ບົດ 22
ການຮຽກສາວົກສີ່ຄົນ
ພາຍຫຼັງມີຄົນພະຍາຍາມຈະຂ້າພະເຍຊູທີ່ເມືອງນາຊາເລດບ້ານເກີດຂອງພະອົງ ພະອົງສະເດັດໄປເມືອງກັບເອນາອູມໃກ້ທະເລຄາລິເລ. ເປັນຈິງຕາມຄຳພະຍາກອນອີກຂໍ້ນຶ່ງຂອງເອຊາອີ ທີ່ບອກລ່ວງໜ້າວ່າ ຊາວຄາລິເລທີ່ຢູ່ຮິມທະເລຈະໄດ້ເຫັນຄວາມສະຫວ່າງຍິ່ງໃຫຍ່.
ຂະນະທີ່ພະເຍຊູໃຫ້ຄວາມສະຫວ່າງໂດຍການປະກາດເລື່ອງລາຊະອານາຈັກໃນເມືອງນີ້ ພະອົງພົບສາວົກສີ່ຄົນ. ຄົນເຫຼົ່ານີ້ໄດ້ເດີນທາງໄປນຳພະອົງກ່ອນໜ້ານີ້ແຕ່ໄດ້ກັບໄປເຮັດການຈັບປາອີກເມື່ອກັບຈາກແຂວງຢູເດພ້ອມກັບພະເຍຊູ. ບັດນີ້ ພະເຍຊູນຳຫາເຂົາຈົນພໍ້ ເນື່ອງຈາກເປັນເວລາທີ່ຕ້ອງມີຜູ້ຊ່ວຍທີ່ຢູ່ປະຈຳກັບພະອົງເຊິ່ງພະອົງຈະຝຶກໄວ້ເພື່ອເຮັດການປະກາດພາຍຫຼັງພະອົງຈາກໄປແລ້ວ.
ດັ່ງນັ້ນ ຂະນະທີ່ພະເຍຊູສະເດັດໄປຕາມຝັ່ງທະເລ ແລະເຫັນຊີໂມນເປໂຕກັບເພື່ອນໆ ພວມລ້າງມອງຈັບປາຢູ່ ພະອົງເຂົ້າໄປຫາພວກເຂົາ. ພະອົງກ້າວລົງເຮືອຂອງເປໂຕ ແລະສັ່ງໃຫ້ເຂົາຖອຍຈາກຝັ່ງ. ເມື່ອເຮືອອອກຈາກຝັ່ງໄດ້ໜ້ອຍໜຶ່ງ ພະເຍຊູນັ່ງລົງແລະເລີ່ມສັ່ງສອນຝູງຄົນທີ່ນັ່ງເທິງຝັ່ງ.
ຫຼັງຈາກນັ້ນ ພະເຍຊູຕັດກັບເປໂຕວ່າ “ທ່ານຈົ່ງອອກໄປທີ່ບ່ອນເລິກ ແລຢ່ອນມອງທັງຫຼາຍຂອງພວກທ່ານລົງຈຶ່ງຈັບປາໄດ້.”
ເປໂຕທູນຕອບວ່າ “ພະຜູ້ເປັນນາຍເຈົ້າຂ້າ ພວກຂ້າພະເຈົ້າໄດ້ກະທຳການໝົດຄືນແລະບໍ່ໄດ້ຈັບສິ່ງໜຶ່ງສິ່ງໃດ ແຕ່ວ່າເພາະເຫັນແກ່ຄຳຂອງພະອົງຂ້າພະເຈົ້າຈະຢ່ອນມອງລົງ.”
ເມື່ອຢ່ອນມອງລົງ ກໍໄດ້ປາຈຳນວນມາກມາຍຈົນມອງຂອງເຂົາເກືອບຈະຈີກ. ພວກເຂົາຟ້າວໂບກມືເອົາເພື່ອນທີ່ຢູ່ໃນເຮືອລຳໃກ້ໆ ໃຫ້ມາຊ່ວຍ. ໃນບໍ່ຊ້າປາກໍເຕັມທັງເຮືອສອງລຳ ຈົນເຮືອເກືອບຈົມ. ເມື່ອເຫັນເຫດການນີ້ ເປໂຕຄູ້ເຂົ່າລົງຕໍ່ໜ້າພະເຍຊູແລະທູນວ່າ “ພະອົງເຈົ້າຂ້າ ເຊີນລາຂ້າພະເຈົ້າໄປ ເຫດວ່າຂ້າພະເຈົ້າເປັນຄົນບາບ.”
ພະເຍຊູຕັດຕອບວ່າ “ຢ່າຊູຢ້ານ ຕັ້ງແຕ່ນີ້ໄປ ທ່ານຈະເປັນຜູ້ພານຄົນ.”
ພະເຍຊູໄດ້ຮຽກອັນດະເລອານ້ອງຊາຍຂອງເປໂຕດ້ວຍ. ພະອົງຊັກຊວນພວກເຂົາວ່າ “ຈົ່ງຕາມເຮົາມາເທີ້ນ ແລະເຮົາຈະຕັ້ງທ່ານທັງສອງໃຫ້ເປັນພານຄົນ.” ເພື່ອນຈັບປານຳເຂົາຊື່ ຍາໂກໂບແລະໂຍຮັນລູກຂອງເຊເບເດກໍໄດ້ຮັບຄຳເຊີນເຊັ່ນກັນ ແລະເຂົາຕອບຮັບຢ່າງບໍ່ລີລໍ. ດັ່ງນັ້ນ ຄົນທັງສີ່ນີ້ໄດ້ລະກິດຈະການຈັບປາຂອງເຂົາ ແລ້ວກາຍເປັນສາວົກສີ່ຄົນທຳອິດທີ່ຢູ່ກັບພະເຍຊູເປັນປະຈຳ. ລຶກາ 5:1-11; ມັດທາຽ 4:13-22; ມາລະໂກ 1:16-20; ເອຊາອີ 9:1, 2.
▪ ເຫດໃດພະເຍຊູຈຶ່ງຮຽກສາວົກໃຫ້ຕິດຕາມພະອົງໄປ ແລະຄົນເຫຼົ່ານີ້ແມ່ນຜູ້ໃດ?
▪ ການອັດສະຈັນອັນໃດເຮັດໃຫ້ເປໂຕຕົກໃຈ?
▪ ພະເຍຊູກ່າວຊັກຊວນສາວົກໃຫ້ຈັບປາແບບໃດ?