ບົດ 113
ການສະແດງຄວາມຖ່ອມໃຈໃນຕອນປັດສະຄາເທື່ອສຸດທ້າຍ
ເປໂຕແລະໂຍຮັນໄດ້ມາເຖິງເມືອງເຢຣຶຊາເລມແລ້ວເພື່ອຕຽມການສຳລັບປັດສະຄາຕາມຄຳສັ່ງຂອງພະເຍຊູ. ພະອົງພ້ອມກັບອັກຄະສາວົກອີກສິບຄົນຄືຊິມາຮອດຕອນແລງໆ. ດວງຕາເວັນກຳລັງລັບຂອບຟ້າເມື່ອພະເຍຊູແລະຫມູ່ຄະນະຂອງພະອົງລົງມາຈາກພູເຂົາກົກໝາກກອກ. ນີ້ເປັນເທື່ອສຸດທ້າຍທີ່ພະເຍຊູແນມເບິ່ງເມືອງເຢຣຶຊາເລມຈາກພູເຂົານີ້ໃນຕອນກາງເວັນຈົນກະທັ່ງພາຍຫຼັງການຄືນພະຊົນຂອງພະອົງ.
ບໍ່ດົນພະເຍຊູແລະອັກຄະສາວົກຂອງພະອົງກໍມາຮອດຕົວເມືອງ ແລ້ວເຂົາຈຶ່ງເດີນທາງໄປຫາເຮືອນທີ່ເຂົາຈະສະຫຼອງປັດສະຄາກັນ. ເຂົາເຈົ້າຂຶ້ນຂັ້ນໄດແລະເຂົ້າຫ້ອງໃຫຍ່ຊັ້ນເທິງ ແລະເຂົາພົບວ່າທຸກຢ່າງໄດ້ຕຽມໄວ້ແລ້ວສຳລັບການສະຫຼອງປັດສະຄາສະເພາະເຂົາເຈົ້າ. ພະເຍຊູໄດ້ຄອຍຖ້າວາລະອັນນີ້ ດັ່ງທີ່ພະອົງກ່າວວ່າ “ເຮົາມີຄວາມຢາກດ້ວຍເຕັມໃຈຈະກິນປັດສະຄານີ້ກັບທ່ານທັງຫຼາຍ ກ່ອນເຮົາຈະທົນຄວາມທຸກລຳບາກ.”
ຕາມທຳນຽມ ຜູ້ເຂົ້າຮ່ວມປັດສະຄາຈະດື່ມເຫຼົ້າອະງຸ່ນສີ່ຈອກ. ຫຼັງຈາກຮັບຈອກເຊິ່ງເບິ່ງຄືວ່າຈະເປັນຈອກທີສາມ ພະເຍຊູໂມທະນາພະຄຸນແລ້ວກ່າວວ່າ “ທ່ານທັງຫຼາຍຈົ່ງເອົາຈອກນີ້ປັນໃຫ້ກັນແລະກັນ. ເຫດວ່າເຮົາກ່າວແກ່ທ່ານທັງຫຼາຍວ່າ ເຮົາຈະບໍ່ດື່ມແຕ່ໝາກແຫ່ງກົກອະງຸ່ນຈົນເຖິງແຜ່ນດິນຂອງພະເຈົ້າໄດ້ມາແລ້ວ.”
ໃນລະຫວ່າງການຮັບປະທານອາຫານຢູ່ນັ້ນ ພະເຍຊູລຸກຂຶ້ນ ຖອດເສື້ອຜືນນອກອອກວາງໄວ້ ຈັບເອົາຜ້າເຊັດໂຕ ແລະເອົານ້ຳໃສ່ຊາມໃຫ້ເຕັມ. ຕາມປົກກະຕິເຈົ້າຂອງເຮືອນຈະເບິ່ງແຍງໃຫ້ມີການລ້າງຕີນຂອງແຂກ ແຕ່ເນື່ອງຈາກວ່າໃນໂອກາດນີ້ເຈົ້າຂອງເຮືອນບໍ່ຢູ່ ພະເຍຊູຈຶ່ງເອົາໃຈໃສ່ການບົວລະບັດສ່ວນຕົວເຊັ່ນນີ້. ຜູ້ໃດຜູ້ໜຶ່ງໃນພວກອັກຄະສາວົກຈະສວຍໂອກາດເຮັດວຽກນັ້ນກໍໄດ້ ແຕ່ເນື່ອງຈາກນ້ຳໃຈຊີງດີຊີງເດັ່ນກັນຍັງຄົງມີຢູ່ໃນຫມູ່ເຂົາເຈົ້າ ຈຶ່ງບໍ່ມີໃຜເຮັດ. ໃນຕອນນີ້ເຂົາຕ້ອງຮູ້ສຶກອຶດອັດໃຈເມື່ອພະເຍຊູເລີ່ມລ້າງຕີນຂອງເຂົາເຈົ້າ.
ເມື່ອພະເຍຊູມາຫາເປໂຕ ລາວເວົ້າຄັດຄ້ານວ່າ “ພະອົງຈະບໍ່ລ້າງຕີນຂອງຂ້າພະເຈົ້າສັກເທື່ອ.”
ພະເຍຊູກ່າວວ່າ “ຖ້າເຮົາບໍ່ລ້າງທ່ານໆ ຈະບໍ່ເຂົ້າສ່ວນກັບເຮົາສັກດີ້.”
ເປໂຕຕອບວ່າ “ພະອົງເຈົ້າຂ້າ ບໍ່ໃຊ່ແຕ່ຕີນຂອງຂ້າພະເຈົ້າເທົ່ານັ້ນ ແຕ່ວ່າມືແລະຫົວຂອງຂ້າພະເຈົ້າດ້ວຍ.”
ພະເຍຊູຕອບເຂົາວ່າ “ຜູ້ທີ່ໄດ້ອາບນ້ຳແລ້ວ ກໍຕ້ອງການແຕ່ລ້າງຕີນເທົ່ານັ້ນ ແຕ່ວ່າເພິ່ນເສາະໃສໝົດສິ້ນ ແລະທ່ານທັງຫຼາຍກໍເສາະໃສ ແຕ່ວ່າບໍ່ແມ່ນທຸກຄົນ.” ພະອົງກ່າວເຊັ່ນນັ້ນເພາະຮູ້ວ່າ ຢູດາອີດສະກາລີໂອດກຳລັງວາງແຜນຈະທໍລະຍົດຕໍ່ພະອົງ.
ເມື່ອພະເຍຊູໄດ້ລ້າງຕີນຂອງອັກຄະສາວົກທັງ 12 ຄົນ ລວມທັງຕີນຂອງຢູດາຜູ້ທີ່ທໍລະຍົດແລ້ວ ພະອົງກໍເອົາເສື້ອນອກມາສວມໃສ່ ເອນຕົວລົງທີ່ໂຕະອີກ. ຈາກນັ້ນພະອົງຈຶ່ງຖາມວ່າ “ການນີ້ທີ່ເຮົາໄດ້ກະທຳແກ່ທ່ານທັງຫຼາຍໆ ເຂົ້າໃຈຫຼື. ທ່ານທັງຫຼາຍເອີ້ນເຮົາວ່າ ພະອາຈານແລະພະອົງເຈົ້າ ແລະທ່ານທັງຫຼາຍເວົ້າຈິງເພາະເຮົາເປັນສັນນັ້ນ. ເຫດສັນນີ້ ຖ້າເຮົາຜູ້ເປັນພະອົງເຈົ້າແລະພະອາຈານໄດ້ລ້າງຕີນຂອງທ່ານທັງຫຼາຍໆ ຕ້ອງລ້າງຕີນກັນແລະກັນທັງມວນ. ເຫດວ່າເຮົາໄດ້ປະທານແບບຢ່າງໃຫ້ແກ່ທ່ານທັງຫຼາຍ ເພື່ອທ່ານຈະກະທຳເໝືອນດັ່ງເຮົາໄດ້ກະທຳແກ່ທ່ານ. ຈິງແທ້ໆ ເຮົາກ່າວແກ່ທ່ານທັງຫຼາຍວ່າ ຂ້າໃຊ້ບໍ່ໃຫຍ່ກວ່າເຈົ້ານາຍແຫ່ງຕົນ ແລະຜູ້ຮັບໃຊ້ບໍ່ໃຫຍ່ກວ່າຜູ້ທີ່ໄດ້ໃຊ້ເພິ່ນໄປ. ຖ້າທ່ານທັງຫຼາຍຮູ້ຈັກສິ່ງທັງຫຼາຍນີ້ ທ່ານກໍເປັນສຸກ ຖ້າທ່ານທັງຫຼາຍຂັບຕາມເຂົາ.”
ນັ້ນເປັນບົດຮຽນອັນງົດງາມອີ່ຫຼີໃນເລື່ອງການຮັບໃຊ້ດ້ວຍຄວາມຖ່ອມໃຈ! ບັນດາອັກຄະສາວົກບໍ່ຄວນຈະສະແຫວງຫາເພື່ອໃຫ້ໄດ້ຕຳແໜ່ງທີ່ສຳຄັນທີ່ສຸດໂດຍຄິດວ່າ ຕົນເອງເປັນຄົນສຳຄັນຫຼາຍຈົນຄົນອື່ນຄວນຈະຮັບໃຊ້ຕົນສະເໝີ. ເຂົາຕ້ອງປະຕິບັດຕາມແບບຢ່າງທີ່ພະເຍຊູໄດ້ວາງໄວ້. ນີ້ຈຶ່ງບໍ່ແມ່ນພິທີກຳລ້າງຕີນ ແຕ່ເປັນເລື່ອງຄວາມສະໝັກໃຈທີ່ຈະຮັບໃຊ້ໂດຍບໍ່ເລືອກທີ່ຮັກມັກທີ່ຊັງ ບໍ່ວ່າວຽກນັ້ນຈະຕ່ຳຕ້ອຍຫຼືບໍ່ເປັນຕາໜ້າຍິນດີປານໃດກໍຕາມ. ມັດທາຽ 26:20, 21; ມາລະໂກ 14:17, 18; ລຶກາ 22:14-18; 7:44; ໂຍຮັນ 13:1-17.
▪ ມີຫຍັງພິເສດກ່ຽວກັບການທີ່ພະເຍຊູແນມເບິ່ງເມືອງເຢຣຶຊາເລມເມື່ອພະອົງເຂົ້າໄປສະຫຼອງປັດສະຄາໃນຕົວເມືອງ?
▪ ໃນຂະນະທີ່ສະຫຼອງປັດສະຄາຢູ່ ພະເຍຊູໄດ້ຂໍພອນແລ້ວສົ່ງຈອກທີທໍ່ໃດໃຫ້ອັກຄະສາວົກ 12 ຄົນ?
▪ ຄາວເມື່ອພະເຍຊູຢູ່ເທິງແຜ່ນດິນໂລກ ຕາມທຳນຽມມີການປະຕິບັດຕໍ່ແຂກເປັນສ່ວນຕົວເຊັ່ນໃດ ແລະເປັນຫຍັງບໍ່ມີການຈັດຕຽມເຊັ່ນນັ້ນຕອນທີ່ພະເຍຊູແລະອັກຄະສາວົກສະຫຼອງປັດສະຄາ?
▪ ພະເຍຊູມີຈຸດມຸ່ງໝາຍຢ່າງໃດໃນການປະຕິບັດຮັບໃຊ້ແບບຕ່ຳຕ້ອຍດ້ວຍການລ້າງຕີນຂອງອັກຄະສາວົກ?