ບົດ 48
ອອກຈາກເຮືອນຢາອິລຶດແລ້ວຄືນໄປຢ້ຽມຢາມເມືອງນາຊາເລດອີກ
ມື້ທີ່ຜ່ານມານັ້ນເປັນມື້ທີ່ພະເຍຊູມີວຽກຫຼາຍ—ການເດີນທາງໂດຍເຮືອຈາກເຂດເດກາໂປລີ ການປິ່ນປົວຍິງທີ່ເປັນພະຍາດເລືອດຕົກ ແລະການປຸກລູກສາວຢາອິລຶດໃຫ້ຟື້ນຂຶ້ນຈາກຕາຍ, ແຕ່ມື້ນັ້ນຍັງບໍ່ມີພຽງເທົ່ານັ້ນ. ຕອນທີ່ພະເຍຊູອອກຈາກເຮືອນຂອງຢາອິລຶດ ມີຊາຍຕາບອດສອງຄົນນຳຫຼັງໄປ ໂດຍຮ້ອງສຽງດັງວ່າ “ໂອ້ບຸດດາວິດເອີຍ ຂໍເຊີນອີດູຫມູ່ຂ້າພະເຈົ້າເທີ້ນ.”
ໂດຍການເອີ້ນພະເຍຊູວ່າ “ບຸດດາວິດ” ສອງຄົນນີ້ສະແດງຄວາມເຊື່ອທີ່ວ່າ ພະເຍຊູເປັນລາຊະທາຍາດແຫ່ງບັນລັງຂອງດາວິດ ແລະດັງນັ້ນເປັນພະເມຊີຕາມຄຳສັນຍາ. ຢ່າງໃດກໍຕາມ ເບິ່ງຄືວ່າພະເຍຊູບໍ່ສົນໃຈສຽງຮ້ອງຂໍຄວາມຊ່ອຍເຫຼືອຂອງເຂົາເຈົ້າ ບາງທີອາດຈະແມ່ນເພື່ອທົດລອງຄວາມຕັ້ງໃຈຂອງເຂົາ, ແຕ່ຊາຍສອງຄົນນີ້ບໍ່ຍອມເຊົາຮ້ອງ. ເຂົາເຈົ້າຕິດຕາມພະເຍຊູໄປຮອດບ່ອນພັກຂອງພະອົງ ແລະເມື່ອພະເຍຊູເຂົ້າໄປໃນເຮືອນ ເຂົາກໍນຳຫຼັງພະອົງເຂົ້າໄປທາງໃນ.
ພະເຍຊູຖາມວ່າ “ເຮົາອາດກະທຳການນີ້ໄດ້ ຫມູ່ເຈົ້າເຊື່ອຫຼື”?
ເຂົາຕອບພະອົງຢ່າງໝັ້ນໃຈວ່າ “ເຊື່ອຢູ່ ພະອົງເຈົ້າຂ້າ.”
ດັ່ງນັ້ນ ພະເຍຊູໄດ້ບາຍຕາຂອງເຂົາເຈົ້າແລ້ວກ່າວວ່າ “ໃຫ້ກະທຳສຳລັບຫມູ່ເຈົ້າ ຕາມຄວາມເຊື່ອຂອງຫມູ່ເຈົ້າ.” ທັນໃດນັ້ນເຂົາກໍເຫັນຮຸ່ງໄດ້! ແລ້ວພະເຍຊູໄດ້ຫ້າມເຂົາຢ່າງເດັດຂາດວ່າ “ຈົ່ງລະວັງຢ່າໃຫ້ຜູ້ໃດຮູ້ຈັກການນີ້ເທີ້ນ” ແຕ່ເພາະເຂົາເຈົ້າມີຄວາມຍິນດີຫຼາຍ ເຂົາເຈົ້າຈຶ່ງໄດ້ລະເລີຍຄຳສັ່ງຂອງພະເຍຊູ ແລະໄດ້ເວົ້າເຖິງພະອົງທົ່ວອານາເຂດນັ້ນ.
ຂະນະທີ່ຄົນທັງສອງອອກໄປນັ້ນ ປະຊາຊົນໄດ້ພາຊາຍທີ່ມີຜີສິງຜູ້ໜຶ່ງເຂົ້າມາ ຜີໄດ້ເຮັດໃຫ້ລາວປາກກືກ. ພະເຍຊູໄດ້ຂັບໄລ່ຜີອອກ ຄົນນັ້ນກໍເລີ່ມເວົ້າທັນທີ. ຝູງຊົນປະຫຼາດໃຈໃນການອັດສະຈັນເຫຼົ່ານີ້ຈຶ່ງກ່າວວ່າ “ບໍ່ເຄີຍໄດ້ເຫັນການຢ່າງນີ້ທ່າມກາງພວກຍິດສະລາເອນຈັກເທື່ອ.”
ພວກຟາລິຊຽນກໍຢູ່ຫັ້ນນຳ. ພວກເຂົາປະຕິເສດການອັດສະຈັນນັ້ນບໍ່ໄດ້ ແຕ່ດ້ວຍຄວາມບໍ່ເຊື່ອ ເຂົາພັດໄດ້ກ່າວຫາຊ້ຳອີກກ່ຽວກັບແຫຼ່ງທີ່ມາຂອງວຽກງານອັນມີລິດຂອງພະເຍຊູໂດຍກ່າວວ່າ “ທ່ານຜູ້ນີ້ຂັບໄລ່ຜີຮ້າຍໃຫ້ອອກເສຍດ້ວຍອຳນາດນາຍຜີຮ້າຍນັ້ນ.”
ຫຼັງຈາກເຫດການນັ້ນບໍ່ທັນດົນ ພະເຍຊູເດີນທາງກັບຄືນເມືອງນາຊາເລດບ້ານທີ່ພະອົງເຄີຍຢູ່ ເທື່ອນີ້ສາວົກຂອງພະອົງໄປນຳ. ປະມານໜຶ່ງປີກ່ອນໜ້ານັ້ນ ພະອົງໄດ້ໄປຢ້ຽມຢາມແລະສັ່ງສອນໃນໂຮງທຳ. ເຖິງແມ່ນວ່າ ຕອນທຳອິດປະຊາຊົນປະຫຼາດໃຈນຳຖ້ອຍຄຳອັນເປັນຄຸນຂອງພະອົງ ຕອນຫຼັງເຂົາພັດໄດ້ເຄືອງໃຈໃນຄຳສອນຂອງພະອົງ ແລະຄິດຫາທາງຈະຂ້າພະອົງ. ບັດນີ້ ດ້ວຍໃຈເມດຕາ ພະເຍຊູພະຍາຍາມຊ່ວຍເຫຼືອເພື່ອນບ້ານເກົ່າຂອງພະອົງອີກເທື່ອໜຶ່ງ.
ເມື່ອຢູ່ບ່ອນອື່ນ ຜູ້ຄົນພາກັນແຫ່ມາຫາພະເຍຊູ ແຕ່ຄົນຢູ່ແຖວນີ້ປາກົດວ່າບໍ່ເປັນເຊັ່ນນັ້ນ. ສະນັ້ນ ໃນວັນຊະບາໂຕ ພະອົງຈຶ່ງໄດ້ໄປທີ່ໂຮງທຳເພື່ອຈະສັ່ງສອນ. ຄົນສ່ວນຫຼາຍທີ່ໄດ້ຟັງພະອົງຕ່າງກໍຮູ້ສຶກງົງງວຍ. ເຂົາພາກັນຖາມວ່າ “ທ່ານຜູ້ນີ້ໄດ້ສະຕິປັນຍາ ແລະການອິດທິລິດທີຢ່າງນີ້ມາແຕ່ໃສ. ທ່ານຜູ້ນີ້ບໍ່ເປັນລູກແຫ່ງຜູ້ຊ່າງໄມ້ຫຼື. ແມ່ແຫ່ງທ່ານບໍ່ຊື່ວ່ານາງມາລີຫຼື. ແລະນ້ອງຊາຍແຫ່ງທ່ານບໍ່ຊື່ວ່າທ່ານຍາໂກໂບ ແລະທ່ານໂຍເຊບແລະທ່ານຊີໂມນແລະທ່ານຢູເດຫຼື. ແລະນ້ອງສາວແຫ່ງທ່ານບໍ່ຢູ່ກັບຫມູ່ເຮົາທຸກຄົນຫຼື. ເຫດສັນນີ້ ທ່ານຜູ້ນີ້ໄດ້ສັບພະທຸກສິ່ງມາແຕ່ໃສ”?
ເຂົາໃຫ້ເຫດຜົນວ່າ ‘ພະເຍຊູກໍເປັນຄົນພື້ນບ້ານຄືກັບພວກເຮົາ. ເຮົາເຫັນລາວໃຫຍ່ຂຶ້ນຢູ່ນີ້ ຄອບຄົວລາວເຮົາກໍຮູ້ຈັກ. ລາວຈະເປັນເມຊີໄດ້ແນວໃດ’? ເຖິງວ່າມີຫຼັກຖານຢ່າງຫຼວງຫຼາຍ—ສະຕິປັນຍາທີ່ລ້ຳເລີດແລະການອັດສະຈັນຕ່າງໆ ກໍຕາມ—ເຂົາເຈົ້າກໍຍັງປະຕິເສດພະອົງ. ເນື່ອງຈາກເຂົາຮູ້ຈັກລຶ້ງເຄີຍກັບພະອົງເປັນຢ່າງດີ ແມ່ນແຕ່ຍາດພີ່ນ້ອງຂອງພະອົງກໍຍັງບໍ່ຍອມຮັບພະອົງເປັນເມຊີ ພະເຍຊູຈຶ່ງສະຫລຸບວ່າ “ຜູ້ທຳນວາຍຜູ້ໜຶ່ງບໍ່ເປັນປາສະຈາກຄວາມນັບຖືເທົ່າເວັ້ນໄວ້ແຕ່ໃນເມືອງແຫ່ງຕົນແລະໃນທ່າມກາງຍາດຕິພີ່ນ້ອງແລະໃນເຮືອນແຫ່ງຕົນ.”
ພະເຍຊູປະຫຼາດໃຈແທ້ໆ ທີ່ພວກເຂົາຂາດຄວາມເຊື່ອ. ດັ່ງນັ້ນ ພະອົງບໍ່ໄດ້ກະທຳການອັດສະຈັນໃດໆ ຢູ່ຫັ້ນເລີຍນອກຈາກວາງມືປິ່ນປົວຄົນປ່ວຍບໍ່ເທົ່າໃດຄົນໃຫ້ເຊົາ. ມັດທາຽ 9:27-34; 13:54-58; ມາລະໂກ 6:1-6; ເອຊາອີ 9:7.
▪ ໂດຍທີ່ຄົນຕາບອດເອີ້ນພະເຍຊູວ່າ “ບຸດດາວິດ” ສະແດງວ່າເຂົາເຊື່ອເລື່ອງຫຍັງ?
▪ ພວກຟາລິຊຽນໄດ້ໃຫ້ເຫດຜົນກ່ຽວກັບການອັດສະຈັນຂອງພະເຍຊູຢ່າງໃດ?
▪ ເປັນຫຍັງຈຶ່ງຖືວ່າເປັນຄວາມເມດຕາທີ່ພະເຍຊູໄດ້ຄືນໄປຊ່ອຍຄົນເຫຼົ່ານັ້ນທີ່ຢູ່ໃນເມືອງນາຊາເລດ?
▪ ພະເຍຊູໄດ້ຮັບການຕ້ອນຮັບຢ່າງໃດທີ່ເມືອງນາຊາເລດ ແລະຍ້ອນຫຍັງຈຶ່ງເປັນແນວນັ້ນ?