ບົດ 99
ພະເຍຊູສັ່ງສອນທີ່ເມືອງເຢລິໂກ
ໃນບໍ່ດົນພະເຍຊູກັບຝູງຊົນທີ່ຮ່ວມເດີນທາງມານຳພະອົງກໍມາຮອດເມືອງເຢລິໂກ ເຊິ່ງເປັນເມືອງທີ່ໃຊ້ເວລາເດີນທາງປະມານມື້ໜຶ່ງຈາກເມືອງເຢຣຶຊາເລມ. ເບິ່ງຄືວ່າເມືອງເຢລິໂກມີສອງເມືອງ ເມືອງເກົ່າຂອງຊາດຢິວຫ່າງຈາກເມືອງໃໝ່ຂອງຈັກກະພັດໂລມປະມານໜຶ່ງກິໂລແມັດເຄິ່ງ. ຕອນທີ່ຝູງຊົນເດີນທາງອອກຈາກເມືອງເກົ່າເຂົ້າໃກ້ເມືອງໃໝ່ນັ້ນ ຄົນຂໍທານຕາບອດສອງຄົນໄດ້ຍິນສຽງອຶກກະທຶກ. ໜຶ່ງໃນສອງຄົນນັ້ນຊື່ວ່າບາລະຕີເມ.
ເມື່ອຮູ້ວ່າແມ່ນພະເຍຊູນັ້ນເອງທີ່ກຳລັງຜ່ານໄປ ບາລະຕີເມກັບຫມູ່ຂອງເຂົາກໍຮ້ອງຂຶ້ນວ່າ “ພະອົງເຈົ້າຂ້າ ຜູ້ເປັນບຸດກະສັດດາວິດເອີຍ ຂໍໂປດອີດູຂ້າພະເຈົ້າທັງສອງເທີ້ນ.” ເມື່ອຝູງຊົນກຳລັງຫ້າມເຂົາເຈົ້າບໍ່ໃຫ້ໃຊ້ສຽງດັງ ເຂົາເຈົ້າຊ້ຳພັດຮ້ອງດັງຂຶ້ນວ່າ “ບຸດກະສັດດາວິດເອີຍ ຂໍອີດູຂ້າພະເຈົ້າເທີ້ນ.”
ເມື່ອໄດ້ຍິນສຽງແຊວ ພະເຍຊູຈຶ່ງຢຸດຢູ່. ພະອົງຂໍໃຫ້ຄົນທີ່ຢູ່ນຳຕົນໄປເອີ້ນຄົນຮ້ອງສຽງດັງນັ້ນມາຫາ. ເຂົາເຈົ້າເຂົ້າໄປຫາຄົນຂໍທານຕາບອດແລ້ວກ່າວແກ່ຄົນໜຶ່ງວ່າ “ເຈົ້າຈົ່ງຊື່ນໃຈລຸກຂຶ້ນເທີ້ນ ພະອົງເອີ້ນເຈົ້າໄປ.” ດ້ວຍຄວາມຕື່ນເຕັ້ນຢ່າງລະງັບບໍ່ຢູ່ ຊາຍຕາບອດນັ້ນຈຶ່ງຄວ່າງເສື້ອຊັ້ນນອກຂອງຕົນຖິ້ມ ກະໂດດຂຶ້ນແລ້ວໄປຫາພະເຍຊູ.
ພະເຍຊູຖາມວ່າ “ເຈົ້າທັງສອງຢາກໄດ້ເຮົາກະທຳສິ່ງໃດສຳລັບຫມູ່ເຈົ້າ”?
ຊາຍຕາບອດທັງສອງອ້ອນວອນວ່າ “ພະອົງເຈົ້າຂ້າຂໍໂປດໃຫ້ຕາຂອງຫມູ່ຂ້າພະເຈົ້າໄດ້ປືດເປັນແຈ້ງເທີ້ນ.”
ດ້ວຍຄວາມສົງສານ ພະເຍຊູບາຍຕາຂອງເຂົາເຈົ້າ. ຕາມເລື່ອງທີ່ມາລະໂກໄດ້ບັນທຶກໄວ້ ພະເຍຊູກ່າວນຳຄົນໜຶ່ງວ່າ “ຈົ່ງໄປ ຄວາມເຊື່ອຂອງເຈົ້າໄດ້ກະທຳໃຫ້ເຈົ້າດີແລ້ວ.” ທັນໃດນັ້ນຄົນຂໍທານຕາບອດກໍເຫັນຮຸ່ງ ບໍ່ຕ້ອງສົງໄສວ່າທັງສອງໄດ້ເລີ່ມສັນລະເສີນພະເຈົ້າ. ເມື່ອຄົນທັງປວງເຫັນສິ່ງທີ່ເກີດຂຶ້ນ ເຂົາເຈົ້າກໍຖວາຍຄຳສັນລະເສີນແກ່ພະເຈົ້ານຳ. ຢ່າງບໍ່ຊັກຊ້າ ບາລະຕີເມກັບເພື່ອນເລີ່ມຕິດຕາມພະເຍຊູໄປ.
ຕອນທີ່ພະເຍຊູເດີນທາງຜ່ານເມືອງເຢລິໂກ ຝູງຊົນມີຈຳນວນຫຼວງຫຼາຍ. ທຸກໆ ຄົນຕ້ອງການເຫັນຜູ້ທີ່ໄດ້ປົວຄົນຕາບອດໃຫ້ເຫັນຮຸ່ງ. ປະຊາຊົນຈາກທຸກສາລະທິດບຽດກັນເຂົ້າມາຫາພະເຍຊູ ແລະຜົນກໍຄືລາງຄົນບໍ່ໄດ້ເຫັນພະອົງແມ່ນແຕ່ບຶດດຽວ. ໃນບັນດາຄົນກຸ່ມນັ້ນກໍມີຊັກຄາຍ ຫົວໜ້າຄົນເກັບພາສີໃນເມືອງເຢລິໂກແລະອ້ອມແອ້ມແຖວນັ້ນ. ລາວໂຕເຕ້ຍເກີນກວ່າຈະເຫັນສິ່ງທີ່ເກີດຂຶ້ນ.
ດັ່ງນັ້ນ ຊັກຄາຍຈຶ່ງແລ່ນໄປທາງໜ້າ ແລ້ວປີນຂຶ້ນກົກໄມ້ຊີກໍມົນຕາມທາງທີ່ພະເຍຊູຜ່ານໄປ. ຈາກຕຳແໜ່ງທີ່ໄດ້ປຽບນີ້ ລາວຈຶ່ງມອງເຫັນທຸກສິ່ງໄດ້ຢ່າງດີ. ເມື່ອຝູງຊົນຫຍັບເຂົ້າມາໃກ້ ພະເຍຊູຮ້ອງໃສ່ຄົນທີ່ຢູ່ເທິງຕົ້ນໄມ້ວ່າ “ຊັກຄາຍເອີຍຮີບລົງມາ ເຫດວ່າເຮົາຕ້ອງຈະອາໄສຢູ່ໃນເຮືອນຂອງທ່ານໃນວັນນີ້.” ຊັກຄາຍໄຕ່ລົງຈາກຕົ້ນໄມ້ດ້ວຍຄວາມຍິນດີແລະຮີບເມືອເຮືອນເພື່ອຈັດກຽມສິ່ງຕ່າງໆ ໄວ້ຮັບແຂກຜູ້ມີຊື່ສຽງ.
ຢ່າງໃດກໍຕາມ ເມື່ອປະຊາຊົນເຫັນສິ່ງທີ່ເກີດຂຶ້ນນັ້ນ ເຂົາເຈົ້າຈຶ່ງພາກັນຈົ່ມ. ເຂົາເຈົ້າຖືວ່າບໍ່ເໝາະສົມທີ່ພະເຍຊູຈະໄປເປັນແຂກໃນເຮືອນຂອງຄົນແບບນີ້. ຄິດເບິ່ງດູ ຊັກຄາຍຮັ່ງມີໄດ້ຍ້ອນຕົນໄດ້ຂູດຮີດເອົາເງິນຈາກການເກັບພາສີຢ່າງບໍ່ສັດຊື່.
ຫຼາຍຄົນຍ່າງນຳຫຼັງພະເຍຊູ ແລະເມື່ອພະອົງເຂົ້າໄປໃນເຮືອນຂອງຊັກຄາຍ ພວກເຂົາກໍພາກັນຈົ່ມວ່າ “ພະອົງໄດ້ເຂົ້າໄປໃນເຮືອນຄົນບາບຈະອາໄສທີ່ນັ້ນ” ແຕ່ພະເຍຊູເຫັນວ່າເປັນໄປໄດ້ທີ່ຊັກຄາຍຈະປ່ຽນໃຈໃໝ່. ແລະພະເຍຊູບໍ່ໄດ້ຜິດຫວັງ ເພາະຊັກຄາຍຢືນຂຶ້ນແລ້ວຖະແຫຼງວ່າ “ຈົ່ງເບິ່ງພະອົງເຈົ້າຂ້າ ເຂົ້າຂອງທັງປວງຂອງຂ້າພະເຈົ້າໆແບ່ງປັນໃຫ້ເຄິ່ງໜຶ່ງແກ່ຄົນຈົນທັງຫຼາຍ ແລະຖ້າຂ້າພະເຈົ້າໄດ້ກະທຳຜິດແກ່ຜູ້ໜຶ່ງຜູ້ໃດດ້ວຍຄວາມຟ້ອງອັນບໍ່ຈິງ ຂ້າພະເຈົ້າສົ່ງຄືນສີ່ທໍ່ໃຫ້ເພິ່ນ.”
ຊັກຄາຍພິສູດວ່າເຂົາປ່ຽນໃຈໃໝ່ແທ້ໆ ໂດຍການຍົກຊັບສົມບັດເຄິ່ງໜຶ່ງໃຫ້ກັບຄົນອະນາຖາ ແລະໂດຍການໃຊ້ຊັບອີກເຄິ່ງໜຶ່ງເພື່ອຈ່າຍໃຫ້ແກ່ຄົນເຫຼົ່ານັ້ນທີ່ເຂົາໄດ້ສໍ້ໂກງມາ. ລາວຄົງຈະຄິດໄລ່ຈາກບັນທຶກເງິນພາສີວ່າຕົນເອງເປັນໜີ້ບຸກຄົນເຫຼົ່ານີ້ຫຼາຍປານໃດ. ດັ່ງນັ້ນ ລາວສັນຍາວ່າຈະຈ່າຍຄືນສີ່ທໍ່ ເພື່ອປະຕິບັດຕາມກົດໝາຍຂອງພະເຈົ້າທີ່ວ່າ ‘ຖ້າຄົນຜູ້ໜຶ່ງລັກເອົາແພະຕົວໜຶ່ງ ຜູ້ນັ້ນຕ້ອງເອົາແພະສີ່ຕົວມາໃຊ້ແທນແພະຕົວໜຶ່ງ.’
ພະເຍຊູພໍໃຈກັບວິທີທີ່ຊັກຄາຍສັນຍາວ່າຈະແຈກຈ່າຍຊັບສົມບັດຂອງຕົນ ພະເຍຊູກ່າວວ່າ “ໃນວັນນີ້ຄວາມພົ້ນໄດ້ເຂົ້າມາໃນເຮືອນຫຼັງນີ້ ເພາະວ່າທ່ານຜູ້ນີ້ທັງມວນເປັນລູກຫຼານຂອງທ່ານອັບລາຫາມ. ເຫດວ່າ ອັນນັ້ນທີ່ເສຍໄປແລ້ວ ບຸດມະນຸດໄດ້ມາຊອກຫາແລະຊ່ອຍໃຫ້ພົ້ນ.”
ກ່ອນນັ້ນບໍ່ດົນ ພະເຍຊູໃຫ້ຄຳອະທິບາຍສະພາບການຂອງ “ລູກທີ່ຫຼົງຜິດ” ກັບເລື່ອງລູກສຳມະເລເທເມົາ. ບັດນີ້ເຮົາມີຕົວຢ່າງຊີວິດແທ້ໆ ຂອງຜູ້ຫຼົງຫາຍໄປເຊິ່ງໄດ້ພົບແລ້ວ. ເຖິງແມ່ນຫົວໜ້າສາສະໜາແລະຄົນເຫຼົ່ານັ້ນທີ່ຕິດຕາມເຂົາເຈົ້າຕໍ່ວ່າແລະຈົ່ມເລື່ອງທີ່ພະເຍຊູເອົາໃຈໃສ່ຄົນແບບຊັກຄາຍກໍຕາມ ພະເຍຊູຍັງຄົງຊອກຫາບັນດາລູກຂອງອັບລາຫາມທີ່ຫຼົງຜິດໄປແລະພາເຂົາກັບຄືນມາ. ມັດທາຽ 20:29-34; ມາລະໂກ 10:46-52; ລຶກາ 18:35–19:10; ອຸປະຍົກໜີ 22:1.
▪ ເບິ່ງຄືວ່າພະເຍຊູພໍ້ຄົນຂໍທານຕາບອດຢູ່ໃສ ແລະພະອົງກະທຳສິ່ງໃດແກ່ເຂົາ?
▪ ຊັກຄາຍແມ່ນໃຜ ແລະເປັນຫຍັງລາວຈຶ່ງປີນຂຶ້ນກົກໄມ້?
▪ ຊັກຄາຍພິສູດເຖິງການປ່ຽນໃຈໃໝ່ຂອງເຂົາຢ່າງໃດ?
▪ ວິທີທີ່ພະເຍຊູປະຕິບັດຕໍ່ຊັກຄາຍໃຫ້ບົດຮຽນຫຍັງແກ່ພວກເຮົາ?