ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 71
  • ພວກ​ຟາລິຊຽນ​ຈົງໃຈ​ບໍ່​ເຊື່ອ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພວກ​ຟາລິຊຽນ​ຈົງໃຈ​ບໍ່​ເຊື່ອ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ການ​ປິ່ນປົວ​ຄົນ​ຕາ​ບອດ​ຕັ້ງ​ແຕ່​ເກີດ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຢຊູ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຊ່ວຍ​ຄົນ​ຕາ​ບອດ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ
    ວຽກຮັບໃຊ້ພະເຈົ້າ—2015
  • ພະ​ເຍຊູ​ປະ​ນາມ​ຜູ້​ຕໍ່​ຕ້ານ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ເບິ່ງຕື່ມ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 71

ບົດ 71

ພວກ​ຟາລິຊຽນ​ຈົງໃຈ​ບໍ່​ເຊື່ອ

ພໍ່​ແມ່​ຂອງ​ຊາຍ​ຂໍ​ທານ​ທີ່​ເຄີຍ​ຕາ​ບອດ​ຮູ້ສຶກ​ຢ້ານ​ເມື່ອ​ຖືກ​ເອີ້ນ​ມາ​ໃຫ້​ການ​ຕໍ່​ໜ້າ​ພວກ​ຟາລິຊຽນ. ເຂົາ​ເຈົ້າ​ຮູ້​ວ່າ​ມີ​ການ​ຕົກ​ລົງ​ກັນ​ວ່າ ຜູ້​ໃດ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ຈະ​ຖືກ​ໄລ່​ອອກ​ຈາກ​ໂຮງ​ທຳ. ການ​ທີ່​ຖືກ​ຕັດ​ຂາດ​ບໍ່​ໃຫ້​ສຳພັນ​ກັບ​ຄົນ​ອື່ນ​ໃນ​ຊຸມ​ຊົນ​ເຊັ່ນ​ນີ້​ກໍ່​ໃຫ້​ເກີດ​ຄວາມ​ລຳບາກ​ຢ່າງ​ຍິ່ງ​ໂດຍ​ສະເພາະ​ກັບ​ຄອບຄົວ​ທີ່​ຍາກ​ຈົນ. ດັ່ງ​ນັ້ນ ພໍ່​ແມ່​ຈຶ່ງ​ຄອຍ​ລະ​ມັດ​ລະວັງ​ຕົວ.

ພວກ​ຟາລິຊຽນ​ຖາມ​ວ່າ “ຜູ້​ນີ້​ເປັນ​ລູກ​ຊາຍ​ຂອງ​ຫມູ່​ເຈົ້າ​ທີ່​ຫມູ່​ເຈົ້າ​ໄດ້​ກ່າວ​ວ່າ ເພິ່ນ​ເກີດ​ເປັນ​ຕາ​ບອດ​ຫຼື ເຫດ​ສັນ​ໃດ​ເພິ່ນ​ເຫັນ​ໄດ້​ດຽວ​ນີ້”?

ພໍ່​ແມ່​ຢືນຢັນ​ວ່າ “ຫມູ່​ເຮົາ​ຮູ້​ຈັກ​ວ່າ​ຜູ້​ນີ້​ເປັນ​ລູກ​ຊາຍ​ຂອງ​ຫມູ່​ເຮົາ​ທີ່​ໄດ້​ເກີດ​ເປັນ​ຕາ​ບອດ. ແຕ່​ວ່າ​ເພິ່ນ​ເຫັນ​ຮຸ່ງ​ດຽວ​ນີ້ ຫມູ່​ເຮົາ​ບໍ່​ຮູ້​ຈັກ​ດ້ວຍ​ຢ່າງ​ໃດ ແລະ​ຜູ້​ໃດ​ໄດ້​ປືດ​ຕາ​ຂອງ​ເພິ່ນ ຫມູ່​ເຮົາ​ກໍ​ບໍ່​ຮູ້​ຈັກ.” ແນ່ນອນ​ລູກ​ຊາຍ​ຄົງ​ໄດ້​ເລົ່າ​ເລື່ອງ​ທັງ​ໝົດ​ໃຫ້​ເຂົາ​ເຈົ້າ​ຟັງ​ແລ້ວ ແຕ່​ພໍ່​ແມ່​ກ່າວ​ຢ່າງ​ລະ​ມັດ​ລະວັງ​ວ່າ “ເພິ່ນ​ມີ​ອາຍຸ​ແກ່​ແລ້ວ ເຊີນ​ໂຈດ​ຖາມ​ເພິ່ນໆ​ຈະ​ປາກ​ສຳລັບ​ຕົວ​ເອງ.”

ດັ່ງ​ນັ້ນ ພວກ​ຟາລິຊຽນ​ໄດ້​ເອີ້ນ​ຊາຍ​ຂໍ​ທານ​ນັ້ນ​ມາ​ອີກ. ເທື່ອ​ນີ້​ພວກ​ເຂົາ​ພະຍາຍາມ​ຂູ່​ວ່າ ເຂົາ​ໂຮມ​ເອົາ​ຫຼັກຖານ​ກ່າວ​ໂທດ​ພະ​ເຍຊູ​ໄດ້​ແລ້ວ. ເຂົາ​ສັ່ງ​ວ່າ “ຈົ່ງ​ຖວາຍ​ລັດສະໝີ​ແກ່​ພະເຈົ້າ ຫມູ່​ເຮົາ​ຮູ້​ຈັກ​ວ່າ​ທ່ານ​ຜູ້​ນັ້ນ​ເປັນ​ຄົນ​ບາບ.”

ຊາຍ​ທີ່​ເຄີຍ​ຕາ​ບອດ​ບໍ່​ໄດ້​ປະຕິເສດ​ຂໍ້​ກ່າວ​ຫາ​ຂອງ​ຄົນ​ເຫຼົ່າ​ນັ້ນ ລາວ​ເວົ້າ​ວ່າ “ຖ້າ​ທ່ານ​ເປັນ​ຄົນ​ບາບ​ເຮົາ​ບໍ່​ຮູ້​ຈັກ.” ຊາຍ​ນັ້ນ​ເວົ້າ​ຕໍ່​ວ່າ “ເຮົາ​ຮູ້​ຈັກ​ສິ່ງ​ໜຶ່ງ ແຕ່​ກ່ອນ​ເຮົາ​ເປັນ​ຕາ​ບອດ ແລະ​ດຽວ​ນີ້​ເຮົາ​ເຫັນ​ຮຸ່ງ.”

ເພື່ອ​ຈັບ​ຜິດ​ຈາກ​ຄຳ​ໃຫ້​ການ​ຂອງ​ຊາຍ​ຄົນ​ນັ້ນ​ໃຫ້​ໄດ້ ພວກ​ຟາລິຊຽນ​ຖາມ​ອີກ​ວ່າ “ທ່ານ​ໄດ້​ກະທຳ​ສິ່ງ​ໃດ​ແກ່​ເຈົ້າ? ທ່ານ​ໄດ້​ປືດ​ຕາ​ຂອງ​ເຈົ້າ​ດ້ວຍ​ຢ່າງ​ໃດ”?

ຊາຍ​ຂໍ​ທານ​ຈົ່ມ​ວ່າ “ເຮົາ​ໄດ້​ບອກ​ພວກ​ທ່ານ​ແລ້ວ ແລະ​ທ່ານ​ບໍ່​ໄດ້​ຟັງ. ເຫດ​ສັນ​ໃດ​ພວກ​ທ່ານ​ຢາກ​ໄດ້​ຍິນ​ອີກ”? ເຂົາ​ເວົ້າ​ເຍາະ​ເຍີ້ຍ​ວ່າ “ພວກ​ທ່ານ​ຢາກ​ເປັນ​ລູກ​ສິດ​ຂອງ​ທ່ານ​ດ້ວຍ​ຫຼື”?

ຄຳຕອບ​ນັ້ນ​ເຮັດ​ໃຫ້​ພວກ​ຟາລິຊຽນ​ເດືອດ​ແຄ້ນ​ຂຶ້ນ​ຈຶ່ງ​ໄດ້​ຫາ​ເລື່ອງ​ວ່າ “ຕົວ​ເຈົ້າ​ເປັນ​ລູກ​ສິດ​ຂອງ​ທ່ານ​ຜູ້​ນັ້ນ ແຕ່​ວ່າ​ຝ່າຍ​ພວກ​ເຮົາ ເຮົາ​ເປັນ​ລູກ​ສິດ​ຂອງ​ທ່ານ​ໂມເຊ. ຝ່າຍ​ພວກ​ເຮົາໆ ຮູ້​ຈັກ​ວ່າ ພະເຈົ້າ​ໄດ້​ປາກ​ແກ່​ທ່ານ​ໂມເຊ ແຕ່​ວ່າ​ຝ່າຍ​ທ່ານ​ຜູ້​ນີ້ ພວກ​ເຮົາ​ບໍ່​ຮູ້​ຈັກ​ທ່ານ​ມາ​ແຕ່​ທີ່​ໃດ.”

ຄົນ​ຂໍ​ທານ​ຕ່ຳ​ຕ້ອຍ​ຕອບ​ຢ່າງ​ແປກ​ໃຈ​ວ່າ “ໃນ​ການ​ນີ້​ມີ​ຄວາມ​ອັນ​ປະຫຼາດ​ໃຈ ເປັນ​ທີ່​ພວກ​ທ່ານ​ບໍ່​ຮູ້​ຈັກ​ທ່ານ​ມາ​ແຕ່​ທີ່​ໃດ ແລະ​ທ່ານ​ໄດ້​ປືດ​ຕາ​ຂອງ​ເຮົາ.” ຄວນ​ຈະ​ລົງ​ຄວາມ​ເຫັນ​ວ່າ​ຢ່າງ​ໃດ? ຊາຍ​ຂໍ​ທານ​ນັ້ນ​ຊີ້​ເຖິງ​ຫຼັກຖານ​ເຊິ່ງ​ເປັນ​ທີ່​ຍອມ​ຮັບ​ກັນ​ວ່າ “ເຮົາ​ທັງ​ຫຼາຍ​ຮູ້​ຈັກ​ວ່າ ພະເຈົ້າ​ບໍ່​ຟັງ​ຄົນ​ບາບ​ແຕ່​ວ່າ​ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ນັບຖື​ພະເຈົ້າ ແລະ​ກະທຳ​ຕາມ​ນ້ຳໃຈ​ຂອງ​ພະເຈົ້າ ພະເຈົ້າ​ຟັງ​ຜູ້​ນັ້ນ. ເຮົາ​ທັງ​ຫຼາຍ​ບໍ່​ຫ່ອນ​ໄດ້​ຍິນ​ສັກ​ເທື່ອ​ວ່າ​ຜູ້​ໜຶ່ງ​ຜູ້​ໃດ​ໄດ້​ປືດ​ຕາ​ຂອງ​ຄົນ​ທີ່​ໄດ້​ເກີດ​ເປັນ​ຕາ​ບອດ.” ສະນັ້ນ ຄວນ​ສະຫລຸບ​ງ່າຍໆ ວ່າ “ຖ້າ​ທ່ານ​ຜູ້​ນີ້​ບໍ່​ໄດ້​ມາ​ແຕ່​ພະເຈົ້າ​ທ່ານ​ອາດ​ຈະ​ກະທຳ​ສິ່ງ​ໜຶ່ງ​ສິ່ງ​ໃດ​ກໍ​ບໍ່​ໄດ້.”

ເຫດຜົນ​ທີ່​ຊັດເຈນ​ບໍ່​ອ້ອມຄ້ອມ​ແບບ​ນັ້ນ​ເຮັດ​ໃຫ້​ພວກ​ຟາລິຊຽນ​ປາກ​ບໍ່​ອອກ. ເຂົາ​ເຈົ້າ​ບໍ່​ກ້າ​ປະເຊີນ​ກັບ​ຄວາມ​ຈິງ​ຈຶ່ງ​ໄດ້​ດ່າ​ຊາຍ​ຂໍ​ທານ​ນັ້ນ​ວ່າ “ເຈົ້າ​ເປັນ​ທີ່​ເກີດ​ໃນ​ບາບ​ທັງ​ໝົດ ແລະ​ເຈົ້າ​ສັ່ງ​ສອນ​ພວກ​ເຮົາ​ຫຼື”? ແລ້ວ​ໄດ້​ໄລ່​ຊາຍ​ຄົນ​ນັ້ນ​ອອກ​ໄປ ຄົງ​ຈະ​ເປັນ​ການ​ໄລ່​ອອກ​ຈາກ​ໂຮງ​ທຳ.

ຕອນ​ທີ່​ພະ​ເຍຊູ​ໄດ້​ຂ່າວ​ການ​ກະທຳ​ຂອງ​ເຂົາ ພະອົງ​ໄປ​ຫາ​ຊາຍ​ຄົນ​ນັ້ນ​ແລະ​ກ່າວ​ວ່າ “ເຈົ້າ​ເຊື່ອ​ໃນ​ພະ​ບຸດ​ຂອງ​ພະເຈົ້າ​ຫຼື”?

ຊາຍ​ທີ່​ເຄີຍ​ຕາ​ບອດ​ໄດ້​ຖາມ​ວ່າ “ພະອົງ​ເຈົ້າ​ຂ້າ​ເປັນ​ຜູ້​ໃດ ເພື່ອ​ຂ້າພະເຈົ້າ​ຈະ​ເຊື່ອ​ໃນ​ພະອົງ​ໄດ້”?

ພະ​ເຍຊູ​ຕອບ​ວ່າ “ເປັນ​ພະອົງ​ນັ້ນ​ທີ່​ປາກ​ນຳ​ເຈົ້າ.”

ຊາຍ​ນັ້ນ​ກົ້ມ​ຄຳນັບ​ພະ​ເຍຊູ​ທັນທີ​ແລະ​ກ່າວ​ວ່າ “ຂ້າພະເຈົ້າ​ເຊື່ອ​ພະອົງ​ເຈົ້າ​ຂ້າ.”

ແລ້ວ​ພະ​ເຍຊູ​ຊີ້​ແຈງ​ວ່າ “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້ ສຳລັບ​ການ​ຕັດສິນ ເພື່ອ​ຄົນ​ທັງ​ຫຼາຍ​ທີ່​ບໍ່​ເຫັນ ຈະ​ເຫັນ​ໄດ້ ແລະ​ເພື່ອ​ຄົນ​ທັງ​ຫຼາຍ​ທີ່​ເຫັນ ຈະ​ກາຍ​ເປັນ​ຕາ​ບອດ.”

ພວກ​ຟາລິຊຽນ​ທີ່​ກຳລັງ​ຟັງ​ຢູ່​ຖາມ​ຂຶ້ນ​ວ່າ “ຝ່າຍ​ພວກ​ເຮົາໆ​ເປັນ​ຄົນ​ຕາ​ບອດ​ທັງ​ມວນ​ຫຼື”? ຫາກ​ເຂົາ​ຍອມ​ຮັບ​ວ່າ​ເຂົາ​ມືດ​ບອດ​ທາງ​ຈິດໃຈ ເຂົາ​ກໍ​ພໍ​ຈະ​ມີ​ຂໍ້​ແກ້​ຕົວ​ສຳລັບ​ການ​ຕໍ່​ຕ້ານ​ພະ​ເຍຊູ. ດັ່ງ​ທີ່​ພະ​ເຍຊູ​ໄດ້​ກ່າວ​ແກ່​ເຂົາ​ວ່າ “ຖ້າ​ທ່ານ​ທັງ​ຫຼາຍ​ເປັນ​ຄົນ​ຕາ​ບອດ ທ່ານ​ທັງ​ຫຼາຍ​ຈະ​ບໍ່​ມີ​ບາບ.” ພວກ​ເຂົາ​ຍັງ​ແຂງ​ໃຈ​ຢືນຢັນ​ອີກ​ວ່າ​ຕາ​ເຂົາ​ບໍ່​ບອດ​ແລະ​ບໍ່​ຕ້ອງການ​ແສງ​ຝ່າຍ​ວິນຍານ. ດັ່ງ​ນັ້ນ ພະ​ເຍຊູ​ກ່າວ​ວ່າ “ດຽວ​ນີ້​ທ່ານ​ທັງ​ຫຼາຍ​ເວົ້າ​ວ່າ ພວກ​ເຮົາ​ເຫັນ​ຮຸ່ງ ເຫດ​ສັນນີ້​ບາບ​ຂອງ​ທ່ານ​ທັງ​ຫຼາຍ​ກໍ​ຢູ່.” ໂຍຮັນ 9:19-41.

▪ ເຫດ​ໃດ​ພໍ່​ແມ່​ຂອງ​ຊາຍ​ຂໍ​ທານ​ທີ່​ເຄີຍ​ຕາ​ບອດ​ຈຶ່ງ​ຮູ້ສຶກ​ຢ້ານ​ເມື່ອ​ຖືກ​ເອີ້ນ​ມາ​ໃຫ້​ການ​ຕໍ່​ພວກ​ຟາລິຊຽນ ແລະ​ເຂົາ​ເຈົ້າ​ລະວັງ​ຄຳຕອບ​ຂອງ​ຕົນ​ຢ່າງ​ໃດ?

▪ ພວກ​ຟາລິຊຽນ​ພະຍາຍາມ​ຂູ່​ຊາຍ​ທີ່​ເຄີຍ​ຕາ​ບອດ​ນັ້ນ​ຢ່າງ​ໃດ?

▪ ຊາຍ​ນັ້ນ​ໃຫ້​ເຫດຜົນ​ຫຍັງ ເຊິ່ງ​ເຮັດ​ໃຫ້​ພວກ​ຟາລິຊຽນ​ຮ້າຍ​ເປັນ​ຟືນ​ເປັນ​ໄຟ​ຂຶ້ນ​ມາ?

▪ ເປັນ​ຫຍັງ​ພວກ​ຟາລິຊຽນ​ແກ້​ຕົວ​ບໍ່​ໄດ້​ໃນ​ການ​ທີ່​ເຂົາ​ເຈົ້າ​ຕໍ່​ຕ້ານ​ພະ​ເຍຊູ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌