ບົດ 1
ຂ່າວຈາກສະຫວັນ
ທີ່ຈິງແລ້ວຄຳພີໄບເບິນທັງເຫຼັ້ມເປັນຂ່າວສານຈາກສະຫວັນທີ່ພະບິດາທາງພາກສະຫວັນໄດ້ຈັດກຽມໄວ້ເພື່ອໃຫ້ຄຳແນະນຳສັ່ງສອນກັບພວກເຮົາ. ຢ່າງໃດກໍຕາມ ເກືອບ 2,000 ປີມາແລ້ວ ທູດສະຫວັນອົງໜຶ່ງເຊິ່ງ “ຢືນຢູ່ຕໍ່ໜ້າພະເຈົ້າ” ໄດ້ນຳຂ່າວສານພິເສດສອງເລື່ອງມາແຈ້ງແກ່ມະນຸດ. ທູດນີ້ມີຊື່ວ່າຄາບລິເອນ. ໃຫ້ເຮົາພິຈາລະນາສະພາບແວດລ້ອມກ່ຽວກັບການມາຢາມແຜ່ນດິນໂລກຄັ້ງສຳຄັນທັງສອງເທື່ອນີ້.
ໃນປີທີ 3 ກ່ອນສາກົນສັກກະຫຼາດ. ປະໂລຫິດຂອງພະເຢໂຫວາຄົນໜຶ່ງຊື່ຊະຄາເລຍອາໄສຢູ່ໃນແຖບພູເຂົາແຂວງຢູດາ ຄົງບໍ່ໄກຫຼາຍຈາກກຸງເຢຣຶຊາເລມ. ທ່ານເຖົ້າແລ້ວແລະນາງເອລີຊາເບດພັນລະຍາຂອງທ່ານກໍເຊັ່ນກັນ. ທັງສອງບໍ່ມີບຸດ. ຊະຄາເລຍພວມຢູ່ເວນປະຕິບັດໜ້າທີ່ປະໂລຫິດໃນພະວິຫານຂອງພະເຈົ້າໃນກຸງເຢຣຶຊາເລມ. ທັນໃດນັ້ນທູດສະຫວັນຄາບລິເອນໄດ້ປາກົດກາຍທີ່ທາງຂວາແທ່ນເຜົາເຄື່ອງຫອມ.
ຊະຄາເລຍຢ້ານກົວຫຼາຍ. ແຕ່ຄາບລິເອນທຳໃຫ້ເຂົາເຊົາຢ້ານແລະບອກວ່າ “ຊະຄາເລຍເອີຍ ຢ່າຊູຢ້ານ ເຫດວ່າຄຳອ້ອນວອນຂອງທ່ານເປັນທີ່ໄດ້ຟັງແລ້ວ ແລະນາງເອລີຊາເບດຜູ້ເປັນເມຍຂອງທ່ານຈະເກີດລູກຊາຍຜູ້ໜຶ່ງ ແລະທ່ານຈະເອີ້ນນາມຊື່ລູກນັ້ນວ່າໂຍຮັນ.” ຄາບລິເອນຖະແຫຼງຕໍ່ໄປວ່າໂຍຮັນ “ຈະເປັນຜູ້ໃຫຍ່ຕໍ່ໜ້າພະເຢໂຫວາ” ແລະຈະ “ຈັດແຈ່ງພວກອັນມີໃຈດີສຳລັບພະເຢໂຫວາ.”
ແຕ່ຊະຄາເລຍບໍ່ອາດເຊື່ອຄຳກ່າວນັ້ນໄດ້. ເບິ່ງຄືຈະເປັນໄປບໍ່ໄດ້ທີ່ຄົນທີ່ເຖົ້າສ່ຳທ່ານແລະເອລີຊາເບດຈະມີລູກ. ດັ່ງນັ້ນ ຄາບລິເອນຈຶ່ງບອກທ່ານວ່າ “ທ່ານຈະເປັນປາກກືກແລະຈະປາກບໍ່ໄດ້ຈົນເຖິງວັນນັ້ນເມື່ອສິ່ງທັງຫຼາຍນີ້ຈະບັງເກີດມາ ເຫດວ່າທ່ານບໍ່ໄດ້ເຊື່ອຄຳທັງຫຼາຍຂອງເຮົາ.”
ໃນລະຫວ່າງນັ້ນ ຜູ້ຄົນທີ່ຢູ່ຂ້າງນອກກໍແປກໃຈວ່າຊະຄາເລຍຄືຢູ່ໃນວິຫານດົນແທ້. ໃນທີ່ສຸດ ເມື່ອເຂົາອອກມາ ກໍປາກບໍ່ໄດ້ ໄດ້ແຕ່ສະແດງທ່າທາງດ້ວຍມືເທົ່ານັ້ນ ແລະຄົນເຫຼົ່ານັ້ນຈຶ່ງສຳນຶກວ່າຊະຄາເລຍໄດ້ເຫັນບາງສິ່ງທີ່ເໜືອທຳມະຊາດ.
ຫຼັງຈາກຊະຄາເລຍປະຕິບັດເວນໃນວິຫານສິ້ນສຸດແລ້ວ ເຂົາກໍກັບບ້ານ. ແລະຫຼັງຈາກນັ້ນບໍ່ດົນ ເຫດການດັ່ງກ່າວກໍເກີດຂຶ້ນແທ້ໆ—ເອລີຊາເບດຕັ້ງຄັນ! ຂະນະທີ່ນາງຄອຍຖ້າລູກທີ່ຈະເກີດມານັ້ນ ເອລີຊາເບດເກັບຕົວມິດໆ ຢູ່ແຕ່ເຮືອນເປັນເວລາຫ້າເດືອນ.
ຕໍ່ມາ ຄາບລິເອນປາກົດຕົວອີກ. ແລະທ່ານເວົ້າກັບຜູ້ໃດ? ທ່ານເວົ້າກັບຍິງສາວທີ່ຍັງບໍ່ແຕ່ງດອງຄົນໜຶ່ງ ຊື່ມາລີ ຢູ່ເມືອງນາຊາເລດ. ຕອນນີ້ທູດສະຫວັນໃຫ້ຂ່າວສານຫຍັງ? ຟັງເບິ່ງ! ຄາບລິເອນບອກມາລີວ່າ “ນາງໄດ້ຮັບພະຄຸນຕໍ່ໜ້າພະເຈົ້າ. ແລະຈົ່ງເບິ່ງນາງຈະໄດ້ທົງຄັບ ແລະຈະເກີດລູກຊາຍ ແລະຈະເອີ້ນນາມຊື່ລູກນັ້ນວ່າ ພະເຍຊູ. ພະອົງນັ້ນຈະເປັນຜູ້ໃຫຍ່ ແລະຈະເປັນທີ່ເອີ້ນຊື່ວ່າ ພະບຸດຂອງພະເຈົ້າອົງທີ່ສູງສຸດ . . . ແລະພະອົງຈະສະເຫວີຍຄຸ້ມຄອງເທິງພວກຂອງທ່ານຍາໂຄບສືບໆ ໄປເປັນນິດ ແລະແຜ່ນດິນຂອງພະອົງຈະບໍ່ມີທີ່ສຸດ.”
ເຮົາແນ່ໃຈໄດ້ວ່າ ຄາບລິເອນຄົງຮູ້ສຶກເປັນສິດທິພິເສດທີ່ໄດ້ສົ່ງຂ່າວສານນີ້. ຍິ່ງເຮົາອ່ານເລື່ອງຂອງໂຍຮັນແລະພະເຍຊູເຮົາກໍຍິ່ງຈະເຂົ້າໃຈຊັດແຈ້ງຂຶ້ນວ່າເຫດໃດຂ່າວສານຈາກສະຫວັນເຫຼົ່ານີ້ຈຶ່ງມີຄວາມສຳຄັນຫຼາຍ. 2 ຕີໂມເຕ 3:16; ລຶກາ 1:5-33.
▪ ຂ່າວສານສຳຄັນສອງປະການອັນໃດແດ່ທີ່ສົ່ງມາຈາກສະຫວັນ?
▪ ຜູ້ໃດນຳຂ່າວສານນັ້ນມາ ແລະນຳໄປບອກກັບໃຜ?
▪ ຍ້ອນຫຍັງຂ່າວສານນັ້ນຈຶ່ງເຊື່ອຍາກ?