ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຍ ໜ້າ 11-12
  • ພວກ​ຜີ​ປີສາດ​ເປັນ​ນັກ​ຂ້າ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພວກ​ຜີ​ປີສາດ​ເປັນ​ນັກ​ຂ້າ!
  • ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
  • ເລື່ອງທີ່ຄ້າຍກັນ
  • ພະ​ເຍຊູ​ມີ​ລິດເດດ​ເໜືອ​ຜີ​ປີ​ສາດ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຄວາມ​ຈິງ​ກ່ຽວ​ກັບ​ທູດ​ສະຫວັນ​ແລະ​ປີສາດ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ໃຜ​ແມ່ນ​ສັດຕູ​ຂອງ​ພະເຈົ້າ?
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ອະນາຄົດ​ທີ່​ເປັນ​ຕາ​ງຶດງໍ້
    ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
ເບິ່ງຕື່ມ
ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
ວຍ ໜ້າ 11-12

ພວກ​ຜີ​ປີສາດ​ເປັນ​ນັກ​ຂ້າ!

ຊາຕານ​ແລະ​ພວກ​ຜີ​ປີສາດ​ເປັນ​ພວກ​ທີ່​ໂຫດ​ຮ້າຍ​ແລະ​ອັນຕະລາຍ​ມາ​ຕະຫລອດ. ໃນ​ສະໄຫມ​ຕົ້ນໆຊາຕານ​ຂ້າ​ຝູງ​ສັດ​ລ້ຽງ​ແລະ​ຄົນ​ໃຊ້​ຂອງ​ໂຢບ​ຜູ້​ສັດ​ຊື່. ຈາກ​ນັ້ນ​ຊາຕານ​ໄດ້​ຂ້າ​ລູກ​ທັງ​ສິບ​ຄົນ​ຂອງ​ໂຢບ​ໂດຍ​ເຮັດ​ໃຫ້​ມີ “ລົມ​ແດງ” ມາ ພັດ​ເຮືອນ​ໃຫ້​ຖະຫລົ່ມ​ລົງ​ທັບ​ລູກ​ທຸກ​ຄົນ​ທີ່​ຢູ່​ທາງ​ໃນ. ຕໍ່​ມາ​ຊາຕານ​ໂຈມຕີ​ໂຢບ​ດ້ວຍ​ການ​ເຮັດ​ໃຫ້​ໂຢບ “ເປັນ​ບາດ​ຮ້າຍ​ເຕັມ​ຕົວ​ຕັ້ງ​ແຕ່​ຝ່າ​ຕີນ​ຈົນ​ເຖິງ​ຍອດ​ຫົວ.”—ໂຢບ 1:7-19; 2:7.

ໃນ​ສະໄຫມ​ພະ​ເຍຊູ​ພວກ​ຜີ​ປີສາດ​ເຮັດ​ໃຫ້​ລາງ​ຄົນ​ປາກ​ກືກ​ແລະ​ຕາ​ບອດ. (ມັດທາຍ 9:32, 33; 12:22) ພວກ​ມັນ​ທໍລະມານ​ຊາຍ​ຜູ້​ຫນຶ່ງ​ແລະ​ໃຫ້​ລາວ​ເອົາ​ກ້ອນ​ຫີນ​ປາດ​ຕົວ​ເອງ. (ມາລະໂກ 5:5) ທັງ​ຍັງ​ເຮັດ​ໃຫ້​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ຫນຶ່ງ​ຮ້ອງໄຫ້ ແລ້ວ​ລົ້ມ​ຟາດ​ກັບ​ພື້ນ​ແລະ “ຊັກ​ດີ້ນ​ໄປ​ມາ.”—ລືກາ 9:42, ທ.ປ.

ຊາຕານ​ແລະ​ຜີ​ປີສາດ​ເຮັດ​ໃຫ້​ໂຢບ​ເຈັບ​ປ່ວຍ​ເປັນ​ຝີ​ຮ້າຍ​ແລະ​ເຮັດ​ໃຫ້​ຄົນ​ຊັກ

ໃນ​ອະດີດ ພວກ​ຜີ​ປີສາດ​ເຮັດ​ໃຫ້​ລາງ​ຄົນ​ເຈັບ​ປ່ວຍ​ແລະເຮັດ​ໃຫ້​ຄົນ​ອື່ນ​ຊັກ​ດີ້ນ

ທຸກ​ມື້​ນີ້ ຊາຕານ​ແລະ​ພວກ​ຜີ​ປີສາດ​ກໍ​ຍັງ​ເປັນ​ນັກ​ຂ້າ​ທີ່​ໂຫດ​ຮ້າຍ​ຄື​ເກົ່າ. ທີ່​ຈິງ ຄວາມ​ຊົ່ວ​ຂອງ​ພວກ​ມັນ​ເພີ່ມ​ຫລາຍ​ຂຶ້ນ​ຕັ້ງ​ແຕ່​ຖືກ​ໄລ່​ອອກ​ຈາກ​ສະຫວັນ. ລາຍງານ​ຈາກ​ທົ່ວ​ໂລກ​ຢັ້ງຢືນ​ຄວາມ​ໂຫດ​ຮ້າຍ​ທາລຸນ​ຂອງ​ພວກ​ຜີ​ປີສາດ. ມັນ​ທໍລະມານ​ບາງ​ຄົນ​ດ້ວຍ​ຄວາມ​ເຈັບ​ປ່ວຍ. ກໍ່​ກວນ​ບາງ​ຄົນ​ໃນ​ຕອນ​ກາງຄືນ​ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ນອນ​ບໍ່​ຫລັບ​ຫລື​ຝັນ​ຮ້າຍ. ບາງ​ຄົນ​ຖືກ​ທາລຸນ​ທາງ​ເພດ. ມັນ​ຍັງ​ບີບ​ບັງຄັບ​ບາງ​ຄົນ​ຈົນ​ເປັນ​ບ້າ ເປັນ​ຄາຕະກອນ ຫລື​ບໍ່​ກໍ​ຂ້າ​ຕົວ​ຕາຍ.

ຜີ​ປີສາດ​ເຮັດ​ໃຫ້​ບາງ​ຄົນ​ໂຫດ​ຮ້າຍ ແລະ​ກໍ່​ກວນ​ເຂົາ​ເຈົ້າ​ໃນ​ຕອນ​ກາງຄືນ​ເຮັດ​ໃຫ້​ຝັນ​ຮ້າຍ

ໃນ​ທຸກ​ມື້​ນີ້ ພວກ​ຜີ​ປີສາດ​ເຮັດ​ໃຫ້​ບາງ​ຄົນ​ເປັນ​ຄົນ​ໂຫດ​ຮ້າຍ ກໍ່​ກວນ​ເຂົາ​ເຈົ້າ​ໃນ​ຕອນ​ກາງຄືນ ເຮັດ​ໃຫ້​ຝັນ​ຮ້າຍ

ນາງ​ລິນທິນາ ທີ່​ຢູ່​ໃນ​ປະເທດ​ຊູຣີນາເມ​ເລົ່າ​ວ່າ ຜີ​ໂຕ​ຫນຶ່ງ​ຫລື​ວ່າ​ວິນຍານ​ຊົ່ວ ໄດ້​ຂ້າ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ເຖິງ 16 ຄົນ​ແລະ​ທໍລະມານ​ລາວ​ທັງ​ທາງ​ກາຍ​ແລະ​ຈິດ​ໃຈ​ເປັນ​ເວລາ 18 ປີ. ຈາກ​ປະສົບການ​ຂອງ​ຕົນ ລາວ​ໄດ້​ເລົ່າ​ວ່າ​ຜີ​ປີສາດ “ມັກ​ຈະ​ທໍລະມານ​ຜູ້​ທີ່​ບໍ່​ຍອມ​ເຮັດ​ຕາມ​ມັນ​ຈົນ​ຕາຍ.”

ແຕ່​ວ່າ​ພະ​ເຢໂຫວາ​ສາມາດ​ຄຸ້ມຄອງ​ຜູ້​ຮັບໃຊ້​ຂອງ​ພະອົງ​ຈາກ​ການ​ໂຈມຕີ​ຂອງ​ຊາຕານ​ໄດ້.—ສຸພາສິດ 18:10.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌