ບົດ 15
ການອັດສະຈັນເທື່ອທຳອິດຂອງພະເຍຊູ
ຄົງເປັນແຕ່ໜຶ່ງຫຼືສອງມື້ເທົ່ານັ້ນ ຕັ້ງແຕ່ອັນດະເລອາ, ເປໂຕ, ໂຍຮັນ, ຟີລິບ, ນະທານາເອນ, ແລະບາງທີຍາໂກໂບ ໄດ້ມາເປັນສາວົກໝວດທຳອິດຂອງພະເຍຊູ. ຕອນນີ້ພວກເຂົາພວມເດີນທາງເມືອບ້ານທີ່ແຂວງຄາລິເລ ເຊິ່ງເປັນບ້ານເກີດຂອງພວກເຂົາທຸກຄົນ. ປາຍທາງຂອງເຂົາແມ່ນເມືອງການາ ອັນເປັນບ້ານເກີດຂອງນະທານາເອນ ຕັ້ງຢູ່ແຖບເນີນເຂົາບໍ່ໄກຈາກເມືອງນາຊາເລດ ບ່ອນທີ່ພະເຍຊູເຕີບໂຕຂຶ້ນມາ. ພວກເຂົາໄດ້ຮັບເຊີນໃຫ້ໄປງານແຕ່ງດອງໃນເມືອງການາ.
ມາດາຂອງພະເຍຊູກໍໄດ້ມາຮ່ວມງານແຕ່ງດອງນີ້ດ້ວຍ. ໃນຖານະເພື່ອນສະໜິດຂອງຄອບຄົວຜູ້ທີ່ຈະແຕ່ງດອງ ເບິ່ງຄືວ່າມາລີມີສ່ວນຊ່ອຍເບິ່ງແຍງແຂກໃນສິ່ງຈຳເປັນຂອງເຂົາ. ດັ່ງນັ້ນ ນາງສັງເກດເຫັນທັນທີເມື່ອມີສິ່ງໜຶ່ງຂາດໄປເຊິ່ງນາງລາຍງານພະເຍຊູວ່າ “ເຫຼົ້າແວງ ເຂົາບໍ່ມີແລ້ວ.” (ປ.ມ.)
ທີ່ຈິງແລ້ວ ເມື່ອມາລີແນະໃຫ້ພະເຍຊູຈັດການເລື່ອງເຫຼົ້າແວງທີ່ໝົດໄປນັ້ນ ໃນຕອນຕົ້ນພະເຍຊູບໍ່ເຕັມໃຈ. ພະອົງຖາມວ່າ “ນາງເອີຍມີສິ່ງໃດຫວ່າງກາງນາງກັບເຮົາ”? ໃນຖານະເປັນກະສັດທີ່ພະເຈົ້າແຕ່ງຕັ້ງ ພະອົງຈະຮັບການສັ່ງໃຫ້ດຳເນີນງານຈາກຄອບຄົວຫຼືຍາດມິດກໍບໍ່ໄດ້. ດັ່ງນັ້ນ ດ້ວຍຄວາມສຸຂຸມ ມາລີຈຶ່ງປະເລື່ອງນັ້ນໄວ້ກັບບຸດຊາຍຂອງນາງ ແລະພຽງແຕ່ບອກກັບຄົນຮັບໃຊ້ວ່າ “ສັບພະທຸກສິ່ງທີ່ພະອົງຈະບອກຫມູ່ເຈົ້າໆ ຈົ່ງກະທຳເທີ້ນ.”
ມີແອ່ງຫີນຂະໜາດໃຫຍ່ຫົກໜ່ວຍ ແຕ່ລະໜ່ວຍໃສ່ນ້ຳໄດ້ 40 ລີດ. ພະເຍຊູສັ່ງພວກຄົນໃຊ້ວ່າ “ຈົ່ງເອົານ້ຳໃສ່ໃນແອ່ງນັ້ນໃຫ້ເຕັມ.” ແລະຄົນໃຊ້ໄດ້ຕັກນ້ຳໃສ່ຈົນເຕັມ. ແລ້ວພະເຍຊູຕັດວ່າ “ດຽວນີ້ຈົ່ງຕັກແລະເອົາໄປສົ່ງແກ່ທ່ານເຈົ້າການເທີ້ນ.”
ເຈົ້າການຕິດໃຈກັບລົດຊາດຂອງເຫຼົ້າອະງຸ່ນຢ່າງດີ ໂດຍບໍ່ຮູ້ວ່າເຫຼົ້າແວງນັ້ນໄດ້ມາດ້ວຍການອັດສະຈັນ. ເຂົາຈຶ່ງເອີ້ນເຈົ້າບ່າວມາແລ້ວກ່າວວ່າ “ຄົນທຸກຄົນເຄີຍເອົານ້ຳອະງຸ່ນອັນດີໃຫ້ກິນເສຍກ່ອນ ແລະເມື່ອເຂົາໄດ້ກິນຫຼາຍແລ້ວ ເພິ່ນໃຫ້ອັນທີ່ບໍ່ດີປານໃດ ແຕ່ວ່າທ່ານໄດ້ຮັກສານ້ຳອະງຸ່ນອັນດີຈົນເຖິງດຽວນີ້.”
ນີ້ເປັນຄັ້ງທຳອິດທີ່ພະເຍຊູກະທຳການອັດສະຈັນ ແລະເມື່ອເຫັນເຫດການນັ້ນ ຄວາມເຊື່ອຂອງພວກສາວົກໃໝ່ຈຶ່ງແຂງແຮງຂຶ້ນ. ຫຼັງຈາກນັ້ນ ເຂົາເຈົ້າ ພ້ອມດ້ວຍມາດາແລະພວກນ້ອງຊາຍຕ່າງບິດາຂອງພະອົງ ໄດ້ເດີນທາງເຖິງເມືອງກັບເອນາອູມເຊິ່ງຢູ່ໃກ້ທະເລຄາລິເລ. ໂຍຮັນ 2:1-12.
▪ ງານແຕ່ງດອງໃນເມືອງການາມີຂຶ້ນໃນຕອນໃດແຫ່ງການຮັບໃຊ້ຂອງພະເຍຊູ?
▪ ເຫດໃດພະເຍຊູຄັດຄ້ານຄຳສະເໜີຂອງມາດາ?
▪ ພະເຍຊູກະທຳການອັດສະຈັນຫຍັງ ແລະມັນມີຜົນກະທົບຕໍ່ຄົນອື່ນຢ່າງໃດ?