ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພໜສ ບົດຄວາມ 76
  • ເປັນ​ຫຍັງ​ຕ້ອງ​ໄປ​ປະຊຸມ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນ​ຫຍັງ​ຕ້ອງ​ໄປ​ປະຊຸມ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?
  • ໜຸ່ມ​ສາວ​ຖາມ​ວ່າ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ມີ​ການ​ເຮັດ​ຫຍັງ​ແດ່​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?
  • ເປັນ​ຫຍັງ​ເຈົ້າ​ຄວນ​ເຂົ້າ​ຮ່ວມ​ປະຊຸມ?
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ນີ້​ແມ່ນ​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເປັນ​ຫຍັງ​ເຮົາ​ຄວນ​ປະຊຸມ​ຮ່ວມ​ກັນ​ເພື່ອ​ການ​ນະມັດສະການ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ສະໜັບສະໜູນຜູ້ສົນໃຈໃຫ້ເຂົ້າຮ່ວມການປະຊຸມ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ເບິ່ງຕື່ມ
ໜຸ່ມ​ສາວ​ຖາມ​ວ່າ
ວຊພໜສ ບົດຄວາມ 76
ຊາຍ​ໜຸ່ມ​ຄົນ​ໜຶ່ງ​ສັງເກດ​ເບິ່ງ​ຄົນ​ຍ່າງ​ເຂົ້າ​ຫໍ​ປະຊຸມ​ລາຊະອານາຈັກ

ໜຸ່ມ​ສາວ​ຖາມ​ວ່າ

ເປັນ​ຫຍັງ​ຕ້ອງ​ໄປ​ປະຊຸມ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?

ໃນ​ແຕ່​ລະ​ອາທິດ ພະຍານ​ພະ​ເຢໂຫວາ​ຈັດການ​ປະຊຸມ​ຂຶ້ນ​ສອງ​ມື້​ໃນ​ສະຖານ​ທີ່​ສຳລັບ​ການ​ນະມັດສະການ​ຂອງ​ເຂົາເຈົ້າ​ເຊິ່ງ​ເອີ້ນ​ວ່າ ຫໍ​ປະຊຸມ​ລາຊະອານາຈັກ. ມີ​ການ​ເຮັດ​ຫຍັງ​ແດ່​ຢູ່​ຫັ້ນ​ແລະ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ໄປ​ເຂົ້າ​ຮ່ວມ​ປະຊຸມ?

  • ມີ​ການ​ເຮັດ​ຫຍັງ​ແດ່​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?

  • ເປັນ​ຫຍັງ​ເຈົ້າ​ຄວນ​ເຂົ້າ​ຮ່ວມ​ປະຊຸມ?

  • ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ?

ມີ​ການ​ເຮັດ​ຫຍັງ​ແດ່​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ?

ຫໍ​ປະຊຸມ​ລາຊະອານາຈັກ​ເປັນ​ສູນ​ການ​ສຶກສາ​ຄຳ​ພີ​ໄບເບິນ​ທີ່​ມີ​ຄຳ​ແນະນຳ​ທີ່​ໃຊ້​ໄດ້​ແທ້​ໃນ​ຊີວິດ. ການ​ເຂົ້າ​ຮ່ວມ​ປະຊຸມ​ຈະ​ຊ່ວຍ​ໃຫ້​ເຈົ້າ:

  • ຮຽນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ.

  • ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ເຫດການ​ຕ່າງໆທີ່​ເກີດຂຶ້ນ​ໃນ​ປັດຈຸບັນ.

  • ເປັນ​ຄົນ​ທີ່​ດີ​ຂຶ້ນ.

  • ເຈິ​ໝູ່​ທີ່​ດີ.

ເຈົ້າ​ຮູ້​ບໍ? ມີ​ການ​ເອີ້ນ​ສະຖານ​ທີ່​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ວ່າ ຫໍ​ປະຊຸມ​ລາຊະອານາຈັກ ເພາະ​ມີ​ການ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ລາຊະອານາຈັກ​ຫຼື​ການ​ປົກຄອງ​ຂອງ​ພະເຈົ້າ​ຢູ່​ຫັ້ນ​ເລື້ອຍໆ.—ມັດທາຍ 6:9, 10; 24:14; ລູກາ 4:43

ເປັນ​ຫຍັງ​ເຈົ້າ​ຄວນ​ເຂົ້າ​ຮ່ວມ​ປະຊຸມ?

ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ການ​ປະຊຸມ​ຊ່ວຍ​ເຈົ້າ​ໄດ້. ຫຼັກ​ການ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ທີ່​ພິຈາລະນາ​ຢູ່​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້ “ຊອກ​ຫາ​ສະຕິປັນຍາ.” (ສຸພາສິດ 4:5, ລ.ມ.) ນີ້​ໝາຍ​ຄວາມ​ວ່າ​ຄຳ​ພີ​ໄບເບິນ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ເລື່ອງ​ຕ່າງໆໃນ​ຊີວິດ​ໄດ້​ຢ່າງ​ຖືກຕ້ອງ. ນອກ​ຈາກ​ນັ້ນ ຍັງ​ຊ່ວຍ​ເຈົ້າ​ໃຫ້​ພົບ​ຄຳ​ຕອບ​ສຳລັບ​ຄຳຖາມ​ທີ່​ສຳຄັນ​ໃນ​ຊີວິດ ເຊັ່ນ:

  • ເຮົາ​ເກີດ​ມາ​ເພື່ອ​ຫຍັງ?

  • ເຮົາ​ຄວນ​ໂທດ​ພະເຈົ້າ​ບໍ​ເມື່ອ​ເຈິ​ຄວາມທຸກ?

  • ເກີດ​ຫຍັງ​ຂຶ້ນ​ເມື່ອ​ເຮົາ​ຕາຍ?

ນີ້​ເປັນ​ບາງ​ຫົວ​ເລື່ອງ​ຂອງ​ຄຳບັນຍາຍ​ທີ່​ມີ​ການ​ບັນຍາຍ​ໃນ​ການ​ປະຊຸມ​ທ້າຍ​ອາທິດ​ຂອງ​ພວກ​ເຮົາ:

  • ເປັນ​ຫຍັງ​ຕ້ອງ​ໃຫ້​ຄຳ​ພີ​ໄບເບິນ​ນຳ​ທາງ?

  • ໃນ​ຍາມ​ທຸກ​ຍາກ ເຈົ້າ​ຈະ​ຫາ​ຄວາມ​ຊ່ວຍ​ເຫຼືອ​ໄດ້​ຈາກ​ບ່ອນ​ໃດ?

  • ການ​ປົກຄອງ​ຂອງ​ພະເຈົ້າ​ກຳລັງ​ເຮັດ​ຫຍັງ​ເພື່ອ​ເຮົາ​ໃນ​ຕອນ​ນີ້?

“ມີ​ໝູ່​ນັກ​ຮຽນ​ມາ​ປະຊຸມ​ກັບ​ຂ້ອຍ​ເທື່ອ​ໜຶ່ງ. ລາວ​ນັ່ງ​ກັບ​ຄອບຄົວ​ຂອງ​ເຮົາ ແລະ​ເຮົາ​ໃຫ້​ລາວ​ເບິ່ງ​ປຶ້ມ​ນຳ​ກັນ​ກັບ​ເຮົາ. ຫຼັງ​ຈາກ​ນັ້ນ ລາວ​ບອກ​ຂ້ອຍ​ວ່າ ລາວ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ກັບ​ຄຳ​ຕອບ​ຂອງ​ຄົນ​ໃນ​ຫໍ​ປະຊຸມ​ໃນ​ສ່ວນ​ທີ່​ເປີດ​ໃຫ້​ມີ​ການ​ອອກ​ຄວາມ​ຄິດ​ເຫັນ. ລາວ​ຍັງ​ບອກ​ນຳ​ວ່າ​ໂບດ​ຂອງ​ລາວ​ບໍ່​ມີ​ໜັງສື​ສຳລັບ​ສຶກສາ​ຄື​ກັບ​ຂອງ​ເຮົາ.”—ເບຣນດາ

ເຈົ້າ​ຮູ້​ບໍ? ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ໄດ້​ຟຣີ ແລະ​ບໍ່​ມີ​ການ​ເກັບ​ຫຼື​ແຜ່​ເງິນ.

ການ​ຄົບຫາ​ເວົ້າ​ລົມ​ກັນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ກຳລັງ​ໃຈ. ຄຳ​ພີ​ໄບເບິນ​ບອກ​ວ່າ​ເຫດຜົນ​ໜຶ່ງ​ທີ່​ຄລິດສະຕຽນ​ຄວນ​ປະຊຸມ​ຮ່ວມ​ກັນ​ກໍ​ເພື່ອ “ໃຫ້​ກຳລັງ​ໃຈ​ກັນ.” (ເຮັບເຣີ 10:24, 25) ການ​ຄົບຫາ​ເວົ້າ​ລົມ​ກັນ​ຂອງ​ກຸ່ມ​ຄົນ​ທີ່​ສົນ​ໃຈ​ພະເຈົ້າ​ແລະ​ຄົນ​ອື່ນ​ຫຼາຍ​ກວ່າ​ໂຕ​ເອງ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ສົດ​ຊື່ນ​ຫຼາຍ​ໃນ​ໂລກ​ທີ່​ມີ​ແຕ່​ຄວາມ​ເຫັນ​ແກ່​ໂຕ​ໃນ​ທຸກ​ມື້​ນີ້.

“ຫຼັງ​ຈາກ​ມື້​ທີ່​ແສນ​ຍາວ​ນານ ຂ້ອຍ​ຮູ້ສຶກ​ໝົດ​ກຳລັງ​ໃຈ​ແລະ​ໝົດ​ແຮງ ແຕ່​ຜູ້​ຄົນ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ​ສະເໝີ. ຕອນ​ເມືອ​ເຮືອນ​ຫຼັງ​ຈາກ​ເລີກ​ປະຊຸມ ຂ້ອຍ​ຮູ້ສຶກ​ມີ​ຄວາມສຸກ​ຫຼາຍ​ແລະ​ພ້ອມ​ຮັບ​ມື​ກັບ​ມື້​ຕໍ່ໆໄປ.”—ເອລິສາ

ເຈົ້າ​ຮູ້​ບໍ? ຕອນ​ນີ້​ມີ​ປະຊາຄົມ​ຂອງ​ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ຫຼາຍ​ກວ່າ 120.000 ປະຊາຄົມ ປະຊຸມ​ກັນ​ໃນ​ບ່ອນ​ຕ່າງໆຫຼາຍ​ກວ່າ 60.000 ບ່ອນ. ໃນ​ແຕ່​ລະ​ປີ ມີ​ການ​ສ້າງ​ຫໍ​ປະຊຸມ​ລາຊະອານາຈັກ​ໂດຍ​ສະເລ່ຍ ຫຼາຍ​ກວ່າ 1.500 ບ່ອນ​ເພື່ອ​ຮອງ​ຮັບ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ທີ່​ຫຼາຍ​ຂຶ້ນ.a

ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ

ເຈດຊີກາ

“ຕອນ​ຮຽນ​ມັດທະຍົມ ໝູ່​ໃນ​ຫ້ອງ​ຄົນ​ໜຶ່ງ​ເຄີຍ​ມາ​ປະຊຸມ​ກັບ​ຂ້ອຍ​ສອງ​ສາມ​ເທື່ອ ແລະ​ລາວ​ປະທັບ​ໃຈ​ທີ່​ເຫັນ​ວ່າ​ມີ​ຄົນ​ທີ່​ມີ​ອາຍຸ​ແຕກ​ຕ່າງ​ກັນ​ມາ​ຮຽນ​ຄຳ​ພີ​ໄບເບິນ​ນຳ​ກັນ. ເມື່ອ​ບໍ່​ດົນ​ມາ​ນີ້ ຫົວ​ໜ້າ​ຂອງ​ຂ້ອຍ​ກໍ​ມາ​ປະຊຸມ​ນຳ​ແລະ​ບອກ​ວ່າ​ຮູ້ສຶກ​ປະຫຼາດ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ພວກ​ເຮົາ​ເປີດ​ຄຳ​ພີ​ໄບເບິນ​ຫຼາຍ​ສ່ຳ​ໃດ​ໃນ​ການ​ປະຊຸມ. ເມື່ອ​ໄດ້​ເຫັນ​ວ່າ​ລາວ​ມັກ​ການ​ປະຊຸມ​ກໍ​ແຮ່ງ​ເຮັດ​ໃຫ້​ຂ້ອຍ​ມັກ​ແລະ​ເຫັນ​ຄ່າ​ການ​ປະຊຸມ​ຫຼາຍ​ຂຶ້ນ​ໄປ​ອີກ.”—ເຈດຊີກາ

ທິໂມທີ

“ການ​ປະຊຸມ​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ຜ່ອນຄາຍ​ແລະ​ບໍ່​ກັງວົນ​ກັບ​ຊີວິດ​ໃນ​ແຕ່​ລະ​ມື້. ຂ້ອຍ​ຮຽນ​ວິທີ​ທີ່​ຈະ​ເຮັດ​ໃຫ້​ຊີວິດ​ດີ​ຂຶ້ນ​ແລະ​ມີ​ຄວາມສຸກ ວິທີ​ເປັນ​ຄົນ​ທີ່​ດີ​ຂຶ້ນ​ແລະ​ອີ​ກ​ຫຼາຍໆເລື່ອງ. ຂ້ອຍ​ຮູ້ສຶກ​ມີ​ກຳລັງ​ໃຈ​ແລະ​ສົດ​ຊື່ນ​ທຸກ​ເທື່ອ​ເມື່ອ​ໄດ້​ໄປ​ປະຊຸມ.”—ທິໂມທີ

ເຈ​ຄອບ

“ຜູ້​ຊາຍ​ທີ່​ຂ້ອຍ​ຊວນ​ໄປ​ປະຊຸມ​ນຳ​ກັນ​ບອກ​ຫຼັງ​ຈາກ​ປະຊຸມ​ແລ້ວ​ວ່າ: ‘ທີ່​ຈິງ ຂ້ອຍ​ຕັ້ງ​ໃຈ​ມາ​ປະຊຸມ​ເພື່ອ​ຈັບ​ຜິດ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ. ແຕ່​ກາຍ​ເປັນ​ວ່າ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ພີ້​ທີ່​ຜິດ!’ ຜູ້​ຊາຍ​ຄົນ​ນີ້​ຍັງ​ຮູ້ສຶກ​ປະທັບ​ໃຈ​ຄວາມ​ເປັນ​ມິດ​ຂອງ​ພະຍານ​ພະ​ເຢໂຫວາ​ນຳ​ອີ​ກ. ລາວ​ບອກ​ວ່າ: ‘ເຖິງ​ແມ່ນ​ວ່າ​ຂ້ອຍ​ຫາ​ກໍ​ໄດ້​ພົບ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ລົມ​ກັບ​ຂ້ອຍ​ຄື​ກັບ​ວ່າ​ຮູ້ຈັກ​ຂ້ອຍ​ມາ​ຫຼາຍ​ປີ​ແລ້ວ!’”—ເຈຄອບ

ແມດິສັນ

“ມີ​ບາງເທື່ອ​ຂ້ອຍ​ຄິດ​ວ່າ ‘ເລີກ​ປະຊຸມ​ຂ້ອຍ​ຈະ​ເມືອ​ເຮືອນ​ທັນທີ.’ ແຕ່​ຄວາມ​ຮູ້ສຶກ​ແບບ​ນັ້ນ​ກໍ​ຫາຍ​ໄປ​ລະຫວ່າງ​ທີ່​ຂ້ອຍ​ນັ່ງ​ປະຊຸມ​ຢູ່. ເມື່ອ​ເລີກ​ປະຊຸມ ຂ້ອຍ​ກໍ​ລົມ​ກັນ​ກັບ​ພີ່ນ້ອງ​ແລະ​ນຶກ​ບໍ່​ອອກ​ເລີຍ​ວ່າ​ເປັນ​ຫຍັງ​ໂຕ​ເອງ​ຈຶ່ງ​ຄິດ​ຢາກ​ຈະ​ເມືອ​ເຮືອນ​ທັນທີ​ທີ່​ປະຊຸມ​ແລ້ວ. ຖ້າ​ຂ້ອຍ​ບໍ່​ໄດ້​ໄປ​ປະຊຸມ ຂ້ອຍ​ຄື​ຊິ​ບໍ່​ມີ​ໝູ່​ດີໆແບບ​ທີ່​ມີ​ຢູ່​ຕອນ​ນີ້.”—ແມດິສັນ

a ເພື່ອ​ຊອກ​ຫາ​ສະຖານ​ທີ່​ປະຊຸມ ໄປ​ທີ່​ໜ້າ “ການ​ປະຊຸມ​ປະຈຳ​ປະຊາຄົມ​ຂອງ​ພະຍານ​ພະ​ເຢໂຫວາ” ແລະ​ກົດ “ຊອກ​ຫາ​ສະຖານ​ທີ່​ໃກ້​ເຮືອນ​ທ່ານ.”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌