ບົດ 34
ການຄັດເລືອກອັກຄະສາວົກຂອງພະອົງ
ນັບຕັ້ງແຕ່ໂຍຮັນຜູ້ໃຫ້ບັບເຕມາແນະນຳໃຫ້ຮູ້ຈັກພະເຍຊູໃນຖານະ “ລູກແພະ [ແກະ] ແຫ່ງພະເຈົ້າ” ແລະພະເຍຊູເລີ່ມງານສັ່ງສອນຢ່າງເປີດເຜີຍກໍເປັນເວລາປະມານປີເຄິ່ງ. ຕອນນັ້ນ ອັນດະເລອາ, ຊີໂມນເປໂຕ, ໂຍຮັນ, ແລະບາງທີຍາໂກໂບ (ອ້າຍຂອງໂຍຮັນ) ລວມທັງຟີລິບແລະນະທານາເອນ (ມີຊື່ອີກວ່າ ບາເທເລມີ) ໄດ້ມາເປັນສາວົກກຸ່ມທຳອິດຂອງພະອົງ. ຕໍ່ມາມີອີກຫຼາຍຄົນໄດ້ຮ່ວມກັບເຂົາເຈົ້າໃນການຕິດຕາມພະເຍຊູໄປ.
ດຽວນີ້ເປັນເວລາທີ່ພະເຍຊູຈະຄັດເລືອກອັກຄະສາວົກຫຼືລາຊະທູດຂອງພະອົງແລ້ວ. ຄົນເຫຼົ່ານີ້ຈະເປັນຜູ້ຮ່ວມງານໃກ້ຊິດກັບພະອົງ ເຊິ່ງຈະຮັບການອົບຮົມເປັນພິເສດ. ແຕ່ກ່ອນການຄັດເລືອກ ພະເຍຊູຂຶ້ນໄປເທິງພູເຂົາແລະອະທິດຖານໝົດຄືນ ເພື່ອຂໍສະຕິປັນຍາແລະພະພອນຈາກພະເຈົ້າ. ເມື່ອຮຸ່ງແຈ້ງ ພະອົງເອີ້ນເຫຼົ່າສາວົກມາແລະຄັດເລືອກເອົາ 12 ຄົນໃນຫມູ່ເຂົາເຈົ້າ. ຢ່າງໃດກໍຕາມ ເນື່ອງຈາກເຂົາເຈົ້າຍັງຈະໄດ້ຮັບການສັ່ງສອນຈາກພະເຍຊູຕໍ່ໄປ ເຂົາຈຶ່ງຍັງຖືກຮຽກວ່າສາວົກດ້ວຍຄືເກົ່າ.
ຫົກຄົນເຊິ່ງກ່າວເຖິງຂ້າງຕົ້ນທີ່ພະເຍຊູຄັດເລືອກ ກໍເປັນສາວົກໝວດທຳອິດຂອງພະອົງ. ຈາກນັ້ນ ມັດທາຍ ຜູ້ທີ່ພະເຍຊູເອີ້ນຈາກໂຮງເກັບພາສີກໍໄດ້ຮັບການຄັດເລືອກດ້ວຍ. ອີກຫ້າຄົນແມ່ນຢູດາ (ມີອີກຊື່ໜຶ່ງວ່າຕາເດ), ຢູດາອີດສະກາລີໂອດ, ຊີໂມນຜູ້ຮ້ອນຮົນ, ໂທມາແລະຍາໂກໂບລູກຂອງອາລະເຟ. ຍາໂກໂບຜູ້ນີ້ຍັງຖືກເອີ້ນວ່າ ຍາໂກໂບນ້ອຍ ອາດເປັນເພາະເຂົາຮູບຮ່າງນ້ອຍຫຼືອາຍຸນ້ອຍກວ່າອັກຄະສາວົກຍາໂກໂບອີກຜູ້ໜຶ່ງ.
ຕອນນີ້ເປັນເວລາດົນພໍສົມຄວນທີ່ສິບສອງຄົນນີ້ໄດ້ຢູ່ກັບພະເຍຊູ ແລະພະອົງຮູ້ຈັກເຂົາເຈົ້າເປັນຢ່າງດີ. ອີກຢ່າງໜຶ່ງ ລາງຄົນພັດເປັນພີ່ນ້ອງກັນກັບພະອົງ. ຍາໂກໂບແລະນ້ອງຊາຍຊື່ໂຍຮັນຄືຈະເປັນລູກອ້າຍລູກນ້ອງຂອງພະເຍຊູ. ອາລະເຟຄົງຈະເປັນນ້ອງຊາຍຂອງໂຍເຊບເຊິ່ງເປັນພໍ່ລ້ຽງຂອງພະເຍຊູ. ດັ່ງນັ້ນ ອັກຄະສາວົກຍາໂກໂບລູກຂອງອາລະເຟຕ້ອງເປັນລູກອ້າຍລູກນ້ອງຂອງພະເຍຊູຊ້ຳ.
ແນ່ນອນ ພະເຍຊູບໍ່ມີບັນຫາໃນການຈື່ຊື່ອັກຄະສາວົກຂອງພະອົງ. ສ່ວນເຈົ້າເດ ເຈົ້າຈື່ໄດ້ບໍ? ເອົາແບບນີ້ ມີຊີໂມນສອງຄົນ, ຍາໂກໂບສອງຄົນ, ຢູດາສອງຄົນ, ແລະຊີໂມນມີນ້ອງຊາຍຊື່ອັນດະເລອາ, ແລະຍາໂກໂບມີນ້ອງຊາຍຊື່ວ່າໂຍຮັນ. ນັ້ນເປັນວິທີຈື່ຊື່ອັກຄະສາວົກແປດຄົນ. ສ່ວນອີກສີ່ຄົນລວມເອົານາຍພາສີ (ມັດທາຍ), ຜູ້ມັກສົງໄສໃນຕອນຫຼັງ (ໂທມາ), ຄົນໜຶ່ງຖືກເອີ້ນຈາກກ້ອງຕົ້ນໄມ້ (ນະທານາເອນ), ແລະຟີລິບທີ່ເປັນເພື່ອນຂອງເຂົາ.
ອັກຄະສາວົກສິບເອັດຄົນມາຈາກແຂວງຄາລິເລເຊິ່ງເຄີຍເປັນບ້ານຢູ່ຂອງພະເຍຊູ. ນະທານາເອນມາຈາກບ້ານການາ. ຟີລິບ, ເປໂຕແລະອັນດະເລອາເດີມມາຈາກເມືອງເບດຊາອີດາ ແຕ່ຕໍ່ມາເປໂຕກັບອັນດະເລອາຍ້າຍໄປເມືອງກັບເອນາອູມ ເຊິ່ງເບິ່ງຄືວ່າເປັນທີ່ຢູ່ຂອງມັດທາຍ. ຍາໂກໂບແລະໂຍຮັນເປັນຄົນຫາປາ ແລະຄົງຈະເຄີຍຢູ່ໃນເມືອງກັບເອນາອູມຫຼືໃກ້ໆ ແຖວນັ້ນຄືກັນ. ເບິ່ງຄືວ່າຢູດາອີດສະກາລີໂອດເຊິ່ງຕໍ່ມາໄດ້ທໍລະຍົດຕໍ່ພະເຍຊູເປັນອັກຄະສາວົກຜູ້ດຽວທີ່ມາຈາກແຂວງຢູເດ. ມາລະໂກ 3:13-19; ລຶກາ 6:12-16.
▪ ອັກຄະສາວົກທີ່ອາດຈະເປັນພີ່ນ້ອງຂອງພະເຍຊູແມ່ນໃຜແດ່?
▪ ອັກຄະສາວົກຂອງພະເຍຊູມີໃຜແດ່ ແລະເຈົ້າຈື່ຊື່ຂອງເຂົາເຈົ້າໄດ້ຢ່າງໃດ?
▪ ພວກອັກຄະສາວົກມາຈາກເຂດໃດແດ່?