ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜຂ ບົດ 115
  • ອຸດທະຍານໃໝ່ເທິງແຜ່ນດິນໂລກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອຸດທະຍານໃໝ່ເທິງແຜ່ນດິນໂລກ
  • ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເລື່ອງທີ່ຄ້າຍກັນ
  • “ພົບ​ກັນ​ໃໝ່​ໃນ​ອຸທິຍານ!”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ໃຜ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ? ເຂົາ​ເຈົ້າ​ຈະ​ຢູ່​ໃສ?
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ພະ​ປະສົງ​ຂອງ​ພະ​ຜູ້​ສ້າງ​ສຳລັບ​ແຜ່ນດິນ​ໂລກ​ຄື​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?
    ຂ່າວດີຈາກພະເຈົ້າ!
ເບິ່ງຕື່ມ
ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ໜຂ ບົດ 115

ບົດ 115

ອຸດທະຍານ​ໃໝ່​ເທິງ​ແຜ່ນດິນ​ໂລກ

ຈົ່ງ​ເບິ່ງ​ຕົ້ນ​ໄມ້​ສູງໆ ດອກ​ໄມ້​ງາມໆ ແລະ​ພູເຂົາ​ສູງ​ເຫຼົ່າ​ນັ້ນ. ທຸກ​ສິ່ງ​ທີ່​ນີ້​ສວຍ​ງາມ​ແທ້ໆແມ່ນ​ບໍ? ເບິ່ງ​ກວາງ​ພວມ​ກິນ​ອາຫານ​ຈາກ​ມື​ຂອງ​ເດັກ​ນ້ອຍ​ຄົນ​ນີ້​ແດ່. ແລະ​ເບິ່ງ​ສິງໂຕ​ແລະ​ມ້າ​ທີ່​ຢືນ​ຢູ່​ທົ່ງ​ຫຍ້າ​ທີ່​ນັ້ນ. ເຈົ້າ​ຢາກ​ມີ​ເຮືອນ​ເປັນ​ທີ່​ອາໄສ​ໃນ​ບ່ອນ​ສວຍ​ແບບ​ນີ້​ບໍ?

ພະເຈົ້າ​ຕ້ອງການ​ໃຫ້​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ. ພະອົງ​ບໍ່​ຢາກ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ເຈັບ​ປວດ​ໃດໆທີ່​ຄົນ​ເຮົາ​ໄດ້​ຮັບ​ທຸກ​ມື້​ນີ້. ພະ​ຄຳພີ​ມີ​ຄຳ​ສັນຍາ​ໄວ້​ແກ່​ຄົນ​ເຫຼົ່າ​ນັ້ນ​ຜູ້​ທີ່​ຈະ​ຢູ່​ໃນ​ສວນ​ອຸດທະຍານ​ໃໝ່​ດັ່ງ​ນີ້: ‘ພະເຈົ້າ​ຈະ​ສະຖິດ​ຢູ່​ກັບ​ເຂົາ. ຄວາມ​ຕາຍ​ຫຼື​ການ​ຮ້ອງໄຫ້ ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. ບັນດາ​ສິ່ງ​ເກົ່າໆໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.’

ພະ​ເຍຊູ​ຈະ​ຄອຍ​ດູ​ແລ​ໃຫ້​ການ​ປ່ຽນ​ແປງ​ອັນ​ໜ້າ​ພິດສະຫວົງ​ເຊັ່ນ​ນີ້​ມີ​ຂຶ້ນ. ເຈົ້າ​ຮູ້​ບໍ​ວ່າ​ເມື່ອ​ໃດ? ຈ້າວ ຫຼັງ​ຈາກ​ພະອົງ​ຊຳລະ​ລ້າງ​ຄວາມ​ຊົ່ວ​ຮ້າຍ​ແລະ​ຄົນ​ຊົ່ວ​ທັງ​ໝົດ​ອອກ​ໄປ​ຈາກ​ແຜ່ນດິນ​ໂລກ. ຈື່​ໄດ້​ບໍ ເມື່ອ​ພະ​ເຍຊູ​ຢູ່​ທີ່​ແຜ່ນດິນ​ໂລກ​ພະອົງ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ​ແລະ​ພະອົງ​ເຖິງ​ກັບ​ໄດ້​ປຸກ​ຄົນ​ຕາຍ​ແລ້ວ​ໃຫ້​ຂຶ້ນ​ມາ. ພະ​ເຍຊູ​ໄດ້​ເຮັດ​ເຊັ່ນ​ນີ້​ເພື່ອ​ສະແດງ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ຕະຫຼອດ​ທົ່ວ​ໂລກ​ເມື່ອ​ພະອົງ​ກາຍ​ເປັນ​ກະສັດ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ.

ລອງ​ຄິດ​ເບິ່ງ​ວ່າ ຈະ​ເປັນ​ການ​ດີ​ວິເສດ​ຫຼາຍ​ປານ​ໃດ​ທີ່​ຈະ​ໄດ້​ຢູ່​ໃນ​ອຸດທະຍານ​ໃໝ່​ເທິງ​ແຜ່ນດິນ​ໂລກ! ພະ​ເຍຊູ​ຈະ​ປົກຄອງ​ໃນ​ສະຫວັນ​ພ້ອມ​ດ້ວຍ​ຄົນ​ເຫຼົ່າ​ນັ້ນ​ທີ່​ພະອົງ​ຄັດ​ເລືອກ​ໄວ້​ນັ້ນ. ຜູ້​ປົກຄອງ​ເຫຼົ່າ​ນີ້​ຈະ​ເອົາໃຈໃສ່​ດູ​ແລ​ທຸກໆຄົນ​ເທິງ​ແຜ່ນດິນ​ໂລກ ແລະ​ຄອຍ​ເບິ່ງ​ແຍງ​ໃຫ້​ເຂົາ​ມີ​ຄວາມ​ສຸກ. ໃຫ້​ເຮົາ​ກວດ​ເບິ່ງ​ວ່າ​ມີ​ອັນ​ໃດ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ພະເຈົ້າ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸດທະຍານ​ໃໝ່​ຂອງ​ພະອົງ.

ຄຳປາກົດ 21:3, 4; 5:9, 10; 14:​1-3.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌