກາຍ​ເປັນ​ບັນຫາ​ແນວ​ໃດ​ໃນ​ເມືອງ​ໂກລິນໂທ? (ຂ) ໂປໂລ​ຊ່ວຍ​ຄລິດສະຕຽນ​ເຫຼົ່າ​ນັ້ນ​ແນວ​ໃດ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ?

16 ໃຫ້​ເບິ່ງ​ຕົວຢ່າງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ນັບຖື​ສິດ​ໃນ​ການ​ເລືອກ​ຂອງ​ພີ່​ນ້ອງ. ຄລິດສະຕຽນ​ໃນ​ເມືອງ​ໂກລິນໂທ​ຖຽງ​ກັນ​ເລື່ອງ​ການ​ກິນ​ຊີ້ນ​ທີ່​ອາດ​ເອົາ​ໄປ​ບູຊາ​ຮູບ​ພະ ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ເອົາ​ມາ​ຂາຍ​ຢູ່​ຕະຫຼາດ. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ບາງ​ຄົນ​ຍອມ​ໃຫ້​ເຂົາ​ເຈົ້າ​ກິນ​ຊີ້ນ​ນັ້ນ​ໄດ້​ເພາະ​ຮູ້​ວ່າ​ຮູບ​ພະ​ນັ້ນ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ. ແຕ່​ຄົນ​ທີ່​ເຄີຍ​ຂາບ​ໄຫວ້​ຮູບ​ພະ​ເຫຼົ່າ​ນັ້ນ​ຮູ້ສຶກ​ວ່າ​ການ​ກິນ​ຊີ້ນ​ນັ້ນ​ເປັນ​ຄື​ກັບ​ການ​ນະມັດສະການ. (1 ໂກລິນໂທ 8:4, 7) ເລື່ອງ​ນີ້​ເປັນ​ບັນຫາ​ຮ້າຍແຮງ​ທີ່​ສາມາດ​ເຮັດ​ໃຫ້​ປະຊາຄົມ​ແຕກ​ແຍກ​ກັນ. ໂປໂລ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ​ໃຫ້​ແກ້ໄຂ​ບັນຫາ​ນີ້​ທີ່​ສຳຄັນ?

17 ທຳອິດ ໂປໂລ​ເຕືອນ​ທັງ​ສອງ​ກຸ່ມ​ວ່າ​ອາຫານ​ບໍ່​ໄດ້​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະເຈົ້າ​ເຂັ້ມແຂງ​ຂຶ້ນ. (1 ໂກລິນໂທ 8:8) ຈາກ​ນັ້ນ ໂປໂລ​ເຕືອນ​ເຂົາ​ເຈົ້າ​ວ່າ ຢ່າ​ປ່ອຍ​ໃຫ້ “ສິດ” ໃນ​ການ​ເລືອກ​ຂອງ​ເຂົາ​ເຈົ້າ​ທຳ​ຮ້າຍ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ທີ່​ອ່ອນແອ. (1 ໂກລິນໂທ 8:9) ຕໍ່​ມາ​ລາວ​ບອກ​ຄົນ​ທີ່​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄວ​ວ່າ ບໍ່​ໃຫ້​ຕັດສິນ​ຄົນ​ທີ່​ກິນ​ຊີ້ນ​ນັ້ນ. (1 ໂກລິນໂທ 10:25, 29, 30) ດັ່ງ​ນັ້ນ ໃນ​ສະຖານະການ​ທີ່​ສຳຄັນ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ. ນອກ​ຈາກ​ນັ້ນ ເຮົາ​ຄວນ​ນັບຖື​ສິດ​ໃນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ​ຂອງ​ພີ່​ນ້ອງ​ແມ່ນ​ແຕ່​ໃນ​ເລື່ອງ​ທີ່​ເລັກ​ນ້ອຍ​ກວ່າ​ນີ້.—1 ໂກລິນໂທ 10:32, 33

18. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຮູ້​ຄຸນຄ່າ​ຕໍ່​ກັບ​ສິດ​ໃນ​ການ​ເລືອກ?

18 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດ​ໃນ​ການ​ເລືອກ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ທີ່​ແທ້​ຈິງ. (2 ໂກລິນໂທ 3:17, ລ.ມ.) ເຮົາ​ຮູ້​ຄຸນຄ່າ​ຕໍ່​ກັບ​ຂອງ​ຂວັນ​ນີ້​ເພາະ​ມັນ​ເຮັດ​ໃຫ້​ເຮົາ​ຕັດສິນ​ໃຈ​ໃນ​ແບບ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ​ແທ້ໆ. ດັ່ງ​ນັ້ນ ໃຫ້​ເຮົາ​ເລືອກ​ໃນ​ແບບ​ທີ່​ຈະ​ສັນລະເສີນ​ພະອົງ​ຕໍ່ໆໄປ ແລະ​ໃຫ້​ເຮົາ​ນັບຖື​ສິດ​ໃນ​ການ​ເລືອກ​ຂອງ​ຄົນ​ອື່ນ​ເຊິ່ງ​ເປັນ​ວິທີ​ທີ່​ເຂົາ​ເຈົ້າ​ໃຊ້​ຂອງ​ຂວັນ​ນີ້​ທີ່​ມີ​ຄ່າ.

ການ​ອະທິບາຍ​ບາງ​ສຳນວນ

  • ພະ​ເຢໂຫວາ​ເປັນ​ຜູ້​ດຽວ​ທີ່​ມີ​ອິດ​ສະຫຼະ​ທີ່​ບໍ່​ມີ​ຂີດ​ຈຳກັດ. ແຕ່​ຂີດ​ຈຳກັດ​ຕ່າງໆທີ່​ພະອົງ​ຕັ້ງ​ໄວ້​ໃນ​ອິດ​ສະຫຼະ​ທີ່​ເຮົາ​ມີ​ກໍ​ເພື່ອ​ປົກ​ປ້ອງ​ເຮົາ. ເມື່ອ​ເຮົາ​ຍອມ​ຮັບ​ເອົາ​ຂີດ​ຈຳກັດ​ເຫຼົ່າ​ນີ້ ເຮົາ​ກໍ​ສາມາດ​ຍິນດີ​ກັບ​ອິດ​ສະຫຼະ​ທີ່​ແທ້​ຈິງ.

  • ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ສິດ​ໃນ​ການ​ເລືອກ ເຊິ່ງ​ໝາຍ​ຄວາມ​ວ່າ​ເຮົາມີ​ສິດ​ທີ່​ຈະ​ເລືອກ​ແລະ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ. ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ເຮົາ​ສາມາດ​ເລືອກ​ສິ່ງ​ທີ່​ເຮົາຈະ​ເວົ້າ​ແລະ​ເຮັດ ແລະ​ເລືອກ​ວ່າ​ເຮົາ​ຢາກ​ແຕ່ງ​ຕົວ​ແບບ​ໃດ ຕາບ​ໃດ​ທີ່ການ​ເລືອກ​ຂອງ​ເຮົາ​ບໍ່​ໄດ້​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ແລະ​ກັບ​ພີ່​ນ້ອງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌