ບົດ 105
ການເລີ່ມຕົ້ນຂອງວັນທີ່ສຳຄັນຫຼາຍ
ເມື່ອພະເຍຊູເດີນທາງອອກຈາກເມືອງເຢຣຶຊາເລມໃນຕອນແລງຂອງວັນຈັນ ພະອົງກັບຄືນບ້ານເບທະນີເຊິ່ງຕັ້ງຢູ່ເນີນພູເຂົາກົກໝາກກອກທາງຕາເວັນອອກ. ສອງມື້ສຸດທ້າຍແຫ່ງງານຮັບໃຊ້ຂອງພະອົງໃນເມືອງເຢຣຶຊາເລມໄດ້ສິ້ນສຸດລົງ. ພະເຍຊູຄົງຈະພັກແຮມກັບລາຊະໂລສະຫາຍຂອງພະອົງອີກ. ຕັ້ງແຕ່ອອກຈາກເມືອງເຢລິໂກເມື່ອວັນສຸກຈົນເຖິງດຽວນີ້ ແມ່ນຄືນທີສີ່ທີ່ພະອົງຄ້າງຢູ່ໃນບ້ານເບທະນີ.
ຕອນນີ້ແມ່ນວັນອັງຄານວັນທີ 11 ເດືອນນີຊານ ພະອົງແລະສາວົກເລີ່ມອອກເດີນທາງອີກຕັ້ງແຕ່ເຊົ້າໆ. ປາກົດວ່າມື້ນີ້ເປັນມື້ສຳຄັນຢ່າງຍິ່ງໃນງານຮັບໃຊ້ຂອງພະອົງ ຈົນເຖິງຕອນນີ້ມື້ນີ້ຫຍຸ້ງວຽກຫຼາຍທີ່ສຸດ. ເປັນມື້ສຸດທ້າຍທີ່ພະອົງປາກົດຕົວໃນພະວິຫານ. ແລ້ວກໍເປັນວັນສຸດທ້າຍແຫ່ງການຮັບໃຊ້ໃນທີ່ສາທາລະນະກ່ອນເຂົາຈະພິຈາລະນາຄະດີແລະຕັດສິນລົງໂທດພະອົງ.
ພະເຍຊູກັບສາວົກໄປຕາມເສັ້ນທາງເກົ່າທີ່ຂ້າມພູເຂົາກົກໝາກກອກໄປເຖິງເມືອງເຢຣຶຊາເລມ. ຕາມເສັ້ນທາງຈາກບ້ານເບທະນີນັ້ນ ເປໂຕສັງເກດເຫັນຕົ້ນໄມ້ເຊິ່ງພະເຍຊູໄດ້ສາບແຊ່ງໄວ້ເມື່ອຕອນເຊົ້າມື້ກ່ອນນັ້ນ. ທ່ານອຸທານວ່າ “ພະອາຈານເຈົ້າຂ້າ ຂໍເບິ່ງຕົ້ນໝາກເດື່ອເທດທີ່ພະອົງໄດ້ດ່າ [ສາບແຊ່ງ] ໄວ້ນັ້ນ ມັນຫ່ຽວແຫ້ງແລ້ວ.”
ຍ້ອນເຫດໃດພະເຍຊູຈຶ່ງເຮັດໃຫ້ຕົ້ນໄມ້ນັ້ນຕາຍ? ພະອົງຊີ້ແຈງເຫດຜົນເມື່ອກ່າວຕໍ່ໄປວ່າ “ຈິງແທ້ ເຮົາກ່າວແກ່ທ່ານທັງຫຼາຍວ່າ ຖ້າທ່ານທັງຫຼາຍມີຄວາມເຊື່ອແລະບໍ່ສົງໄສ ທ່ານຈະກະທຳ ບໍ່ໃຊ່ແຕ່ການທີ່ທຳແລ້ວແກ່ກົກໝາກເດື່ອເທດນີ້ເທົ່ານັ້ນ ແຕ່ວ່າຖ້າທ່ານຈະບອກພູເຂົານີ້ [ພູເຂົາກົກໝາກກອກທີ່ເຂົາຢືນຢູ່] ວ່າ ຈົ່ງຖອນໄປຈົມໃນນ້ຳທະເລ. ການນັ້ນຈະບັງເກີດມາ. ແລະສິ່ງໜຶ່ງສິ່ງໃດທີ່ທ່ານທັງຫຼາຍຈະຂໍໃນຄຳອ້ອນວອນດ້ວຍຄວາມເຊື່ອ ທ່ານຈະໄດ້ຮັບສິ່ງນັ້ນ.”
ດັ່ງນັ້ນ ໂດຍການບັນດານໃຫ້ຕົ້ນໄມ້ນັ້ນຫ່ຽວແຫ້ງຕາຍ ພະເຍຊູໃຫ້ບົດຮຽນທີ່ເຫັນໄດ້ສຳລັບພວກສາວົກຂອງພະອົງເພື່ອສະແດງວ່າເຂົາຈຳເປັນຕ້ອງມີຄວາມເຊື່ອໃນພະເຈົ້າ. ດັ່ງທີ່ພະອົງຖະແຫຼງວ່າ “ສັບພະທຸກສິ່ງທີ່ທ່ານທັງຫຼາຍຈະຂໍໃນຄວາມອ້ອນວອນ ຈົ່ງເຊື່ອວ່າທ່ານຈະຮັບ ແລະສິ່ງນັ້ນຈະບັງເກີດມາສຳລັບທ່ານທັງຫຼາຍ.” ນັ້ນເປັນບົດຮຽນສຳຄັນສ່ຳໃດເຊິ່ງເຂົາເຈົ້າຈະຮຽນຮູ້ ໂດຍສະເພາະເມື່ອຄຳນຶງເຖິງການທົດລອງອັນໜ້າຢ້ານກົວເຊິ່ງຈະເກີດຂຶ້ນໃນອີກບໍ່ດົນ! ອີກຢ່າງໜຶ່ງ ຍັງມີຄວາມກ່ຽວພັນລະຫວ່າງການຫ່ຽວແຫ້ງຂອງຕົ້ນໝາກເດື່ອເທດກັບຄຸນນະພາບຂອງຄວາມເຊື່ອ.
ຊາດຍິດສະລາເອນ ປຽບເໝືອນຕົ້ນໝາກເດື່ອເທດຕົ້ນນີ້ ມີລັກສະນະພາຍນອກທີ່ຫຼອກຕາ. ເຖິງແມ່ນວ່າຊາດນີ້ມີສຳພັນທະພາບກັບພະເຈົ້າໂດຍທາງສັນຍາໄມຕີແລະການປາກົດພາຍນອກອາດຈະບົ່ງບອກວ່າເຂົາປະຕິບັດຕາມກົດບັນຍັດຕ່າງໆ ຂອງພະເຈົ້າກໍຕາມ ຊາດນີ້ກໍໄດ້ພິສູດວ່າບໍ່ມີຄວາມເຊື່ອ ບໍ່ເກີດຜົນທີ່ດີ. ຍ້ອນການຂາດຄວາມເຊື່ອ ເຂົາຊ້ຳພັດປະຕິເສດພະບຸດຂອງພະເຈົ້າເອງ! ດັ່ງນັ້ນ ໂດຍການບັນດານໃຫ້ຕົ້ນໝາກເດື່ອເທດທີ່ບໍ່ເກີດຜົນນັ້ນຫ່ຽວແຫ້ງຕາຍ ພະເຍຊູສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຜົນສຸດປາຍຂອງຊາດທີ່ບໍ່ເກີດຜົນແລະຂາດຄວາມເຊື່ອຈະເປັນຢ່າງໃດ.
ອີກບໍ່ດົນປານໃດ ພະເຍຊູແລະສາວົກຂອງພະອົງກໍເຂົ້າສູ່ເມືອງເຢຣຶຊາເລມ ແລະຄືດັ່ງທີ່ເຄີຍປະຕິບັດກັນ ເຂົາເຈົ້າເຂົ້າໄປທີ່ພະວິຫານ ແລະພະເຍຊູເລີ່ມສັ່ງສອນ. ບໍ່ສົງໄສທີ່ພວກປະໂລຫິດໃຫຍ່ແລະຜູ້ເຖົ້າແກ່ຂອງປະຊາຊົນຄົງຄິດເຖິງການທີ່ພະເຍຊູໄດ້ຈັດການກັບຄົນແລກປ່ຽນເງິນໃນວັນກ່ອນນັ້ນ ເຂົາຈຶ່ງທ້າທາຍພະອົງວ່າ “ທ່ານກະທຳການທັງຫຼາຍນີ້ດ້ວຍອຳນາດອັນໃດ. ແລະຜູ້ໃດປະທານອຳນາດນີ້ໃຫ້ທ່ານ”?
ພະເຍຊູຕອບວ່າ “ເຮົາທັງມວນຈະຖາມທ່ານທັງຫຼາຍສັກຂໍ້ໜຶ່ງ ຖ້າທ່ານທັງຫຼາຍຕອບເຮົາໄດ້ ເຮົາທັງມວນຈະບອກທ່ານທັງຫຼາຍໃຫ້ແຈ້ງວ່າ ເຮົາກະທຳການທັງຫຼາຍນີ້ດ້ວຍອຳນາດອັນໃດ. ສິນບັບເຕມາແຫ່ງທ່ານໂຍຮັນມາແຕ່ທີ່ໃດ. ມາແຕ່ສະຫວັນຫຼືມາແຕ່ມະນຸດ”?
ພວກປະໂລຫິດແລະຜູ້ເຖົ້າແກ່ເລີ່ມປຶກສາກັນວ່າຈະຕອບຢ່າງໃດດີ. “ຖ້າຫມູ່ເຮົາກ່າວວ່າ ມາແຕ່ສະຫວັນ. ທ່ານຈະກ່າວແກ່ຫມູ່ເຮົາວ່າ ເຫດສັນໃດທ່ານທັງຫຼາຍບໍ່ໄດ້ເຊື່ອທ່ານໂຍຮັນ. ແລະຖ້າຫມູ່ເຮົາກ່າວວ່າ ມາແຕ່ມະນຸດ. ຫມູ່ເຮົາກໍຢ້ານຝູງຄົນ ເພາະວ່າຄົນທັງປວງຖືທ່ານໂຍຮັນເປັນຜູ້ທຳນວາຍ.”
ພວກຜູ້ນຳບໍ່ຮູ້ວ່າຈະຕອບຢ່າງໃດ. ດັ່ງນັ້ນ ເຂົາຕອບພະເຍຊູວ່າ “ຫມູ່ເຮົາບໍ່ຮູ້ຈັກ.”
ຍ້ອນແນວນັ້ນພະເຍຊູຈຶ່ງຕອບວ່າ “ເຮົາທັງມວນບໍ່ກ່າວແກ່ທ່ານທັງຫຼາຍວ່າ ເຮົາກະທຳການທັງຫຼາຍນີ້ດ້ວຍອຳນາດອັນໃດ.” ມັດທາຽ 21:19-27; ມາລະໂກ 11:19-33; ລຶກາ 20:1-8.
▪ ວັນອັງຄານທີ 11 ເດືອນນີຊານມີຄວາມສຳຄັນຢ່າງໃດ?
▪ ເມື່ອພະເຍຊູບັນດານໃຫ້ຕົ້ນໝາກເດື່ອເທດຫ່ຽວແຫ້ງຕາຍໄປ ພະອົງໃຫ້ບົດຮຽນຫຍັງແດ່?
▪ ເມື່ອມີຄົນຖາມພະອົງວ່າໄດ້ກະທຳສິ່ງຕ່າງໆ ໂດຍອຳນາດຂອງໃຜ ພະເຍຊູຕອບຢ່າງໃດ?