ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 77 ໜ້າ 182-ໜ້າ 183 ຂໍ້ 2
  • ຜູ້​ຍິງ​ທີ່​ຢູ່​ນ້ຳ​ສ້າງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຜູ້​ຍິງ​ທີ່​ຢູ່​ນ້ຳ​ສ້າງ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ການ​ສອນ​ຍິງ​ສະມາລີ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ສົນທະນາກັບຍິງທີ່ນ້ຳສ້າງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 77 ໜ້າ 182-ໜ້າ 183 ຂໍ້ 2
ພະ​ເຢຊູ​ເວົ້າ​ກັບ​ຜູ້​ຍິງ​ຊາມາເຣຍ​ຢູ່​ນ້ຳ​ສ້າງ​ຂອງ​ຢາໂຄບ

ບົດ​ທີ 77

ຜູ້​ຍິງ​ທີ່​ຢູ່​ນ້ຳ​ສ້າງ

ຫຼັງ​ຈາກ​ເທດສະການ​ປັດສະຄາ ພະ​ເຢຊູ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ກໍ​ເດີນທາງ​ກັບ​ເມືອ​ແຂວງ​ຄາລີ​ເຄ​ໂດຍ​ຜ່ານ​ທາງ​ແຂວງ​ຊາມາເຣຍ. ພະ​ເຢຊູ​ໄດ້​ຢຸດ​ພັກ​ຢູ່​ນ້ຳ​ສ້າງ​ຂອງ​ຢາໂຄບ​ໃກ້​ກັບ​ເມືອງ​ຊີຂາ. ຕອນ​ທີ່​ເພິ່ນ​ກຳລັງ​ພັກ​ຢູ່ ພວກ​ລູກສິດ​ກໍ​ເຂົ້າ​ໄປ​ຊື້​ອາຫານ​ຢູ່​ໃນ​ເມືອງ.

ມີ​ຜູ້​ຍິງ​ຄົນ​ໜຶ່ງ​ມາ​ຕັກ​ນ້ຳ​ຢູ່​ນ້ຳ​ສ້າງ ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ແດ່.” ລາວ​ຖາມ​ວ່າ: ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ຂ້ອຍ​ທີ່​ເປັນ​ຄົນ​ຊາມາເຣຍ. ຄົນ​ຢິວ​ບໍ່​ເວົ້າ​ນຳ​ຄົນ​ຊາມາເຣຍ​ບໍ່​ແມ່ນ​ບໍ?’ ພະ​ເຢຊູ​ຕອບ​ວ່າ: ‘ຖ້າ​ເຈົ້າ​ຮູ້​ວ່າ​ຂ້ອຍ​ແມ່ນ​ໃຜ ເຈົ້າ​ຈະ​ຂໍ​ນ້ຳ​ຈາກ​ຂ້ອຍ. ແລ້ວ​ຂ້ອຍ​ຈະ​ໃຫ້​ນ້ຳ​ທີ່​ໃຫ້​ຊີວິດ​ກັບ​ເຈົ້າ.’ ລາວ​ຖາມ​ເພິ່ນ​ວ່າ: ‘ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຄຸ​ຕັກ​ນ້ຳ​ເຈົ້າ​ກໍ​ບໍ່​ມີ.’ ພະ​ເຢຊູ​ຕອບ​ລາວ​ວ່າ: “ຄົນ​ທີ່​ກິນ​ນ້ຳ​ທີ່​ຂ້ອຍ​ເອົາ​ໃຫ້​ຈະ​ບໍ່​ຫິວ​ນ້ຳ​ອີກ​ເລີຍ.” ລາວ​ຈຶ່ງ​ບອກ​ພະ​ເຢຊູ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ນັ້ນ​ແດ່.”

ພະ​ເຢຊູ​ບອກ​ລາວ​ວ່າ: “ໄປ​ເອີ້ນ​ຜົວ​ເຈົ້າ​ມາ​ນີ້.” ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ມີ​ຜົວ.” ພະ​ເຢຊູ​ເວົ້າ​ວ່າ: ‘ກະ​ແມ່ນ​ຄວາມ​ເຈົ້າ. ເຈົ້າ​ແຕ່ງດອງ​ມາ 5 ເທື່ອ​ແລ້ວ​ແລະ​ຄົນ​ທີ່​ເຈົ້າ​ຢູ່​ນຳ​ຕອນນີ້​ກໍ​ຍັງ​ບໍ່​ໄດ້​ແຕ່ງດອງ​ນຳ.’ ລາວ​ຈຶ່ງ​ເວົ້າ​ວ່າ: ‘ເຈົ້າ​ແມ່ນ​ຜູ້​ພະຍາກອນ. ພວກ​ເຮົາ​ທີ່​ເປັນ​ຄົນ​ຊາມາເຣຍ​ເຊື່ອ​ວ່າ​ພວກ​ເຮົາ​ສາມາດ​ນະມັດສະການ​ພະເຈົ້າ​ຢູ່​ເທິງ​ພູ​ນີ້​ໄດ້ ແຕ່​ຄົນ​ຢິວ​ບອກ​ວ່າ​ຕ້ອງ​ໄປ​ນະມັດສະການ​ຢູ່​ເມືອງ​ເຢຣູຊາເລັມ​ເທົ່າ​ນັ້ນ. ຂ້ອຍ​ເຊື່ອ​ວ່າ​ຖ້າ​ເມຊີອາ​ມາ ເພິ່ນ​ຈະ​ສອນ​ເຮົາ​ວ່າ​ຄວນ​ນະມັດສະການ​ພະເຈົ້າ​ແນວ​ໃດ.’ ພະ​ເຢຊູ​ຈຶ່ງ​ບອກ​ລາວ​ວ່າ: ‘ຂ້ອຍ​ແມ່ນ​ເມຊີອາ.’ ນີ້​ແມ່ນ​ເທື່ອ​ທຳອິດ​ທີ່​ພະ​ເຢຊູ​ບອກ​ຄົນ​ອື່ນ​ວ່າ​ເພິ່ນ​ແມ່ນ​ເມຊີອາ.

ພະ​ເຢຊູ​ເວົ້າ​ກັບ​ຄົນ​ຊາມາເຣຍ

ຜູ້​ຍິງ​ຄົນ​ນີ້​ກໍ​ຟ້າວ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ບອກ​ຄົນ​ຊາມາເຣຍ​ວ່າ: ‘ຂ້ອຍ​ຄິດ​ວ່າ​ຂ້ອຍ​ເຈິ​ເມຊີອາ​ແລ້ວ. ລາວ​ເວົ້າ​ຖືກ​ໝົດ​ວ່າ​ຂ້ອຍ​ເຄີຍ​ເຮັດ​ຫຍັງ​ມາ​ແດ່. ມາ​ເບິ່ງ​ແມ້!’ ເຂົາເຈົ້າ​ກໍ​ນຳ​ລາວ​ໄປ​ນ້ຳ​ສ້າງ​ແລະ​ຟັງ​ພະ​ເຢຊູ​ສອນ.

ຄົນ​ຊາມາເຣຍ​ຊວນ​ພະ​ເຢຊູ​ພັກ​ຢູ່​ນຳ​ເຂົາເຈົ້າ. ເພິ່ນ​ພັກ​ຢູ່​ເມືອງ​ນັ້ນ 2 ມື້​ແລະ​ສອນ​ເຂົາເຈົ້າ. ມີ​ຫຼາຍ​ຄົນ​ເຂົ້າ​ມາ​ເຊື່ອ​ພະ​ເຢຊູ ເຂົາເຈົ້າ​ບອກ​ຜູ້​ຍິງ​ຊາມາເຣຍ​ຄົນ​ນັ້ນ​ວ່າ: ‘ເມື່ອ​ໄດ້​ຟັງ​ເພິ່ນ​ຜູ້​ນີ້​ສອນ ພວກ​ເຮົາ​ຮູ້​ເລີຍ​ວ່າ​ເພິ່ນ​ເປັນ​ຜູ້​ຊ່ວຍ​ໂລກ​ໃຫ້​ລອດ​ແທ້ໆ.’

“‘ເຊີນ​ມາ.’ ໃຫ້​ທຸກ​ຄົນ​ທີ່​ຫິວ​ນ້ຳ​ມາ​ເດີ້. ໃຫ້​ຄົນ​ທີ່​ຢາກ​ກິນ​ນ້ຳ​ທີ່​ໃຫ້​ຊີວິດ​ມາ​ກິນ​ລ້າໆ.”—ພະ​ນິມິດ 22:17

ຄຳ​ຖາມ: ເປັນ​ຫຍັງ​ຜູ້​ຍິງ​ຄົນ​ຊາມາເຣຍ​ຮູ້ສຶກ​ແປກໃຈ​ທີ່​ພະ​ເຢຊູ​ເວົ້າ​ນຳ​ລາວ? ພະ​ເຢຊູ​ບອກ​ຫຍັງ​ລາວ?

ໂຢຮັນ 4:1-42

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌