ບົດ 107
ອຸທາຫອນເລື່ອງການກິນລ້ຽງໃນພິທີສົມລົດ
ໂດຍທາງອຸທາຫອນສອງເລື່ອງ ພະເຍຊູໄດ້ເປີດເຜີຍພວກສະໝຽນແລະປະໂລຫິດໃຫຍ່ ແລະເຂົາຈຶ່ງຕ້ອງການຈະສັງຫານພະອົງ. ຢ່າງໃດກໍຕາມ ສິ່ງທີ່ພະເຍຊູກ່າວບໍ່ໄດ້ໝົດເທົ່ານັ້ນ. ພະອົງຍັງເລົ່າອຸທາຫອນອີກເລື່ອງໜຶ່ງໃຫ້ເຂົາຟັງຕໍ່ໄປວ່າ:
“ແຜ່ນດິນສະຫວັນເປັນທີ່ປຽບເໝືອນດັ່ງກະສັດອົງໜຶ່ງ ຜູ້ໄດ້ຈັດແຈ່ງການງານບ່າວສາວສຳລັບລູກຊາຍແຫ່ງຕົນ. ແລະໄດ້ໃຊ້ພວກຂ້າໃຊ້ແຫ່ງຕົນໄປເອີ້ນຄົນທີ່ໄດ້ຮັບຄວາມເຊີນແລ້ວມາໃນການງານບ່າວສາວນັ້ນ ແລະເຂົາບໍ່ຢາກໄປ.”
ພະເຢໂຫວາພະເຈົ້າເປັນກະສັດຜູ້ທີ່ໄດ້ກະກຽມການກິນລ້ຽງໃນພິທີສົມລົດສຳລັບພະເຍຊູຄລິດພະບຸດຂອງພະອົງ. ໃນທີ່ສຸດ ເຈົ້າສາວເຊິ່ງປະກອບດ້ວຍສາວົກຜູ້ຖືກເຈີມ 144,000 ຄົນຈະໄດ້ຮ່ວມສົມທົບກັບພະເຍຊູໃນຟ້າສະຫວັນ. ລາສະດອນຂອງພະມະຫາກະສັດແມ່ນຊົນຊາດຍິດສະລາເອນ ເຊິ່ງໄດ້ໂອກາດເປັນ “ລາຊະອານາຈັກແຫ່ງປະໂລຫິດ” ເມື່ອຖືກນຳເຂົ້າສູ່ສັນຍາໄມຕີກ່ຽວກັບພະບັນຍັດໃນປີ 1513 ກ່ອນສາກົນສັກກະຫຼາດ. ໃນໂອກາດນັ້ນ ເຂົາເຈົ້າຈຶ່ງເປັນຊາດທຳອິດທີ່ໄດ້ຮັບຄຳເຊີນມາການລ້ຽງໃນພິທີສົມລົດ.
ຢ່າງໃດກໍດີ ບໍ່ມີຄຳເຊີນໄປເຖິງຄົນທີ່ຖືກເຊີນກຸ່ມທຳອິດເຫຼົ່ານີ້ ຈົນກະທັ່ງລະດູໃບໄມ້ຫຼົ່ນແຫ່ງປີສາກົນສັກກະຫຼາດ 29. ເມື່ອພະເຍຊູແລະສາວົກຂອງພະອົງ (ຂ້າໃຊ້ຂອງກະສັດ) ເລີ່ມງານປະກາດລາຊະອານາຈັກ. ເຖິງແນວນັ້ນກໍຕາມ ຊົນຊາດຍິດສະລາເອນໂດຍກຳເນີດທີ່ຖືກຮຽກໂດຍຂ້າໃຊ້ຕັ້ງແຕ່ປີສາກົນສັກກະຫຼາດ 29 ຈົນຮອດປີ 33 ນັ້ນກໍບໍ່ເຕັມໃຈມາ. ດັ່ງນັ້ນ ພະເຈົ້າຈຶ່ງໃຫ້ໂອກາດແກ່ຊົນຊາດທີ່ຖືກຮັບເຊີນນີ້ອີກເທື່ອໜຶ່ງ ດັ່ງທີ່ພະເຍຊູກ່າວວ່າ:
“ທ່ານໄດ້ໃຊ້ຂ້າໃຊ້ຫມູ່ອື່ນໄປອີກສັ່ງເຂົາວ່າ ຈົ່ງບອກຜູ້ຮັບເຊີນນັ້ນວ່າ ຈົ່ງເບິ່ງ ເຮົາໄດ້ຈັດແຈ່ງການລ້ຽງໂຕະໄວ້ແລ້ວ ງົວແລະສັດອ່ອນພີຂອງເຮົາຂ້າເສຍແລ້ວ ແລະສິ່ງທັງຫຼາຍກໍພ້ອມຢູ່ແລ້ວໆ ຈົ່ງມາທີ່ການງານບ່າວສາວນີ້ເທີ້ນ.” ການເຊີນຖ້ຽວທີສອງເຊິ່ງເປັນຖ້ຽວສຸດທ້າຍສຳລັບຜູ້ໄດ້ຮັບເຊີນນັ້ນເລີ່ມໃນວັນເພນເຕກອດປີສາກົນສັກກະຫຼາດ 33 ເມື່ອມີການເທພະວິນຍານບໍລິສຸດລົງເທິງພວກສາວົກຂອງພະເຍຊູ. ການເຊີນຖ້ຽວນີ້ດຳເນີນຕໍ່ໄປຈົນເຖິງປີສາກົນສັກກະຫຼາດ 36.
ຢ່າງໃດກໍຕາມ ຊົນຍິດສະລາເອນສ່ວນຫຼາຍບໍ່ສົນໃຈກັບການເຊີນເທື່ອນີ້ຄືເກົ່າ. ພະເຍຊູກ່າວວ່າ “ເຂົາໄດ້ປະໝາດຄວາມເຊີນນັ້ນ ແລະໄດ້ອອກໄປໄຮ່ນາແຫ່ງຕົນຜູ້ໜຶ່ງ ໄປທຳການຄ້າຂາຍຜູ້ໜຶ່ງ. ແລະຄົນພວກອື່ນອີກໄດ້ຈັບຂ້າໃຊ້ແຫ່ງທ່ານ ໄດ້ທຳຮ້າຍຫຼາຍແກ່ເຂົາແລະຂ້າເຂົາເສຍ.” ພະເຍຊູເລົ່າຕໍ່ໄປວ່າ “ເມື່ອໄດ້ຍິນຂ່າວແລ້ວ ກະສັດໄດ້ຮ້າຍແລະໄດ້ໃຊ້ກອງທັບທະຫານແຫ່ງທ່ານໄປຕັດຊີວິດຫມູ່ຄົນຂ້າຄົນນັ້ນ ແລະຈູດບ້ານເມືອງຂອງເຂົາເສຍ.” ເຫດການນີ້ເກີດຂຶ້ນໃນປີສາກົນສັກກະຫຼາດ 70 ເມື່ອເມືອງເຢຣຶຊາເລມຖືກປາບໃຫ້ຮາບພຽງດິນໂດຍກອງທັບໂລມັນ ແລະຄົນຂ້າຄົນເຫຼົ່ານີ້ກໍຖືກສັງຫານ.
ຕໍ່ຈາກນັ້ນພະເຍຊູຊີ້ແຈງສິ່ງທີ່ໄດ້ເກີດຂຶ້ນໃນຕອນນັ້ນວ່າ “ເມື່ອນັ້ນ ທ່ານ [ກະສັດ] ຈຶ່ງບອກສັ່ງພວກຂ້າໃຊ້ແຫ່ງຕົນວ່າ ການງານບ່າວສາວພ້ອມຢູ່ແລ້ວໆ ແຕ່ວ່າຜູ້ຮັບເຊີນນັ້ນບໍ່ສົມຄວນແກ່ການນີ້. ເຫດສັນນີ້ ຫມູ່ເຈົ້າຈົ່ງອອກໄປບ່ອນທີ່ທາງຫຼວງທັງຫຼາຍຄົບກັນ ແລະຄົນຫຼາຍເທົ່າໃດຫມູ່ເຈົ້າຈະພົບ ຈົ່ງເຊີນໃຫ້ເຂົ້າມາທີ່ການງານບ່າວສາວນີ້.” ພວກຂ້າໃຊ້ໄດ້ເຮັດເຊັ່ນນີ້ ແລະ “ຫ້ອງການງານບ່າວສາວນັ້ນຈຶ່ງເຕັມໄປດ້ວຍຄົນທີ່ນັ່ງໂຕະກິນອາຫານຢູ່.”
ງານເຕົ້າໂຮມແຂກຮັບເຊີນຕາມຖະໜົນນອກເມືອງເລີ່ມຕົ້ນໃນປີສາກົນສັກກະຫຼາດ 36. ໂຄເນເລຍນາຍທະຫານຊາວໂລມັນກັບຄອບຄົວຂອງທ່ານເປັນຄົນຕ່າງຊາດເຊິ່ງບໍ່ໄດ້ຮັບສິນຕັດກຸ່ມທຳອິດທີ່ຖືກຮິບໂຮມເຂົ້າມາ. ການຮິບໂຮມກຸ່ມຄົນທີ່ບໍ່ແມ່ນຊາດຢິວເຫຼົ່ານີ້ເຊິ່ງທັງໝົດຈະມາແທນທີ່ຄົນເຫຼົ່ານັ້ນເຊິ່ງປະຕິເສດການເຊີນເທື່ອທຳອິດໄດ້ດຳເນີນການເລື້ອຍມາຈົນຮອດສະຕະວັດທີ 20.
ໃນລະຫວ່າງສະຕະວັດທີ 20 ນີ້ເອງທີ່ຫ້ອງລ້ຽງໃນພິທີສົມລົດເຕັມ. ພະເຍຊູເລົ່າເຖິງສິ່ງທີ່ເກີດຂຶ້ນໃນຕອນນັ້ນວ່າ “ເມື່ອກະສັດອົງນັ້ນໄດ້ເຂົ້າມາເບິ່ງຄົນທັງຫຼາຍທີ່ໂຕະນັ້ນ ທ່ານໄດ້ເຫັນຄົນຜູ້ໜຶ່ງຢູ່ຫັ້ນທີ່ບໍ່ໄດ້ຫົ່ມເສື້ອສຳລັບການງານນັ້ນ. ແລະທ່ານໄດ້ກ່າວແກ່ຄົນນັ້ນວ່າ ສ່ຽວເອີຍ ເຈົ້າໄດ້ກະທຳຢ່າງໃດ ໄດ້ເຂົ້າມາໃນທີ່ນີ້ບໍ່ຖືເສື້ອສຳລັບການງານນີ້. ແລະຜູ້ນັ້ນມິດປາກຢູ່. ເມື່ອນັ້ນກະສັດໄດ້ບອກສັ່ງພວກຂ້າໃຊ້ວ່າ ຈົ່ງມັດຕີນມັດມືຜູ້ນັ້ນ ແລະເອົາເພິ່ນໄປຖິ້ມເສຍໃນທີ່ມືດພາຍນອກ ທີ່ນັ້ນຈະມີຄວາມຮ້ອງໄຫ້ແລະຂົບແຂ້ວຢູ່.”
ຊາຍຜູ້ທີ່ບໍ່ແຕ່ງຕົວຢ່າງເໝາະສົມໄປງານລ້ຽງສົມລົດນັ້ນເປັນພາບເລັງເຖິງຄລິດສະຕຽນປອມແຫ່ງຄລິດສາສະໜາຈັກ. ພະເຈົ້າບໍ່ເຄີຍຍອມຮັບວ່າຄົນເຫຼົ່ານີ້ມີຫຼັກຖານທີ່ພິສູດວ່າຕົນເປັນຍິດສະລາເອນຝ່າຍວິນຍານຢ່າງຖືກຕ້ອງ. ພະເຈົ້າບໍ່ເຄີຍເຈີມເຂົາດ້ວຍພະວິນຍານບໍລິສຸດເພື່ອໃຫ້ເປັນລັດຊະທາຍາດແຫ່ງລາຊະອານາຈັກເລີຍ. ດັ່ງນັ້ນ ພວກເຂົາຈຶ່ງຖືກຖິ້ມໃນທີ່ມືດພາຍນອກ ບ່ອນເຊິ່ງເຂົາຈະໄດ້ຮັບຄວາມພິນາດ.
ພະເຍຊູສະຫລຸບອຸທາຫອນຂອງພະອົງໂດຍກ່າວວ່າ “ດ້ວຍວ່າ ຜູ້ຮັບຄວາມເຊີນກໍມີຫຼາຍຄົນ ແຕ່ວ່າຜູ້ເປັນທີ່ເລືອກໄວ້ກໍມີຄົນບໍ່ຫຼາຍ.” ຖືກແລ້ວ ມີຫຼາຍຄົນຈາກຊາດຍິດສະລາເອນໄດ້ຮັບເຊີນໃຫ້ເຂົ້າເປັນສະມາຊິກແຫ່ງເຈົ້າສາວຂອງພະຄລິດ ແຕ່ຊາດຍິດສະລາເອນໂດຍກຳເນີດພຽງໜ້ອຍດຽວທໍ່ນັ້ນທີ່ຖືກເລືອກ. ສ່ວນຫຼາຍໃນແຂກຈຳນວນ 144,000 ຄົນເຊິ່ງໄດ້ບຳເໜັດທາງພາກສະຫວັນນັ້ນປາກົດວ່າບໍ່ແມ່ນຊາດຍິດສະລາເອນ. ມັດທາຽ 22:1-14; ອຸປະຍົກໜີ 19:1-6; ຄຳປາກົດ 14:1-3.
▪ ພວກໃດເປັນຄົນເຫຼົ່ານັ້ນທີ່ໄດ້ຮັບເຊີນມາໃນການລ້ຽງສົມລົດໃນຕອນຕົ້ນ ແລະມີການສະເໜີຄຳເຊີນເຖິງເຂົາເມື່ອໃດ?
▪ ການເຊີນເທື່ອທຳອິດໄປເຖິງຄົນເຫຼົ່ານັ້ນທີ່ໄດ້ຮັບເຊີນເມື່ອໃດ ແລະຂ້າໃຊ້ທີ່ຖືກໃຊ້ໃຫ້ໄປເຊີນນັ້ນແມ່ນໃຜ?
▪ ມີການເຊີນຖ້ຽວທີສອງເມື່ອໃດ ແລະຫຼັງຈາກນັ້ນໃຜໄດ້ຮັບຄຳເຊີນ?
▪ ຊາຍທີ່ບໍ່ໄດ້ແຕ່ງຕົວສຳລັບງານສົມລົດແມ່ນໃຜ?
▪ ຫຼາຍຄົນທີ່ຖືກເຊີນແລະໜ້ອຍຄົນທີ່ຖືກເລືອກມີໃຜແດ່?