ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 3
  • ຜູ້​ກຽມ​ທາງ​ກຳເນີດ​ແລ້ວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜູ້​ກຽມ​ທາງ​ກຳເນີດ​ແລ້ວ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ເອລີຊາເບັດ​ມີ​ລູກ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະອົງ​ໄດ້​ຮັບ​ກຽດ​ກ່ອນ​ປະສູດ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ທູດສະຫວັນ​ຄັບຣີເອນ​ມາ​ຫາ​ມາຣິອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ທູດສະຫວັນມາຢາມມາລີ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 3

ບົດ 3

ຜູ້​ກຽມ​ທາງ​ກຳເນີດ​ແລ້ວ

ເອລີຊາເບດ​ເກືອບ​ຈະ​ຄອດ​ລູກ​ຢູ່​ແລ້ວ. ສາມ​ເດືອນ​ທີ່​ຜ່ານ​ມາ​ນີ້​ມາລີ​ໄດ້​ພັກ​ເຊົາ​ຢູ່​ນຳ​ນາງ​ມາ​ຕະຫຼອດ. ແຕ່​ຕອນ​ນີ້​ເຖິງ​ເວລາ​ທີ່​ມາລີ​ຈະ​ອຳລາ​ແລະ​ທຽວ​ທາງ​ໄກ​ເມືອ​ບ້ານ​ທີ່​ນາຊາເລດ. ອີກ​ປະມານ​ຫົກ​ເດືອນ​ນາງ​ກໍ​ຈະ​ຄອດ​ລູກ​ຄື​ກັນ.

ມາລີ​ກັບ​ໄປ​ບໍ່​ດົນ ເອລີຊາເບດ​ກໍ​ໄດ້​ຄອດ​ລູກ. ໜ້າ​ຍິນດີ​ແທ້ໆ ທີ່​ການ​ຄອດ​ປອດໄພ ແລະ​ເອລີຊາເບດ​ກັບ​ລູກ​ນ້ອຍ​ຕ່າງ​ກໍ​ມີ​ສຸຂະພາບ​ດີ! ເມື່ອ​ເອລີຊາເບດ​ອູ້ມ​ເອົາ​ລູກ​ນ້ອຍ​ອອກ​ມາ​ໃຫ້​ເພື່ອນ​ບ້ານ​ແລະ​ພີ່​ນ້ອງ​ເບິ່ງ ທຸກ​ຄົນ​ກໍ​ສະແດງ​ຄວາມ​ຍິນດີ​ດ້ວຍ​ກັນ​ກັບ​ນາງ.

ຕາມ​ກົດໝາຍ​ຂອງ​ພະເຈົ້າ ຫຼັງ​ຈາກ​ຄອດ​ໄດ້​ແປດ​ມື້​ເດັກ​ຊາຍ​ໃນ​ຍິດສະລາເອນ​ຕ້ອງ​ຮັບ​ສິນຕັດ. ໃນ​ໂອກາດ​ນີ້ ເພື່ອນ​ມິດ​ແລະ​ພີ່​ນ້ອງ​ຈຶ່ງ​ມາ​ຢາມ. ພວກ​ເຂົາ​ບອກ​ວ່າ​ໜ້າ​ຈະ​ຕັ້ງ​ຊື່​ເດັກ​ນັ້ນ​ວ່າ​ຊະຄາເລຍ​ຕາມ​ຊື່​ບິດາ. ແຕ່​ເອລີຊາ​ເບດ​ທ້ວງ​ວ່າ “ບໍ່​ແມ່ນ ແຕ່​ວ່າ​ເພິ່ນ​ຈະ​ຊື່​ວ່າ​ໂຍຮັນ.” ຈື່​ໄດ້​ບໍ​ວ່າ ທູດ​ສະຫວັນ​ຄາບລິເອນ​ໄດ້​ສັ່ງ​ໃຫ້​ຕັ້ງ​ຊື່​ເດັກ​ຢ່າງ​ນັ້ນ.

ຢ່າງ​ໃດ​ກໍ​ຕາມ ເພື່ອນ​ຂອງ​ເຂົາ​ຄັດ​ຄ້ານ​ວ່າ “ໃນ​ພວກ​ຍາດ​ຕິ​ພີ່​ນ້ອງ​ຂອງ​ນາງ ບໍ່​ມີ​ຜູ້​ໃດ​ມີ​ຊື່​ຢ່າງ​ນັ້ນ.” ດັ່ງ​ນັ້ນ​ພວກ​ເຂົາ​ໃຊ້​ພາສາ​ມື ຖາມ​ພໍ່​ຂອງ​ເດັກ​ນ້ອຍ​ວ່າ​ຢາກ​ຕັ້ງ​ຊື່​ຫຍັງ​ໃຫ້​ລູກ. ຊະຄາເລຍ​ຖາມ​ຫາ​ກະດານ​ແລ້ວ​ຂຽນ​ວ່າ “ໂຍຮັນ​ເປັນ​ນາມ​ຊື່​ຂອງ​ເພິ່ນ” ເຊິ່ງ​ເຮັດ​ໃຫ້​ທຸກ​ຄົນ​ປະຫຼາດ​ໃຈ.

ທັນໃດ​ນັ້ນ ຊະຄາເລຍ​ກໍ​ເວົ້າ​ໄດ້​ດັ່ງ​ເດີມ​ຢ່າງ​ອັດສະຈັນ. ເຈົ້າ​ຄົງ​ຈະ​ຈື່​ໄດ້​ວ່າ ຊະຄາເລຍ​ໄດ້​ກາຍ​ເປັນ​ຄົນ​ປາກ​ກືກ​ເມື່ອ​ເຂົາ​ບໍ່​ເຊື່ອ​ຄຳ​ຖະແຫຼງ​ຂອງ​ທູດ​ສະຫວັນ​ທີ່​ວ່າ​ເອລີຊາເບດ​ຈະ​ມີ​ລູກ. ແລ້ວ​ເມື່ອ​ຊະຄາເລຍ​ເວົ້າ​ໄດ້ ຄົນ​ທັງ​ຫຼາຍ​ທີ່​ຢູ່​ບໍລິເວນ​ນັ້ນ​ກໍ​ປະຫຼາດ​ໃຈ ແລະ​ຄິດ​ໃນ​ໃຈ​ວ່າ “ເດັກ​ນ້ອຍ​ນັ້ນ​ຈະ​ເປັນ​ສິ່ງ​ໃດ”?

ຕອນ​ນີ້​ຊະຄາເລຍ​ເຕັມ​ໄປ​ດ້ວຍ​ພະ​ວິນຍານ​ບໍລິສຸດ ແລະ​ເວົ້າ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ​ວ່າ “ຄວາມ​ສັນລະເສີນ​ຈົ່ງ​ມີ​ແກ່​ພະ​ເຢໂຫວາ ພະເຈົ້າ​ແຫ່ງ​ພວກ​ຍິດສະລາເອນ ເຫດ​ວ່າ​ພະອົງ​ໄດ້​ມາ​ຢາມ​ແລະ​ໄດ້​ໄຖ່​ພວກ​ຂອງ​ພະອົງ. ແລະ​ໄດ້​ກະທຳ​ໃຫ້​ເຂົາ​ຊົນ​ແຫ່ງ​ຄວາມ​ພົ້ນ ເກີດ​ສຳລັບ​ພວກ​ເຮົາ ໃນ​ເຊື້ອ​ສາຍ​ຂອງ​ກະສັດ​ດາວິດ​ຂ້າ​ໃຊ້​ຂອງ​ພະອົງ.” ແນ່ນອນ “ເຂົາ​ຊົນ​ແຫ່ງ​ຄວາມ​ພົ້ນ” ນີ້​ແມ່ນ​ພະ​ເຍຊູ​ອົງ​ພະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ໄດ້​ເກີດ​ມາ. ຊະຄາເລຍ​ກ່າວ​ວ່າ ໂດຍ​ທາງ​ພະອົງ ພະເຈົ້າ “ຈະ​ໂຜດ​ປະທານ​ໃຫ້​ພວກ​ເຮົາ​ທີ່​ໄດ້​ພົ້ນ​ຈາກ​ມື​ສັດຕູ​ຂອງ​ເຮົາ ແລ້ວ​ຈຶ່ງ​ຈະ​ບົວລະບັດ​ພະອົງ​ປາສະຈາກ​ຄວາມ​ຢ້ານ. ໃນ​ຄວາມ​ບໍລິສຸດ​ແລະ​ໃນ​ຄວາມ​ຊອບທຳ​ຕໍ່​ໜ້າ​ພະເຈົ້າ​ທຸກ​ວັນໆ ເຖິງ​ສຸດ​ອາຍຸ​ຂອງ​ພວກ​ເຮົາ.”

ແລ້ວ​ຊະຄາເລຍ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ລູກ​ຂອງ​ຕົນ​ວ່າ “ເຈົ້າ​ລູກ​ນ້ອຍ​ເອີຍ ເຈົ້າ​ຈະ​ເປັນ​ທີ່​ເອີ້ນ​ຊື່​ວ່າ ຜູ້​ທຳນວາຍ​ຂອງ​ພະເຈົ້າ​ອົງ​ທີ່​ສູງ​ສຸດ ເພາະ​ວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ພະ​ເຢໂຫວາ ເພື່ອ​ຈະ​ຈັດແຈ່ງ​ຫົນ​ທາງ​ທັງ​ຫຼາຍ​ຂອງ​ພະອົງ. ເພື່ອ​ຈະ​ປະທານ​ໃຫ້​ພວກ​ຂອງ​ພະອົງ​ຮູ້​ຈັກ​ຄວາມ​ພົ້ນ​ດ້ວຍ​ການ​ຍົກ​ບາບ​ໂທດ​ຂອງ​ເຂົາ. ດ້ວຍ​ໃຈ​ສັງເວດ​ແຫ່ງ​ຄວາມ​ອີດູ​ແຫ່ງ​ພະເຈົ້າ​ຂອງ​ພວກ​ເຮົາ​ດ້ວຍ​ຄວາມ​ອີດູ​ນັ້ນ​ແຈ້ງ​ທິດ​ຕາເວັນ​ອອກ​ໄດ້​ລົງ​ແຕ່​ທັງ​ເທິງ​ມາ​ຢາມ​ພວກ​ເຮົາ. ເພື່ອ​ຈະ​ສ່ອງ​ແຈ້ງ​ແກ່​ຄົນ​ທັງ​ຫຼາຍ ທີ່​ນັ່ງ​ຢູ່​ໃນ​ທີ່​ມືດ​ແລະ​ໃນ​ຮົ່ມ​ເງົາ​ແຫ່ງ​ຄວາມ​ຕາຍ ເພື່ອ​ຈະ​ພາ​ຕີນ​ຂອງ​ພວກ​ເຮົາ​ໄປ​ໃນ​ທາງ​ຂອງ​ຄວາມ​ສຸກ​ສຳລານ.”

ຕອນ​ນີ້​ມາລີ ເຊິ່ງ​ຍັງ​ບໍ່​ໄດ້​ແຕ່ງ​ດອງ ໄດ້​ກັບ​ມາ​ເຖິງ​ບ້ານ​ໃນ​ເມືອງ​ນາຊາເລດ. ມີ​ຫຍັງ​ຈະ​ເກີດ​ຂຶ້ນ​ກັບ​ນາງ​ເມື່ອ​ປາກົດ​ວ່າ​ນາງ​ມີ​ຄັນ? ລຶກາ 1:56-80; ພວກເລວີ 12:2, 3.

▪ ໂຍຮັນ​ມີ​ອາຍຸ​ຫຼາຍ​ກວ່າ​ພະ​ເຍຊູ​ຈັກ​ເດືອນ?

▪ ເມື່ອ​ຕອນ​ໂຍຮັນ​ອາຍຸ​ໄດ້​ແປດ​ມື້​ມີ​ສິ່ງ​ໃດ​ເກີດ​ຂຶ້ນ?

▪ ພະເຈົ້າ​ມາ​ຢາມ​ພວກ​ໄພ່​ພົນ​ຂອງ​ພະອົງ​ຢ່າງ​ໃດ?

▪ ມີ​ການ​ບອກ​ລ່ວງ​ໜ້າ​ວ່າ​ໂຍຮັນ​ຈະ​ເຮັດ​ວຽກ​ຫຍັງ​ແດ່?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌