ບົດ 20
ການອັດສະຈັນຄັ້ງທີສອງຕອນຢູ່ບ້ານການາ
ເມື່ອພະເຍຊູສະເດັດເມືອບ້ານຂອງພະອົງຫຼັງຈາກປະຕິບັດການເທສະໜາສັ່ງສອນໄປທົ່ວແຂວງຢູເດ ກໍບໍ່ແມ່ນເພື່ອຈະພັກຜ່ອນ. ພະອົງເລີ່ມງານສັ່ງສອນອັນໃຫຍ່ຍິ່ງກວ່າໃນແຂວງຄາລິເລ ດິນແດນທີ່ພະອົງໃຫຍ່ຂຶ້ນ. ແຕ່ພວກສາວົກແທນທີ່ຈະຢູ່ນຳພະອົງຕໍ່ໄປ ພວກເຂົາໄດ້ກັບໄປຢູ່ກັບຄອບຄົວແລະເຮັດອາຊີບເດີມ.
ພະເຍຊູເລີ່ມປະກາດຂ່າວອັນໃດ? ຂ່າວທີ່ວ່າ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະເຈົ້າໄດ້ຫຍັບເຂົ້າມາໃກ້ແລ້ວ ທ່ານທັງຫຼາຍຈົ່ງປະໃຈເກົ່າເອົາໃຈໃໝ່ແລະເຊື່ອໃນຄຳປະເສີດເທີ້ນ.” ການຕອບຮັບເດ? ຊາວຄາລິເລຕ້ອນຮັບພະເຍຊູ. ເຂົາທັງປວງເຄົາລົບພະອົງ. ຢ່າງໃດກໍ່ດີ ບໍ່ແມ່ນສະເພາະແຕ່ຂ່າວຂອງພະອົງເທົ່ານັ້ນ ແຕ່ເນື່ອງດ້ວຍຫຼາຍຄົນໄດ້ເຂົ້າຮ່ວມເທສະການປັດສະຄາ ທີ່ເມືອງເຢຣຶຊາເລມຫຼາຍເດືອນກ່ອນນັ້ນ ແລະໄດ້ເຫັນພະອົງທຳການອັດສະຈັນທີ່ໜ້າງຶດງໍ້.
ເບິ່ງຄືວ່າ ພະເຍຊູເລີ່ມງານສັ່ງສອນຄັ້ງສຳຄັນກັບຊາວຄາລິເລ ທີ່ເມືອງການາ. ເຈົ້າອາດຈຳໄດ້ວ່າ ກ່ອນໜ້ານັ້ນຕອນທີ່ກັບຈາກຢູເດ ພະອົງປ່ຽນນ້ຳໃຫ້ເປັນເຫຼົ້າອະງຸ່ນໃນງານລ້ຽງສະຫຼອງສົມລົດທີ່ນັ້ນ. ເຫດການທີສອງນີ້ ລູກຂອງຂຸນນາງລາຊະສຳນັກກະສັດເຫໂລດອັນຕິປາປ່ວຍໜັກ. ເມື່ອໄດ້ຂ່າວວ່າພະເຍຊູກັບຈາກແຂວງຢູເດມາທີ່ຫມູ່ບ້ານການາ ຂຸນນາງຈຶ່ງເດີນທາງຈາກບ້ານທີ່ກັບເອນາອູມເພື່ອຈະພົບພະເຍຊູ. ດ້ວຍຄວາມເສົ້າໂສກ ຊາຍນັ້ນວິ່ງວອນວ່າ “ເຊີນລົງໄປ ກ່ອນລູກຊາຍຂອງຂ້າພະເຈົ້າຕາຍ.”
ພະເຍຊູກ່າວວ່າ ‘ຈົ່ງເມືອບ້ານເທີ້ນ. ລູກຊາຍຂອງເຈົ້າສະບາຍດີແລ້ວ!’ ຂຸນນາງກໍເຊື່ອແລະເລີ່ມເດີນທາງໄກເມືອບ້ານ. ໃນລະຫວ່າງທາງຂ້າໃຊ້ຂອງທ່ານພົບກັບທ່ານ ເຂົາຮີບລາຍງານຂຸນນາງວ່າທຸກຢ່າງຮຽບຮ້ອຍ—ລູກຂອງເຂົາເຊົາດີແລ້ວ! ຂຸນນາງຖາມວ່າ ‘ລູກດີຂຶ້ນໃນໂມງໃດ?’
ຂ້າໃຊ້ຕອບວ່າ “ວານນີ້ເວລາບ່າຍໂມງໜຶ່ງ.”
ຂຸນນາງນຶກໃນໃຈວ່ານັ້ນເປັນເວລາດຽວກັນທີ່ພະເຍຊູຕັດວ່າ ‘ລູກຂອງເຈົ້າສະບາຍດີແລ້ວ!’ ຫຼັງຈາກນັ້ນ ຂຸນນາງຜູ້ນີ້ແລະທຸກຄົນໃນເຮືອນໄດ້ເຂົ້າມາເປັນສາວົກຂອງພະຄລິດ.
ດ້ວຍເຫດນີ້ບ້ານການາຈຶ່ງໄດ້ພະພອນເປັນບ່ອນທີ່ພະເຍຊູກະທຳການອັດສະຈັນສອງເທື່ອເມື່ອກັບຈາກຢູເດ. ແນ່ລະ ນັ້ນບໍ່ແມ່ນການອັດສະຈັນທັງໝົດທີ່ພະອົງໄດ້ທຳຈົນຮອດຕອນນັ້ນ ແຕ່ການອັດສະຈັນທັງສອງນັ້ນສຳຄັນເພາະສະແດງໃຫ້ຮູ້ວ່າພະອົງສະເດັດກັບມາທີ່ແຂວງຄາລິເລ.
ບັດນີ້ພະເຍຊູມຸ່ງກັບບ້ານທີ່ນາຊາເລດ. ພະອົງຈະຕ້ອງປະເຊີນສິ່ງໃດທີ່ນັ້ນ? ໂຍຮັນ 4:43-54; ມາລະໂກ 1:14, 15; ລຶກາ 4:14, 15.
▪ ເມື່ອພະເຍຊູກັບໄປແຂວງຄາລິເລເກີດອັນໃດຂຶ້ນກັບພວກສາວົກ ແລະຜູ້ຄົນຕ້ອນຮັບພະອົງຢ່າງໃດ?
▪ ພະເຍຊູທຳການອັດສະຈັນອັນໃດ ແລະມີຜົນຢ່າງໃດກັບຄົນເຫຼົ່ານັ້ນທີ່ກ່ຽວຂ້ອງດ້ວຍ?
▪ ບ້ານການາໄດ້ຮັບພະພອນອັນໃດເປັນພິເສດຈາກພະເຍຊູ?