ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 126
  • ພະເຢຊູ​ມີ​ຮູບ​ຮ່າງ​ໜ້າ​ຕາ​ເປັນ​ແນວໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຢຊູ​ມີ​ຮູບ​ຮ່າງ​ໜ້າ​ຕາ​ເປັນ​ແນວໃດ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳຕອບ​ຈາກ​ຄຳພີໄບເບິນ
  • ຄວາມເຊື່ອ​ຜິດໆກ່ຽວກັບ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ພະເຢຊູ
  • ພະ​ເຢຊູ​ຄລິດ​ແມ່ນ​ໃຜ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 126
ຮູບ​ຮ່າງ​ຂອງ​ພະເຢຊູ

ພະເຢຊູ​ມີ​ຮູບ​ຮ່າງ​ໜ້າ​ຕາ​ເປັນ​ແນວໃດ?

ຄຳຕອບ​ຈາກ​ຄຳພີໄບເບິນ

ບໍ່​ມີ​ໃຜ​ເຄີຍ​ຮູ້​ວ່າ​ພະເຢຊູ​ມີ​ຮູບ​ຮ່າງ​ໜ້າ​ຕາ​ເປັນ​ແນວໃດ​ແທ້ໆ ຍ້ອນ​ຄຳພີໄບເບິນ​ບໍ່​ໄດ້​ບອກ ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເລື່ອງ​ນີ້​ບໍ່​ມີ​ຄວາມ​ສຳຄັນ​ຫຍັງ ແຕ່​ຄຳພີໄບເບິນ​ກໍ​ຊ່ວຍ​ໃຫ້​ເຮົາ​ຮູ້​ພໍ​ປະມານ​ວ່າ​ພະເຢຊູ​ມີ​ຮູບ​ຮ່າງ​ໜ້າ​ຕາ​ແນວໃດ.

  • ໜ້າ​ຕາ: ພະເຢຊູ​ເປັນ​ຄົນ​ຢິວ ແລະ​ອາດຈະ​ມີ​ລັກສະນະ​ຮູບ​ຮ່າງ​ໜ້າ​ຕາ​ແບບ​ຄົນ​ຢິວ​ທີ່​ໄດ້​ມາ​ຈາກ​ແມ່. (ເຮັບເຣີ 7:14) ໜ້າ​ຕາ​ຂອງ​ພະເຢຊູ​ອາດ​ບໍ່​ມີ​ອັນ​ໃດ​ໂດດ​ເດັ່ນ​ເປັນ​ພິເສດ ມີ​ຢູ່​ເທື່ອ​ໜຶ່ງ​ທ່ານ​ສາມາດ​ເດີນທາງ​ຈາກ​ແຂວງ​ຄາລີເລ​ໄປ​ເມືອງ​ເຢຣູຊາເລັມ​ໂດຍ​ບໍ່​ມີ​ໃຜ​ສັງເກດ​ເຫັນ. (ໂຢຮັນ 7:10, 11) ເບິ່ງ​ຄື​ວ່າ​ເພິ່ນ​ຈະ​ບໍ່​ໄດ້​ໂດດ​ເດັ່ນ​ອັນ​ໃດ​ແມ່ນ​ແຕ່​ເມື່ອ​ຢູ່​ກັບ​ລູກສິດ​ຫຼື​ຄົນ​ສະໜິດ ຂະໜາດ​ຢູດາ​ອິດສະກາຣີອົດ​ຍັງ​ຕ້ອງ​ບອກ​ຄົນ​ກຸ່ມ​ໃຫຍ່​ທີ່​ຖື​ອາວຸດ​ມາ​ຈັບ​ພະເຢຊູ​ວ່າ​ພະເຢຊູ​ຄື​ຄົນ​ໃດ.—ມັດທາຍ 26:47-49

  • ຜົມ: ພະເຢຊູ​ອາດຈະ​ບໍ່​ຈົ່ງ​ຜົມ​ຍາວ​ຍ້ອນ​ຄຳພີໄບເບິນ​ບອກ​ວ່າ “ຜູ້​ຊາຍ​ຈົ່ງ​ຜົມ​ຍາວ​ກໍ​ເຮັດ​ໃຫ້​ລາວ​ບໍ່​ມີ​ກຽດ.”—1 ໂກຣິນໂທ 11:14

  • ໜວດ: ພະເຢຊູ​ມີ​ໜວດ ເພິ່ນ​ເຮັດ​ຕາມ​ກົດໝາຍ​ຂອງ​ຄົນ​ຢິວ​ທີ່​ຫ້າມ​ບໍ່​ໃຫ້​ຜູ້​ຊາຍ “ຕັດ​ໜວດ​ເຄົາ​ໃຫ້​ເປັນ​ຮູບ​ຊົງ​ແປກໆ.” (ລະບຽບ​ພວກເລວີ 19:27; ຄາລາເຕຍ 4:4) ນອກ​ຈາກ​ນີ້ ຄຳພີໄບເບິນ​ຍັງ​ເວົ້າ​ເຖິງ​ໜວດ​ຂອງ​ພະເຢຊູ​ໃນ​ຄຳ​ພະຍາກອນ​ໜຶ່ງ​ທີ່​ບອກ​ວ່າ​ເພິ່ນ​ຈະ​ຕ້ອງ​ທົນ​ທຸກ.—ເອຊາຢາ 50:6

  • ຮູບ​ຮ່າງ: ພະເຢຊູ​ຕ້ອງ​ເປັນ​ຄົນ​ທີ່​ຮ່າງກາຍ​ແຂງແຮງ​ແທ້ໆ ເຫັນ​ໄດ້​ຈາກ​ໃນ​ຊ່ວງ​ທີ່​ເພິ່ນ​ເຮັດ​ວຽກ​ຮັບໃຊ້ ເພິ່ນ​ເດີນທາງ​ຫຼາຍ​ກິໂລແມັດ. (ມັດທາຍ 9:35) ເພິ່ນ​ກຳຈັດ​ຄວາມ​ຊົ່ວ​ໃນ​ວິຫານ 2 ເທື່ອ ຂວ້ຳ​ໂຕະ​ຂອງ​ພວກ​ຄົນ​ຮັບ​ແລກ​ເງິນ ແລະ​ເພິ່ນ​ຍັງ​ເອົາ​ເຊືອກ​ມາ​ເປັນ​ແສ້​ແລ້ວ​ໄລ່​ສັດ​ອອກ​ຈາກ​ບໍລິເວນ​ວິຫານ. (ລູກາ 19:45, 46; ໂຢຮັນ 2:14, 15) ສາລານຸກົມ​ໄຊໂຄລພີເດຍ​ຂອງ​ແມກຄລິນທອກ​ແລະ​ສະຕຣອງ​ບອກ​ວ່າ: “ເລື່ອງ​ທີ່​ກ່ຽວກັບ​ການ​ເຜີຍ​ແຜ່​ທັງໝົດ​ຊ່ວຍ​ໃຫ້​ເຫັນ​ວ່າ [ພະເຢຊູ] ມີ​ກຳລັງ​ແຂງແຮງ​ດີ​ແລະ​ມີ​ສຸຂະພາບ​ທີ່​ແຂງແຮງ.”—ເຫຼັ້ມ 4 ໜ້າ 884

  • ໃບ​ໜ້າ: ພະເຢຊູ​ເປັນ​ຄົນ​ອົບອຸ່ນ​ແລະ​ມີ​ຄວາມ​ເຫັນອົກເຫັນໃຈ​ຄົນອື່ນ ແລະ​ສິ່ງ​ນີ້​ສະທ້ອນ​ອອກ​ມາ​ທາງ​ໃບ​ໜ້າ. (ມັດທາຍ 11:28, 29) ຄົນ​ທຸກ​ຊະນິດ​ມາ​ຫາ​ເພິ່ນ​ເພື່ອ​ຈະ​ໄດ້​ກຳລັງໃຈ​ແລະ​ໃຫ້​ເພິ່ນ​ຊ່ວຍ. (ລູກາ 5:12, 13; 7:37, 38) ຂະໜາດ​ເດັກນ້ອຍ​ຍັງ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ກັບ​ເພິ່ນ.—ມັດທາຍ 19:13-15; ມາຣະໂກ 9:35-37

ຄວາມເຊື່ອ​ຜິດໆກ່ຽວກັບ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ພະເຢຊູ

ບາງຄົນ​ເຊື່ອ​ວ່າ: ພະເຢຊູ​ອາດ​ຕ້ອງ​ມີ​ເຊື້ອສາຍ​ເປັນ​ຄົນ​ອາຝຼິກກາ​ເພາະ​ໃນ​ປຶ້ມ​ພະນິມິດ​ປຽບ​ທຽບ​ຜົມ​ຂອງ​ເພິ່ນ​ວ່າ​ຄື​ຂົນ​ແກະ​ແລະ​ປຽບ​ຕີນ​ຂອງ​ເພິ່ນ​ວ່າ​ຄື “ທອງແດງ​ບໍລິສຸດ.”—ພະນິມິດ 1:14, 15

ຄວາມຈິງ​ຄື: ພະນິມິດ​ເປັນ​ປຶ້ມ​ທີ່​ຂຽນ “ໂດຍ​ໃຊ້​ສັນຍາ​ລັກ.” (ພະນິມິດ 1:1) ມີ​ການ​ໃຊ້​ພາສາ​ທີ່​ເປັນ​ສັນຍາ​ລັກ​ເມື່ອ​ເວົ້າ​ເຖິງ​ຜົມ​ແລະ​ຕີນ​ຂອງ​ພະເຢຊູ​ເພື່ອ​ອະທິບາຍ​ຄຸນລັກສະນະ​ຂອງ​ເພິ່ນ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ ບໍ່​ແມ່ນ​ເພື່ອ​ບອກ​ວ່າ​ເພິ່ນ​ມີ​ຮູບ​ຮ່າງ​ແນວໃດ​ຕອນ​ທີ່​ຢູ່​ເທິງ​ໂລກ. ໃນ​ພະນິມິດ 1:14 ເວົ້າ​ເຖິງ​ພະເຢຊູ​ວ່າ: “ຜົມ​ທີ່​ຫົວ​ຂອງ​ເພິ່ນ​ຂາວ​ຄື​ກັບ​ຂົນ​ແກະ​ສີ​ຂາວ​ແລະ​ຄື​ກັບ​ຫິມະ” ໃນ​ຂໍ້​ນີ້​ມີ​ການ​ໃຊ້​ສີ​ບໍ່​ແມ່ນ​ເສັ້ນ​ຜົມ ເພື່ອ​ປຽບທຽບ​ໃຫ້​ເຫັນ​ເຖິງ​ສະຕິປັນຍາ​ທີ່​ມາ​ກັບ​ອາຍຸ. (ພະ​ນິມິດ 3:14) ຂໍ້​ຄຳພີ​ນີ້​ບໍ່​ໄດ້​ປຽບທຽບ​ເສັ້ນ​ຜົມ​ຂອງ​ຂອງ​ພະເຢຊູ​ວ່າ​ຄື​ກັບ​ຂົນ​ແກະ ເຊິ່ງ​ກໍ​ຄື​ກັບ​ທີ່​ບໍ່​ໄດ້​ປຽບທຽບ​ເສັ້ນ​ຜົມ​ຂອງ​ເພິ່ນ​ວ່າ​ຄື​ກັບ​ຫິມະ​ນຳ.

ຕີນ​ຂອງ​ພະເຢຊູ “ຄື​ທອງແດງ​ບໍລິສຸດ​ທີ່​ເປັ່ງ​ແສງ​ໃນ​ເຕົາ​ຫຼອມ.” (ພະນິມິດ 1:15) ແລະ​ໃບ​ໜ້າ​ຂອງ​ເພິ່ນ​ກໍ “ຄື​ກັບ​ຕາເວັນ​ທີ່​ສ່ອງ​ແສງ​ກ້າ.” (ພະນິມິດ 1:16) ເນື່ອງ​ຈາກ​ບໍ່​ມີ​ຄົນ​ຊາດ​ໃດ​ມີ​ສີ​ຜິວ​ແບບ​ນີ້ ນິມິດ​ນີ້​ຈຶ່ງ​ເປັນ​ສັນຍາ​ລັກ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢຊູ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເປັນ​ຜູ້ “ຢູ່​ໃນ​ຄວາມ​ສະຫວ່າງ​ທີ່​ບໍ່​ມີ​ໃຜ​ເຂົ້າ​ເຖິງ​ໄດ້.”—1 ຕີໂມທຽວ 6:16

ບາງຄົນ​ເຊື່ອ​ວ່າ: ພະເຢຊູ​ເປັນ​ຄົນ​ອ່ອນແອ​ແລະ​ຈ່ອຍ​ແຫ້ງ​ແຮງ​ໜ້ອຍ

ຄວາມຈິງ​ຄື: ພະເຢຊູ​ມີ​ຄວາມ​ເຂັ້ມແຂງ​ມີ​ຄວາມ​ເປັນ​ລູກ​ຜູ້​ຊາຍ​ຕົວຢ່າງ​ເຊັ່ນ ເພິ່ນ​ກ້າ​ບອກ​ວ່າ​ເພິ່ນ​ເປັນ​ໃຜ​ກັບ​ຄົນ​ກຸ່ມ​ໃຫຍ່​ທີ່​ຖື​ອາວຸດ​ມາ​ຈັບ​ເພິ່ນ. (ໂຢຮັນ 18:4-8) ພະເຢຊູ​ຕ້ອງ​ເປັນ​ຄົນ​ທີ່​ແຂງແຮງ​ແທ້ໆຍ້ອນ​ຕ້ອງ​ເຮັດ​ວຽກ​ເປັນ​ຊ່າງ​ໄມ້​ທີ່​ຕ້ອງ​ໃຊ້​ເຄື່ອງມື​ຕ່າງໆ​ທີ່​ໃຊ້​ແຮງ​ຫຼາຍ.—ມາຣະໂກ 6:3

ແລ້ວ​ເປັນຫຍັງ​ພະເຢຊູ​ຕ້ອງ​ໃຊ້​ຄົນ​ຊ່ວຍ​ແບກ​ເສົາ​ທໍລະມານ​ຂອງ​ເພິ່ນ?ແລະ​ເປັນຫຍັງ​ພະເຢຊູ​ຕາຍ​ກ່ອນ​ນັກໂທດ​ອີກ 2 ຄົນ​ທີ່​ຖືກ​ປະຫານ​ພ້ອມ​ກັບ​ເພິ່ນ? (ລູກາ 23:26; ໂຢຮັນ 19:31-33) ກ່ອນ​ທີ່​ພະເຢຊູ​ຈະ​ຖືກ​ປະຫານ​ຮ່າງກາຍ​ຂອງ​ເພິ່ນ​ອ່ອນແອ​ຫຼາຍ​ແລະ​ບໍ່​ໄດ້​ນອນ​ໝົດ​ຄືນ ສ່ວນ​ໜຶ່ງ​ກໍ​ເປັນ​ຍ້ອນ​ເພິ່ນ​ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ. (ລູກາ 22:42-44) ໃນ​ຄືນ​ນັ້ນ ຄົນ​ຢິວ​ປະຕິບັດ​ກັບ​ເພິ່ນ​ຢ່າງ​ໂຫດ​ຮ້າຍ​ແລະ​ເຊົ້າ​ມື້​ຕໍ່ມາ​ຄົນ​ຢິວ​ກໍ​ມາ​ທໍລະມານ​ເພິ່ນ​ອີກ. (ມັດທາຍ 26:67, 68; ໂຢຮັນ 19:1-3) ທັງໝົດ​ນີ້​ອາດ​ເຮັດ​ໃຫ້​ເພິ່ນ​ເສຍ​ຊີວິດ​ໄວ​ຂຶ້ນ.

ບາງຄົນ​ເຊື່ອ​ວ່າ: ພະເຢຊູ​ມີ​ໜ້າ​ຕາ​ໂສກເສົ້າ ບໍ່​ເບີກບານ

ຄວາມຈິງ​ຄື: ພະເຢຊູ​ສະທ້ອນ​ຄຸນລັກສະນະ​ຂອງ​ພະເຢໂຫວາ​ຜູ້​ເປັນ​ພໍ່​ໃນ​ສະຫວັນ​ຢ່າງ​ສົມບູນແບບ ແລະ​ຄຳພີໄບເບິນ​ເວົ້າ​ເຖິງ​ພະເຢໂຫວາ​ວ່າ “ພະເຈົ້າ​ຜູ້​ມີ​ຄວາມສຸກ.” (1 ຕີໂມທຽວ 1:11; ໂຢຮັນ 14:9) ທີ່​ຈິງ ພະເຢຊູ​ສອນ​ຜູ້ຄົນ​ໃຫ້​ຮູ້​ວ່າ​ເຮັດ​ແນວໃດ​ຈຶ່ງ​ຈະ​ມີ​ຄວາມສຸກ. (ມັດທາຍ 5:3-9; ລູກາ 11:28) ສິ່ງ​ເຫຼົ່ານີ້​ສະແດງ​ວ່າ​ພະເຢຊູ​ອາດຈະ​ຕ້ອງ​ມີ​ໃບ​ໜ້າທີ່​ສະແດງ​ອອກ​ເຖິງ​ຄວາມສຸກ​ຢູ່​ສະເໝີ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌