ບົດ 101
ທີ່ບ້ານເບທະນີໃນເຮືອນຂອງຊີໂມນ
ເມື່ອພະເຍຊູອອກຈາກເມືອງເຢລິໂກ ພະອົງມຸ່ງໜ້າໄປທີ່ບ້ານເບທະນີ. ການເດີນທາງໃຊ້ເວລາເກືອບໝົດມື້ ເນື່ອງຈາກເປັນການຍ່າງໄຕ່ຂຶ້ນໄລຍະທາງປະມານ 19 ກິໂລແມັດ ຂ້າມພື້ນທີ່ເຊິ່ງເຕັມໄປດ້ວຍຄວາມຍາກລຳບາກ. ເມືອງເຢລິໂກຢູ່ຕ່ຳກວ່າລະດັບນ້ຳທະເລຮາວໆ 250 ແມັດ ແລະບ້ານເບທະນີຢູ່ສູງກວ່າລະດັບນ້ຳທະເລປະມານ 760 ແມັດ. ເຈົ້າອາດຈະຈື່ໄດ້ວ່າ ເບທະນີເປັນບ້ານເກີດຂອງລາຊະໂລແລະເອື້ອຍຂອງລາວ. ຫມູ່ບ້ານນ້ອຍໆ ນັ້ນຢູ່ຫ່າງຈາກເມືອງເຢຣຶຊາເລມປະມານ 3 ກິໂລແມັດ ຕັ້ງຢູ່ເນີນທາງຕາເວັນອອກຂອງພູເຂົາກົກໝາກກອກ.
ຫຼາຍຄົນໄດ້ມາເຖິງເມືອງເຢຣຶຊາເລມເພື່ອເຂົ້າຮ່ວມເທສະການປັດສະຄາ. ພວກເຂົາມາກ່ອນເພື່ອຊຳລະຕົວໃຫ້ສະອາດຕາມພິທີກຳ. ບາງທີເຂົາໄດ້ແຕະຕ້ອງຊາກສົບຫຼືກະທຳສິ່ງທີ່ເຮັດໃຫ້ຕົນເປັນມົນທິນ. ດັ່ງນັ້ນ ເຂົາໄດ້ຊຳລະຕົວໃຫ້ສະອາດຕາມຂັ້ນຕອນເພື່ອໃຫ້ການສະຫຼອງປັດສະຄາເປັນທີ່ຍອມຮັບ. ຂະນະທີ່ຜູ້ມາຮອດກ່ອນໂຮມກັນຢູ່ທີ່ພະວິຫານ ຫຼາຍຄົນພາກັນເດົາວ່າ ພະເຍຊູຈະມາຮ່ວມເທສະການປັດສະຄາຫຼືບໍ່.
ເມືອງເຢຣຶຊາເລມເປັນແຫຼ່ງແຫ່ງການໂຕ້ຖຽງໃນເລື່ອງພະເຍຊູ. ເປັນທີ່ຮູ້ກັນທົ່ວໄປວ່າພວກຜູ້ນຳທາງສາສະໜາຕ້ອງການຈະຈັບພະອົງເພື່ອຂ້າຖິ້ມ. ທີ່ຈິງ ພວກເຂົາອອກຄຳສັ່ງວ່າ ຫາກໃຜຮູ້ບ່ອນຢູ່ຂອງພະອົງ ເຂົາຕ້ອງແຈ້ງເລື່ອງນັ້ນໃຫ້ພວກເຂົາຮູ້. ສາມເທື່ອໃນບໍ່ຈັກເດືອນມານີ້—ຕອນທີ່ສະຫຼອງເທສະການຕັ້ງທັບອາໄສ ເທສະການອຸທິດ ແລະຫຼັງຈາກພະອົງປຸກລາຊະໂລໃຫ້ຟື້ນຄືນຈາກຕາຍແລ້ວ—ຫົວໜ້າສາສະໜາພະຍາຍາມຈະປະຫານພະອົງ. ດັ່ງນັ້ນ ປະຊາຊົນຈຶ່ງສົງໄສວ່າ ພະເຍຊູຈະປາກົດຕົວໃນທີ່ສາທາລະນະອີກເທື່ອໜຶ່ງຫຼືບໍ່? ເຂົາຖາມກັນວ່າ “ເຈົ້າຄຶດວ່າຢ່າງໃດ?” (ປ.ມ.)
ໃນລະຫວ່າງນັ້ນ ພະເຍຊູມາຮອດບ້ານເບທະນີຫົກມື້ກ່ອນເທສະການປັດສະຄາເຊິ່ງຈະຕົກໃນວັນທີ 14 ເດືອນນີຊານຕາມປະຕິທິນຂອງພວກຢິວ. ພະເຍຊູມາຮອດເບທະນີຕອນຄ່ຳຂອງວັນສຸກ ເຊິ່ງເປັນຕອນເລີ່ມຕົ້ນວັນທີ 8 ເດືອນນີຊານ. ພະອົງຈະໄປບ້ານເບທະນີໃນວັນເສົາບໍ່ໄດ້ ເພາະວ່າການເດີນທາງໃນວັນຊະບາໂຕ—ຕັ້ງແຕ່ຕອນດວງອາທິດຕົກດິນຂອງວັນສຸກຈົນຮອດດວງອາທິດຕົກດິນຂອງວັນເສົາ—ຈຳກັດໄວ້ຕາມກົດໝາຍຂອງພວກຢິວ. ພະເຍຊູຄົງຈະໄປຢາມເຮືອນຂອງລາຊະໂລ ດັ່ງທີ່ພະອົງເຄີຍກະທຳມາກ່ອນ ແລ້ວຄ້າງຄືນຢູ່ຫັ້ນໃນຄືນວັນສຸກ.
ຢ່າງໃດກໍດີ ຊາວເມືອງອີກຄົນໜຶ່ງໄດ້ເຊີນພະເຍຊູແລະເພື່ອນຂອງພະອົງໄປຮັບປະທານອາຫານໃນຕອນຄ່ຳຂອງວັນເສົາ. ຊາຍຄົນນີ້ແມ່ນຊີໂມນ ອະດີດຄົນຂີ້ທູດ ຜູ້ເຊິ່ງພະເຍຊູອາດໄດ້ປົວກ່ອນໜ້ານັ້ນ. ກົງກັບນິດໄສດຸໝັ່ນຂອງນາງມາທາ ລາວວົນຢູ່ກັບການຕ້ອນຮັບຂັບສູ່ແຂກ. ສ່ວນມາລີ ຕາມປົກກະຕິນິດໄສນາງເອົາໃຈໃສ່ພະເຍຊູ ແຕ່ຫາກເທື່ອນີ້ແມ່ນໃນວິທີທີ່ກໍ່ໃຫ້ເກີດການຂັດແຍ່ງກັນຂຶ້ນ.
ມາລີໄຂຂວດຫີນປູນຫຼືຂວດນ້ອຍໆ ເຊິ່ງບັນຈຸ “ນ້ຳມັນຫອມໃສສະອາດ” ປະມານເຄິ່ງກິໂລກາມ. ນ້ຳມັນນີ້ແພງຫຼາຍ. ທີ່ຈິງ ລາຄານ້ຳມັນນີ້ເທົ່າກັບຄ່າຈ້າງແຮງງານໜຶ່ງປີ! ເມື່ອມາລີເທນ້ຳມັນນັ້ນໃສ່ຫົວແລະຕີນຂອງພະເຍຊູ ແລ້ວເອົາເສັ້ນຜົມຂອງນາງເຊັດຕີນຂອງພະອົງ ກິ່ນຫອມຟົ້ງໄປທົ່ວເຮືອນ.
ເຫຼົ່າສາວົກເຄືອງໃຈຂຶ້ນແລະຖາມວ່າ “ເສຍຂອງຢ່າງນີ້ມີປະໂຫຍດອັນໃດ”? ຄັນແລ້ວຢູດາອີດສະກາລີໂອດກ່າວວ່າ “ເຫດສັນໃດເຂົາບໍ່ຂາຍເຄື່ອງຫອມນີ້ໄດ້ເງິນຫົກຮາງຈຶ່ງປະທານໃຫ້ແກ່ພວກຄົນທຸກຍາກ”? ນັ້ນບໍ່ແມ່ນວ່າຢູດາເປັນຫ່ວງຄົນທຸກຍາກອີ່ຫຼີ ແຕ່ເນື່ອງດ້ວຍເຂົາເຄີຍລັກເງິນຈາກຫີບເງິນທີ່ສາວົກເກັບຮັກສາຢູ່.
ພະເຍຊູອອກປາກແກ້ຕາງມາລີ ໂດຍກ່າວວ່າ “ຊ່າງເພິ່ນເທີ້ນ. ເຫດສັນໃດທ່ານທັງຫຼາຍໃຫ້ເພິ່ນເປັນທຸກໃຈ. ເພິ່ນໄດ້ກະທຳການດີສຳລັບເຮົາ. ເພາະວ່າຄົນຈົນທັງຫຼາຍມີຢູ່ກັບພວກທ່ານເລື້ອຍ ແລະພວກທ່ານຢາກໄດ້ກະທຳການດີແກ່ເຂົາເມື່ອໃດກໍກະທຳໄດ້ ແຕ່ວ່າຝ່າຍເຮົາ ເຮົາບໍ່ຢູ່ເລື້ອຍກັບທ່ານທັງຫຼາຍ. ຜູ້ຍິງນີ້ໄດ້ກະທຳການນັ້ນຕາມແຕ່ເພິ່ນເປັນ ເພິ່ນມາຊະໂລມທາກາຍຂອງເຮົາກ່ອນສຳລັບການທຳສົບຂອງເຮົາ. ແລະຈິງແທ້ເຮົາກ່າວແກ່ທ່ານທັງຫຼາຍວ່າ ຄຳປະເສີດນີ້ຈະເປັນທີ່ເທສະໜາປ່າວປະກາດໃນທີ່ໃດທົ່ວແຜ່ນດິນໂລກ ການທີ່ຜູ້ຍິງນີ້ໄດ້ກະທຳກໍຈະເລື່ອງລືໄປໃນທີ່ນັ້ນ ເປັນທີ່ລະນຶກຄຶດຮອດເພິ່ນ.”
ບັດນີ້ພະເຍຊູໄດ້ຢູ່ໃນບ້ານເບທະນີຫຼາຍກວ່າ 24 ຊົ່ວໂມງແລ້ວ ແລະຂ່າວການປາກົດຕົວຂອງພະອົງໄດ້ກະຈາຍໄປທົ່ວ. ເພາະສະນັ້ນຫຼາຍຄົນໄດ້ມາທີ່ບ້ານຂອງຊີໂມນເພື່ອເບິ່ງພະເຍຊູ ແລ້ວກໍຍັງມາເພື່ອຈະເຫັນລາຊະໂລເຊິ່ງຢູ່ຫັ້ນນຳກັນ. ດັ່ງນັ້ນ ພວກປະໂລຫິດໃຫຍ່ຈຶ່ງປຶກສາກັນບໍ່ແມ່ນຈະຂ້າພະເຍຊູທໍ່ນັ້ນ ແຕ່ຂ້າລາຊະໂລພ້ອມ. ນັ້ນເປັນເພາະຫຼາຍຄົນສະແດງຄວາມເຊື່ອຕໍ່ພະເຍຊູເນື່ອງຈາກເຂົາເຫັນຄົນທີ່ພະອົງປຸກໃຫ້ຟື້ນຄືນຈາກຕາຍນັ້ນມີຊີວິດຢູ່! ທີ່ຈິງແລ້ວ ພວກຫົວໜ້າສາສະໜາເຫຼົ່ານີ້ຊົ່ວຊ້າແທ້ໆ! ໂຍຮັນ 11:55–12:11; ມັດທາຽ 26:6-13; ມາລະໂກ 14:3-9; ກິດຈະການ 1:12.
▪ ພະວິຫານໃນເມືອງເຢຣຶຊາເລມມີການຖົກຖຽງກັນເລື່ອງຫຍັງ ແລະເພາະເຫດໃດ?
▪ ເປັນຫຍັງພະເຍຊູຕ້ອງມາຮອດບ້ານເບທະນີໃນວັນສຸກ ບໍ່ແມ່ນວັນເສົາ?
▪ ເມື່ອພະເຍຊູມາຮອດບ້ານເບທະນີ ພະອົງພັກແຮມຢູ່ໃສໃນວັນຊະບາໂຕ?
▪ ການກະທຳແບບໃດຂອງມາລີກໍ່ໃຫ້ເກີດການໂຕ້ຖຽງກັນຂຶ້ນ ແລະພະເຍຊູແກ້ຕາງນາງຢ່າງໃດ?
▪ ແມ່ນຫຍັງສະແດງໃຫ້ເຫັນຄວາມຊົ່ວຊ້າຢ່າງຍິ່ງຂອງພວກປະໂລຫິດໃຫຍ່?