ບົດ 35
ຄຳເທດອັນລືຊື່ທີ່ສຸດເທົ່າທີ່ເຄີຍມີ
ນີ້ເປັນສາກເຫດການປະຫວັດສາດໃນຄຳພີໄບເບິນເຊິ່ງໜ້າຈົດຈຳທີ່ສຸດ: ພະເຍຊູນັ່ງຢູ່ເທິງພູເຂົາ ກ່າວຄຳເທດທີ່ລືຊື່ເຊິ່ງເອີ້ນກັນວ່າຄຳເທດເທິງພູເຂົາ. ສະຖານທີ່ແມ່ນຢູ່ໃກ້ທະເລຄາລິເລ ຄົງຈະຕິດກັບເມືອງກັບເອນາອູມ. ພາຍຫຼັງອະທິດຖານຕະຫຼອດຄືນ ພະເຍຊູຫາກໍ່ເລືອກລູກສິດ 12 ຄົນໃຫ້ເປັນອັກຄະສາວົກ. ຈາກນັ້ນພະອົງພ້ອມກັບເຂົາເຈົ້າທຸກຄົນພາກັນມາເຖິງບໍລິເວນຮາບເທິງພູເຂົານີ້.
ເຈົ້າອາດຄິດວ່າ ພະເຍຊູຄົງຈະເມື່ອຍຫຼາຍແລະຕ້ອງການຫຼັບຈັກເຊືອບໜຶ່ງ. ບັດນີ້ຄົນຝູງໃຫຍ່ໄດ້ຫຼັ່ງໄຫຼກັນມາ ບາງຄົນມາແຕ່ແຂວງຢູເດແລະເມືອງເຢຣຶຊາເລມເຊິ່ງຫ່າງອອກໄປຕັ້ງ 100 ກວ່າກິໂລແມັດ. ນອກນັ້ນ ບາງຄົນຍັງມາຈາກເມືອງຕີໂລແລະເມືອງຊີດົນ ທີ່ຕັ້ງຢູ່ແຄມທະເລທາງເໜືອ. ພວກເຂົາເຈົ້າມາເພື່ອຟັງຄຳສັ່ງສອນຂອງພະເຍຊູແລະເພື່ອໄດ້ຮັບການປິ່ນປົວພະຍາດຕ່າງໆ. ແມ່ນແຕ່ຄົນທີ່ຖືກລົບກວນໂດຍຜີປີສາດເຊິ່ງແມ່ນທູດສະຫວັນຊົ່ວຂອງຊາຕານກໍພາກັນມາ.
ຂະນະທີ່ພະເຍຊູລົງມາຈາກພູເຂົາ ຄົນປ່ວຍກໍແຫຍ້ເຂົ້າມາໃກ້ເພື່ອຈະແຕະຕ້ອງພະອົງ ແລະພະອົງໄດ້ປົວພວກເຂົາທຸກຄົນ. ຫຼັງຈາກນັ້ນພະເຍຊູຂຶ້ນໄປອີກບ່ອນໜຶ່ງທີ່ສູງກວ່າເກົ່າແລ້ວນັ່ງລົງແລະເລີ່ມສັ່ງສອນຝູງຊົນທີ່ນັ່ງເຕັມພື້ນພຽງຕໍ່ໜ້າພະອົງ. ຄິດເບິ່ງດູ! ບັດນີ້ໃນຫມູ່ຜູ້ຟັງບໍ່ມີຄົນໃດເລີຍທີ່ຕ້ອງຖືກທໍລະມານຈາກຄວາມເຈັບປ່ວຍຮ້າຍແຮງ!
ຄົນເຫຼົ່ານີ້ຕັ້ງໃຈຈົດຈໍ່ຟັງຜູ້ສອນທີ່ສາມາດກະທຳການອັດສະຈັນອັນເປັນຕາງຶດງໍ້ເຊັ່ນນັ້ນໄດ້. ເຖິງແນວນັ້ນກໍຕາມ ພະເຍຊູໃຫ້ຄຳເທດນັ້ນເພື່ອປະໂຫຍດຂອງສາວົກຫຼາຍກວ່າ ເຊິ່ງຄົງຈະເຂົ້າມານັ່ງອ້ອມຮອບພະອົງ. ມັດທາຍແລະລຶກາໄດ້ບັນທຶກຄຳເທດນີ້ໄວ້ເພື່ອເຮົາຈະໄດ້ຮັບປະໂຫຍດດ້ວຍ.
ບັນທຶກຂອງມັດທາຍມີຄວາມຍາວກວ່າຂອງລຶກາຕັ້ງສີ່ເທົ່າ. ນອກນັ້ນ ບາງສ່ວນທີ່ມັດທາຍບັນທຶກໄວ້ ລຶກາໄດ້ນຳສະເໜີໃນລັກສະນະທີ່ຄ້າຍຄືວ່າພະເຍຊູໄດ້ກ່າວໃນໂອກາດອື່ນລະຫວ່າງງານຮັບໃຊ້ຂອງພະອົງ ດັ່ງທີ່ສັງເກດໄດ້ໂດຍສົມທຽບມັດທາຍ 6:9-13 ກັບລຶກາ 11:1-4 ແລະມັດທາຍ 6:25-34 ກັບລຶກາ 12:22-31, ແຕ່ນັ້ນບໍ່ຄວນຈະເຮັດໃຫ້ແປກໃຈ. ພະເຍຊູສອນເລື່ອງດຽວກັນຫຼາຍກວ່າໜຶ່ງເທື່ອ ແລະລຶກາເລືອກບັນທຶກບາງຕອນໃນເຫດການອື່ນ.
ສິ່ງທີ່ເຮັດໃຫ້ຄຳເທດຂອງພະເຍຊູມີຄຸນຄ່າສູງນັ້ນ ບໍ່ພຽງແຕ່ແມ່ນຄວາມເລິກເຊິ່ງທາງເນື້ອໃນຝ່າຍວິນຍານ ແຕ່ຫາກແມ່ນພະອົງໄດ້ສະເໜີສັດຈະທຳດ້ວຍຄຳເວົ້າແບບງ່າຍໆ ແລະຊັດເຈນ. ພະອົງດຶງເອົາສິ່ງພົບເຫັນທົ່ວໆ ໄປແລະທີ່ຜູ້ຄົນຮູ້ຈັກດີມາໃຊ້ ດັ່ງນັ້ນທຸກຄົນທີ່ສະແຫວງຫາແນວທາງຊີວິດທີ່ດີກວ່າຕາມວິທີຂອງພະເຈົ້າຈະເຂົ້າໃຈຄວາມຄິດຂອງພະອົງໄດ້ງ່າຍ.
ໃຜມີຄວາມສຸກແທ້ໆ?
ທຸກໆ ຄົນຢາກມີຄວາມສຸກ. ໂດຍຄຳນຶງເຖິງເລື່ອງນີ້ ພະເຍຊູເລີ່ມຄຳເທດເທິງພູເຂົາໂດຍພັນລະນາເຖິງຄົນເຊິ່ງມີຄວາມສຸກທີ່ແທ້ຈິງ. ດັ່ງທີ່ເຮົາຈະນຶກພາບໄດ້ ຜູ້ມາຟັງທັງຫຼາຍສົນໃຈທັນທີ. ເຖິງຢ່າງນັ້ນກໍຕາມ ຄຳກ່າວຂຶ້ນຕົ້ນນັ້ນເບິ່ງຄືຂັດແຍ່ງກັນກັບຄວາມຄິດຂອງຫຼາຍຄົນ.
ພະເຍຊູຕັ້ງຕົ້ນກ່າວກັບເຫຼົ່າສາວົກຂອງພະອົງວ່າ “ທ່ານທັງຫຼາຍ ຜູ້ເປັນຄົນທຸກຍາກກໍເປັນສຸກຫຼາຍ ເຫດວ່າແຜ່ນດິນຂອງພະເຈົ້າເປັນຂອງທ່ານທັງຫຼາຍ. ທ່ານທັງຫຼາຍທີ່ມີຄວາມອຶດຢາກດຽວນີ້ກໍເປັນສຸກຫຼາຍ ເຫດວ່າທ່ານຈະກິນອີ່ມ. ທ່ານທັງຫຼາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກຫຼາຍ ເຫດວ່າທ່ານຈະຫົວ. ທ່ານທັງຫຼາຍກໍເປັນສຸກຫຼາຍເມື່ອຄົນທັງຫຼາຍຈະກຽດຊັງ . . . ໃນວັນນັ້ນ ທ່ານທັງຫຼາຍຈົ່ງຊົມຊື່ນຍິນດີແລະຕື່ນດ້ວຍຄວາມຍິນດີ ເຫດວ່າຈົ່ງເບິ່ງ ບຳເໜັດຂອງທ່ານທັງຫຼາຍໃນສະຫວັນກໍເປັນອັນໃຫຍ່.”
ນີ້ແມ່ນຄຳນຳໃນຄຳເທດຂອງພະເຍຊູເຊິ່ງລຶກາໄດ້ບັນທຶກໄວ້, ແຕ່ຕາມບັນທຶກຂອງມັດທາຍ ພະເຍຊູຍັງກ່າວຕື່ມອີກວ່າ ຄົນອ່ອນໂຍນ, ຄົນເມດຕາ, ຄົມມີໃຈບໍລິສຸດ, ແລະຄົນຮັກສັນຕິກໍເປັນສຸກ. ພະເຍຊູກ່າວວ່າ ເຂົາຈະມີຄວາມສຸກ ເພາະວ່າເຂົາຈະຮັບແຜ່ນດິນໂລກເປັນມູນ, ຈະໄດ້ຮັບຄວາມເມດຕາ, ຈະເຫັນພະເຈົ້າ, ທັງຈະໄດ້ຊື່ວ່າເປັນລູກຂອງພະເຈົ້າ.
ການປະສົບຄວາມສຸກທີ່ພະເຍຊູໝາຍເຖິງນັ້ນບໍ່ພຽງແຕ່ເປັນມ່ວນຊື່ນຫຼືລະເລິງ ເມື່ອເຮົາສະຫນຸກສະໜານ. ຄວາມສຸກແທ້ນັ້ນເລິກເຊິ່ງກວ່າ ເປັນຄວາມຮູ້ສຶກອີ່ມໃຈພໍໃຈແລະປະສົບຜົນສຳເລັດໃນຊີວິດ.
ດັ່ງນັ້ນພະເຍຊູຊີ້ໃຫ້ເຫັນວ່າ ຄົນທີ່ມີຄວາມສຸກແທ້ຈິງນັ້ນແມ່ນຜູ້ທີ່ສຳນຶກເຖິງຄວາມຈຳເປັນດ້ານຝ່າຍວິນຍານ ເສຍໃຈເນື່ອງຈາກສະພາບຜິດບາບ ແລະໄດ້ມາຮູ້ຈັກແລະຮັບໃຊ້ພະເຈົ້າ. ເຖິງແມ່ນວ່າເຂົາຈະເປັນທີ່ກຽດຊັງຫຼືຖືກຂົ່ມເຫງເພາະໄດ້ເຮັດຕາມນ້ຳໃຈຂອງພະເຈົ້າ ເຂົາກໍເປັນສຸກ ທີ່ຮູ້ວ່າໄດ້ກະທຳໃຫ້ພະເຈົ້າພໍໃຈ ແລະຈະຮັບຊີວິດຕະຫຼອດໄປເປັນລາງວັນ.
ເຖິງຢ່າງນັ້ນ ຫຼາຍຄົນທີ່ໄດ້ຟັງພະເຍຊູ ກໍຄືກັນກັບລາງຄົນໃນທຸກມື້ນີ້ ເຊື່ອວ່າຄວາມມັ່ງມີແລະຄວາມເພີດເພີນຈະເຮັດໃຫ້ຄົນເຮົາມີຄວາມສຸກ. ພະອົງບໍ່ຄິດເຊັ່ນນັ້ນ. ໂດຍກ່າວສິ່ງທີ່ກົງກັນຂ້າມເຊິ່ງຄົງເຮັດໃຫ້ຜູ້ຟັງຫຼາຍຄົນແປກໃຈ ພະອົງກ່າວວ່າ:
“ວິບາກແກ່ທ່ານທັງຫຼາຍ ຜູ້ເປັນຄົນມັ່ງມີ ເຫດວ່າທ່ານໄດ້ຄວາມເລົ້າໂລມແລ້ວ. ວິບາກແກ່ທ່ານທັງຫຼາຍ ຜູ້ໄດ້ອີ່ມແລ້ວ ເຫດວ່າທ່ານຈະໄດ້ອຶດຢາກ ວິບາກແກ່ທ່ານທັງຫຼາຍທີ່ຫົວດຽວນີ້ ເຫດວ່າທ່ານຈະໄດ້ໂສກເສົ້າແລະຮ້ອງໄຫ້. ວິບາກ ເວລາຄົນທັງຫຼາຍຈະເວົ້າຄຳດີຝ່າຍທ່ານທັງຫຼາຍ ເຫດວ່າພວກປູ່ຍ່າຕານາຍຂອງເຂົາໄດ້ກະທຳຢ່າງນັ້ນແກ່ພວກຜູ້ທຳນວາຍບໍ່ຈິງ.”
ພະເຍຊູໝາຍຄວາມຢ່າງໃດ? ຍ້ອນຫຍັງການເປັນຄົນມັ່ງມີ, ການຫົວ, ການຕິດຕາມຄວາມສະຫນຸກສະໜານແລະການໄດ້ຮັບຄວາມຍ້ອງຍໍຈາກມະນຸດຈະນຳໄປສູ່ວິບາກ? ເພາະເມື່ອໃດຄົນເຮົາມີສິ່ງເຫຼົ່ານີ້ແລະຍຶດຕິດກັບມັນແລ້ວ ເມື່ອນັ້ນການຮັບໃຊ້ພະເຈົ້າເຊິ່ງເປັນສິ່ງດຽວທີ່ໃຫ້ຄວາມສຸກແທ້ຈະຖືກກັນອອກຈາກຊີວິດຂອງເຮົາ. ໃນຂະນະດຽວກັນພະເຍຊູບໍ່ໄດ້ໝາຍຄວາມວ່າການເປັນຄົນທຸກຍາກ, ອຶດຢາກ, ແລະໂສກເສົ້າຈະເຮັດໃຫ້ຄົນເຮົາມີຄວາມສຸກ, ແຕ່ຫຼາຍເທື່ອ ຄົນໃນສະພາບເຊັ່ນນີ້ອາດຈະຍອມຮັບຄຳສອນຂອງພະເຍຊູ ແລະດ້ວຍເຫດນັ້ນເຂົາຈຶ່ງໄດ້ຮັບຄວາມສຸກແທ້.
ຈາກນັ້ນ ພະເຍຊູບອກເຫຼົ່າສາວົກວ່າ “ທ່ານທັງຫຼາຍເປັນເກືອແຫ່ງແຜ່ນດິນໂລກ.” ແນ່ນອນ ພະອົງບໍ່ໄດ້ໝາຍຄວາມວ່າເຂົາເປັນເກືອແທ້, ແຕ່ເກືອເປັນວັດຖຸກັນເນົ່າ. ມີເກືອກອງໃຫຍ່ກອງໄວ້ໃກ້ແທ່ນບູຊາໃນພະວິຫານຂອງພະເຢໂຫວາແລະປະໂລຫິດທີ່ປະກອບພິທີໃຊ້ເກືອປຸງເຄື່ອງບູຊາ.
ເຫຼົ່າສາວົກຂອງພະເຍຊູເປັນ “ເກືອແຫ່ງແຜ່ນດິນໂລກ” ໃນແງ່ທີ່ວ່າຜົນງານຂອງເຂົາເຈົ້າມີສ່ວນໃນການປົກປັກຮັກສາປະຊາຊົນ. ແທ້ຈິງ ຂ່າວສານທີ່ເຂົາເຈົ້ານຳສະເໜີໃຫ້ຈະປ້ອງກັນຊີວິດຂອງທຸກຄົນທີ່ຮັບເອົາ! ຂ່າວສານນັ້ນຈະກໍ່ໃຫ້ເກີດຄຸນສົມບັດຂອງຄວາມໝັ້ນຄົງ, ຄວາມພັກດີ, ແລະຄວາມສັດຊື່ເຂົ້າມາໃນຊີວິດຂອງພວກເຂົາ ເຊິ່ງຈະປ້ອງກັນເຂົາຈາກການເສື່ອມເສຍຕ່າງໆ ທາງຝ່າຍວິນຍານແລະສິນທຳ.
ພະເຍຊູກ່າວແກ່ເຫຼົ່າສາວົກວ່າ “ທ່ານທັງຫຼາຍເປັນແຈ້ງແຫ່ງໂລກ.” ຄົງຈະບໍ່ມີຜູ້ໃດໄຕ້ຕະກຽງແລ້ວເອົາກະຕ່າງວມໄວ້ ແຕ່ຈະຕັ້ງໄວ້ເທິງແທ່ນຕັ້ງຕະກຽງ ດັ່ງນັ້ນພະເຍຊູກ່າວວ່າ “ໃຫ້ແຈ້ງຂອງທ່ານທັງຫຼາຍສ່ອງໄປຕໍ່ໜ້າຄົນທັງຫຼາຍ.” ສາວົກຂອງພະເຍຊູເຮັດເຊັ່ນນີ້ໂດຍການໃຫ້ຄຳພະຍານຢ່າງເປີດເຜີຍ ພ້ອມທັງໃຫ້ແບບການປະພຶດທີ່ສອດຄ່ອງກັບຫຼັກການທີ່ຄຳພີໄບເບິນສ່ອງແສງ.
ມາດຕະຖານທີ່ສູງສົ່ງສຳລັບສາວົກຂອງພະອົງ
ຜູ້ນຳສາສະໜາຖືວ່າພະເຍຊູເປັນຜູ້ຝ່າຝືນກົດໝາຍຂອງພະເຈົ້າ ແລະກ່ອນໜ້ານັ້ນບໍ່ດົນເຂົາໄດ້ຮ່ວມຫົວກັນຄິດຈະສັງຫານພະອົງ. ດັ່ງນັ້ນ ເມື່ອພະເຍຊູໃຫ້ຄຳເທດຕໍ່ໄປເທິງພູເຂົາ ພະອົງໄດ້ຊີ້ແຈງວ່າ “ຢ່າຊູຄຶດວ່າເຮົາໄດ້ມາເພື່ອຈະກະທຳພະບັນຍັດຫຼືຄຳແຫ່ງຜູ້ທຳນວາຍທັງຫຼາຍໃຫ້ຍົກເລີກເສຍ ເຮົາໄດ້ມາບໍ່ໃຊ່ໃຫ້ຍົກເລີກເສຍ ແຕ່ວ່າຈະໃຫ້ສຳເລັດ.”
ພະເຍຊູໃຫ້ຄວາມນັບຖືຢ່າງສູງຕໍ່ກົດໝາຍຂອງພະເຈົ້າແລະຍັງສະໜັບສະຫນູນຄົນອື່ນໃຫ້ເຮັດເຊັ່ນນັ້ນ. ພະອົງກ່າວວ່າ “ເຫດສັນນີ້ ແຕ່ຂໍ້ຄຳສັ່ງທັງຫຼາຍເລັກນ້ອຍທີ່ສຸດນີ້ ຄົນທຸກຄົນທີ່ຈະໃຫ້ຂໍ້ໜຶ່ງຍົກເລີກເສຍແລະຈະສັ່ງສອນຄົນທັງຫຼາຍຢ່າງນັ້ນ ຜູ້ນັ້ນຈະເປັນທີ່ຊື່ວ່າ ຜູ້ນ້ອຍທີສຸດໃນແຜ່ນດິນສະຫວັນ.” ເຊິ່ງໝາຍຄວາມວ່າບຸກຄົນເຊັ່ນນັ້ນຈະບໍ່ໄດ້ເຂົ້າໄປໃນລາຊະອານາຈັກເລີຍ.
ຢ່າວ່າແຕ່ບໍ່ນັບຖືກົດໝາຍຂອງພະເຈົ້າ ພະເຍຊູຍັງຕິຕຽນທັດສະນະທີ່ສົ່ງເສີມໃຫ້ຄົນເຮົາລະເມີດກົດໝາຍ. ພາຍຫຼັງໄດ້ກ່າວເຖິງພະບັນຍັດທີ່ວ່າ “ຢ່າຂ້າຄົນ” ພະເຍຊູກ່າວເສີມວ່າ “ຝ່າຍເຮົາໆ ກ່າວແກ່ທ່ານທັງຫຼາຍວ່າ ຄົນທຸກຄົນທີ່ຈະຮ້າຍພີ່ນ້ອງແຫ່ງຕົນ ຜູ້ນັ້ນຈະຕ້ອງຖືກຕັດສິນ.”
ເນື່ອງຈາກການໂກດເຄືອງນຳເພື່ອນຢູ່ເລື້ອຍໆ ເປັນເລື່ອງຮ້າຍແຮງຫຼາຍແທ້ໆ ອາດເຮັດໃຫ້ຂ້າກັນໄດ້ ພະເຍຊູໃຊ້ອຸປະມາເພື່ອສອນໃຫ້ຮູ້ວ່າ ຄົນເຮົາຄວນຈະເຮັດແນວໃດຈຶ່ງຈະມີສັນຕິສຸກ. ພະອົງສອນວ່າ “ເຫດສັນນີ້ ຖ້າທ່ານເອົາເຄື່ອງບູຊາມາຖວາຍເທິງແທ່ນບູຊາແລະທີ່ນັ້ນຈື່ຈຳວ່າພີ່ນ້ອງມີຄວາມປະການໃດປະການໜຶ່ງຕໍ່ທ່ານ. ຈົ່ງວາງຂອງຖວາຍລົງໄວ້ຕໍ່ໜ້າແທ່ນນັ້ນ ແລະຈົ່ງໄປກະທຳໃຫ້ດີກັນກັບພີ່ນ້ອງກ່ອນ ແລ້ວມາຖວາຍເຄື່ອງບູຊາຂອງທ່ານເທີ້ນ.”
ພະເຍຊູກ່າວຕໍ່ໄປໂດຍຍົກບັນຍັດຂໍ້ທີເຈັດແຫ່ງພະບັນຍັດສິບປະການວ່າ “ທ່ານທັງຫຼາຍໄດ້ຍິນວ່າມີຄຳກ່າວໄວ້ວ່າ ຢ່າຫຼິ້ນຊູ້ສູ່ຜົວເມຍທ່ານ.” ຢ່າງໃດກໍດີ ພະເຍຊູຕິຕຽນແມ່ນແຕ່ການມີແນວຄິດແບບນອກໃຈ “ແຕ່ວ່າຝ່າຍເຮົາໆ ກ່າວແກ່ທ່ານທັງຫຼາຍວ່າ ຄົນທຸກຄົນທີ່ເບິ່ງຍິງຜູ້ໜຶ່ງດ້ວຍໃຈຄຶດຢາກໄດ້ໃນຍິງນັ້ນ ຜູ້ນັ້ນໄດ້ຫຼິ້ນຊູ້ສູ່ໃນໃຈເອງກັບຍິງນັ້ນແລ້ວໆ.”
ໃນທີ່ນີ້ພະເຍຊູບໍ່ໄດ້ກ່າວເຖິງພຽງແຕ່ເລື່ອງຄວາມຄິດຜິດສິນທຳທີ່ຜ່ານເຂົ້າມາ ແຕ່ກ່າວເຖິງ ‘ການຈົດຈ້ອງມອງເບິ່ງ.’ ການມອງເບິ່ງຢ່າງຕໍ່ເນື່ອງເຊັ່ນນັ້ນຈະກະຕຸ້ນໃຫ້ເກີດລາຄະຕັນຫາ ເຊິ່ງຫາກໂອກາດອຳນວຍອາດນຳໄປສູ່ການຫຼິ້ນຊູ້ໄດ້. ເຮົາຈະປ້ອງກັນບໍ່ໃຫ້ເກີດເຫດການເຊັ່ນນີ້ໄດ້ຢ່າງໃດ? ຕົວຢ່າງທີ່ພະເຍຊູຍົກຂຶ້ນມາສະແດງວ່າຈຳເປັນຕ້ອງມີມາດຕະການເດັດຂາດ ໂດຍກ່າວວ່າ “ຖ້າຕາເບື້ອງຂວາຂອງທ່ານກະທຳໃຫ້ທ່ານຕົກໃນບາບ ຈົ່ງຄວັດຕານັ້ນອອກ ແລະຖິ້ມໄກຈາກຕົວເສຍເທີ້ນ . . . ແລະຖ້າມືເບື້ອງຂວາຂອງທ່ານກະທຳໃຫ້ທ່ານຕົກໃນບາບ ຈົ່ງຕັດມືນັ້ນແລະຖິ້ມໄກຈາກຕົວເສຍ.”
ຄົນເຮົາອາດຈະຍອມເສຍແຂນຂາເມື່ອຕິດເຊື້ອພະຍາດເພື່ອຮັກສາຊີວິດໄວ້, ແຕ່ຕາມທີ່ພະເຍຊູບອກ ສຳຄັນຍິ່ງກວ່າອີກທີ່ຈະ ‘ຖິ້ມເສຍ’ ສິ່ງໃດກໍຕາມ ແມ່ນວ່າສິ່ງນັ້ນຈະມີຄ່າແພງເທົ່າກັບດວງຕາຫຼືມື ເພື່ອຫຼີກເວັ້ນຄວາມຄິດແລະການກະທຳທີ່ຜິດສິນທຳ. ພະເຍຊູຊີ້ແຈງວ່າ ຖ້າບໍ່ດັ່ງນັ້ນ ຄົນນັ້ນຈະຖືກຖິ້ມລົງໃນກີເຮນນາ (ບ່ອນເຜົາຂີ້ເຫຍື້ອໃກ້ເມືອງເຢຣຶຊາເລມ) ເຊິ່ງເປັນສັນຍະລັກເຖິງການທຳລາຍຕະຫຼອດການ.
ພະເຍຊູຍັງຊີ້ແຈງເຖິງວິທີປະຕິບັດກັບຄົນທີ່ກໍ່ຄວາມເສຍຫາຍແລະເຮັດໃຫ້ຂຸ່ນເຄືອງ. ພະອົງແນະນຳວ່າ “ຢ່າຕໍ່ສູ້ການຊົ່ວຮ້າຍ ແຕ່ວ່າຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງທ່ານ ຈົ່ງຫັນແກ້ມເບື້ອງຊ້າຍໃຫ້ເພິ່ນດ້ວຍ.” ພະເຍຊູບໍ່ໄດ້ໝາຍຄວາມວ່າຄົນເຮົາບໍ່ຄວນປົກປ້ອງຕົວເອງແລະຄອບຄົວຫາກຖືກທຳຮ້າຍ. ການຕົບບໍ່ແມ່ນເພື່ອທຳຮ້າຍຮ່າງກາຍ ແຕ່ເປັນການໝິ່ນປະໝາດ. ດັ່ງນັ້ນ ພະເຍຊູໝາຍຄວາມວ່າຫາກມີຄົນຍົວະໃຫ້ຕໍ່ສູ້ຫຼືຜິດຖຽງກັນ ບໍ່ວ່າຈະຕົບດ້ວຍມືແທ້ໆ ຫຼືແທງດ້ວຍຄຳປະໝາດກໍຕາມ ເປັນການຜິດທີ່ຈະຕອບໂຕ້.
ຫຼັງຈາກແນະນຳໃຫ້ໃສ່ໃຈພະບັນຍັດຂອງພະເຈົ້າທີ່ວ່າໃຫ້ຮັກເພື່ອນບ້ານ ພະເຍຊູບອກວ່າ “ຈົ່ງຮັກສັດຕູທັງຫຼາຍຂອງທ່ານ ຈົ່ງອວຍພອນໃຫ້ຄົນທັງຫຼາຍທີ່ປ້ອຍດ່າທ່ານ ຈົ່ງກະທຳການດີແກ່ຄົນທັງຫຼາຍທີ່ກຽດຊັງທ່ານ ແລະອ້ອນວອນສຳລັບຄົນທັງຫຼາຍທີ່ກະທຳຮ້າຍແລະຂົ່ມເຫງທ່ານ.” ເພື່ອໃຫ້ເຫດຜົນຂອງພະອົງໜັກແໜ້ນຂຶ້ນໃນການກະທຳດັ່ງກ່າວ ພະອົງກ່າວຕື່ມວ່າ “ເພື່ອທ່ານທັງຫຼາຍຈະເປັນລູກແຫ່ງພະບິດາຂອງທ່ານຜູ້ຢູ່ໃນສະຫວັນ ເຫດວ່າພະອົງໃຫ້ຕາເວັນແຫ່ງພະອົງອອກຂຶ້ນເທິງຄົນຊົ່ວແລະເທິງຄົນດີ.”
ພະເຍຊູສະຫລຸບຄຳເທດສ່ວນນີ້ໂດຍບອກເຕືອນວ່າ “ເຫດສັນນີ້ ທ່ານທັງຫຼາຍຈົ່ງເປັນຄົນດີທີ່ສຸດເໝືອນດັ່ງພະບິດາຂອງທ່ານ ຜູ້ຢູ່ໃນສະຫວັນກໍດີທີ່ສຸດ.” ພະເຍຊູບໍ່ໝາຍຄວາມວ່າຄົນເຮົາຈະສົມບູນພ້ອມໃນທຸກດ້ານ, ແຕ່ໂດຍການຮຽນແບບພະເຈົ້າ ເຂົາສາມາດແຜ່ຄວາມຮັກໃຫ້ແມ່ນກະທັ່ງສັດຕູຂອງເຂົາ. ບົດບັນທຶກຂອງລຶກາເສີມຄຳກ່າວຂອງພະເຍຊູທີ່ວ່າ “ເຫດສັນນີ້ພະບິດາຂອງທ່ານທັງຫຼາຍມີຄວາມອີດູຢ່າງໃດ ທ່ານຈົ່ງມີຄວາມອີດູຢ່າງນັ້ນ.”
ການອະທິດຖານແລະການໄວ້ວາງໃຈໃນພະເຈົ້າ
ຂະນະທີ່ພະເຍຊູເທດຕໍ່ໄປ ພະອົງຕຳໜິຄົນໜ້າຊື່ໃຈຄົດທີ່ແກ້ງເຮັດວ່ານັບຖືພະເຈົ້າ. ພະອົງກ່າວວ່າ “ເມື່ອທ່ານໃຫ້ທານ ຢ່າເປົ່າແກໄປກ່ອນໜ້າທ່ານເໝືອນດັ່ງຄົນໜ້າຊື່ໃຈຄົດກະທຳ.”
ພະເຍຊູກ່າວຕໍ່ອີກວ່າ “ເມື່ອທ່ານທັງຫຼາຍອ້ອນວອນ ຢ່າເປັນເໝືອນຄົນໜ້າຊື່ໃຈຄົດ ເພາະວ່າເຂົາມັກຢືນຢູ່ແລະອ້ອນວອນໃນໂຮງທຳ ແລະທີ່ແຈຖະໜົນເພື່ອໃຫ້ຄົນທັງຫຼາຍເຫັນເຂົາ.” ແລ້ວພະອົງແນະນຳວ່າ “ເວລາທ່ານອ້ອນວອນ ຈົ່ງເຂົ້າໄປໃນຫ້ອງຂອງທ່ານ ແລະຄັນອັດປະຕູແລ້ວຈົ່ງອ້ອນວອນພະບິດາຂອງທ່ານຜູ້ຢູ່ໃນທີ່ລັບລີ້.” ພະເຍຊູເອງເຄີຍອະທິດຖານໃນທີ່ສາທາລະນະ ດັ່ງນັ້ນພະອົງບໍ່ຕຳໜິການອະທິດຖານເຊັ່ນນັ້ນ. ສິ່ງທີ່ພະອົງຕຳໜິແມ່ນການອະທິດຖານເຊິ່ງຢາກໃຫ້ຜູ້ຟັງປະທັບໃຈແລະໄດ້ຄຳຊົມເຊີຍ.
ພະເຍຊູແນະນຳຕື່ມອີກວ່າ “ເມື່ອທ່ານທັງຫຼາຍອ້ອນວອນ ຢ່າເວົ້າອີກຫຼາຍຄວາມເປົ່າໆ ເລື້ອຍ ເໝືອນດັ່ງຄົນຕ່າງປະເທດ.” ພະເຍຊູບໍ່ໄດ້ໝາຍຄວາມວ່າການເວົ້າຊ້ຳເປັນຜິດ ເພາະຄັ້ງໜຶ່ງພະອົງເອງໄດ້ “ເວົ້າຄຳອັນດຽວກັນ” (ປ.ມ.) ເມື່ອອະທິດຖານ. ພະອົງບໍ່ເຫັນດ້ວຍກັນກັບການເວົ້າແບບທ່ອງຈຳ “ຊ້ຳຄຳເກົ່າ” (ປ.ມ.) ເໝືອນດັ່ງຄົນທີ່ໃຊ້ມືນັບລູກປະຄຳຕອນທ່ອງບົດສວດ.
ເພື່ອຊ່ວຍຜູ້ຟັງໃຫ້ອະທິດຖານ ພະເຍຊູໃຫ້ແບບຢ່າງຂອງການອະທິດຖານເຊິ່ງປະກອບດ້ວຍຄຳອ້ອນວອນເຈັດຢ່າງ. ສາມຢ່າງທຳອິດເວົ້າເຖິງສິດໃນການປົກຄອງຂອງພະເຈົ້າແລະພະປະສົງຂອງພະອົງ. ທັງສາມຢ່າງນັ້ນ ຮ້ອງຂໍໃຫ້ນາມຊື່ຂອງພະເຈົ້າເປັນທີ່ນັບຖືອັນບໍລິສຸດ ໃຫ້ລາຊະອານາຈັກຂອງພະອົງຈະມາຕັ້ງຢູ່ ແລະໃຫ້ພະປະສົງຂອງພະອົງສຳເລັດ. ສ່ວນອີກສີ່ຢ່າງແມ່ນຄຳອ້ອນວອນເພື່ອຕົວເອງ ເຊັ່ນວ່າອາຫານແຕ່ລະມື້ ການອະໄພບາບ ບໍ່ໃຫ້ຖືກລໍ້ໃຈຈົນທົນບໍ່ໄດ້ ແລະໃນທີ່ສຸດຂໍຊ່ວຍໃຫ້ພົ້ນຈາກຕົວຊົ່ວຮ້າຍນັ້ນ.
ຕໍ່ຈາກນັ້ນ ພະເຍຊູກ່າວເຖິງການໃຫ້ຄວາມສຳຄັນຫຼາຍເກີນໄປໃນສິ່ງຝ່າຍວັດຖຸ. ພະອົງເຕືອນວ່າ “ຢ່າຊູໂຮມເອົາເຂົ້າຂອງແພງໄວ້ສຳລັບຕົນໃນແຜ່ນດິນໂລກ ທີ່ມອດແລະຂີ້ໝ້ຽງກັດກິນເສຍແລະຄົນຂະໂມຍເຈາະແລະລັກເອົາ.” ຊັບສົມບັດເຫຼົ່ານີ້ບໍ່ພຽງແຕ່ຈະສູນເສຍໄປໄດ້ ພວກມັນຊ້ຳພັດບໍ່ໄດ້ສ້າງຄຸນຄວາມດີໃດໆ ກັບພະເຈົ້າ.
ດັ່ງນັ້ນ ພະເຍຊູກ່າວວ່າ “ຈົ່ງໂຮມເອົາເຂົ້າຂອງແພງໄວ້ສຳລັບຕົນໃນສະຫວັນ.” ຈະເຮັດເຊັ່ນນີ້ໄດ້ໂດຍຈັດໃຫ້ການຮັບໃຊ້ພະເຈົ້າມາກ່ອນສິ່ງອື່ນໃນຊີວິດ. ບໍ່ມີໃຜອາດຍາດຊີງເອົາຄຸນຄວາມດີທີ່ສະສົມໄວ້ກັບພະເຈົ້າຫຼືລາງວັນອັນຍອດຢ້ຽມໄປໄດ້. ແລ້ວພະເຍຊູກ່າວອີກວ່າ “ເຂົ້າຂອງແພງຂອງທ່ານຢູ່ບ່ອນໃດ ໃຈຂອງທ່ານຈະຢູ່ບ່ອນນັ້ນດ້ວຍ.”
ເພື່ອຊີ້ໃຫ້ເຫັນອັນຕະລາຍຂອງການຝັກໃຝ່ຫຼາຍເກີນໄປທາງວັດຖຸອີກ ພະເຍຊູຍົກອຸປະມາວ່າ “ຕາເປັນໂຄມໄຟແຫ່ງກາຍ ເຫດສັນນີ້ຖ້າຕາຂອງທ່ານຊື່ດີກາຍທັງສິ້ນຈະເຕັມໄປດ້ວຍແຈ້ງ, ແຕ່ວ່າ ຖ້າຕາຂອງທ່ານເປັນຊົ່ວ ກາຍທັງສິ້ນຈະເຕັມໄປດ້ວຍມືດ.” ຕາທີ່ປະຕິບັດໜ້າທີ່ຢ່າງຖືກຕ້ອງຈະເປັນຄືໂຄມໄຟສ່ອງແສງສະຫວ່າງໃນທີ່ມືດ ແຕ່ເພື່ອຈະເຫັນໄດ້ຄັກ ຕານັ້ນຈຶ່ງຕ້ອງ “ຊື່ດີ” ຫຼືປົກກະຕິຄື ຕ້ອງເລັງໃສ່ແຕ່ສິ່ງດຽວ. ຕາທີ່ເຫັນບໍ່ຄັກ ພາໃຫ້ກະສິ່ງຕ່າງໆ ຜິດໄປ ຖືເອົາສິ່ງຝ່າຍວັດຖຸນຳໜ້າການຮັບໃຊ້ພະເຈົ້າ ຜົນຄື “ກາຍ” ກໍມືດໄປ.
ພະເຍຊູດຳເນີນເລື່ອງນີ້ເຂົ້າເຖິງຈຸດສຸດຍອດດ້ວຍຄຳອຸປະມາທີ່ມີພະລັງ “ບໍ່ມີຜູ້ໃດອາດເປັນຂ້າໃຊ້ຂອງເຈົ້ານາຍສອງທ່ານໄດ້ ເຫດວ່າ ເພິ່ນຈະຊັງນາຍຜູ້ນີ້ແລະຮັກນາຍຜູ້ນັ້ນ ຫຼືຈະຕິດພັນກັບນາຍຜູ້ນີ້ ແລະປະໝາດນາຍຜູ້ນັ້ນ ທ່ານທັງຫຼາຍອາດເປັນຂ້າໃຊ້ຂອງພະເຈົ້າແລະຂ້າໃຊ້ຂອງເຂົ້າຂອງເງິນຄຳກໍບໍ່ໄດ້.”
ຫຼັງຈາກໃຫ້ຄຳແນະນຳນີ້ແລ້ວ ພະເຍຊູຮັບຮອງກັບຜູ້ຟັງວ່າເຂົາບໍ່ຕ້ອງກະວົນກະວາຍກ່ຽວກັບສິ່ງຈຳເປັນທາງວັດຖຸຫາກເຂົາຈັດເອົາງານຮັບໃຊ້ພະເຈົ້າໄວ້ກ່ອນສິ່ງອື່ນ. ພະອົງກ່າວວ່າ “ຈົ່ງເບິ່ງນົກທັງຫຼາຍໃນຟ້າອາກາດ ເຂົາບໍ່ຫວ່ານ ບໍ່ກ່ຽວເຂົ້າ ແລະບໍ່ໂຮມໄວ້ໃນເລົ້າເຂົ້າ ແລະພະບິດາຂອງທ່ານທັງຫຼາຍ ຜູ້ຢູ່ໃນສະຫວັນກໍລ້ຽງນົກນັ້ນ.” ແລ້ວພະອົງຖາມວ່າ “ທ່ານທັງຫຼາຍປະເສີດກວ່ານົກທັງຫຼາຍບໍ່ໃຊ່ຫຼື”?
ຖັດຈາກນັ້ນ ພະເຍຊູຊີ້ໄປທີ່ດອກໄມ້ໃນທົ່ງນາໃຫ້ສັງເກດວ່າ “ແມ່ນກະສັດຊະໂລໂມນໃນລັດສະໝີທັງສິ້ນຂອງທ່ານກໍບໍ່ໄດ້ນຸ່ງຫົ່ມເສື້ອຜ້າງາມທໍ່ກັນກັບດອກໜ່ວຍໜຶ່ງໃນຝູງດອກນີ້. ແລະຖ້າພະເຈົ້າປະທານເຄື່ອງນຸ່ງຫົ່ມຢ່າງນັ້ນໃຫ້ຫຍ້າທີ່ຢູ່ກາງທົ່ງນາໃນວັນນີ້ . . . ພະອົງຈະບໍ່ໃຫ້ມີເສື້ອຜ້ານຸ່ງຫົ່ມທ່ານທັງຫຼາຍ ຫຼາຍກວ່ານັ້ນຫຼື ໂອ້ ຄົນທັງຫຼາຍທີ່ມີຄວາມເຊື່ອໜ້ອຍ.” ສະນັ້ນພະອົງສະຫລຸບວ່າ “ຢ່າຊູອຸກໃຈວ່າ ຈະກິນສິ່ງໃດແລະຈະດື່ມສິ່ງໃດແລະຈະນຸ່ງຫົ່ມສິ່ງໃດ. . . . ພະບິດາຂອງທ່ານທັງຫຼາຍ ຜູ້ຢູ່ໃນສະຫວັນກໍຮູ້ຈັກວ່າ ທ່ານທັງຫຼາຍຕ້ອງປະສົງສິ່ງຂອງທັງປວງນີ້. ແຕ່ວ່າຈົ່ງຊອກຫາແຜ່ນດິນແຫ່ງພະເຈົ້າແລະຄວາມຊອບທຳແຫ່ງພະອົງກ່ອນ ແລະສິ່ງຂອງທັງປວງນີ້ຈະເປັນທີ່ຕື່ມໃຫ້ແກ່ທ່ານທັງຫຼາຍ.”
ທາງໄປສູ່ຊີວິດ
ການປະຕິບັດຕາມຄຳສອນຂອງພະເຍຊູເປັນແນວທາງທີ່ພາໄປສູ່ຊີວິດ, ແຕ່ການປະຕິບັດຢ່າງນັ້ນບໍ່ແມ່ນງ່າຍ ເຊັ່ນ ພວກຟາລິຊຽນມັກຕັດສິນຜູ້ອື່ນຢ່າງບໍ່ມີຄວາມປານີແລະຫຼາຍຄົນຄົງຈະເອົາເປັນແບບຢ່າງ. ດັ່ງນັ້ນ ເມື່ອພະເຍຊູໃຫ້ຄຳເທດເທິງພູເຂົາຕໍ່ໄປ ພະອົງເຕືອນວ່າ “ຢ່າຊູຕັດສິນ ເພື່ອທ່ານທັງຫຼາຍຈະບໍ່ຖືກຕັດສິນ. ເພາະວ່າທ່ານຈະຕັດສິນຢ່າງໃດ ທ່ານຈະຖືກຕັດສິນຢ່າງນັ້ນ.”
ການເຮັດຕາມພວກຟາລິຊຽນທີ່ມັກວິຈານຫຼາຍໂພດຖືວ່າເປັນການອັນຕະລາຍ. ຕາມທີ່ລຶກາບັນທຶກໄວ້ ພະເຍຊູໃຊ້ຄຳອຸປະມາເພື່ອຊີ້ໃຫ້ເຫັນອັນຕະລາຍເຊັ່ນນີ້ວ່າ “ຄົນຕາບອດອາດນຳໜ້າຄົນຕາບອດຜູ້ອື່ນໄປໄດ້ຫຼື. ເຂົາທັງສອງຈະບໍ່ຕົກໃນຂຸມຫຼື”?
ການມັກວິຈານຄົນອື່ນຫຼາຍໂພດ ການຂະຫຍາຍແລະຂຸດຄຸ້ຍຄວາມຜິດຂອງຄົນອື່ນ ເປັນຄວາມຜິດຮ້າຍແຮງ. ສະນັ້ນ ພະເຍຊູຖາມວ່າ “ເປັນສັນໃດທ່ານກ່າວແກ່ພີ່ນ້ອງຂອງທ່ານວ່າ ຂໍອະນຸຍາດໃຫ້ເຮົາເອົາສ້ຽນໄມ້ອອກຈາກຕາຂອງເຈົ້າ. ແລະຈົ່ງເບິ່ງ ໄມ້ຂາງຢູ່ໃນຕາຂອງທ່ານເອງ. ຄົນໜ້າຊື່ໃຈຄົດ. ຈົ່ງເອົາໄມ້ຂາງອອກຈາກຕາເອງກ່ອນ ແລະເມື່ອນັ້ນ ທ່ານຈະເຫັນຮຸ່ງຈຶ່ງຈັບເອົາສ້ຽນໄມ້ອອກຈາກຕາພີ່ນ້ອງຂອງທ່ານ.”
ນັ້ນບໍ່ໄດ້ໝາຍຄວາມວ່າ ສາວົກຂອງພະເຍຊູຈະບໍ່ໄດ້ໃຊ້ວິຈາລະນະຍານໃນການພົວພັນກັບຄົນອື່ນ ເພາະພະອົງກ່າວວ່າ “ຢ່າຊູເອົາເຄື່ອງບໍລິສຸດໃຫ້ແກ່ຝູງໝາ ແລະຢ່າຊູເອົາແກ້ວຫອຍຖິ້ມຕໍ່ໜ້າຝູງຫມູ.” ຄວາມຈິງຈາກພະຄຳຂອງພະເຈົ້າເປັນສິ່ງສັກສິດ. ປຽບເໝືອນໄຂ່ມຸກ. ຖ້າຫາກລາງຄົນເປັນເຊັ່ນຫມູຫຼືໝາ ບໍ່ຮູ້ຄຸນຄ່າຂອງສັດຈະທຳທີ່ລ້ຳຄ່ານັ້ນ ສາວົກຂອງພະເຍຊູຄວນຈະປະເຂົາໄວ້ ແລ້ວສະແຫວງຫາຄົນທີ່ເຕັມໃຈຮັບຟັງ.
ເຖິງວ່າພະເຍຊູໄດ້ພິຈາລະນາເລື່ອງການອະທິດຖານໃນຕອນຕົ້ນຂອງຄຳເທດເທິງພູເຂົາກໍຕາມ ຕອນນີ້ພະອົງເນັ້ນເຖິງຄວາມຈຳເປັນໃນການພຽນອະທິດຖານ. ພະອົງກະຕຸ້ນວ່າ “ຈົ່ງຂໍ ແລະເຂົາຈະປະທານໃຫ້ແກ່ທ່ານ.” ເພື່ອສະແດງໃຫ້ເຫັນວ່າພະເຈົ້າພ້ອມທີ່ຈະຕອບຄຳອະທິດຖານ ພະເຍຊູຕັດຖາມວ່າ “ໃນພວກທ່ານຈະມີຜູ້ໃດ ຖ້າລູກຂໍເຂົ້າຈີ່ກ້ອນໜຶ່ງ ຈະເອົາຫີນກ້ອນໜຶ່ງໃຫ້ແກ່ເພິ່ນຫຼື. . . . ເຫດສັນນີ້ ຖ້າທ່ານທັງຫຼາຍ ຜູ້ເປັນຄົນຊົ່ວຮ້າຍ ຍັງຮູ້ເອົາຂອງດີໃຫ້ລູກຂອງທ່ານ ຫຼາຍກວ່ານັ້ນອີກເທົ່າໃດພະບິດາຂອງທ່ານທັງຫຼາຍ ຜູ້ຢູ່ໃນສະຫວັນຈະປະທານຂອງດີ ໃຫ້ແກ່ຄົນທັງຫຼາຍທີ່ຂໍກັບພະອົງ”?
ຈາກນັ້ນພະເຍຊູຕັ້ງຫຼັກປະຕິບັດທີ່ລືຊື່ເຊິ່ງເອີ້ນກັນວ່າກົດຄຳ. ພະອົງກ່າວວ່າ: “ເຫດສັນນີ້ ທ່ານທັງຫຼາຍຢາກໄດ້ໃຫ້ຄົນກະທຳສິ່ງໃດສຳລັບທ່ານ ທ່ານຈົ່ງກະທຳສິ່ງນັ້ນສຳລັບເຂົາທຸກປະການເໝືອນກັນດ້ວຍ.” ການປະຕິບັດຕາມກົດຂໍ້ນີ້ແມ່ນການເຮັດດີຕໍ່ຄົນອື່ນ ປະຕິບັດຕໍ່ເຂົາຄືກັນກັບທ່ານຢາກໃຫ້ເຂົາປະຕິບັດຕໍ່ຕົນເອງ.
ອັນວ່າທາງໄປສູ່ຊີວິດບໍ່ແມ່ນເລື່ອງງ່າຍ. ພະເຍຊູເຜີຍເລື່ອງນັ້ນໃນຄຳສອນຂອງພະອົງດັ່ງນີ້ “ຈົ່ງເຂົ້າໄປທາງປະຕູອັນຮອມ ເພາະວ່າປະຕູກໍກວ້າງແລະທາງກໍກວ້າງຂວາງທີ່ນຳໄປເຖິງຄວາມຈິບຫາຍ ແລະຜູ້ທີ່ເຂົ້າໄປທາງປະຕູນັ້ນກໍມີຫຼາຍຄົນ. ເພາະວ່າປະຕູກໍຮອມແລະທາງກໍແຄບທີ່ນຳໄປເຖິງຊີວິດແລະຜູ້ທີ່ພົບທາງນັ້ນບໍ່ມີຫຼາຍຄົນ.”
ການຖືກຊັກນຳໃຫ້ຫຼົງຜິດນັ້ນເປັນການອັນຕະລາຍຢ່າງຍິ່ງ ດັ່ງທີ່ພະເຍຊູເຕືອນວ່າ “ຈົ່ງລະວັງໃຫ້ດີດ້ວຍຜູ້ທຳນວາຍບໍ່ຈິງທີ່ມາຫາທ່ານທັງຫຼາຍ ເຂົາຫົ່ມເສື້ອເປັນຄືໜ້າແພະ [“ແກະ,” ລ.ມ.] ແຕ່ວ່າພາຍໃນເຂົາເປັນໝາໄນອັນລັກຊີງເອົາ.” ພະເຍຊູຊີ້ແຈງວ່າ ຈະຮູ້ຈັກຕົ້ນໄມ້ດີແລະບໍ່ດີຈາກໝາກຂອງມັນ ຈະຮູ້ຈັກຜູ້ພະຍາກອນປອມໄດ້ດ້ວຍການປະພຶດແລະຄຳສອນຂອງເຂົາ.
ພະເຍຊູຊີ້ແຈງຕໍ່ໄປວ່າບໍ່ແມ່ນສິ່ງທີ່ຄົນໜຶ່ງເວົ້າ ທີ່ເຮັດໃຫ້ເຂົາເປັນສາວົກຂອງພະອົງ ແຕ່ສິ່ງທີ່ເຂົາເຮັດ ຕ່າງຫາກ. ບາງຄົນອ້າງວ່າພະເຍຊູເປັນອົງພະຜູ້ເປັນເຈົ້າຂອງຕົນ ແຕ່ຖ້າຫາກວ່າເຂົາບໍ່ໄດ້ເຮັດຕາມນ້ຳໃຈຂອງພະບິດາ ພະອົງກ່າວວ່າ “ເຮົາຈະແຈ້ງຄວາມແກ່ເຂົາວ່າ ເຮົາບໍ່ໄດ້ຮູ້ຈັກທ່ານທັງຫຼາຍສັກເທື່ອ ຈົ່ງໜີຈາກເຮົາເສຍເທີ້ນ ຫມູ່ເຈົ້າທີ່ກະທຳການຊົ່ວຮ້າຍ.”
ໃນທີ່ສຸດ ພະເຍຊູສະຫລຸບຄຳເທດທີ່ໜ້າຈົດຈຳນີ້ ໂດຍກ່າວວ່າ “ເຫດສັນນີ້ ຄົນທຸກຄົນທີ່ຟັງຄຳທັງຫຼາຍຂອງເຮົານີ້ແລະຂັບຕາມຄຳນັ້ນ ເຮົາຈະປຽບຜູ້ນັ້ນເໝືອນຄົນສະຫຼາດທີ່ໄດ້ກໍ່ສ້າງຕຶກແຫ່ງຕົນໄວ້ເທິງຫີນດານ. ແລະຝົນໄດ້ຕົກ ແລະນ້ຳໄດ້ມາກ ແລະລົມໄດ້ພັດຕີຕຶກນັ້ນ ແລະຕຶກນັ້ນບໍ່ໄດ້ລົ້ມລົງ ເພາະວ່າມັນຕັ້ງຢູ່ເທິງຫີນດານ.”
ໃນທາງກົງກັນຂ້າມ ພະເຍຊູຖະແຫຼງວ່າ “ຄົນທຸກຄົນທີ່ໄດ້ຍິນຄຳທັງຫຼາຍຂອງເຮົານີ້ແລະບໍ່ຂັບຕາມຄຳນັ້ນຜູ້ນັ້ນເປັນທີ່ປຽບເໝືອນຄົນຜີບ້າ ທີ່ໄດ້ກໍ່ສ້າງຕຶກແຫ່ງຕົນເທິງດິນຊາຍ. ແລະຝົນໄດ້ຕົກ ແລະນ້ຳໄດ້ມາກ ແລະລົມໄດ້ພັດຕີຕຶກນັ້ນແລະຕຶກນັ້ນໄດ້ລົ້ມລົງແລະຄວາມຈິບຫາຍແຫ່ງມັນກໍເປັນອັນໜັກ.”
ເມື່ອພະເຍຊູຈົບຄຳເທດແລ້ວ ຝູງຊົນຮູ້ສຶກປະຫຼາດໃຈໃນວິທີສອນຂອງພະອົງ ເພາະພະອົງສອນເຂົາຄືດັ່ງຜູ້ມີອຳນາດ ບໍ່ຄືຜູ້ນຳສາສະໜາຂອງເຂົາເຈົ້າ. ລຶກາ 6:12-23; ມັດທາຽ 5:1-12; ລຶກາ 6:24-26; ມັດທາຽ 5:13-48; 6:1-34; 26:36-45; 7:1-29; ລຶກາ 6:27-49.
▪ ພະເຍຊູຢູ່ໃສເມື່ອກ່າວຄຳເທດທີ່ໜ້າຈົດຈຳທີ່ສຸດ ມີຜູ້ໃດຢູ່ນຳແດ່ ແລະກ່ອນໜ້ານັ້ນບໍ່ດົນເກີດຫຍັງຂຶ້ນ?
▪ ເຫດໃດຈຶ່ງບໍ່ແປກທີ່ລຶກາບັນທຶກຄຳສອນບາງຕອນຂອງຄຳເທດໄວ້ໃນເຫດການອື່ນ?
▪ ແມ່ນຫຍັງເຮັດໃຫ້ຄຳເທດຂອງພະເຍຊູມີຄ່າຢ່າງຍິ່ງ?
▪ ແມ່ນໃຜມີຄວາມສຸກຢ່າງແທ້ຈິງ ແລະຍ້ອນຫຍັງ?
▪ ແມ່ນໃຜໄດ້ຮັບວິບາກ ແລະຍ້ອນຫຍັງ?
▪ ສາວົກຂອງພະເຍຊູເປັນ “ເກືອແຫ່ງແຜ່ນດິນໂລກ” ແລະ “ແຈ້ງແຫ່ງໂລກ” ໃນແງ່ໃດ?
▪ ພະເຍຊູໄດ້ສະແດງຄວາມນັບຖືຢ່າງສູງຕໍ່ພະບັນຍັດຂອງພະເຈົ້າແນວໃດ?
▪ ພະເຍຊູແນະນຳຫຍັງໄວ້ເພື່ອຈະກຳຈັດສາເຫດຂອງການຂ້າກັນແລະການຜິດປະເວນີ?
▪ ພະເຍຊູໝາຍຄວາມວ່າແນວໃດເມື່ອພະອົງກ່າວເຖິງເລື່ອງຫັນແກ້ມອີກຂ້າງໜຶ່ງໃຫ້ເຂົາຕົບ?
▪ ເຮົາຈະສົມບູນຄືກັບພະເຈົ້າໃນຄວາມໝາຍໃດ?
▪ ໃນເລື່ອງການອະທິດຖານພະເຍຊູສອນຢ່າງໃດ?
▪ ຍ້ອນຫຍັງຊັບສົມບັດທີ່ສະສົມໄວ້ໃນສະຫວັນຈຶ່ງດີກວ່າ ແລະຈະໄດ້ຊັບສົມບັດນັ້ນແນວໃດ?
▪ ຄຳອຸປະມາເລື່ອງໃດຊ່ວຍໃຫ້ຫຼີກເວັ້ນຈາກການຝັກໃຝ່ເອົາແຕ່ຝ່າຍວັດຖຸ?
▪ ດ້ວຍເຫດໃດພະເຍຊູກ່າວວ່າບໍ່ຈຳເປັນຕ້ອງກະວົນກະວາຍ?
▪ ພະເຍຊູກ່າວແນວໃດກ່ຽວກັບການຕັດສິນຄົນອື່ນ ແຕ່ພະອົງສະແດງໃຫ້ເຫັນຢ່າງໃດວ່າເຫຼົ່າສາວົກຂອງພະອົງຈະຕ້ອງໃຊ້ວິຈາລະນະຍານກ່ຽວກັບຕົວບຸກຄົນ?
▪ ພະເຍຊູກ່າວຫຍັງອີກໃນເລື່ອງການອະທິດຖານແລະຕັ້ງຫຼັກປະຕິບັດໄວ້ຄືແນວໃດ?
▪ ພະເຍຊູຊີ້ໃຫ້ເຫັນແນວໃດວ່າ ທາງທີ່ພາໄປສູ່ຊີວິດບໍ່ງ່າຍແລະມີໂອກາດຈະຖືກຊັກນຳໃຫ້ຫຼົງຜິດ?
▪ ພະເຍຊູສະຫລຸບຄຳເທດຂອງພະອົງຢ່າງໃດ ແລະຜົນໄດ້ຮັບເປັນແນວໃດ?