ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 92 ໜ້າ 214-ໜ້າ 215 ຂໍ້ 1
  • ພະ​ເຢຊູ​ມາ​ໃຫ້​ພວກ​ລູກສິດ​ເຫັນ​ອີກ​ເທື່ອ​ໜຶ່ງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ມາ​ໃຫ້​ພວກ​ລູກສິດ​ເຫັນ​ອີກ​ເທື່ອ​ໜຶ່ງ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຕອນ​ຢູ່​ທະເລ​ຄາລິເລ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ການ​ຮຽກ​ສາວົກ​ສີ່​ຄົນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 92 ໜ້າ 214-ໜ້າ 215 ຂໍ້ 1
ພະ​ເຢຊູ​ເວົ້າ​ກັບ​ພວກ​ລູກສິດ​ຕອນ​ທີ່​ປີ້ງ​ປາ​ຢູ່

ບົດ​ທີ 92

ພະ​ເຢຊູ​ມາ​ໃຫ້​ພວກ​ລູກສິດ​ເຫັນ​ອີກ​ເທື່ອ​ໜຶ່ງ

ບໍ່​ດົນ​ຫຼັງ​ຈາກ​ພະ​ເຢຊູ​ມາ​ໃຫ້​ພວກ​ອັກຄະສາວົກ​ເຫັນ ເປໂຕ​ກໍ​ຕັດສິນໃຈ​ໄປ​ຫາ​ປາ​ຢູ່​ທະເລ​ຄາລີເລ. ໂທມາ ຢາໂກໂບ ໂຢຮັນ ແລະ​ອັກຄະສາວົກ​ບາງ​ຄົນ​ກໍ​ໄປ​ນຳ​ລາວ. ເຂົາເຈົ້າ​ຫາ​ປາ​ໝົດ​ຄືນ ແຕ່​ກໍ​ບໍ່​ໄດ້​ປາ​ຈັກ​ໂຕ.

ຕອນ​ເຊົ້າໆ ເຂົາເຈົ້າ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ຢືນ​ຢູ່​ແຄມ​ຝັ່ງ ລາວ​ເອີ້ນ​ຖາມ​ເຂົາເຈົ້າ​ວ່າ: ‘ຫາ​ປາ​ໄດ້​ບໍ?’ ເຂົາເຈົ້າ​ຕອບ​ລາວ​ວ່າ: ‘ບໍ່​ໄດ້​ຈັກ​ໂຕ!’ ຜູ້​ຊາຍ​ຄົນ​ນັ້ນ​ຈຶ່ງ​ບອກ​ວ່າ: “ຢ່ອນ​ດາງ​ລົງ​ເບື້ອງ​ຂວາ​ເຮືອ​ແມ້.” ເມື່ອ​ເຂົາເຈົ້າ​ຢ່ອນ​ດາງ​ລົງ​ກໍ​ໄດ້​ປາ​ບັກ​ຫຼາຍໆ​ຈົນ​ດຶງ​ຂຶ້ນ​ເຮືອ​ບໍ່​ໄດ້. ແລ້ວ​ໂຢຮັນ​ກໍ​ຮູ້​ທັນທີ​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ແມ່ນ​ພະ​ເຢຊູ ລາວ​ເວົ້າ​ວ່າ: “ນາຍ​ຂອງ​ເຮົາ​ຕົ໋ວ​ຫັ້ນ!” ເປໂຕ​ໂດດ​ລົງ​ນ້ຳ​ແລະ​ລອຍ​ໄປ​ແຄມ​ຝັ່ງ​ທັນທີ ແລ້ວ​ລູກສິດ​ຄົນ​ອື່ນໆ​ກໍ​ພາຍ​ເຮືອ​ນຳ​ຫຼັງ​ລາວ​ໄປ.

ເມື່ອ​ເຂົາເຈົ້າ​ຂຶ້ນ​ມາ​ຮອດ​ຝັ່ງ​ແລ້ວ ເຂົາເຈົ້າ​ກໍ​ເຫັນ​ເຂົ້າຈີ່​ແລະ​ປາ​ປີ້ງ​ຢູ່​ກອງ​ຖ່ານ​ໄຟ. ພະ​ເຢຊູ​ບອກ​ເຂົາເຈົ້າ​ໃຫ້​ເອົາ​ປາ​ທີ່​ເຂົາເຈົ້າ​ຫາ​ໄດ້​ມາ​ປີ້ງ​ຕື່ມ​ນຳ ແລ້ວ​ເພິ່ນ​ກໍ​ບອກ​ເຂົາເຈົ້າ​ວ່າ: “ມາ​ກິນ​ເຂົ້າ​ເຊົ້າ​ແມ້.”

ເປໂຕ​ໄປ​ຫາ​ພະ​ເຢຊູ​ຢູ່​ແຄມ​ຝັ່ງ ສ່ວນ​ລູກສິດ​ຄົນ​ອື່ນ⁠ໆ​ພາຍ​ເຮືອ​ນຳ​ຫຼັງ​ລາວ

ຫຼັງ​ຈາກ​ເຂົາເຈົ້າ​ກິນ​ເຂົ້າ​ເຊົ້າ​ແລ້ວໆ ພະ​ເຢຊູ​ຖາມ​ເປໂຕ​ວ່າ: ‘ເຈົ້າ​ຮັກ​ຂ້ອຍ​ຫຼາຍ​ກວ່າ​ການ​ຫາ​ປາ​ບໍ?’ ເປໂຕ​ຕອບ​ວ່າ: “ນາຍ​ເອີ້ຍ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ລ້ຽງ​ແກະ​ຂອງ​ຂ້ອຍ​ເດີ້.” ພະ​ເຢຊູ​ຖາມ​ລາວ​ເປັນ​ເທື່ອ​ທີ​ສອງ​ວ່າ: ‘ເປໂຕ ເຈົ້າ​ຮັກ​ຂ້ອຍ​ບໍ?’ ເປໂຕ​ຕອບ​ວ່າ: “ນາຍ​ເອີ້ຍ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ເບິ່ງແຍງ​ແກະ​ໂຕ​ນ້ອຍໆ​ຂອງ​ຂ້ອຍ​ເດີ້.” ພະ​ເຢຊູ​ຖາມ​ລາວ​ອີກ​ເປັນ​ເທື່ອ​ທີ​ສາມ ເປໂຕ​ທຸກໃຈ​ຫຼາຍ​ແລະ​ຕອບ​ວ່າ: “ນາຍ​ເອີ້ຍ ທ່ານ​ຮູ້​ທຸກ​ຢ່າງ​ຢູ່​ແລ້ວ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ລ້ຽງ​ແກະ​ໂຕ​ນ້ອຍໆ​ຂອງ​ຂ້ອຍ​ເດີ້.” ແລ້ວ​ເພິ່ນ​ກໍ​ບອກ​ເປໂຕ​ວ່າ: “ໃຫ້​ເຈົ້າ​ຕິດຕາມ​ຂ້ອຍ​ຕໍ່ໆ​ໄປ.”

“ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: ‘ມາ​ນຳ​ຂ້ອຍ​ແມ້ ຂ້ອຍ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຊອກ​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.’ ທັງ​ສອງ​ຄົນ​ກໍ​ປະ​ດາງ​ໄວ້​ແລ້ວ​ໄປ​ນຳ​ເພິ່ນ​ທັນທີ.”—ມັດທາຍ 4:19, 20

ຄຳ​ຖາມ: ພະ​ເຢຊູ​ເຮັດ​ການ​ອັດສະຈັນ​ຫຍັງ​ຢູ່​ທະເລ​ຄາລີເລ? ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຖາມ​ເປໂຕ​ຕັ້ງ 3 ເທື່ອ​ວ່າ: “ເຈົ້າ​ຮັກ​ຂ້ອຍ​ບໍ?”

ໂຢຮັນ 21:1-19, 25; ກິດຈະການ 1:1-3

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌