ບົດທີ 74
ພະເຢຊູເປັນເມຊີອາ
ໂຢຮັນເຄີຍປະກາດວ່າ: ‘ຜູ້ທີ່ຍິ່ງໃຫຍ່ກວ່າຂ້ອຍກຳລັງມາ.’ ເມື່ອພະເຢຊູອາຍຸປະມານ 30 ປີ ເພິ່ນກໍເດີນທາງຈາກແຂວງຄາລີເລໄປແມ່ນ້ຳຈໍແດນ ເຊິ່ງເປັນບ່ອນທີ່ໂຢຮັນກຳລັງບັບເຕມາໃຫ້ປະຊາຊົນຢູ່. ພະເຢຊູຂໍໂຢຮັນບັບເຕມາໃຫ້ ແຕ່ໂຢຮັນເວົ້າວ່າ: ‘ຂ້ອຍບໍ່ຄວນເປັນຄົນບັບເຕມາໃຫ້ທ່ານ ແຕ່ທ່ານຕ່າງຫາກທີ່ຄວນເປັນຄົນບັບເຕມາໃຫ້ຂ້ອຍ.’ ແຕ່ພະເຢຊູບອກໂຢຮັນວ່າ: ‘ພະເຢໂຫວາຢາກໃຫ້ເຈົ້າບັບເຕມາໃຫ້ຂ້ອຍ.’ ທັງສອງກໍລົງໄປໃນແມ່ນ້ຳຈໍແດນ ແລ້ວໂຢຮັນກໍບັບເຕມາໃຫ້ພະເຢຊູໂດຍຈຸ່ມໂຕເພິ່ນຫຼິບລົງໃນນ້ຳ.
ຫຼັງຈາກທີ່ພະເຢຊູຂຶ້ນມາຈາກນ້ຳ ເພິ່ນກໍອະທິດຖານ. ຕອນນັ້ນ ທ້ອງຟ້າກໍເປີດອອກແລະພະລັງຂອງພະເຈົ້າທີ່ຄືກັບນົກເຂົາກໍລົງມາຢູ່ເທິງເພິ່ນ. ແລ້ວກໍມີສຽງພະເຢໂຫວາເວົ້າຈາກຟ້າວ່າ: “ເຈົ້າແມ່ນລູກທີ່ພໍ່ຮັກຫຼາຍ. ພໍ່ພໍໃຈລູກຫຼາຍ.”
ຫຼັງຈາກທີ່ພະເຢຊູໄດ້ຮັບພະລັງຂອງພະເຢໂຫວາ ເພິ່ນກໍເປັນພະຄລິດຫຼືເມຊີອາ. ຕອນນີ້ ເພິ່ນຈະເລີ່ມເຮັດວຽກທີ່ພະເຢໂຫວາສົ່ງເພິ່ນມາເຮັດຢູ່ໂລກແລ້ວ.
ທັນທີຫຼັງຈາກທີ່ພະເຢຊູຮັບບັບເຕມາ ເພິ່ນກໍໄປບ່ອນກັນດານແລະຢູ່ຫັ້ນ 40 ມື້. ເມື່ອເພິ່ນອອກຈາກບ່ອນກັນດານ ເພິ່ນກໍໄປຫາໂຢຮັນ. ເມື່ອໂຢຮັນເຫັນພະເຢຊູກຳລັງຍ່າງມາ ລາວກໍເວົ້າວ່າ: “ຜູ້ນີ້ເດ້ ແກະນ້ອຍຂອງພະເຈົ້າທີ່ຈະກຳຈັດບາບຂອງໂລກໃຫ້ໝົດໄປ!” ຄຳເວົ້າຂອງໂຢຮັນເຮັດໃຫ້ປະຊາຊົນຮູ້ວ່າພະເຢຊູແມ່ນເມຊີອາ. ເຈົ້າຮູ້ບໍວ່າເກີດຫຍັງຂຶ້ນຕອນທີ່ພະເຢຊູຢູ່ບ່ອນກັນດານ? ເຮົາຈະມາເບິ່ງນຳກັນໃນບົດຕໍ່ໄປ.
“ມີສຽງເວົ້າຈາກຟ້າວ່າ: ‘ເຈົ້າແມ່ນລູກທີ່ພໍ່ຮັກຫຼາຍ. ພໍ່ພໍໃຈລູກຫຼາຍ.’”—ມາຣະໂກ 1:11