ບົດ 89
ໄປແຜ່ຄວາມເມດຕາໃນແຂວງຢູເດ
ຫຼາຍສັບປະດາກ່ອນໜ້ານັ້ນ ລະຫວ່າງເທສະການອຸທິດພະວິຫານໃນເມືອງເຢຣຶຊາເລມ ພວກຢິວພະຍາຍາມຈະສັງຫານພະເຍຊູ. ສະນັ້ນ ພະອົງໄດ້ເດີນທາງຂຶ້ນເໜືອ ອາດຈະເປັນເຂດໜຶ່ງທີ່ບໍ່ຫ່າງໄກຈາກທະເລຄາລິເລ.
ເມື່ອມໍ່ໆ ມານີ້ ພະອົງມຸ່ງໜ້າລົງໄປທາງໃຕ້ອີກເພື່ອຈະໄປເມືອງເຢຣຶຊາເລມ ພະອົງປະກາດຕາມຫມູ່ບ້ານຕ່າງໆ ໃນເຂດພິເຣຍ ທາງຝັ່ງຕາເວັນອອກຂອງແມ່ນ້ຳຢູລະເດນ. ຫຼັງຈາກເລົ່າອຸທາຫອນເລື່ອງຊາຍຮັ່ງມີແລະລາຊະໂລ ພະອົງສອນສາວົກຕໍ່ເຖິງສິ່ງທີ່ພະອົງເຄີຍສອນມາກ່ອນເມື່ອຕອນທີ່ຢູ່ແຂວງຄາລິເລ.
ພະອົງກ່າວຕົວຢ່າງວ່າ “ຖ້າເອົາຫີນໂມ້ເຂົ້າຜູກໄວ້ທີ່ຄໍເພິ່ນແລະໄປຖິ້ມເພິ່ນໃນທະເລ” ຈະດີກວ່າ ເຮັດໃຫ້ “ຄົນນ້ອຍຜູ້ໜຶ່ງ” ຂອງພະອົງສະດຸດໄປ. ພະອົງຍັງເນັ້ນເຖິງຄວາມສຳຄັນຂອງການໃຫ້ອະໄພໂດຍຊີ້ແຈງວ່າ “ຖ້າເພິ່ນ [ພີ່ນ້ອງ] ກະທຳຜິດຕໍ່ທ່ານເຈັດເທື່ອໃນວັນດຽວ ແລະຖ້າເພິ່ນຫຼົບມາຫາທ່ານເຈັດເທື່ອແລະກ່າວວ່າ ເຮົາຕັ້ງໃຈເສຍໃໝ່. ທ່ານຈົ່ງຍົກຜິດເພິ່ນເທີ້ນ.”
ເມື່ອສາວົກຂໍຮ້ອງວ່າ “ຂໍເຊີນຕື່ມໃຫ້ຄວາມເຊື່ອແກ່ພວກຂ້າພະເຈົ້າຍິ່ງກວ່າອີກ.” ພະເຍຊູຕອບວ່າ “ຖ້າທ່ານທັງຫຼາຍມີຄວາມເຊື່ອໃຫຍ່ທໍ່ໃນຜັກກາດເມັດໜຶ່ງ ທ່ານຈະໄດ້ບອກຕົ້ນມອນກົກນີ້ວ່າ ຈົ່ງຖອນອອກໄປປູກຕົວເອງໃນນ້ຳທະເລເທີ້ນ. ແລະກົກນີ້ຈະໄດ້ຟັງທ່ານ.” ດັ່ງນັ້ນ ແມ່ນວ່າຄວາມເຊື່ອໜ້ອຍດຽວກໍບັງເກີດຜົນຫຼາຍ.
ຕໍ່ຈາກນັ້ນ ພະເຍຊູເລົ່າສະພາບຊີວິດຈິງເຊິ່ງເປັນຕົວຢ່າງສະແດງເຖິງທ່າທີອັນສົມຄວນຂອງຜູ້ຮັບໃຊ້ພະເຈົ້າອົງມີລິດຍິ່ງໃຫຍ່. ພະເຍຊູກ່າວວ່າ “ໃນພວກທ່ານທີ່ມີຂ້າໃຊ້ໄຖນາຫຼືລ້ຽງສັດ ເວລາຂ້າໃຊ້ນັ້ນຫຼົບມາແຕ່ທົ່ງນາ ຜູ້ໃດຈະກ່າວແກ່ຂ້າໃຊ້ນັ້ນວ່າ ເຈົ້າຈົ່ງເຂົ້າມາພີ້ໄວໆ ແລະນັ່ງໂຕະກິນເຂົ້າເທີ້ນ. ແຕ່ວ່າທ່ານຈະກ່າວແກ່ຂ້າໃຊ້ວ່າ ເຈົ້າຈົ່ງຈັດແຈ່ງຂອງກິນແລງ ແລະຄາດແອວເອງແລະບົວລະບັດເຮົາຈົນເຖິງເຮົາໄດ້ກິນແລະດື່ມແລ້ວໆ ພາຍຫຼັງເຈົ້າຈະກິນແລະດື່ມເທີ້ນ. ເພາະເຫດຂ້າໃຊ້ໄດ້ກະທຳຕາມໄດ້ຮັບສັ່ງນັ້ນ ທ່ານຕ້ອງມີຄຸນແກ່ເພິ່ນຫຼື. ເຮົາຄຶດເຫັນວ່າບໍ່ແມ່ນ. ເໝືອນດັ່ງນັ້ນ ທ່ານທັງຫຼາຍທັງມວນ ເວລາທ່ານທັງຫຼາຍຈະໄດ້ກະທຳສັບພະການທີ່ໄດ້ສັ່ງໄວ້ແກ່ທ່ານໆ ຈົ່ງກ່າວວ່າ ຫມູ່ເຮົາເປັນຂ້າໃຊ້ອັນບໍ່ປະໂຫຍດ ການທີ່ຫມູ່ເຮົາຕ້ອງກະທຳ ຫມູ່ເຮົາໄດ້ກະທຳ.” ດ້ວຍເຫດນີ້ ຜູ້ຮັບໃຊ້ຂອງພະເຈົ້າບໍ່ຄວນຄິດວ່າຕົນເອງເຮັດຄຸນຄວາມດີກັບພະເຈົ້າໂດຍການຮັບໃຊ້ພະອົງ. ແທນທີ່ຈະຄິດຢ່າງນັ້ນ ເຂົາເຈົ້າຄວນຖືວ່າເປັນສິດທິພິເສດທີ່ໄດ້ນະມັດສະການພະອົງໃນຖານະສະມາຊິກຄອບຄົວທີ່ໄວ້ວາງໃຈຂອງພະອົງ.
ເບິ່ງຄືວ່າບໍ່ດົນຫຼັງຈາກພະເຍຊູກ່າວຄຳອຸທາຫອນເລື່ອງນີ້ ຜູ້ສົ່ງຂ່າວກໍມາເຖິງ. ມາລີແລະມາທາເອື້ອຍຂອງລາຊະໂລເຊິ່ງຢູ່ໃນເມືອງເບທະນີຂອງແຂວງຢູເດ ໄດ້ໃຊ້ລາວມາ. ຄົນສົ່ງຂ່າວແຈ້ງວ່າ “ພະອົງເຈົ້າຂ້າເບິ່ງເທີ້ນຜູ້ທີ່ພະອົງຮັກນັ້ນກໍປ່ວຍຢູ່.”
ພະເຍຊູຕອບວ່າ “ພະຍາດນີ້ບໍ່ເປັນເຖິງຕາຍ ແຕ່ວ່າເປັນສຳລັບລັດສະໝີຂອງພະເຈົ້າ ເພື່ອພະບຸດຂອງພະເຈົ້າຈະໄດ້ລັດສະໝີດ້ວຍພະຍາດນີ້.” ຫຼັງຈາກໄດ້ພັກຢູ່ຫັ້ນສອງມື້ແລ້ວ ພະເຍຊູຈຶ່ງກ່າວແກ່ພວກສາວົກວ່າ “ເຮົາທັງຫຼາຍຈົ່ງໄປທີ່ແຂວງຢູເດອີກ” ແຕ່ສາວົກເຕືອນພະອົງວ່າ “ພະອາຈານເຈົ້າຂ້າຫວ່າງໜຶ່ງນີ້ ພວກຢູເດໄດ້ຊອກຫາຄວ່າງໝາກຫີນໃສ່ພະອົງແລະພະອົງໄປທີ່ນັ້ນອີກຫຼື”?
ເພື່ອຕອບເຂົາເຈົ້າ ພະເຍຊູຈຶ່ງຖາມວ່າ “ໃນກາງເວັນມີສິບສອງໂມງບໍ່ໃຊ່ຫຼື ຖ້າຜູ້ໜຶ່ງຜູ້ໃດຍ່າງໄປກາງເວັນເພິ່ນບໍ່ຊູນຕີນ ເພາະເພິ່ນເຫັນແຈ້ງແຫ່ງໂລກ. ແຕ່ວ່າຖ້າຜູ້ໜຶ່ງຜູ້ໃດຍ່າງໄປກາງຄືນເພິ່ນຊູນຕີນ ເພາະແຈ້ງໃນຕົວເພິ່ນກໍບໍ່ມີ.”
ພະເຍຊູຄົງຈະໝາຍຄວາມວ່າຕອນ “ກາງເວັນ” ຫຼືເວລາທີ່ພະເຈົ້າກຳນົດໃຫ້ພະເຍຊູດຳເນີນງານປະກາດເທິງແຜ່ນດິນໂລກນີ້ຍັງບໍ່ສິ້ນສຸດລົງ ຈະບໍ່ມີໃຜເຮັດການອັນຕະລາຍແກ່ພະອົງໄດ້ ຈົນກວ່າເວລານັ້ນຈະໝົດໄປ. ພະອົງຈຳຕ້ອງໃຊ້ເວລາສັ້ນໆ ທີ່ເຫຼືອຂອງ “ກາງເວັນ” ເພື່ອເຮັດວຽກຢ່າງເຕັມທີ ເພາະຫຼັງຈາກນັ້ນກໍຈະເປັນ “ກາງຄືນ” ເມື່ອສັດຕູຈະໄດ້ສັງຫານພະອົງເສຍ.
ພະເຍຊູກ່າວເສີມວ່າ “ທ່ານລາຊະໂລສ່ຽວຂອງເຮົາທັງຫຼາຍກໍໄດ້ຫຼັບຢູ່ ແຕ່ວ່າເຮົາໄປຈະປຸກເພິ່ນໃຫ້ຕື່ນ.”
ເຫັນໄດ້ວ່າພວກສາວົກຄິດວ່າ ລາຊະໂລພວມນອນຫຼັບພັກຜ່ອນຢູ່ ແລ້ວຈະເຊົາປ່ວຍໄຂ້ ສະນັ້ນເຂົາເຈົ້າຈຶ່ງຕອບວ່າ “ພະອົງເຈົ້າຂ້າ ຖ້າເພິ່ນໄດ້ຫຼັບຢູ່ເພິ່ນຈະໄດ້ດີ.”
ຫຼັງຈາກນັ້ນ ພະເຍຊູບອກເຂົາເຈົ້າກົງໆ ວ່າ “ທ່ານລາຊະໂລໄດ້ຕາຍແລ້ວ. ແລະເພາະເຫັນແກ່ທ່ານທັງຫຼາຍ ເຮົາມີຄວາມຍິນດີ ເຮົາບໍ່ໄດ້ຢູ່ທີ່ນັ້ນ ເພື່ອທ່ານທັງຫຼາຍຈະໄດ້ເຊື່ອ ແຕ່ວ່າເຮົາທັງຫຼາຍຈົ່ງໄປຫາເພິ່ນ.”
ໂທມາຮູ້ວ່າພະເຍຊູອາດຈະຖືກສັງຫານໃນແຂວງຢູເດກໍໄດ້ ເຖິງຢ່າງນັ້ນກໍດີເນື່ອງຈາກຢາກສະໜັບສະຫນູນພະອົງ ລາວຈຶ່ງຊັກຊວນເພື່ອນສາວົກນຳກັນວ່າ “ຫມູ່ເຮົາຈົ່ງໄປທັງມວນເພື່ອຫມູ່ເຮົາຈະຕາຍນຳພະອົງດ້ວຍ.” ດັ່ງນັ້ນ ເຖິງແມ່ນວ່າຈະເປັນການສ່ຽງຊີວິດ ສາວົກກໍຮ່ວມເດີນທາງໄປແຜ່ຄວາມເມດຕາໃນແຂວງຢູເດກັບພະເຍຊູ. ລຶກາ 13:22; 17:1-10; ໂຍຮັນ 10:22, 31, 40-42; 11:1-16.
▪ ເມື່ອມໍ່ໆມານີ້ ພະເຍຊູໄດ້ປະກາດສັ່ງສອນຢູ່ໃສ?
▪ ພະເຍຊູສັ່ງສອນເລື່ອງໃດຊ້ຳອີກ ແລະພະອົງພັນລະນາເຖິງສະພາບເປັນຈິງແບບໃດຂອງຊີວິດ ເພື່ອສະແດງໃຫ້ເຫັນເຖິງຄວາມສຳຄັນຂອງເລື່ອງໃດ?
▪ ພະເຍຊູໄດ້ຮັບຂ່າວກ່ຽວກັບຫຍັງ ແລະພະເຍຊູໝາຍເຖິງຫຍັງເມື່ອກ່າວເຖິງ “ກາງເວັນ” ແລະ “ການຄືນ”?
▪ ເມື່ອໂທມາກ່າວວ່າ ‘ຫມູ່ເຮົາຈົ່ງໄປເພື່ອຈະຕາຍນຳພະອົງ’ ນັ້ນ ລາວໝາຍຄວາມວ່າຢ່າງໃດ?