ບົດ 41
ພະເຍຊູເປັນເປົ້າຂອງຄວາມຂັດແຍ່ງກັນ
ບໍ່ດົນຫຼັງຈາກພະເຍຊູໄດ້ຮັບເຊີນໄປເຮືອນຂອງຊີໂມນ ພະເຍຊູເລີ່ມການເດີນທາງໄປປະກາດຢູ່ແຂວງຄາລິເລຖ້ຽວທີສອງ. ຖ້ຽວກ່ອນເມື່ອໄປໃນເຂດນັ້ນມີສາວົກຮຸ່ນທຳອິດ ເປໂຕ, ອັນດະເລອາ, ຍາໂກໂບ ແລະໂຍຮັນຕິດຕາມພະອົງໄປ. ເທື່ອນີ້ ມີອັກຄະສາວົກທັງ 12 ຄົນແລະມີຜູ້ຍິງລາງຄົນໄປນຳ. ຄົນເຫຼົ່ານີ້ມີມາລີມັກດາລາ, ຊູຊານນາ, ແລະໂຈແອນນາເຊິ່ງສາມີເປັນເຈົ້ານາຍໃນລາຊະສຳນັກຂອງກະສັດເຫໂລດ.
ຂະນະງານສັ່ງສອນຂອງພະເຍຊູຂຸ້ນຂ້ຽວຂຶ້ນ ການໂຕ້ຖຽງເລື່ອງວຽກງານຂອງພະອົງກໍຮຸນແຮງຂຶ້ນໄປນຳ. ມີການພາຊາຍຄົນໜຶ່ງທີ່ຖືກຜີສິງ ເຊິ່ງຕາບອດແລ້ວຍັງປາກກືກອີກມາຫາພະເຍຊູ. ເມື່ອພະເຍຊູຮັກສາແລະຊ່ອຍລາວໃຫ້ພົ້ນຈາກອຳນາດຄອບງຳຂອງຜີ ລາວທັງເວົ້າທັງເຫັນຮຸ່ງໄດ້ອີກ ຝູງຊົນຈຶ່ງປະຫຼາດໃຈຫຼາຍ. ເຂົາພາກັນເວົ້າວ່າ “ທ່ານຜູ້ນີ້ຫາກເປັນບຸດກະສັດດາວິດຫຼື”?
ກຸ່ມຄົນຈຳນວນຫຼາຍມາອ້ອມເຮືອນທີ່ພະເຍຊູພັກຢູ່ ຈົນພະອົງແລະສາວົກກິນເຂົ້າບໍ່ໄດ້. ນອກຈາກຄົນທີ່ຄິດວ່າພະອົງອາດຈະເປັນ “ບຸດກະສັດດາວິດ” ຕາມຄຳສັນຍາແລ້ວ ຍັງມີພວກສະໝຽນແລະຟາລິຊຽນທີ່ເດີນທາງຈາກເມືອງເຢຣຶຊາເລມມາເພື່ອຈະເຮັດໃຫ້ຄວາມເຊື່ອຖືໃນພະອົງໝົດໄປ. ເມື່ອຍາດພີ່ນ້ອງຂອງພະເຍຊູໄດ້ຂ່າວວຸ່ນວາຍເຊິ່ງເກີດກັບພະອົງ ເຂົາກໍມາເພື່ອຈັບກຸມພະອົງ. ດ້ວຍເຫດຜົນຫຍັງ?
ຕອນນັ້ນ ແມ່ນແຕ່ນ້ອງໆ ຂອງພະເຍຊູເອງຍັງບໍ່ເຊື່ອວ່າພະອົງເປັນບຸດຂອງພະເຈົ້າ. ອີກຢ່າງໜຶ່ງ ຄວາມອຶກກະທຶກແລະການຖົກຖຽງກັນບໍ່ເປັນຕາມນິດໄສຂອງພະເຍຊູດັ່ງທີ່ເຂົາເຄີຍເຫັນເມື່ອພະອົງໃຫຍ່ຂຶ້ນໃນເມືອງນາຊາເລດ. ດັ່ງນັ້ນ ເຂົາເຈົ້າຈຶ່ງສະຫລຸບວ່າມີສິ່ງຜິດປົກກະຕິທີ່ຮ້າຍແຮງເກີດຂຶ້ນທາງຈິດໃຈຂອງພະເຍຊູ. ເຂົາລົງຄວາມເຫັນວ່າ “ພະອົງເສຍຈິດແລ້ວ.” ເຂົາຢາກຈັບພະອົງແລ້ວພາອອກໄປຈາກບ່ອນນັ້ນ.
ເຖິງແນວນັ້ນກໍດີ ຫຼັກຖານປາກົດແຈ້ງວ່າພະເຍຊູປົວຄົນທີ່ຖືກຜີສິງຈົນເຊົາປ່ວຍ. ພວກສະໝຽນແລະຟາລິຊຽນຮູ້ວ່າເຂົາບໍ່ອາດປະຕິເສດຄວາມເປັນຈິງນີ້ໄດ້. ເພື່ອເຮັດໃຫ້ພະເຍຊູບໍ່ເປັນຕາໜ້າເຊື່ອຖື ເຂົາຈຶ່ງບອກປະຊາຊົນວ່າ “ຜູ້ນີ້ບໍ່ໄດ້ຂັບໄລ່ຜີຮ້າຍທັງຫຼາຍອອກເສຍເທົ່າເວັ້ນໄວ້ດ້ວຍອຳນາດແຫ່ງເບເອນເຊບຶນ ຜູ້ເປັນນາຍຜີຮ້າຍທັງຫຼາຍ.”
ພະເຍຊູຊາບຄວາມຄິດຂອງເຂົາ ຈຶ່ງກ່າວແກ່ພວກສະໝຽນແລະຟາລິຊຽນວ່າ “ແຜ່ນດິນທຸກອັນທີ່ແຕກແຍກຈາກກັນເອງແລ້ວຈະທຳລາຍເປັນປ່າເປົ່າ ແລະເມືອງທຸກອັນ ຫຼືເຮືອນທຸກຫຼັງທີ່ແຕກແຍກຈາກກັນເອງແລ້ວກໍຈະຕັ້ງຢູ່ບໍ່ໄດ້ ແລະຖ້າຊາຕານຂັບໄລ່ຊາຕານ ມັນແຕກແຍກກັນກັບຕົວເອງ ເຫດສັນນີ້ແຜ່ນດິນແຫ່ງມັນຈະຕັ້ງຢູ່ຢ່າງໃດໄດ້”?
ນັ້ນເປັນເຫດຜົນທີ່ຫັກລ້າງແທ້ໆ! ເນື່ອງຈາກພວກຟາລິຊຽນອ້າງວ່າຄົນຂອງພວກເຂົາເຄີຍໄລ່ຜີໄດ້ ພະເຍຊູຈຶ່ງຖາມອີກວ່າ “ຖ້າເຮົາຂັບໄລ່ຜີຮ້າຍທັງຫຼາຍອອກເສຍດ້ວຍອຳນາດແຫ່ງເບເອນເຊບຶນ ລູກຊາຍຂອງທ່ານທັງຫຼາຍຂັບໄລ່ຜີຮ້າຍນັ້ນດ້ວຍອຳນາດຂອງຜູ້ໃດ”? ເວົ້າອີກຢ່າງໜຶ່ງ ຂໍ້ກ່າວຫາພະເຍຊູນັ້ນຄວນຈະໃຊ້ກັບພວກເຂົາຄືກັນ. ຈາກນັ້ນ ພະເຍຊູເຕືອນເຂົາວ່າ “ຖ້າເຮົາຂັບໄລ່ຜີຮ້າຍທັງຫຼາຍອອກເສຍດ້ວຍພະວິນຍານແຫ່ງພະເຈົ້າ ສັນນັ້ນແຜ່ນດິນແຫ່ງພະເຈົ້າໄດ້ມາເຖິງທ່ານທັງຫຼາຍແລ້ວ.”
ເພື່ອສະແດງໃຫ້ເຫັນວ່າ ການໄລ່ຜີນັ້ນເປັນຫຼັກຖານພິສູດວ່າພະອົງມີອຳນາດເໜືອຊາຕານ ພະເຍຊູກ່າວວ່າ “ຄົນຜູ້ໜຶ່ງຈະເຂົ້າໄປໃນເຮືອນແຫ່ງຄົນທີ່ມີແຮງຫຼາຍ ແລະປຸ້ນເຂົ້າຂອງໆ ຜູ້ນັ້ນຢ່າງໃດເທົ່າເວັ້ນໄວ້ຈະຜູກມັດຄົນທີ່ມີແຮງຫຼາຍນັ້ນກ່ອນ. ແລ້ວຈຶ່ງຈະປຸ້ນເຮືອນເພິ່ນໄດ້. ຜູ້ທີ່ບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ແລະຜູ້ທີ່ບໍ່ໂຮມເອົາກັບເຮົາ ກໍກະທຳໃຫ້ກະຈັດກະຈາຍໄປ.” ເຫັນໄດ້ຊັດວ່າ ພວກຟາລິຊຽນຕໍ່ຕ້ານພະເຍຊູ ເຂົາຈຶ່ງເປັນຕົວແທນຂອງຊາຕານ. ເຂົາເຮັດໃຫ້ພວກຍິດສະລາເອນແຕກກະຈາຍໄປຈາກພະອົງ.
ສະນັ້ນ ພະເຍຊູຈຶ່ງເຕືອນພວກຕໍ່ຕ້ານເຊິ່ງຢູ່ຝ່າຍຊາຕານວ່າ “ຄຳປ້ອຍດ່າຕໍ່ພະວິນຍານ ຈະບໍ່ເປັນທີ່ໂປດຍົກເສຍຈາກຄົນທັງຫຼາຍ.” ພະອົງຊີ້ແຈງວ່າ “ຄົນທຸກຄົນທີ່ຈະໄດ້ປາກຕໍ່ສູ້ບຸດມະນຸດ ກໍຈະເປັນທີ່ໂປດຍົກໂທດໄດ້ ແຕ່ວ່າຄົນທຸກຄົນທີ່ຈະໄດ້ປາກຕໍ່ສູ້ພະວິນຍານບໍລິສຸດ ຈະເປັນທີ່ໂປດຍົກໂທດບໍ່ໄດ້ໃນໂລກນີ້ກໍດີ ໃນໂລກໜ້າກໍດີ.” ພວກສະໝຽນແລະພວກຟາລິຊຽນເຫຼົ່ານັ້ນໄດ້ເຮັດບາບເຊິ່ງໃຫ້ອະໄພບໍ່ໄດ້ໂດຍອ້າງຢ່າງມຸ່ງຮ້າຍວ່າການອັດສະຈັນທີ່ເຫັນໄດ້ຊັດແຈ້ງວ່າກະທຳໂດຍພະວິນຍານບໍລິສຸດຂອງພະເຈົ້າ ເປັນລິດເດດຂອງຊາຕານ. ມັດທາຽ 12:22-32; ມາລະໂກ 3:19-30; ລຶກາ 8:1-3; ໂຍຮັນ 7:5.
▪ ການເດີນທາງປະກາດຢູ່ແຂວງຄາລິເລຖ້ຽວທີສອງຂອງພະເຍຊູຕ່າງຈາກຖ້ຽວທຳອິດແນວໃດ?
▪ ດ້ວຍເຫດໃດຍາດພີ່ນ້ອງຂອງພະເຍຊູຈຶ່ງພະຍາຍາມຈັບກຸມພະອົງ?
▪ ພວກຟາລິຊຽນພະຍາຍາມເຮັດໃຫ້ການອັດສະຈັນຂອງພະເຍຊູບໍ່ເປັນຕາໜ້າເຊື່ອຖືແນວໃດ ແລະພະເຍຊູຫັກລ້າງເຂົາດ້ວຍວິທີໃດ?
▪ ພວກຟາລິຊຽນມີຄວາມຜິດສະຖານໃດ ແລະຍ້ອນຫຍັງ?