“ຜູ້ພິພາກສາໂລກທັງສິ້ນ” ເຮັດສິ່ງຖືກຕ້ອງສະເໝີ
“ພະອົງແມ່ນຫີນດານ ກິດຈະການຂອງພະອົງດີທີ່ສຸດ ເຫດວ່າທາງທັງປວງຂອງພະອົງແມ່ນຄວາມຊອບທຳ [“ຍຸຕິທຳ,” ລ.ມ.].”—ພະບັນຍັດ 32:4
ເພງ: 112, 89
1. ອັບລາຫາມສະແດງໃຫ້ເຫັນແນວໃດວ່າລາວໝັ້ນໃຈໃນຄວາມຍຸຕິທຳຂອງພະເຢໂຫວາ? (ເບິ່ງຮູບທຳອິດ)
ອັບລາຫາມຊາຍຜູ້ສັດຊື່ເວົ້າວ່າ: “ຜູ້ພິພາກສາໂລກທັງສິ້ນຈະເຮັດສິ່ງທີ່ຖືກຕ້ອງຢ່າງແນ່ນອນ, ລ.ມ.” (ຕົ້ນເດີມ 18:25) ຄຳເວົ້ານີ້ສະແດງວ່ານນີ້ລາວໝັ້ນໃຈວ່າພະເຢໂຫວາຈະຕັດສິນເມືອງຊໍດົມກັບເມືອງໂຄໂມລາຢ່າງຍຸຕິທຳ. ລາວເຊື່ອວ່າພະເຢໂຫວາຈະບໍ່ “ໃຫ້ຄົນຊອບທຳຈິບຫາຍຊີວິດກັບຄົນຊົ່ວ.” ອັບລາຫາມຄິດວ່າເລື່ອງແບບນີ້ “ເປັນໄປບໍ່ໄດ້, ທ.ປ.” ຄຳພີໄບເບິນບອກວ່າ ພະເຢໂຫວາເວົ້າເຖິງຕົວເອງວ່າ: “ພະອົງແມ່ນຫີນດານ ກິດຈະການຂອງພະອົງດີທີ່ສຸດ ເຫດວ່າທາງທັງປວງຂອງພະອົງແມ່ນຄວາມຊອບທຳ [“ຍຸຕິທຳ,” ລ.ມ.] ເປັນພະເຈົ້າອົງສັດຊື່ ແລະໃນພະອົງບໍ່ມີການຊົ່ວຮ້າຍ ພະອົງຊອບທຳແລະສັດຊື່.”—ພະບັນຍັດ 31:19; 32:4
2. ເປັນຫຍັງຈຶ່ງເວົ້າໄດ້ວ່າພະເຢໂຫວາຈະເຮັດສິ່ງຍຸຕິທຳສະເໝີ?
2 ເປັນຫຍັງອັບລາຫາມໝັ້ນໃຈວ່າພະເຢໂຫວາຈະເຮັດສິ່ງຖືກຕ້ອງສະເໝີ? ຍ້ອນວ່າພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດໃນເລື່ອງຄວາມຍຸຕິທຳແລະຄວາມຊອບທຳ. ທີ່ຈິງ ໃນພະຄຳພີພາກພາສາເຫບເລີມັກໃຊ້ຄຳວ່າ “ຄວາມຍຸຕິທຳ” ແລະ “ຄວາມຊອບທຳ” ນຳກັນເລື້ອຍໆ ເພາະສອງຄຳນີ້ມີຄວາມໝາຍຄ້າຍຄືກັນ. ເນື່ອງຈາກມາດຕະຖານຂອງພະເຢໂຫວາຊອບທຳສະເໝີ ພະອົງຈະຕັດສິນເລື່ອງຕ່າງໆຢ່າງຖືກຕ້ອງສະເໝີ. ຄຳພີໄບເບິນບອກວ່າ: “ພະອົງຮັກຄວາມຊອບທຳກັບການຕັດສິນອັນຊອບທຳ [“ຍຸຕິທຳ,” ລ.ມ.].”—ຄຳເພງ 33:5
3. ໃຫ້ຍົກຕົວຢ່າງໜຶ່ງກ່ຽວກັບຄວາມບໍ່ຍຸຕິທຳໃນໂລກທຸກມື້ນີ້?
3 ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາຍຸຕິທຳສະເໝີ. ເຖິງຢ່າງນັ້ນກໍຕາມ ໃນໂລກທຸກມື້ນີ້ເຕັມແຕ່ຄວາມບໍ່ຍຸຕິທຳ ຕົວຢ່າງເຊັ່ນ: ຄົນທີ່ບໍ່ຜິດຖືກຕັດສິນໃຫ້ຮັບໂທດແລະຖືກຄຸກ. ແຕ່ຕໍ່ມາເມື່ອມີຫຼັກຖານໃໝ່ມາຢືນຢັນກ່ຽວກັບເລື່ອງນີ້ ໃນທີ່ສຸດກໍພົບວ່າບາງຄົນບໍລິສຸດ ແຕ່ກ່ອນຈະຮູ້ຄວາມຈິງ ຄົນນັ້ນກໍຕິດຄຸກໄດ້ຫຼາຍສິບປີແລ້ວ. ຄວາມບໍ່ຍຸຕິທຳແບບນີ້ເຮັດໃຫ້ຂັດຂ້ອງໃຈແລະເກີດຄວາມຄຽດແຄ້ນ. ແຕ່ສຳລັບພວກເຮົາມີຄວາມບໍ່ຍຸຕິທຳອີກແບບໜຶ່ງທີ່ອາດເຮັດໃຫ້ອົດທົນໄດ້ຍາກກວ່າອີກ. ຄວາມບໍ່ຍຸຕິທຳຫຍັງ?
ຄວາມບໍ່ຍຸຕິທຳໃນປະຊາຄົມ
4. ຄວາມເຊື່ອຂອງເຮົາອາດຖືກທົດສອບແນວໃດ?
4 ເຮົາຄາດໝາຍໄດ້ວ່າຈະປະສົບກັບຄວາມບໍ່ຍຸຕິທຳບາງຢ່າງຢູ່ນອກປະຊາຄົມ. ແຕ່ຄວາມເຊື່ອຂອງເຮົາອາດຖືກທົດສອບ ຖ້າເຮົາສັງເກດເຫັນຫຼືປະສົບກັບບາງສິ່ງທີ່ເບິ່ງຄືວ່າບໍ່ຍຸຕິທຳຢູ່ໃນປະຊາຄົມ. ຖ້າເລື່ອງແບບນີ້ເກີດຂຶ້ນ ເຈົ້າຈະມີທ່າທີແນວໃດ? ເຈົ້າຈະຍອມໃຫ້ເລື່ອງນີ້ເຮັດໃຫ້ເຈົ້າສະດຸດບໍ?
5. ເປັນຫຍັງບໍ່ຄວນແປກໃຈ ຖ້າເຮົາສັງເກດເຫັນຫຼືປະສົບກັບຄວາມບໍ່ຍຸຕິທຳໃນປະຊາຄົມ?
5 ເຮົາທຸກຄົນບໍ່ສົມບູນແບບແລະເຮັດຜິດພາດ ດັ່ງນັ້ນຈຶ່ງເປັນໄປໄດ້ທີ່ບາງຄົນໃນປະຊາຄົມປະຕິບັດກັບເຮົາຢ່າງບໍ່ຍຸຕິທຳ ຫຼືເຮົາກໍອາດເຮັດແບບນັ້ນຕໍ່ຄົນອື່ນເຊັ່ນກັນ. (1 ໂຢຮັນ 1:8) ເຖິງວ່າດົນໆເທື່ອໜຶ່ງຈຶ່ງມີເລື່ອງບໍ່ຍຸຕິທຳ ແຕ່ເຮົາບໍ່ຄວນແປກໃຈຫຼືສະດຸດເມື່ອມີເຫດການແບບນີ້. ໃນຄຳພີໄບເບິນ ພະເຢໂຫວາໃຫ້ຄຳແນະນຳທີ່ໃຊ້ໄດ້ແທ້ເພື່ອຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ ເຖິງວ່າພີ່ນ້ອງຄົນໃດຄົນໜຶ່ງປະຕິບັດຕໍ່ເຮົາຢ່າງບໍ່ຍຸຕິທຳ.—ຄຳເພງ 55:12-14
6, 7. ພີ່ນ້ອງຊາຍຄົນໜຶ່ງປະສົບກັບຄວາມບໍ່ຍຸຕິທຳໃນເລື່ອງໃດ ແລະລາວໄດ້ເຮັດຫຍັງ?
6 ໃຫ້ເບິ່ງປະສົບການຂອງພີ່ນ້ອງວິວລີ ດີລ. ເລີ່ມແຕ່ປີ 1931 ພີ່ນ້ອງວິວລີຮັບໃຊ້ຢ່າງສັດຊື່ຢູ່ເບເທນໃນເມືອງເບີນ ປະເທດສະວິດ. ໃນປີ 1946 ລາວໄດ້ເຂົ້າໂຮງຮຽນກິລຽດຮຸ່ນທີແປດຢູ່ລັດນິວຢອກ ປະເທດອາເມຣິກາ. ຫຼັງຈາກຮຽນຈົບ ລາວຖືກມອບໝາຍໃຫ້ເປັນຜູ້ດູແລໝວດໃນປະເທດສະວິດ. ຈາກບົດຄວາມໃນເລື່ອງຊີວິດຈິງ ພີ່ນ້ອງວິວລີບອກວ່າ ໃນເດືອນພຶດສະພາ ປີ 1949 ລາວແຈ້ງສາຂາປະເທດສະວິດວ່າລາວມີແຜນຈະແຕ່ງດອງ. ພີ່ນ້ອງທີ່ຮັບຜິດຊອບຢູ່ຫັ້ນບອກວ່າ ລາວຈະເສຍສິດທິພິເສດທຸກຢ່າງ ແລະເປັນໄດ້ແຕ່ໄພໂອເນຍປະຈຳເທົ່ານັ້ນ. ພີ່ນ້ອງວິວລີເລົ່າວ່າ: “ຂ້ອຍຖືກຕັດສິດບໍ່ໃຫ້ບັນລະຍາຍ ແລະພີ່ນ້ອງຫຼາຍຄົນບໍ່ທັກທາຍເຮົາອີກຕໍ່ໄປ ເຂົາເຈົ້າປະຕິບັດຕໍ່ເຮົາຄືກັບຄົນຖືກຕັດສຳພັນ.”
7 ເມື່ອເປັນເຊັ່ນນັ້ນພີ່ນ້ອງວິວລີມີທ່າທີແນວໃດ? ລາວເວົ້າວ່າ: “ເຮົາຮູ້ວ່າການແຕ່ງດອງບໍ່ຜິດຫຼັກການໃນພະຄຳພີ ດັ່ງນັ້ນ ເຮົາຈຶ່ງເພິ່ງພະເຢໂຫວາດ້ວຍການອະທິດຖານແລະວາງໃຈໃນພະອົງ.” ເຖິງວ່າໃນເວລານັ້ນພີ່ນ້ອງບາງຄົນບໍ່ເຂົ້າໃຈວ່າພະເຢໂຫວາເບິ່ງເລື່ອງການແຕ່ງດອງແນວໃດ ແຕ່ໃນທີ່ສຸດຄວາມເຂົ້າໃຈຂອງເຂົາເຈົ້າກໍຖືກແກ້ໄຂ ແລະພີ່ນ້ອງວິວລີໄດ້ສິດທິພິເສດຂອງລາວຄືນ. ພະເຢໂຫວາໃຫ້ລາງວັນໃນຄວາມພັກດີຂອງລາວ.a (ເບິ່ງໄຂເງື່ອນ) ໃຫ້ເຮົາຖາມຕົວເອງວ່າ: ‘ຖ້າປະສົບກັບຄວາມບໍ່ຍຸຕິທຳ ຂ້ອຍຈະອົດທົນແລະຄອຍຖ້າໃຫ້ພະເຢໂຫວາແກ້ໄຂເລື່ອງນັ້ນບໍ? ຫຼືຂ້ອຍຈະວາງໃຈຕົວເອງແລະພະຍາຍາມສູ້ກັບຄວາມບໍ່ຍຸຕິທຳນັ້ນ?’—ສຸພາສິດ 11:2; ອ່ານມີເກ 7:7
ເປັນເລື່ອງສຳຄັນທີ່ຈະຈື່ໄວ້ວ່າເຮົາເປັນຄົນບໍ່ສົມບູນແບບແລະອາດເຂົ້າໃຈເລື່ອງໃດເລື່ອງໜຶ່ງຜິດສະຖານະການຜິດ
8. ຍ້ອນຫຍັງເຮົາອາດລົງຄວາມເຫັນຜິດໆວ່າເຮົາຫຼືຄົນອື່ນຕົກເປັນເຫຍື່ອຂອງຄວາມບໍ່ຍຸຕິທຳ?
8 ຖ້າເຈົ້າຮູ້ສຶກວ່າມີສິ່ງທີ່ບໍ່ຍຸຕິທຳໃນປະຊາຄົມ ເຈົ້າອາດລົງຄວາມເຫັນຜິດກໍໄດ້. ຍ້ອນຫຍັງ? ຍ້ອນເຮົາບໍ່ສົມບູນແບບແລະອາດເຂົ້າໃຈເລື່ອງໃດເລື່ອງໜຶ່ງຜິດ ແລະເຮົາອາດບໍ່ຮູ້ຄວາມຈິງທັງໝົດ. ແຕ່ບໍ່ວ່າເຮົາເຂົ້າໃຈຖືກຫຼືຜິດ ເຮົາຕ້ອງອະທິດຖານເຖິງພະເຢໂຫວາກ່ຽວກັບເລື່ອງນັ້ນ ໄວ້ວາງໃຈພະອົງ ແລະຮັກສາຄວາມພັກດີຕໍ່ໆໄປ. ການເຮັດແບບນີ້ຈະປົກປ້ອງເຮົາໄວ້ຈາກການເປັນຄົນ “ເຄືອງໃຈຕໍ່ສູ້ພະເຢໂຫວາ” ຫຼືຄຽດໃຫ້ພະອົງຢູ່ໃນໃຈ.—ອ່ານສຸພາສິດ 19:3
9. ໃນບົດຄວາມນີ້ແລະບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ເລື່ອງຫຍັງແດ່?
9 ໃຫ້ເຮົາຮຽນຮູ້ຈາກ 3 ຕົວຢ່າງກ່ຽວກັບຄວາມບໍ່ຍຸຕິທຳທີ່ປະຊາຊົນຂອງພະເຢໂຫວາປະສົບໃນສະໄໝທີ່ຂຽນຄຳພີໄບເບິນ. ໃນບົດຄວາມນີ້ ເຮົາຈະຮຽນເລື່ອງຂອງໂຢເຊບທີ່ເປັນເຫຼນຂອງອັບລາຫາມແລະສິ່ງທີ່ພວກອ້າຍເຮັດຕໍ່ລາວ. ໃນບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ເລື່ອງທີ່ພະເຢໂຫວາປະຕິບັດຕໍ່ກະສັດອາກາບ ແລະເລື່ອງຂອງອັກຄະສາວົກເປໂຕຢູ່ເມືອງອັນຕີອົກໃນຊີລີ. ເມື່ອເບິ່ງຕົວຢ່າງເຫຼົ່ານີ້ ລອງຊອກຫາວິທີຕ່າງໆເຊິ່ງຈະຊ່ວຍເຈົ້າໃຫ້ຈົດຈໍ່ໃນພະເຢໂຫວາຕໍ່ໆໄປແລະປົກປ້ອງສາຍສຳພັນຂອງເຈົ້າກັບພະອົງ ໂດຍສະເພາະເມື່ອເຈົ້າຄິດວ່າຖືກປະຕິບັດຢ່າງບໍ່ຍຸຕິທຳ.
ໂຢເຊບເປັນເຫຍື່ອຂອງຄວາມບໍ່ຍຸຕິທຳ
10, 11. (ກ) ໂຢເຊບປະສົບກັບຄວາມບໍ່ຍຸຕິທຳໃນເລື່ອງໃດ? (ຂ) ຕອນຢູ່ໃນຄຸກ ໂຢເຊບມີໂອກາດໄດ້ເຮັດຫຍັງ?
10 ໂຢເຊບຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາໄດ້ປະສົບກັບຄວາມບໍ່ຍຸຕິທຳຈາກຄົນຕ່າງຊາດ. ແຕ່ສິ່ງທີ່ເຮັດໃຫ້ລາວເຈັບປວດຫຼາຍທີ່ສຸດແມ່ນຄວາມບໍ່ຍຸຕິທຳທີ່ພວກອ້າຍເຮັດຕໍ່ລາວ. ຕອນໂຢເຊບອາຍຸ 17 ປີ ພວກອ້າຍລັກພາຕົວລາວແລະຂາຍໃຫ້ເປັນທາດ. ຈາກນັ້ນລາວກໍຖືກພາຕົວໄປເອຢິບ. (ຕົ້ນເດີມ 37:23-28; 42:21) ເມື່ອຢູ່ຫັ້ນ ໂຢເຊບຖືກຕັ້ງຂໍ້ຫາຜິດໆວ່າພະຍາຍາມຂົ່ມຂືນຜູ້ຍິງຄົນໜຶ່ງ ແລະຖືກຄຸກໂດຍບໍ່ໄດ້ສືບສວນ. (ຕົ້ນເດີມ 39:17-20) ໂຢເຊບຕ້ອງທົນທຸກໃນການເປັນທາດແລະເປັນນັກໂທດດົນປະມານ 13 ປີ. ເລື່ອງຂອງໂຢເຊບຈະຊ່ວຍເຮົາແນວໃດ ເມື່ອປະສົບກັບຄວາມບໍ່ຍຸຕິທຳຈາກພີ່ນ້ອງຮ່ວມຄວາມເຊື່ອ?
11 ຕອນທີ່ໂຢເຊບຖືກຄຸກ ຄົນຍົກຈອກເຄື່ອງດື່ມໃຫ້ກະສັດກໍຖືກຄຸກຄືກັນ. ໃນຄືນໜຶ່ງ ຊາຍຄົນນີ້ໄດ້ຝັນ ແລະພະເຢໂຫວາໄດ້ຊ່ວຍໂຢເຊບແກ້ຄວາມຝັນນັ້ນ. ໂຢເຊບບອກວ່າຊາຍຄົນນີ້ຈະໄດ້ອອກຈາກຄຸກແລະຮັບໃຊ້ກະສັດຟາໂລຄືເກົ່າ. ຈາກນັ້ນໂຢເຊບມີໂອກາດເລົ່າເລື່ອງຂອງຕົວເອງໃຫ້ຊາຍຄົນນີ້ຟັງ. ເຮົາຈະຮຽນຮູ້ຫຼາຍຢ່າງຈາກສິ່ງທີ່ໂຢເຊບເວົ້າແລະບໍ່ໄດ້ເວົ້າ.—ຕົ້ນເດີມ 40:5-13
12, 13. (ກ) ໂຢເຊບຍອມຮັບເອົາຄວາມບໍ່ຍຸຕິໂດຍບໍ່ໄດ້ເຮັດຫຍັງບໍ? (ຂ) ໂຢເຊບບໍ່ໄດ້ເລົ່າຫຍັງໃຫ້ຄົນຍົກຈອກເຄື່ອງດື່ມຟັງ?
12 ອ່ານຕົ້ນເດີມ 40:14, 15. ໃຫ້ສັງເກດ ໂຢເຊບບອກວ່າລາວຖືກ “ລັກ” ພາຕົວມາ ເຊິ່ງເຫັນໄດ້ວ່າລາວຕົກເປັນເຫຍື່ອຂອງຄວາມບໍ່ຍຸຕິທຳ. ໂຢເຊບຍັງບອກກົງໆເລີຍວ່າລາວບໍ່ໄດ້ເຮັດຜິດຕາມຂໍ້ກ່າວຫາ. ດ້ວຍເຫດນີ້ລາວຈຶ່ງຂໍໃຫ້ຄົນຍົກຈອກເຄື່ອງດື່ມເລົ່າເລື່ອງນັ້ນໃຫ້ກະສັດຟາໂລຟັງ. ເພື່ອຫຍັງ? ເພື່ອໃຫ້ຊາຍຄົນນີ້ ‘ຊ່ອຍລາວອອກຈາກໂຮງ [“ຄຸກ,” ທ.ປ.].’
13 ໂຢເຊບພຽງແຕ່ຍອມຮັບສະພາບການນັ້ນໂດຍບໍ່ໄດ້ພະຍາຍາມເຮັດຫຍັງເລີຍບໍ? ບໍ່ເປັນແບບນັ້ນ! ໂຢເຊບຮູ້ວ່າຕົວເອງຕົກເປັນເຫຍື່ອຂອງຄວາມບໍ່ຍຸຕິທຳຫຼາຍແບບ. ດ້ວຍເຫດນີ້ລາວຈຶ່ງເລົ່າເລື່ອງນັ້ນໃຫ້ຄົນຍົກຈອກເຄື່ອງດື່ມຟັງ ໂດຍຫວັງວ່າຊາຍຄົນນີ້ຈະຊ່ວຍລາວໄດ້. ແຕ່ພະຄຳພີບໍ່ໄດ້ບັນທຶກວ່າໂຢເຊບເຄີຍເລົ່າເລື່ອງນັ້ນໃຫ້ຄົນອື່ນຫຼືແມ່ນແຕ່ກະສັດຟາໂລຟັງ ທີ່ລາວຖືກພວກອ້າຍລັກພາຕົວ. ທີ່ຈິງເມື່ອພວກອ້າຍຂອງໂຢເຊບມາເອຢິບແລະຄືນດີກັບລາວ ກະສັດຟາໂລຍິນດີຕ້ອນຮັບເຂົາເຈົ້າແລະເຊີນໃຫ້ມາຢູ່ເອຢິບແລະມີຄວາມສຸກກັບ “ຂອງອັນດີທີ່ສຸດທົ່ວປະເທດ.”—ຕົ້ນເດີມ 45:16-20
ການເວົ້າຕໍ່ບາງເລື່ອງຈະເຮັດໃຫ້ບັນຫາຮ້າຍແຮງຂຶ້ນ (ເບິ່ງຂໍ້ 14)
14. ຖ້າເຮົາປະສົບກັບຄວາມບໍ່ຍຸຕິທຳໃນປະຊາຄົມ ສິ່ງໃດຈະປ້ອງກັນເຮົາບໍ່ໃຫ້ເວົ້າແບບເຈັບໆ?
14 ຖ້າເຮົາຄິດວ່າຕົວເອງຖືກປະຕິບັດຢ່າງບໍ່ຍຸຕິທຳໃນປະຊາຄົມ ເຮົາຕ້ອງລະວັງແທ້ໆທີ່ຈະບໍ່ເວົ້າເລື່ອງນັ້ນກັບຄົນອື່ນ. ແນ່ນອນວ່າຖ້າພີ່ນ້ອງບາງຄົນໄດ້ເຮັດຜິດຮ້າຍແຮງ ເຮົາຄວນຂໍໃຫ້ຜູ້ເຖົ້າແກ່ຊ່ວຍແລະບອກໃຫ້ເຂົາເຈົ້າຮູ້. (ພວກເລວີ 5:1) ແຕ່ມີຫຼາຍກໍລະນີທີ່ເລື່ອງນັ້ນບໍ່ແມ່ນຄວາມຜິດຮ້າຍແຮງ ແລະສາມາດປັບຄວາມເຂົ້າໃຈກັນໄດ້ໂດຍບໍ່ຕ້ອງເວົ້າກັບຄົນອື່ນ ແມ່ນແຕ່ກັບຜູ້ເຖົ້າແກ່. (ອ່ານມັດທາຍ 5:23, 24; 18:15) ໃນກໍລະນີແບບນີ້ໃຫ້ເຮົາພັກດີແລະໃຊ້ຫຼັກການໃນຄຳພີໄບເບິນ. ບາງຄັ້ງເຮົາອາດສຳນຶກວ່າເຮົາເຂົ້າໃຈຜິດແລະໃນທີ່ສຸດເຮົາກໍບໍ່ໄດ້ຕົກເປັນເຫຍື່ອຂອງຄວາມບໍ່ຍຸຕິທຳ. ເຮົາຈະດີໃຈແທ້ໆທີ່ບໍ່ໄດ້ເຮັດໃຫ້ເລື່ອງຮ້າຍແຮງຂຶ້ນໂດຍເວົ້າສິ່ງບໍ່ດີໃຫ້ພີ່ນ້ອງຮ່ວມຄວາມເຊື່ອ! ໃຫ້ຈື່ວ່າ ບໍ່ວ່າເຮົາຈະຖືກຫຼືຜິດ ການເວົ້າແບບເຈັບໆບໍ່ໄດ້ເຮັດໃຫ້ເລື່ອງດີຂຶ້ນ. ການພັກດີຕໍ່ພະເຢໂຫວາແລະຕໍ່ພີ່ນ້ອງຮ່ວມຄວາມເຊື່ອຈະປ້ອງກັນເຮົາບໍ່ໃຫ້ເຮັດເຊັ່ນນັ້ນ. ຜູ້ຂຽນຄຳເພງບອກວ່າ “ຄົນທີ່ບໍ່ມີຕຳໜິ” ແມ່ນຄົນທີ່ “ເວົ້າຄວາມຈິງຈາກໃຈ ເຂົາບໍ່ໃສ່ຮ້າຍຄົນອື່ນ ບໍ່ເຮັດຊົ່ວຕໍ່ເພື່ອນບ້ານ ແລະບໍ່ໃສ່ຮ້າຍໝູ່.”—ຄຳເພງ 15:2, 3, ລ.ມ.; ຢາໂກໂບ 3:5
ຄິດເຖິງສາຍສຳພັນທີ່ສຳຄັນທີ່ສຸດ
15. ໂຢເຊບໄດ້ຮັບການອວຍພອນແນວໃດຍ້ອນສາຍສຳພັນທີ່ລາວມີຕໍ່ພະເຢໂຫວາ?
15 ເຮົາໄດ້ບົດຮຽນສຳຄັນອີກຢ່າງໜຶ່ງຈາກສາຍສຳພັນທີ່ໂຢເຊບມີຕໍ່ພະເຢໂຫວາ. ໃນໄລຍະ 13 ປີທີ່ລາວປະສົບກັບຄວາມບໍ່ຍຸຕິທຳ ໂຢເຊບສະແດງໃຫ້ເຫັນວ່າລາວເບິ່ງເລື່ອງຕ່າງໆແບບດຽວກັບພະເຢໂຫວາ. (ຕົ້ນເດີມ 45:5-8) ລາວບໍ່ເຄີຍໂທດພະເຢໂຫວາໃນເລື່ອງທີ່ເກີດຂຶ້ນ. ໂຢເຊບຍັງຈື່ຄວາມທຸກທີ່ເກີດຈາກຄວາມບໍ່ຍຸຕິທຳ ແຕ່ລາວກໍບໍ່ໄດ້ຮູ້ສຶກຄຽດແຄ້ນ. ສຳຄັນທີ່ສຸດ ລາວບໍ່ຍອມໃຫ້ຄວາມບໍ່ສົມບູນແບບແລະຄວາມຜິດຂອງຄົນອື່ນແຍກລາວຈາກພະເຢໂຫວາ. ຄວາມພັກດີຂອງໂຢເຊບເຮັດໃຫ້ລາວເຫັນວິທີທີ່ພະເຢໂຫວາແກ້ໄຂຄວາມບໍ່ຍຸຕິທຳແລະອວຍພອນລາວແລະຄອບຄົວ.
ໂຢເຊບບໍ່ຍອມໃຫ້ຄວາມບໍ່ສົມບູນແບບແລະຄວາມຜິດຂອງຄົນອື່ນແຍກລາວຈາກພະເຢໂຫວາ
16. ຖ້າເຮົາປະສົບກັບຄວາມບໍ່ຍຸຕິທຳໃນປະຊາຄົມ ເປັນຫຍັງເຮົາຄວນໃກ້ຊິດພະເຢໂຫວາໃຫ້ຫຼາຍຂຶ້ນ?
16 ຄ້າຍຄືກັນ ເຮົາຕ້ອງເບິ່ງແຍງແລະປົກປ້ອງສາຍສຳພັນຂອງເຮົາກັບພະເຢໂຫວາ. ເຮົາບໍ່ຄວນຍອມໃຫ້ຄວາມບໍ່ສົມບູນແບບຂອງພີ່ນ້ອງຮ່ວມຄວາມເຊື່ອແຍກເຮົາຈາກພະເຈົ້າທີ່ເຮົາຮັກແລະນະມັດສະການ. (ໂລມ 8:38, 39) ແຕ່ຖ້າເຮົາປະສົບກັບຄວາມບໍ່ຍຸຕິທຳໃນປະຊາຄົມ ໃຫ້ເຮົາຮຽນແບບໂຢເຊບແລະໃກ້ຊິດພະເຢໂຫວາໃຫ້ຫຼາຍຂຶ້ນ ແລະພະຍາຍາມເບິ່ງເລື່ອງຕ່າງໆຄືກັບພະອົງ. ຫຼັງຈາກເຮັດສຸດຄວາມສາມາດໂດຍໃຊ້ຫຼັກການໃນຄຳພີໄບເບິນ ເຮົາຕ້ອງປະເລື່ອງນັ້ນໄວ້ໃນມືຂອງພະເຢໂຫວາ. ເຮົາໝັ້ນໃຈໄດ້ວ່າພະອົງຈະແກ້ໄຂເລື່ອງນັ້ນໃນເວລາທີ່ເໝາະແລະຕາມວິທີຂອງພະອົງ.
ວາງໃຈ “ຜູ້ພິພາກສາໂລກທັງສິ້ນ”
17. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາໝັ້ນໃຈໃນ “ຜູ້ພິພາກສາໂລກທັງສິ້ນ”?
17 ຕາບໃດທີ່ເຮົາຍັງໃຊ້ຊີວິດໃນໂລກຊົ່ວນີ້ ເຮົາຄາດໝາຍໄດ້ເລີຍວ່າຈະປະສົບກັບຄວາມບໍ່ຍຸຕິທຳ. ດົນໆເທື່ອໜຶ່ງ ເຈົ້າຫຼືຄົນທີ່ເຈົ້າຮູ້ຈັກອາດຈະປະສົບຫຼືສັງເກດເຫັນສິ່ງທີ່ເບິ່ງຄືວ່າບໍ່ຍຸຕິທຳໃນປະຊາຄົມ. ຢ່າສະດຸດ. (ຄຳເພງ 119:165) ແທນທີ່ຈະເປັນແນວນັ້ນ ໃຫ້ຮັກສາຄວາມພັກດີຕໍ່ພະເຈົ້າ ອະທິດຖານຂໍໃຫ້ພະອົງຊ່ວຍ ແລະວາງໃຈໃນພະອົງ. ໃຫ້ຈື່ວ່າ ຍ້ອນເປັນຄົນບໍ່ສົມບູນແບບ ເຈົ້າອາດເຂົ້າໃຈບາງເລື່ອງຜິດແລະອາດບໍ່ຮູ້ຄວາມຈິງທັງໝົດ. ໃຫ້ຮຽນແບບຕົວຢ່າງຂອງໂຢເຊບ ແລະບໍ່ເວົ້າໃນແງ່ລົບເຊິ່ງຈະເຮັດໃຫ້ເລື່ອງຮ້າຍແຮງຂຶ້ນ. ໃນທີ່ສຸດ ແທນທີ່ຈະເພິ່ງຕົວເອງ ໃຫ້ຕັ້ງໃຈຮັກສາຄວາມພັກດີແລະຄອຍຖ້າຢ່າງອົດທົນເພື່ອໃຫ້ພະເຢໂຫວາແກ້ໄຂເລື່ອງນັ້ນ ແລ້ວພະອົງຈະພໍໃຈແລະອວຍພອນໃຫ້ເຈົ້າຄືກັບໂຢເຊບ. ດັ່ງນັ້ນ ຂໍໃຫ້ເຈົ້າໝັ້ນໃຈໄດ້ເລີຍວ່າພະເຢໂຫວາ “ຜູ້ພິພາກສາໂລກທັງສິ້ນ” ຈະເຮັດສິ່ງຖືກຕ້ອງສະເໝີ “ເຫດວ່າທາງທັງປວງຂອງພະອົງແມ່ນຄວາມຊອບທຳ [“ຍຸຕິທຳ,” ລ.ມ.].”—ຕົ້ນເດີມ 18:25, ລ.ມ.; ພະບັນຍັດ 32:4
18. ໃນບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ຫຍັງ?
18 ໃນບົດຄວາມຕໍ່ໄປ ເຮົາຈະຮຽນອີກສອງຕົວຢ່າງກ່ຽວກັບຄວາມບໍ່ຍຸຕິທຳທີ່ປະຊາຊົນຂອງພະເຈົ້າປະສົບໃນສະໄໝທີ່ຂຽນຄຳພີໄບເບິນ. ຕົວຢ່າງເຫຼົ່ານີ້ຈະຊ່ວຍເຮົາໃຫ້ເຫັນວ່າຄວາມຖ່ອມແລະການໃຫ້ອະໄພຈະຊ່ວຍເຮົາແນວໃດໃຫ້ເບິ່ງເລື່ອງຄວາມຍຸຕິທຳຄືກັບພະເຢໂຫວາ.
a ເບິ່ງເລື່ອງຊີວິດຈິງຂອງພີ່ນ້ອງວິວລີ ດີລໃນຫໍສັງເກດການ 1 ພະຈິກ 1991 ໃນຫົວເລື່ອງ “ພະເຢໂຫວາເປັນພະເຈົ້າຂອງຂ້າພະເຈົ້າ ຂ້າພະເຈົ້າວາງໃຈໃນພະອົງ.”