ບົດ 83
ຊາວຟາລິຊຽນໃຫ້ການຕ້ອນຮັບ
ພະເຍຊູຍັງຢູ່ໃນບ້ານຂອງຊາວຟາລິຊຽນຜູ້ມີຊື່ສຽງຄົນໜຶ່ງ ພະອົງຫາກໍ່ປົວຊາຍທີ່ເຈັບປ່ວຍຍ້ອນພະຍາດຟົກບວມ. ຂະນະທີ່ພະເຍຊູສັງເກດເຫັນແຂກທີ່ໄດ້ຮັບເຊີນມາຮ່ວມຮັບປະທານອາຫານເລືອກບ່ອນນັ່ງທີ່ດີໆ ເມື່ອຕອນຮັບປະທານອາຫານ ພະອົງຈຶ່ງສອນເລື່ອງຄວາມຖ່ອມໃຈ.
ພະເຍຊູອະທິບາຍວ່າ “ເມື່ອມີບາງຄົນເຊີນທ່ານໄປງານກິນລ້ຽງໃນພິທີແຕ່ງງານ ຢ່າສູ່ນັ່ງບ່ອນທີ່ມີກຽດ ເພາະຄົນທີ່ມີກຽດຫຼາຍກວ່າທ່ານອາດຈະໄດ້ຖືກເຊີນມາ. ຖ້າເປັນດັ່ງນັ້ນ ເຈົ້າພາບຜູ້ທີ່ເຊີນທ່ານທັງສອງກໍຈະມາເວົ້າກັບທ່ານວ່າ ‘ຈົ່ງໃຫ້ບ່ອນທີ່ທ່ານນັ່ງຢູ່ແກ່ຜູ້ນີ້.’ ແລ້ວທ່ານກໍຕ້ອງຍ້າຍໄປນັ່ງບ່ອນຕ່ຳທີ່ສຸດດ້ວຍຄວາມອັບອາຍ.” (ທ.ປ.)
ແລ້ວພະເຍຊູແນະນຳວ່າ “ເວລາທ່ານຈະຮັບຄຳເຊີນແລ້ວ ທ່ານຈົ່ງໄປນັ່ງທີ່ຕ່ຳສຸດ ເພື່ອເວລາຜູ້ທີ່ໄດ້ເຊີນທ່ານຈະມາແລ້ວ ເພິ່ນຈະກ່າວແກ່ທ່ານວ່າ ສ່ຽວເອີຍເຊີນຂຶ້ນມານັ່ງສູງກວ່າເທີ້ນ ເມື່ອນັ້ນທ່ານຈະມີໜ້າມີຕາຕໍ່ໜ້າຄົນທັງປວງທີ່ຈະນັ່ງໂຕະກັບທ່ານ.” ພະເຍຊູສະຫລຸບວ່າ “ເຫດວ່າຄົນທຸກຄົນທີ່ຍົກຍໍຕົວຂຶ້ນຈະເປັນທີ່ຖ່ອມລົງ ແລະຜູ້ທີ່ຖ່ອມຕົວລົງຈະເປັນທີ່ຍົກຍໍຂຶ້ນ.”
ຕໍ່ຈາກນັ້ນ ພະເຍຊູກ່າວນຳຟາລິຊຽນເຈົ້າພາບ ແລະຊີ້ແຈງເລື່ອງການຈັດງານລ້ຽງແບບໃດຈຶ່ງຈະເຮັດໃຫ້ພະເຈົ້າພໍພະໄທຢ່າງແທ້ຈິງ. “ເມື່ອທ່ານຈັດແຈ່ງການລ້ຽງກັນກິນງາຍກໍດີກິນແລງກໍດີ ຢ່າຊູເຊີນພວກສ່ຽວຫຼືຍາດຂອງທ່ານຫຼືພວກເພື່ອນບ້ານທີ່ມັ່ງມີ ຢ້ານວ່າເຂົາຈະເຊີນທ່ານອີກເປັນການຕອບແທນກັນແລະກັນ. ແຕ່ວ່າເວລາທ່ານຈັດແຈ່ງການລ້ຽງກັນ ຈົ່ງເຊີນຫມູ່ຄົນທຸກຍາກກໍດີ ຄົນໂຊກໍດີຄົນຂາເຢກຂາຫ້ານກໍດີ ຄົນຕາບອດກໍດີ. ແລະທ່ານຈະເປັນສຸກຫຼາຍ ເຫດວ່າເຂົາຕອບແທນບໍ່ໄດ້.”
ການຈັດຕຽມອາຫານລ້ຽງຄົນຍາກຈົນຫຼືຜູ້ໄຮ້ໂອກາດເຊັ່ນນັ້ນ ຍ່ອມຈະເຮັດໃຫ້ຜູ້ຈັດລ້ຽງເກີດຄວາມເບີກບານຍິນດີ ເພາະດັ່ງທີ່ພະເຍຊູໄດ້ອະທິບາຍແກ່ເຈົ້າພາບວ່າ “ການຕອບແທນຈະເປັນທີ່ແທນໃຫ້ແກ່ທ່ານ ເມື່ອຄົນຊອບທຳທັງຫຼາຍຈະເປັນຄືນມາຈາກຕາຍ.” ການອະທິບາຍເລື່ອງການລ້ຽງອາຫານທີ່ສົມຄວນໄດ້ການຊົມເຊີຍຂອງພະເຍຊູເຊັ່ນນີ້ ໄດ້ກະຕຸ້ນໃຈແຂກຄົນໜຶ່ງໃຫ້ນຶກເຖິງການລ້ຽງອີກຢ່າງໜຶ່ງ. ແຂກຄົນນັ້ນກ່າວວ່າ “ຄົນທີ່ຈະກິນເຂົ້າຈີ່ໃນແຜ່ນດິນຂອງພະເຈົ້າກໍເປັນສຸກຫຼາຍ.” ເຖິງແນວນັ້ນບໍ່ແມ່ນໝົດທຸກຄົນຕີລາຄາໂອກາດອັນໜ້າຍິນດີນັ້ນໄດ້ຢ່າງຖືກຕ້ອງ ດັ່ງທີ່ພະເຍຊູໄດ້ສະແດງໃຫ້ເຫັນໂດຍກ່າວອຸປະມາເລື່ອງໜຶ່ງ.
“ທ່ານຜູ້ໜຶ່ງໄດ້ຈັດແຈ່ງການລ້ຽງກັນອັນໃຫຍ່ແລະໄດ້ເຊີນຄົນຫຼາຍຄົນມາ. ແລະເມື່ອໂມງລ້ຽງເຖິງແລ້ວ ທ່ານໄດ້ໃຊ້ຂ້າໃຊ້ແຫ່ງຕົນໄປບອກຄົນທັງຫຼາຍທີ່ໄດ້ຮັບຄຳເຊີນນັ້ນວ່າ ທ່ານທັງຫຼາຍຈົ່ງມາເທີ້ນ ເຫດວ່າສັບພະທຸກສິ່ງແລ້ວແລ້ວ. ແລະເຂົາທັງປວງໄດ້ຕັ້ງຕົ້ນພ້ອມໃຈກັນແກ້ຕົວ ຜູ້ຕົ້ນໄດ້ກ່າວແກ່ເພິ່ນວ່າ ເຮົາໄດ້ຊື້ເອົານາທົ່ງໜຶ່ງແລະເຮົາຕ້ອງໄປເບິ່ງມັນ ຂໍອະນຸຍາດກ່ອນເທີ້ນ. ແລະຜູ້ອື່ນໄດ້ກ່າວວ່າ ເຮົາໄດ້ຊື້ເອົາງົວຫ້າຄູ່ແລະເຮົາໄປລອງເບິ່ງເຂົາ ຂໍອະນຸຍາດກ່ອນເທີ້ນ. ແລະຜູ້ອື່ນໄດ້ກ່າວວ່າ ເຮົາໄດ້ເອົາເມຍແລະເພາະເຫດນັ້ນເຮົາໄປບໍ່ໄດ້.”
ນັ້ນເປັນການແກ້ຕົວທີ່ຟັງບໍ່ຂຶ້ນອີ່ຫຼີ! ຕາມທຳມະດາແລ້ວ ກ່ອນຈະຊື້ໄຮ່ນາ ຫຼືງົວຄວາຍເຂົາເຈົ້າຄວນຈະພິຈາລະນາເບິ່ງໃຫ້ຖີ່ຖ້ວນແລ້ວຈຶ່ງຄ່ອຍຊື້ ດັ່ງນັ້ນຈຶ່ງບໍ່ຕ້ອງຮີບຟ້າວໄປເບິ່ງນາ ຫຼືສັດລ້ຽງຫຼັງຈາກຊື້ແລ້ວ. ໃນທຳນອງດຽວກັນ ການແຕ່ງດອງຂອງຄົນເຮົາກໍບໍ່ໜ້າຈະຂັດຂວາງເຂົາຈາກການຮັບເອົາຄຳເຊີນອັນສຳຄັນເຊັ່ນນີ້. ດັ່ງນັ້ນ ເມື່ອໄດ້ຍິນຄຳແກ້ຕົວເຫຼົ່ານີ້ ນາຍກໍຮ້າຍແລະສັ່ງຂ້າໃຊ້ຂອງທ່ານວ່າ:
“ເຈົ້າຈົ່ງຮີບໄປໃນທາງຖະໜົນນ້ອຍໃຫຍ່ທັງຫຼາຍໃນເມືອງ ແລະພາເອົາຄົນທຸກຍາກກໍດີ ຄົນໂຊກໍດີ ຄົນຕາບອດກໍດີ ຄົນຂາເຢກຂາຫ້ານທັງຫຼາຍກໍດີ ໃຫ້ເຂົາມາທີ່ນີ້ເທີ້ນ. ແລະຂ້າໃຊ້ກ່າວວ່າ ນາຍເຈົ້າຂ້າໄດ້ກະທຳແລ້ວຕາມທ່ານໄດ້ສັ່ງ ແລະຍັງມີບ່ອນເປົ່າຢູ່. ແລະເຈົ້ານາຍໄດ້ກ່າວແກ່ຂ້າໃຊ້ວ່າ ເຈົ້າຈົ່ງໄປຕາມຫົນທາງລຽບຮົ້ວຄາຍ ແລະຂືນໃຈໃຫ້ເຂົາເຂົ້າມາ ເພື່ອເຮືອນຂອງເຮົາຈະໄດ້ເຕັມ. ເຫດວ່າເຮົາກ່າວແກ່ຫມູ່ເຈົ້າວ່າໃນພວກຄົນທີ່ໄດ້ຮັບຄຳເຊີນນັ້ນ ບໍ່ມີຜູ້ໃດຈະຊີມຂອງລ້ຽງກັນຂອງເຮົາສັກຄົນດຽວ.”
ອຸປະມາເລື່ອງນັ້ນພັນລະນາເຖິງສະພາບການແນວໃດ? “ເຈົ້ານາຍ” ຜູ້ຈັດຕຽມອາຫານນັ້ນໝາຍເຖິງພະເຢໂຫວາພະເຈົ້າ “ຂ້າໃຊ້” ທີ່ອອກໄປເຊີນຄົນນັ້ນແມ່ນພະເຍຊູຄລິດ ແລະ ‘ການລ້ຽງອັນໃຫຍ່’ ໝາຍເຖິງໂອກາດທີ່ຈະເຂົ້າມາມີສ່ວນໃນລາຊະອານາຈັກຝ່າຍສະຫວັນ.
ກຸ່ມທີ່ໄດ້ຮັບເຊີນໃຫ້ເຂົ້າມາມີສ່ວນໃນລາຊະອານາຈັກກ່ອນຫມູ່ແມ່ນຫົວໜ້າສາສະໜາຊາວຢິວໃນສະໄໝຂອງພະເຍຊູ ແຕ່ພວກເຂົາປະຕິເສດຄຳເຊີນ. ດ້ວຍເຫດນີ້ ໂດຍສະເພາະເລີ່ມຕັ້ງແຕ່ເທສະການເພນເຕກອດປີສາກົນສັກກະຫຼາດ 33 ຄຳເຊີນຮອບທີສອງຖືກສະເໜີໃຫ້ກັບຄົນຢິວຜູ້ເຊິ່ງຖືກຢຽດຫຍາມ ແລະຈຳພວກຄົນຕ່ຳຕ້ອຍ. ເຖິງແນວນັ້ນກໍຕາມ ຜູ້ຮັບເອົາກໍບໍ່ຄົບຈຳນວນ 144,000 ຕຳແໜ່ງເຊິ່ງຈະຄອບຄອງລາຊະອານາຈັກຝ່າຍສະຫວັນຂອງພະເຈົ້າ. ດັ່ງນັ້ນ ໃນເວລາສາມປີເຄິ່ງຕໍ່ມາ ກໍຄືປີສາກົນສັກກະຫຼາດ 36 ມີການເຊື້ອເຊີນຮອບທີສາມ ເປັນການເຊີນຄັ້ງສຸດທ້າຍໄປເຖິງຄົນຕ່າງຊາດທີ່ບໍ່ແມ່ນຢິວ ແລະການໂຮມເອົາຄົນເຫຼົ່ານີ້ໄດ້ດຳເນີນເລື້ອຍມາຈົນເຖິງສະໄໝຂອງເຮົາ. ລຶກາ 14:1-24.
▪ ພະເຍຊູສອນບົດຮຽນຫຍັງເລື່ອງຄວາມຖ່ອມໃຈ?
▪ ເຈົ້າພາບອາດຈະເຮັດຢ່າງໃດເພື່ອງານລ້ຽງທີ່ຕົນຈັດຈະໄດ້ຮັບຄວາມພໍພະໄທຈາກພະເຈົ້າ ແລະຍ້ອນຫຍັງການເຮັດຢ່າງນັ້ນຈຶ່ງນຳຄວາມເບີກບານຍິນດີມາໃຫ້ເຂົາ?
▪ ເປັນຫຍັງການແກ້ຕົວຂອງແຂກທີ່ໄດ້ຮັບເຊີນນັ້ນຈຶ່ງຟັງບໍ່ຂຶ້ນ?
▪ ອຸປະມາຂອງພະເຍຊູເລື່ອງ ‘ການລ້ຽງອັນໃຫຍ່’ ໝາຍເຖິງສິ່ງໃດ?