ບົດທີ 85
ພະເຢຊູປົວຄົນເຈັບປ່ວຍໃນວັນຊະບາໂຕ
ພວກຟາຣີຊາຍຊັງພະເຢຊູແລະພະຍາຍາມຫາເລື່ອງທີ່ຈະຈັບເພິ່ນ. ເຂົາເຈົ້າບອກວ່າພະເຢຊູບໍ່ຄວນປົວຄົນເຈັບປ່ວຍໃນວັນຊະບາໂຕ. ມີມື້ໜຶ່ງທີ່ເປັນວັນຊະບາໂຕ ພະເຢຊູເຫັນຜູ້ຊາຍຕາບອດຄົນໜຶ່ງຂໍທານຢູ່ຫົນທາງ ເພິ່ນບອກພວກລູກສິດວ່າ: ‘ຖ້າເບິ່ງເດີ້ ພະລັງຂອງພະເຈົ້າຈະຊ່ວຍຜູ້ຊາຍຄົນນີ້.’ ພະເຢຊູເອົານ້ຳລາຍຂອງເພິ່ນປະສົມກັບຂີ້ດິນເຮັດເປັນຂີ້ຕົມ ແລ້ວເອົາໄປທາຕາຄົນຕາບອດຄົນນັ້ນ. ຈາກນັ້ນ ເພິ່ນກໍບອກລາວວ່າ: ‘ໃຫ້ເຈົ້າໄປລ້າງຂີ້ຕົມອອກຢູ່ສະນ້ຳຊີໂລອາມ.’ ລາວກໍໄປລ້າງອອກ. ເມື່ອລ້າງອອກແລ້ວ ລາວກໍເຫັນຮຸ່ງເປັນເທື່ອທຳອິດໃນຊີວິດຂອງລາວ.
ປະຊາຊົນຮູ້ສຶກຕົກໃຈຫຼາຍແລະເວົ້າວ່າ: ‘ຜູ້ນີ້ແມ່ນຄົນທີ່ເຄີຍນັ່ງຂໍທານແມ່ນບໍ່ ຫຼືຄົນທີ່ໜ້າຄືກັນຊື່ໆ?’ ຜູ້ຊາຍທີ່ເຄີຍຕາບອດກໍເວົ້າວ່າ: ‘ຂ້ອຍແມ່ນຄົນຂໍທານຜູ້ນັ້ນແຫຼະທີ່ຕາບອດຕັ້ງແຕ່ເກີດ.’ ປະຊາຊົນຈຶ່ງຖາມລາວວ່າ: “ເຈົ້າເຫັນຮຸ່ງໄດ້ຈັ່ງໃດ?” ເມື່ອລາວເລົ່າໃຫ້ຟັງວ່າລາວເຫັນຮຸ່ງໄດ້ແນວໃດ ເຂົາເຈົ້າກໍເລີຍພາລາວໄປຫາພວກຟາຣີຊາຍ.
ຜູ້ຊາຍທີ່ເຄີຍຕາບອດຄົນນັ້ນບອກພວກຟາຣີຊາຍວ່າ: ‘ຄົນຊື່ເຢຊູເອົາຂີ້ຕົມມາທາຕາຂ້ອຍ ແລ້ວບອກໃຫ້ຂ້ອຍໄປລ້າງອອກ. ເມື່ອລ້າງອອກແລ້ວ ຂ້ອຍກໍເຫັນຮຸ່ງ.’ ພວກຟາຣີຊາຍເວົ້າວ່າ: ‘ຖ້າເຢຊູປົວພະຍາດໃນວັນຊະບາໂຕກໍສະແດງວ່າພະລັງຂອງລາວບໍ່ໄດ້ມາຈາກພະເຈົ້າ.’ ແຕ່ປະຊາຊົນບາງຄົນເວົ້າວ່າ: ‘ຖ້າພະລັງຂອງລາວບໍ່ໄດ້ມາຈາກພະເຈົ້າ ລາວກໍຄືຊິປົວບໍ່ໄດ້ດອກ.’
ພວກຟາຣີຊາຍເອີ້ນພໍ່ແມ່ຜູ້ຊາຍທີ່ເຄີຍຕາບອດຄົນນັ້ນມາຖາມວ່າ: ‘ລູກຊາຍເຈົ້າເຫັນຮຸ່ງໄດ້ຈັ່ງໃດ?’ ພໍ່ແມ່ຂອງລາວຢ້ານຫຼາຍເພາະພວກຟາຣີຊາຍເຄີຍບອກວ່າ ຖ້າໃຜເຊື່ອໃນພະເຢຊູ ຜູ້ນັ້ນຈະຖືກໄລ່ອອກຈາກບ່ອນປະຊຸມຂອງຄົນຢິວ. ເຂົາເຈົ້າຈຶ່ງຕອບວ່າ. ‘ພວກເຮົາບໍ່ຮູ້ ຖາມລາວເອງເດີ້.’ ພວກຟາຣີຊາຍກໍເອີ້ນຜູ້ຊາຍທີ່ເຄີຍຕາບອດມາສໍ້ຖາມອີກຈົນລາວເວົ້າວ່າ: ‘ຂ້ອຍບອກພວກເຈົ້າໝົດລະເດ້ ຊິຖາມຂ້ອຍເຮັດຫຍັງອີກ?’ ພວກຟາຣີຊາຍກໍໃຈຮ້າຍຫຼາຍແລະໄລ່ລາວໜີ.
ພະເຢຊູໄປຫາຜູ້ຊາຍຄົນນັ້ນແລະຖາມລາວວ່າ: ‘ເຈົ້າເຊື່ອໃນເມຊີອາບໍ?’ ລາວຕອບວ່າ: ‘ຂ້ອຍຈະເຊື່ອ ຖ້າຂ້ອຍຮູ້ວ່າເພິ່ນແມ່ນໃຜ.’ ແລ້ວພະເຢຊູກໍບອກລາວວ່າ: ‘ຂ້ອຍນີ້ແຫຼະເມຊີອາ.’ ພະເຢຊູເມດຕາຜູ້ຊາຍຄົນນີ້ຫຼາຍແທ້ໆ. ເພິ່ນບໍ່ພຽງແຕ່ປົວລາວໃຫ້ເຫັນຮຸ່ງ ແຕ່ຍັງຊ່ວຍລາວໃຫ້ມີຄວາມເຊື່ອນຳອີກ.
“ພວກເຈົ້າຄິດຜິດແລ້ວ. ພວກເຈົ້າບໍ່ເຂົ້າໃຈພະຄຳພີແລະບໍ່ຮູ້ວ່າລິດເດດຂອງພະເຈົ້າເຮັດຫຍັງໄດ້ແດ່.”—ມັດທາຍ 22:29