ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 19
  • ການ​ສອນ​ຍິງ​ສະມາລີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ສອນ​ຍິງ​ສະມາລີ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຊາວ​ສະມາລີ​ຫຼາຍ​ຄົນ​ເຊື່ອ
  • ຜູ້​ຍິງ​ທີ່​ຢູ່​ນ້ຳ​ສ້າງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ສົນທະນາກັບຍິງທີ່ນ້ຳສ້າງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • “ເຮົາ​ຖືກ​ສົ່ງ​ມາ​ເພື່ອ​ການ​ນີ້”
    “ຕາມເຮົາໄປເຖີ້ນ”
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 19

ບົດ 19

ການ​ສອນ​ຍິງ​ສະມາລີ

ລະຫວ່າງ​ທາງ​ຈາກ​ແຂວງ​ຢູເດ​ໄປ​ເຖິງ​ຄາລິເລ​ນັ້ນ ພະ​ເຍຊູ​ແລະ​ສາວົກ​ຂອງ​ພະອົງ​ເດີນ​ທາງ​ຜ່ານ​ແຂວງ​ສະມາລີ. ພວກ​ເຂົາ​ອ່ອນ​ເພຍ​ຈາກ​ການ​ເດີນ​ທາງ ຕົກ​ທ່ຽງ​ເຂົາ​ຈຶ່ງ​ຢຸດ​ພັກ​ຢູ່​ນ້ຳ​ສ້າງ​ໃກ້​ເມືອງ​ຊີຄາ. ຍາໂຄບ​ໄດ້​ຂຸດ​ນ້ຳ​ສ້າງ​ນີ້​ໄວ້​ຫຼາຍ​ຮ້ອຍ​ປີ​ກ່ອນ ແລະ​ນ້ຳ​ສ້າງ​ນີ້​ຍັງ​ຢູ່​ຈົນ​ເຖິງ​ທຸກ​ມື້​ນີ້ ໃກ້​ເມືອງ​ນາບລູ​ສະໄໝ​ປັດຈຸບັນ.

ຂະນະ​ທີ່​ພະ​ເຍຊູ​ພັກ​ຜ່ອນ​ຢູ່​ຫັ້ນ ສາວົກ​ຂອງ​ພະອົງ​ເຂົ້າ​ໄປ​ໃນ​ເມືອງ​ເພື່ອ​ຫາ​ຊື້​ອາຫານ. ເມື່ອ​ຍິງ​ສະມາລີ​ຜູ້​ໜຶ່ງ​ມາ​ຕັກ​ນ້ຳ ພະອົງ​ກ່າວ​ວ່າ “ຂໍ​ໃຫ້​ເຮົາ​ກິນ​ນ້ຳ​ແດ່​ເທີ້ນ.”

ຕາມ​ປົກກະຕິ​ຊາວ​ຢິວ​ແລະ​ຊາວ​ສະມາລີ​ບໍ່​ຕິດ​ຕໍ່​ຄົບ​ຫາ​ກັນ ເນື່ອງ​ຈາກ​ອະຄະຕິ​ອັນ​ເລິກ​ທີ່​ເຂົາ​ມີ​ຕໍ່​ກັນ. ດັ່ງ​ນັ້ນ ຍິງ​ນັ້ນ​ຖາມ​ດ້ວຍ​ຄວາມ​ປະຫຼາດ​ໃຈ​ວ່າ “ທ່ານ​ຜູ້​ເປັນ​ຊາວ​ຢູເດ​ຈະ​ຂໍ​ກິນ​ນ້ຳ​ແຕ່​ຂ້າພະເຈົ້າ ຜູ້​ເປັນ​ຍິງ​ຊາວ​ສະມາລີ ເປັນ​ການ​ຢ່າງ​ໃດ”?

ພະ​ເຍຊູ​ຕອບ​ວ່າ “ຖ້າ​ເຈົ້າ​ຮູ້. . . . ເປັນ​ຜູ້​ໃດ​ທີ່​ກ່າວ​ແກ່​ເຈົ້າ​ວ່າ ຂໍ​ໃຫ້​ເຮົາ​ກິນ​ນ້ຳ​ແດ່​ເທີ້ນ. ເຈົ້າ​ຈະ​ໄດ້​ຂໍ​ແຕ່​ທ່ານ​ແລະ​ທ່ານ​ຈະ​ໄດ້​ປະທານ​ນ້ຳ​ອັນ​ມີ​ຊີວິດ​ຢູ່​ໃຫ້​ແກ່​ເຈົ້າ.”

ນາງ​ຕອບ​ວ່າ “ທ່ານ​ເຈົ້າ​ຂ້າ​ທ່ານ​ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຈະ​ຕັກ​ແລະ​ນ້ຳ​ສ້າງ​ກໍ​ເລິກ ນ້ຳ​ອັນ​ມີ​ຊີວິດ​ນັ້ນ​ທ່ານ​ຈຶ່ງ​ໄດ້​ມາ​ແຕ່​ໃສ. ທ່ານ​ໃຫຍ່​ກວ່າ​ທ່ານ​ຍາໂຄບ ຜູ້​ເປັນ​ຕາ​ຂອງ​ພວກ​ຂ້າພະເຈົ້າ ຜູ້​ທີ່​ໄດ້​ປະທານ​ນ້ຳ​ສ້າງ​ນີ້​ໃຫ້​ພວກ​ຂ້າພະເຈົ້າ​ຫຼື ແລະ​ຕາ​ເອງ​ໄດ້​ກິນ ກັບ​ລູກ​ແລະ​ຝູງ​ສັດ​ທັງ​ຫຼາຍ​ແຫ່ງ​ຕົນ.”

ພະ​ເຍຊູ​ຕອບ​ວ່າ “ຄົນ​ທຸກ​ຄົນ​ທີ່​ກິນ​ແຕ່​ນ້ຳ​ນີ້​ກໍ​ຈະ​ຍັງ​ຫິວ​ນ້ຳ​ອີກ. ແຕ່​ວ່າ​ຜູ້​ທີ່​ຈະ​ກິນ​ນ້ຳ​ທີ່​ເຮົາ​ຈະ​ປະທານ​ໃຫ້​ນັ້ນ ຜູ້​ນັ້ນ​ຈະ​ບໍ່​ຫອນ​ຫິວ​ນ້ຳ​ສືບໆ ໄປ ແຕ່​ວ່າ​ນ້ຳ​ທີ່​ເຮົາ​ຈະ​ປະທານ​ແກ່​ເພິ່ນ​ຈະ​ເປັນ​ນ້ຳ​ພຸ​ໃນ​ເພິ່ນ ອັນ​ຈະ​ພຸ່ງ​ອອກ​ໃນ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.”

ຜູ້​ຍິງ​ນັ້ນ​ຕອບ​ວ່າ “ທ່ານ​ເຈົ້າ​ຂ້າ ຂໍ​ນ້ຳ​ນີ້​ໃຫ້​ແກ່​ຂ້າພະເຈົ້າ ເພື່ອ​ຂ້າພະເຈົ້າ​ຈະ​ບໍ່​ຫິວ​ນ້ຳ​ອີກ​ແລະ​ບໍ່​ມາ​ຕັກ​ນ້ຳ​ທີ່​ນີ້.”

ບັດ​ນີ້​ພະ​ເຍຊູ​ກ່າວ​ກັບ​ນາງ​ວ່າ “ຈົ່ງ​ໄປ​ແລະ​ເອີ້ນ​ຜົວ​ຂອງ​ເຈົ້າ​ແລະ​ມາ​ພີ້​ເທີ້ນ.”

ນາງ​ຕອບ​ວ່າ “ຂ້າພະເຈົ້າ​ບໍ່​ມີ​ຜົວ.”

ພະ​ເຍຊູ​ຢືນຢັນ​ຄຳ​ກ່າວ​ຂອງ​ນາງ. “ເຈົ້າ​ເວົ້າ​ຈິງ​ວ່າ ຂ້າພະເຈົ້າ​ບໍ່​ມີ​ຜົວ. ເພາະ​ວ່າ​ເຈົ້າ​ໄດ້​ຜົວ​ຫ້າ​ຄົນ​ແລ້ວ ແລະ​ຊາຍ​ທີ່​ເຈົ້າ​ໄດ້​ດຽວ​ນີ້​ບໍ່​ເປັນ​ຜົວ​ເຈົ້າ.”

ຍິງ​ນັ້ນ​ເວົ້າ​ດ້ວຍ​ຄວາມ​ປະຫຼາດ​ໃຈ​ວ່າ “ທ່ານ​ເຈົ້າ​ຂ້າ ຂ້າພະເຈົ້າ​ເຫັນ​ວ່າ​ທ່ານ​ເປັນ​ຜູ້​ທຳນວາຍ.” ນາງ​ສະແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ທີ່​ມີ​ຕໍ່​ສິ່ງ​ຝ່າຍ​ວິນຍານ ໂດຍ​ບອກ​ວ່າ ຊາວ​ສະມາລີ “ຂາບ​ໄຫວ້​ເທິງ​ພູເຂົາ​ນີ້ [ຄາລີຊີມ​ເຊິ່ງ​ຢູ່​ໃກ້ໆ] ແລະ​ທ່ານ​ທັງ​ຫຼາຍ [ຊາວ​ຢິວ] ກ່າວ​ວ່າ​ຕ້ອງ​ຂາບ​ໄຫວ້​ທີ່​ເມືອງ​ເຢຣຶຊາເລມ.”

ພະ​ເຍຊູ​ຊີ້​ແຈງ​ວ່າ ບ່ອນ​ຂາບ​ໄຫວ້​ບໍ່​ແມ່ນ​ສິ່ງ​ສຳຄັນ. ພະອົງ​ກ່າວ​ວ່າ “ຄາວ​ມາ​ແລະ​ເປັນ​ແລ້ວ​ດຽວ​ນີ້​ວ່າ ຄົນ​ທັງ​ຫຼາຍ​ທີ່​ຂາບ​ໄຫວ້​ຈິງ​ກໍ​ຈະ​ຂາບ​ໄຫວ້​ພະ​ບິດາ​ໃນ​ວິນຍານ​ແລະ​ໃນ​ຄວາມ​ຈິງ ເພາະ​ວ່າ​ພະ​ບິດາ​ທັງ​ມວນ​ຊອກ​ຫາ​ຜູ້​ຂາບ​ໄຫວ້​ຢ່າງ​ນັ້ນ. ພະເຈົ້າ​ເປັນ​ວິນຍານ ແລະ​ຄົນ​ທັງ​ຫຼາຍ​ທີ່​ຂາບ​ໄຫວ້​ພະເຈົ້າ ຕ້ອງ​ຂາບ​ໄຫວ້​ພະອົງ​ໃນ​ວິນຍານ​ແລະ​ໃນ​ຄວາມ​ຈິງ.”

ຜູ້​ຍິງ​ນັ້ນ​ຮູ້ສຶກ​ປະທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ນາງ​ກ່າວ​ວ່າ “ຂ້າພະເຈົ້າ​ຮູ້​ຈັກ​ວ່າ ເມຊີ​ຜູ້​ເປັນ​ທີ່​ເອີ້ນ​ຊື່​ວ່າ​ພະ​ຄລິດ​ກໍ​ມາ ເມື່ອ​ພະອົງ​ຈະ​ມາ​ແລ້ວ ພະອົງ​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ຮູ້​ຈັກ​ສັບພະ​ທຸກ​ສິ່ງ.”

ພະ​ເຍຊູ​ຖະແຫຼງ​ວ່າ “ເຮົາ​ທີ່​ປາກ​ກັບ​ເຈົ້າ ເຮົາ​ເປັນ​ພະ​ຄລິດ.” ລອງ​ຄິດ​ເບິ່ງ! ຍິງ​ຜູ້​ນີ້​ມາ​ຕັກ​ນ້ຳ​ຕອນ​ທ່ຽງ​ວັນ ບາງ​ທີ​ນາງ​ອາດ​ຈະ​ຫຼົບ​ຫຼີກ​ບໍ່​ຢາກ​ພົບ​ກັບ​ພວກ​ຜູ້​ຍິງ​ໃນ​ຫມູ່​ບ້ານ ເຊິ່ງ​ລັງກຽດ​ວິຖີ​ຊີວິດ​ຂອງ​ນາງ ແຕ່​ນາງ​ໄດ້​ຮັບ​ພະ​ພອນ​ອັນ​ພິເສດ​ຈາກ​ພະ​ເຍຊູ. ພະອົງ​ບອກ​ນາງ​ກົງໆ ກ່ຽວ​ກັບ​ສິ່ງ​ທີ່​ພະອົງ​ຍັງ​ບໍ່​ເຄີຍ​ເປີດ​ເຜີຍ​ໃຫ້​ຄົນ​ອື່ນ​ຮູ້. ຜົນ​ເປັນ​ປະການ​ໃດ?

ຊາວ​ສະມາລີ​ຫຼາຍ​ຄົນ​ເຊື່ອ

ເມື່ອ​ສາວົກ​ກັບ​ຈາກ​ເມືອງ​ຊີຄາ​ພ້ອມ​ດ້ວຍ​ອາຫານ ພວກ​ເຂົາ​ພົບ​ພະ​ເຍຊູ​ຍັງ​ຢູ່​ທີ່​ນ້ຳ​ສ້າງ​ຂອງ​ຍາໂຄບ ສົນທະນາ​ກັບ​ຍິງ​ຊາວ​ສະມາລີ. ພໍ​ສາວົກ​ມາ​ເຖິງ ນາງ​ກໍ​ຈາກ​ໄປ ປະ​ໝໍ້​ນ້ຳ​ໄວ້​ແລະ​ເຂົ້າ​ໄປ​ໃນ​ເມືອງ.

ເນື່ອງ​ຈາກ​ນາງ​ສົນ​ໃຈ​ຫຼາຍ​ໃນ​ເລື່ອງ​ຕ່າງໆ ທີ່​ໄດ້​ຟັງ​ຈາກ​ພະ​ເຍຊູ ນາງ​ບອກ​ນຳ​ພວກ​ຜູ້​ຊາຍ​ໃນ​ເມືອງ​ວ່າ “ຈົ່ງ​ມາ​ເບິ່ງ​ຄົນ​ຜູ້​ໜຶ່ງ​ທີ່​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ຍັງ​ສັບພະ​ທຸກ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ກະທຳ​ແລ້ວ.” ແລ້ວ​ດ້ວຍ​ວິທີ​ປຸກ​ຮ້າວ​ໃຫ້​ເກີດ​ຄວາມ​ຢາກ​ຮູ້​ຢາກ​ເຫັນ ນາງ​ຖາມ​ວ່າ “ຜູ້​ນີ້​ຈະ​ບໍ່​ເປັນ​ພະ​ຄລິດ​ຫຼື”? ຄຳຖາມ​ນັ້ນ​ໄດ້​ຜົນ​ຕາມ​ຈຸດ​ປະສົງ ພວກ​ເຂົາ​ໄດ້​ພາ​ກັນ​ອອກ​ໄປ​ເບິ່ງ​ດ້ວຍ​ຕົນ​ເອງ.

ໃນ​ລະຫວ່າງ​ເວລາ​ນັ້ນ ພວກ​ສາວົກ​ຊວນ​ໃຫ້​ພະ​ເຍຊູ​ຮັບ​ປະທານ​ອາຫານ​ທີ່​ເຂົາ​ຊື້​ມາ​ຈາກ​ໃນ​ເມືອງ. ແຕ່​ພະອົງ​ຕອບ​ວ່າ “ເຮົາ​ມີ​ອາຫານ​ກິນ​ທີ່​ທ່ານ​ທັງ​ຫຼາຍ​ບໍ່​ຮູ້​ຈັກ.”

ສາວົກ​ຈຶ່ງ​ຖາມ​ກັນ​ວ່າ “ຜູ້​ໜຶ່ງ​ຜູ້​ໃດ​ໄດ້​ເອົາ​ອາຫານ​ມາ​ໃຫ້​ພະອົງ​ກິນ​ຫຼື”? ພະ​ເຍຊູ​ຊີ້​ແຈງ​ວ່າ “ອາຫານ​ຂອງ​ເຮົາ​ເປັນ​ອັນ​ທີ່​ເຮົາ​ກະທຳ​ຕາມ​ນ້ຳໃຈ​ຂອງ​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ​ແລະ​ໃຫ້​ກິດຈະການ​ຂອງ​ພະເຈົ້າ​ສຳເລັດ​ແລ້ວ. ຝ່າຍ​ທ່ານ​ທັງ​ຫຼາຍ​ທ່ານ​ບໍ່​ເວົ້າ​ຫຼື ຍັງ​ມີ​ສີ່​ເດືອນ​ຈົນ​ເຖິງ​ລະດູ​ກ່ຽວ.” ແຕ່​ພະອົງ​ກ່າວ​ໂດຍ​ໃນ​ເຖິງ​ການ​ເກັບ​ກ່ຽວ​ຝ່າຍ​ວິນຍານ​ວ່າ “ຈົ່ງ​ແຫງນ​ຕາ​ແລະ​ເບິ່ງ​ທົ່ງ​ນາ​ເຂົ້າ​ທັງ​ຫຼາຍ ເພາະ​ວ່າ​ເຂົ້າ​ເຫຼືອງ​ພໍ​ກ່ຽວ​ແລ້ວໆ. ຜູ້​ທີ່​ກ່ຽວ​ເຂົ້າ​ກໍ​ຮັບ​ຈ້າງ ແລະ​ໂຮມ​ໝາກ​ໄວ້​ສຳລັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ເພື່ອ​ວ່າ​ຜູ້​ທີ່​ຫວ່ານ​ແລະ​ຜູ້​ທີ່​ກ່ຽວ​ຈະ​ໄດ້​ຊົມຊື່ນ​ຍິນດີ​ພ້ອມ​ກັນ.”

ບາງ​ເທື່ອ​ພະ​ເຍຊູ​ມອງ​ເຫັນ​ຜົນ​ອັນ​ດີ​ເລີດ​ຈາກ​ການ​ພົບ​ປະ​ກັບ​ຍິງ​ຊາວ​ສະມາລີ​ຢູ່​ແລ້ວ—ຫຼາຍ​ຄົນ​ສະແດງ​ຄວາມ​ເຊື່ອ​ໃນ​ພະອົງ ເນື່ອງ​ຈາກ​ການ​ໃຫ້​ຄຳ​ພະຍານ​ຂອງ​ນາງ. ນາງ​ກ່າວ​ກັບ​ຊາວ​ເມືອງ​ວ່າ “ພະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ຍັງ​ສັບພະ​ທຸກ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ກະທຳ.” ດັ່ງ​ນັ້ນ ເມື່ອ​ຄົນ​ຊາວ​ເມືອງ​ຊີຄາ​ມາ​ຫາ​ພະອົງ​ຢູ່​ນ້ຳ​ສ້າງ ພວກ​ເຂົາ​ທູນ​ຂໍ​ໃຫ້​ພະອົງ​ພັກ​ນຳ​ແລະ​ສົນທະນາ​ນຳ​ເຂົາ​ຫຼາຍ​ຂຶ້ນ. ພະ​ເຍຊູ​ຕອບ​ຮັບ​ຄຳ​ເຊີນ​ແລະ​ຄ້າງ​ຢູ່​ຫັ້ນ​ສອງ​ມື້.

ເມື່ອ​ຊາວ​ສະມາລີ​ໄດ້​ຟັງ​ພະ​ເຍຊູ ອີກ​ຫຼາຍ​ຄົນ​ເຊື່ອ. ແລ້ວ​ເຂົາ​ເວົ້າ​ກັບ​ຍິງ​ນັ້ນ​ວ່າ “ບໍ່​ໃຊ່​ເພາະ​ຖ້ອຍ​ຄຳ​ຂອງ​ເຈົ້າ ຫມູ່​ເຮົາ​ເຊື່ອ​ດຽວ​ນີ້​ເພາະ​ວ່າ​ຫມູ່​ເຮົາ​ເອງ​ໄດ້​ຍິນ​ພະອົງ​ແລະ​ຫມູ່​ເຮົາ​ຮູ້​ຈັກ​ວ່າ ພະອົງ​ນີ້​ເປັນ​ຜູ້​ຊ່ອຍ​ອັນ​ແທ້​ແຫ່ງ​ມະນຸດສະໂລກ.” ແນ່​ແລ້ວ ຍິງ​ຊາວ​ສະມາລີ​ຄົນ​ນີ້​ໃຫ້​ຕົວຢ່າງ​ທີ່​ດີ​ໃນ​ວິທີ​ເຊິ່ງ​ເຮົາ​ສາມາດ​ໃຫ້​ຄຳ​ພະຍານ​ເຖິງ​ພະ​ເຍຊູ ໂດຍ​ການ​ປຸກ​ຮ້າວ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຈົນ​ຜູ້​ຟັງ​ຈະ​ສືບ​ຫາ​ຕໍ່​ໄປ!

ຈົ່ງ​ຈື່​ໄວ້​ວ່າ ອີກ​ສີ່​ເດືອນ​ຈະ​ເປັນ​ລະດູ​ເກັບ​ກ່ຽວ—ເບິ່ງ​ຄື​ວ່າ​ເປັນ​ການ​ເກັບ​ກ່ຽວ​ເຂົ້າ​ບາເລ ເຊິ່ງ​ໃນ​ປະເທດ​ປາແລັດສະຕິນ​ຈະ​ກ່ຽວ​ກັນ​ໃນ​ລະດູ​ໃບ​ໄມ້​ປົ່ງ. ສະນັ້ນ ຕອນ​ນັ້ນ​ຄົງ​ຈະ​ເປັນ​ເດືອນ​ພະຈິກ​ຫຼື​ເດືອນ​ທັນວາ. ນັ້ນ​ໝາຍ​ຄວາມ​ວ່າ ຫຼັງ​ຈາກ​ເທສະການ​ປັດສະຄາ​ຂອງ​ປີ​ສາກົນ​ສັກກະຫຼາດ 30 ພະ​ເຍຊູ​ແລະ​ສາວົກ​ຂອງ​ພະອົງ​ໄດ້​ໃຊ້​ເວລາ​ຮາວໆ ແປດ​ເດືອນ​ສັ່ງ​ສອນ​ແລະ​ໃຫ້​ການ​ຮັບ​ບັບເຕມາ​ໃນ​ແຂວງ​ຢູເດ. ຕອນ​ນີ້​ເຂົາ​ເຈົ້າ​ເດີນ​ທາງ​ເມືອ​ແຂວງ​ຄາລິເລ​ທີ່​ເປັນ​ບ້ານ​ເກີດ​ຂອງ​ເຂົາ. ເຂົາ​ຈະ​ໄປ​ພໍ້​ກັບ​ສິ່ງ​ໃດ​ຢູ່​ຫັ້ນ? ໂຍຮັນ 4:3-43.

▪ ເຫດ​ໃດ​ຍິງ​ຊາວ​ສະມາລີ​ຈຶ່ງ​ແປກ​ໃຈ​ທີ່​ພະ​ເຍຊູ​ສົນທະນາ​ກັບ​ນາງ?

▪ ພະ​ເຍຊູ​ສອນ​ຫຍັງ​ແກ່​ນາງ​ກ່ຽວ​ກັບ​ເລື່ອງ​ນ້ຳ​ທີ່​ໃຫ້​ຊີວິດ​ແລະ​ສະຖານ​ທີ່​ຂາບ​ໄຫວ້?

▪ ພະ​ເຍຊູ​ເປີດ​ເຜີຍ​ໃຫ້​ນາງ​ຮູ້​ດ້ວຍ​ວິທີ​ໃດ​ວ່າ​ພະອົງ​ແມ່ນ​ຜູ້​ໃດ ແລະ​ເຫດ​ໃດ​ການ​ເປີດ​ເຜີຍ​ນີ້​ຈຶ່ງ​ເປັນ​ເລື່ອງ​ແປກ​ແທ້ໆ?

▪ ຍິງ​ຊາວ​ສະມາລີ​ໃຫ້​ຄຳ​ພະຍານ​ແບບ​ໃດ​ແລະ​ໄດ້​ຜົນ​ຢ່າງ​ໃດ?

▪ ອາຫານ​ຂອງ​ພະ​ເຍຊູ​ກ່ຽວ​ຂ້ອງ​ຢ່າງ​ໃດ​ກັບ​ລະດູ​ເກັບ​ກ່ຽວ?

▪ ເຮົາ​ຈະ​ຄຳນວນ​ໄລຍະ​ເວລາ​ທີ່​ພະ​ເຍຊູ​ເທສະໜາ​ສັ່ງ​ສອນ​ໃນ​ແຂວງ​ຢູເດ​ຫຼັງ​ຈາກ​ເທສະການ​ປັດສະຄາ​ໃນ​ປີ​ສາກົນ​ສັກກະຫຼາດ 30 ໄດ້​ຢ່າງ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌