ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 6
  • ກ້າ​ລົມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກ້າ​ລົມ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ຊອກ​ຫາ​ຄຳຕອບ
    2018-2019 ລາຍການການປະຊຸມໝວດ—ທີ່ມີຜູ້ດູແລໝວດ
  • ຂໍ​ຊ່ວຍ​ໃຫ້​ເຮົາ​ກ້າຫານ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ພະ​ເຢໂຫວາ​ຈະ​ຊ່ວຍ​ໃຫ້​ຂ້ອຍ​ມີ​ຄວາມ​ກ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ພະ​ເຍຊູ​ສັ່ງ​ສອນ​ທີ່​ເມືອງ​ເຢລິໂກ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 6

ເລີ່ມ​ລົມ

ພະ​ເຢຊູ​ຂໍ​ໃຫ້​ຊັກ​ຂ່າຍ​ລົງ​ມາ​ຈາກ​ຕົ້ນໄມ້ ເຊິ່ງ​ເຮັດ​ໃຫ້​ບາງ​ຄົນ​ທີ່​ເຫັນ​ເຫດການ​ແປກ​ປະຫຼາດ​ໃຈ.

ລກ. 19:1-7

ບົດ​ທີ 6

ກ້າ​ລົມ

ຫຼັກການ: “ພວກ​ເຮົາ​ກໍ​ລວບລວມ​ຄວາມ​ກ້າ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ ແລ້ວ​ໄປ​ບອກ​ຂ່າວ​ດີ​ຂອງ​ເພິ່ນ​ກັບ​ພວກ​ເຈົ້າ.”—1 ທຊ. 2:2

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ຂໍ​ໃຫ້​ຊັກ​ຂ່າຍ​ລົງ​ມາ​ຈາກ​ຕົ້ນໄມ້ ເຊິ່ງ​ເຮັດ​ໃຫ້​ບາງ​ຄົນ​ທີ່​ເຫັນ​ເຫດການ​ແປກ​ປະຫຼາດ​ໃຈ.

ວິດີໂອ: ພະ​ເຢຊູ​ປະກາດ​ກັບ​ຊັກ​ຂ່າຍ

1. ເບິ່ງ ວິດີໂອ ຫຼື​ອ່ານ​ລູກາ 19:1-7. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຢາກ​ເວົ້າ​ນຳ​ຊັກ​ຂ່າຍ?

  2. ຂ. ອັນ​ໃດ​ກະຕຸ້ນ​ພະ​ເຢຊູ​ໃຫ້​ບອກ​ຂ່າວ​ດີ​ກັບ​ລາ​ວ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຕ້ອງ​ມີ​ຄວາມ​ກ້າ​ເພື່ອ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ທຸກ​ຄົນ.

ຮຽນ​ແບບ​ພະ​ເຢຊູ

3. ເພິ່ງ​ພະ​ເຢໂຫວາ. ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ພະ​ເຢຊູ​ໃຫ້​ມີ​ກຳລັງ​ໃນ​ການ​ປະກາດ ແລະ​ພະລັງ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໄດ້​ຄື​ກັນ. (ມທ. 10:19, 20; ລກ. 4:18) ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ກ້າ​ປະກາດ​ກັບ​ຄົນ​ທີ່​ເຈົ້າ​ຢ້ານ.—ກຈກ. 4:29

4. ຢ່າ​ຕັດສິນ​ຄົນ​ອື່ນ. ເຮົາ​ອາດ​ລັງເລ​ທີ່​ຈະ​ລົມ​ກັບ​ບາງ​ຄົນ​ຍ້ອນ​ຮູບ​ຮ່າງ​ໜ້າ​ຕາ ຖານະ​ທາງ​ສັງຄົມ ການ​ໃຊ້​ຊີວິດ ຫຼື​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ:

  1. ກ. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ອ່ານ​ໃຈ​ຄົນ​ໄດ້ ແຕ່​ເຮົາ​ເຮັດ​ບໍ່​ໄດ້.

  2. ຂ. ບໍ່​ມີ​ໃຜ​ທີ່​ພະ​ເຢໂຫວາ​ຊ່ວຍ​ບໍ່​ໄດ້.

5. ກ້າຫານ​ແຕ່​ໃຫ້​ເຄົາລົບ​ນັບຖື​ແລະ​ລະ​ມັດ​ລະວັງ​ໂຕ​ນຳ. (ມທ. 10:16) ຫຼີກລ່ຽງ​ການ​ໂຕ້​ຖຽງ. ໃຫ້​ເຊົາ​ລົມ​ຖ້າ​ຄົນ​ທີ່​ເຈົ້າ​ລົມ​ນຳ​ບໍ່​ຢາກ​ຟັງ​ຂ່າວດີ​ຫຼື​ຖ້າ​ເຈົ້າ​ຮູ້ສຶກ​ບໍ່​ປອດໄພ ແຕ່​ກໍ​ໃຫ້​ເຮັດ​ແບບ​ສຸພາບ.—ສພສ. 17:14

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ກຈກ. 4:31; ອຟຊ. 6:19, 20; 2 ຕມ. 1:7

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌