ບົດ 12
ພະເຍຊູຮັບບັບເຕມາ
ພາຍຫຼັງໂຍຮັນເລີ່ມງານປະກາດໄດ້ປະມານຫົກເດືອນ ພະເຍຊູເຊິ່ງຕອນນີ້ມີອາຍຸໄດ້ 30 ປີ ໄດ້ມາຫາໂຍຮັນຢູ່ແມ່ນ້ຳຢູລະເດນ. ເພື່ອຈຸດປະສົງຫຍັງ? ມາເພື່ອຄົບຫາສະມາຄົມບໍ? ຫຼືພະເຍຊູສົນພະໄທສະເພາະງານຂອງໂຍຮັນວ່າກ້າວໜ້າຂະໜາດໃດເທົ່ານັ້ນບໍ? ບໍ່ແມ່ນ ພະເຍຊູມາຂໍຮັບບັບເຕມາຈາກໂຍຮັນ.
ໂຍຮັນຈຶ່ງຄັດຄ້ານທັນທີວ່າ “ຂ້າພະເຈົ້າຕ້ອງການຈະຮັບສິນບັບເຕມາດ້ວຍພະອົງ ແລະພະອົງມາຫາຂ້າພະເຈົ້າຫຼື”? ໂຍຮັນຮູ້ວ່າພະເຍຊູລູກພີ່ລູກນ້ອງຂອງທ່ານ ເປັນບຸດອົງພິເສດຂອງພະເຈົ້າ. ເປັນເຫດທີ່ໂຍຮັນໄດ້ດີ້ນດ້ວຍຄວາມຍິນດີໃນຄັນຂອງມາດາເມື່ອມາລີໄດ້ມາຢາມຕອນມາລີຖືພາພະເຍຊູຢູ່! ຫຼັງຈາກນັ້ນ ແມ່ຂອງໂຍຮັນ ເອລີຊາເບດຄົງຈະເລົ່າເລື່ອງນັ້ນໃຫ້ເຂົາຟັງ. ນອກນັ້ນນາງຄົງໄດ້ເລົ່າເລື່ອງທູດສະຫວັນປະກາດການກຳເນີດຂອງພະເຍຊູແລະອີກທັງເລື່ອງທູດສະຫວັນປາກົດຕົວຕໍ່ຄົນລ້ຽງແກະໃນຄືນພະເຍຊູປະສູດ.
ດັ່ງນັ້ນ ພະເຍຊູບໍ່ເປັນຄົນແປກໜ້າສຳລັບໂຍຮັນ ແລະໂຍຮັນຮູ້ວ່າການບັບເຕມາຂອງທ່ານບໍ່ແມ່ນສຳລັບພະເຍຊູ. ບັບເຕມາຂອງທ່ານແມ່ນສຳລັບຄົນທີ່ປ່ຽນໃຈໃໝ່ແລະຫັນຈາກບາບຂອງຕົນ ແຕ່ພະເຍຊູບໍ່ມີບາບ. ເຖິງແມ່ນວ່າໂຍຮັນຈະຄັດຄ້ານ ພະເຍຊູກໍຢືນຢັນວ່າ “ບັດນີ້ ທ່ານຈົ່ງຍອມກະທຳເທີ້ນ ເຫດວ່າສົມຄວນທີ່ເຮົາກະທຳຄວາມຊອບທຳສຳເລັດທັງສິ້ນ.”
ເຫດໃດຈຶ່ງຖືກຕ້ອງທີ່ພະເຍຊູຈະຮັບບັບເຕມາ? ເພາະວ່າການຮັບບັບເຕມາຂອງພະເຍຊູເປັນເຄື່ອງໝາຍຂອງການສະເໜີຕົວຈະເຮັດຕາມນ້ຳພະໄທແຫ່ງພະບິດາຂອງພະອົງ ກໍບໍ່ໄດ້ໝາຍເຖິງການປ່ຽນໃຈຈາກບາບ. ພະເຍຊູເຄີຍເປັນຊ່າງໄມ້ມາແລ້ວ ແຕ່ ຕອນນີ້ເປັນເວລາທີ່ພະອົງຈະປະຕິບັດງານສັ່ງສອນເຊິ່ງເປັນເຫດທີ່ພະເຢໂຫວາພະເຈົ້າສົ່ງພະອົງເຂົ້າມາໃນໂລກ. ເຈົ້າຄິດວ່າ ໂຍຮັນຄາດໝາຍວ່າຈະມີສິ່ງຜິດປົກກະຕິເກີດຂຶ້ນເມື່ອທ່ານໃຫ້ພະເຍຊູຮັບບັບເຕມາບໍ?
ເອົາລະ ໂຍຮັນໄດ້ລາຍງານຕອນຫຼັງວ່າ “ຜູ້ທີ່ໄດ້ໃຊ້ເຮົາໄປໃຫ້ຮັບສິນບັບເຕມາໃນນ້ຳ ກໍໄດ້ກ່າວແກ່ເຮົາວ່າ ເຈົ້າຈະເຫັນພະວິນຍານລົງແລະຕັ້ງຢູ່ເທິງຜູ້ໃດ ຜູ້ນັ້ນເປັນຜູ້ທີ່ໃຫ້ຮັບສິນບັບເຕມາໃນພະວິນຍານບໍລິສຸດ.” ດັ່ງນັ້ນ ໂຍຮັນຄາດໝາຍຈະເຫັນພະວິນຍານຂອງພະເຈົ້າລົງມາສູ່ຄົນໃດຄົນໜຶ່ງທີ່ທ່ານໃຫ້ຮັບບັບເຕມາ. ເພາະສະນັ້ນ ທ່ານຄົງບໍ່ແປກໃຈເມື່ອພະເຍຊູຂຶ້ນມາຈາກນ້ຳ ໂຍຮັນເຫັນ “ພະວິນຍານແຫ່ງພະເຈົ້າລົງມາເໝືອນດັ່ງນົກເຂົາແລະມາຢູ່ເທິງພະອົງ.”
ຍັງມີອີກຫຼາຍກວ່ານັ້ນທີ່ເກີດຂຶ້ນຂະນະທີ່ພະເຍຊູຮັບບັບເຕມາ. “ຟ້າສະຫວັນແຫວກອອກ” ແກ່ພະອົງ. ນີ້ໝາຍຄວາມຢ່າງໃດ? ປາກົດຊັດວ່າຕອນທີ່ພະເຍຊູຮັບບັບເຕມາຄວາມຊົງຈຳກ່ຽວກັບຊີວິດໃນສະຫວັນກ່ອນມາເປັນມະນຸດຄືນສູ່ພະອົງອີກ. ສະນັ້ນ ບັດນີ້ພະເຍຊູຫວນນຶກເຖິງຊີວິດຖານະບຸດຝ່າຍວິນຍານຂອງພະເຈົ້າເຢໂຫວາໄດ້ຢ່າງເຕັມທີ ຮ່ວມເອົາທຸກສິ່ງທີ່ພະເຈົ້າກ່າວແກ່ພະອົງໃນສະຫວັນກ່ອນມາເປັນມະນຸດ.
ນອກຈາກນັ້ນ ຕອນທີ່ພະອົງຮັບບັບເຕມາ ມີສຽງຈາກສະຫວັນກ່າວວ່າ “ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.” ນັ້ນແມ່ນສຽງຂອງຜູ້ໃດ? ສຽງຂອງພະເຍຊູເອງບໍ? ບໍ່ແມ່ນ! ເປັນສຽງຂອງພະເຈົ້າ. ເຫັນໄດ້ຊັດວ່າພະເຍຊູເປັນບຸດຂອງພະເຈົ້າ ພະອົງບໍ່ແມ່ນພະເຈົ້າຢ່າງທີ່ຜູ້ລາງຄົນອ້າງ.
ຢ່າງໃດກໍຕາມ ພະເຍຊູເປັນບຸດຂອງພະເຈົ້າຖານະມະນຸດ ຄືກັບມະນຸດຄົນທຳອິດ ອາດາມ. ສາວົກລຶກາຂຽນຫຼັງຈາກພັນລະນາການຮັບບັບເຕມາຂອງພະເຍຊູວ່າ “ເມື່ອພະເຍຊູໄດ້ຕັ້ງຕົ້ນປ່າວປະກາດພະອົງມີອາຍຸປະມານໄດ້ 30 ປີ ແລະຕາມຄົນທັງຫຼາຍໄດ້ຄຶດວ່າ ພະອົງເປັນລູກທ່ານໂຍເຊບ ລູກທ່ານເຫຼີ . . . ລູກທ່ານດາວິດ . . . ລູກທ່ານອັບລາຫາມ . . . ລູກທ່ານໂນເອ . . . ລູກທ່ານອາດາມ ລູກຂອງພະເຈົ້າ.”
ອາດາມເປັນ “ລູກຂອງພະເຈົ້າ” ຖານະເປັນມະນຸດຢ່າງໃດ ພະເຍຊູກໍເປັນຢ່າງນັ້ນ. ພະເຍຊູເປັນມະນຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີຊີວິດຢູ່ ເຊິ່ງປາກົດແຈ້ງເມື່ອເຮົາພິຈາລະນາຊີວິດຂອງພະເຍຊູ. ຢ່າງໃດກໍດີ ຕອນພະອົງຮັບບັບເຕມາ ພະເຍຊູເລີ່ມມີສາຍສຳພັນໃໝ່ກັບພະເຈົ້າ ຄືກາຍເປັນບຸດຝ່າຍວິນຍານ. ຕອນນັ້ນຄືກັບຮຽກພະອົງໃຫ້ກັບຄືນສູ່ສະຫວັນ ໂດຍທຳໃຫ້ພະອົງເລີ່ມຕົ້ນຕາມແນວທາງເຊິ່ງຈະພາໄປສູ່ການສະລະຊີວິດມະນຸດຂອງພະອົງຕະຫຼອດໄປເປັນເຄື່ອງບູຊາເພື່ອມະນຸດຊາດທີ່ຖືກປັບໂທດ. ມັດທາຽ 3:13-17; ລຶກາ 3:21-38; 1:34-36, 44; 2:10-14; ໂຍຮັນ 1:32-34; ເຫບເລີ 10:5-9.
▪ ເປັນຫຍັງພະເຍຊູບໍ່ແມ່ນຄົນແປກໜ້າສຳລັບໂຍຮັນ?
▪ ໃນເມື່ອພະເຍຊູບໍ່ໄດ້ເຮັດບາບ ເປັນຫຍັງພະອົງຈຶ່ງຮັບບັບເຕມາ?
▪ ເມື່ອຄຳນຶງເຖິງສິ່ງທີ່ໂຍຮັນຮູ້ກ່ຽວກັບພະເຍຊູ ເປັນຫຍັງທ່ານຄົງບໍ່ປະຫຼາດໃຈເມື່ອພະວິນຍານຂອງພະເຈົ້າລົງມາສະຖິດກັບພະອົງ?