ພາກ 8
ຊີວິດຕະຫຼອດໄປເທິງແຜ່ນດິນໂລກທີ່ເປັນອຸດທະຍານ
1, 2. ຊີວິດຈະເປັນຢ່າງໃດພາຍໃຕ້ການປົກຄອງແຫ່ງລາຊະອານາຈັກຂອງພະເຈົ້າ?
1 ຊີວິດຈະເປັນຢ່າງໃດເມື່ອພະເຈົ້າກຳຈັດຄວາມຊົ່ວຮ້າຍແລະຄວາມທຸກທໍລະມານຈາກແຜ່ນດິນໂລກແລະນຳເອົາໂລກໃໝ່ພາຍໃຕ້ການດູແລດ້ວຍຄວາມຮັກແຫ່ງລາຊະອານາຈັກຝ່າຍສະຫວັນຂອງພະອົງເຂົ້າມາ? ພະເຈົ້າສັນຍາຈະ ‘ແບມືອອກແລະໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.’—ຄຳເພງ 145:16.
2 ອັນໃດຄືຄວາມປາຖະໜາອັນສົມເຫດສົມຜົນຂອງເຈົ້າ? ກໍ່ຄືຊີວິດທີ່ມີຄວາມສຸກ, ການງານທີ່ມີຄຸນຄ່າ, ວັດຖຸປັດໃຈອັນບໍລິບູນ, ສິ່ງແວດລ້ອມອັນສວຍງາມ, ສັນຕິສຸກທ່າມກາງຜູ້ຄົນທັງປວງ, ແລະເສລີພາບພົ້ນຈາກຄວາມບໍ່ຍຸຕິທຳ, ຄວາມເຈັບປ່ວຍ, ຄວາມທໍລະມານ, ແລະຄວາມຕາຍບໍ່ແມ່ນບໍ? ແລະຈະວ່າຢ່າງໃດກ່ຽວກັບສະພາບຝ່າຍວິນຍານອັນໜ້າເພີດເພີນອີກດ້ວຍ? ທັງໝົດນັ້ນຈະເປັນຈິງໃນບໍ່ຊ້າພາຍໃຕ້ການປົກຄອງແຫ່ງລາຊະອານາຈັກຂອງພະເຈົ້າ. ຂໍສັງເກດສິ່ງທີ່ຄຳພະຍາກອນໃນຄຳພີໄບເບິນບອກເຖິງພະພອນອັນຍອດຢ້ຽມທີ່ຈະມີມາໃນໂລກໃໝ່ນັ້ນ.
ມະນຸດຊາດມີສັນຕິພາບອັນຄົບຖ້ວນ
3-6. ເຮົາມີຄຳຮັບຮອງອັນໃດທີ່ວ່າມະນຸດຈະມີສັນຕິສຸກໃນໂລກໃໝ່?
3 “ພະອົງໄດ້ໂຜດໃຫ້ການເສິກທັງຫຼາຍເຊົາຈົນທີ່ສຸດແຜ່ນດິນໂລກ ພະອົງໃຫ້ໜ້າທະນູທັງຫຼາຍຫັກແລະຫອກທັງຫຼາຍຫັກແຕກໄປ ແລະລົດທັງຫຼາຍພະອົງໄໝ້ໃນໄຟ.”—ຄຳເພງ 46:9.
4 “ເຂົາຈະເອົາດາບທັງຫຼາຍຂອງເຂົາຕີອີກເປັນໝາກສົບ ແລະຫອກທັງຫຼາຍຕີເປັນເຫຼັກກ່ຽວ ຊາວປະເທດນີ້ຈະບໍ່ຍົກດາບຕໍ່ສູ້ຊາວປະເທດນັ້ນ ແລະເຂົາຈະບໍ່ເຝິກຫັດຮຽນທຳເສິກຕໍ່ໄປ.”—ເອຊາອີ 2:4.
5 “ຄົນທັງຫຼາຍທີ່ມີໃຈອ່ອນຫວານຈະມີແຜ່ນດິນໄວ້ແລະມີຄວາມສະຫນຸກດ້ວຍຄວາມສຸກສຳລານອັນບໍລິບູນ.”—ຄຳເພງ 37:11.
6 “ບັນດາແຜ່ນດິນໂລກກໍ່ສຸກສະຫງັດງຽບ ເຂົາຕື່ນດ້ວຍລຳເພງຊະນະ.”—ເອຊາອີ 14:7.
ມະນຸດແລະສັດຢູ່ກັນຢ່າງສັນຕິ
7, 8. ຈະມີສັນຕິສຸກແບບໃດລະຫວ່າງຄົນກັບສັດ?
7 “ໝາໃນຈະອາໄສຢູ່ນຳລູກແພະ (“ລູກແກະ,” ລ.ມ.) ແລະເສືອດາວຈະນອນຢູ່ນຳລູກແບ້ ລູກງົວກັບລູກສິງກັບສັດພີຈະຢູ່ນຳກັນແລະເດັກນ້ອຍຈະນຳສັດນັ້ນໄປ. ງົວຕົວແມ່ຈະກິນຫຍ້າດ້ວຍກັນກັບໝີຕົວແມ່ລູກສັດນັ້ນຈະນອນຕິດກັນ ແລະສິງຈະກິນເຟືອງຄືງົວ. ເດັກນ້ອຍທີ່ກິນນົມຈະຫຼິ້ນເທິງຮູງູຮ້າຍ ແລະເດັກນ້ອຍທີ່ຢ່ານົມແລ້ວຈະຢຽດມືຈົກຮູງູຮ້າຍ. ເຂົາຈະບໍ່ເຮັດຜິດແລະບໍ່ທຳລາຍ.”—ເອຊາອີ 11:6-9.
8 “ໃນເວລານັ້ນ ເຮົາຈະທຳສັນຍາກັບສັດປ່າ ຝູງນົກທັງປວງແລະສັດເລືອຄານເທິງແຜ່ນດິນເພື່ອບໍ່ໃຫ້ມັນທຳຮ້າຍໄພ່ພົນຂອງເຮົາ ແລະ . . . ເພື່ອໃຫ້ໄພ່ພົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍແລະປອດໄພ.”—ໂອເຊ 2:18, ປ.ມ.
ສຸຂະພາບສົມບູນ ຊີວິດຕະຫຼອດໄປ
9-14. ຈົ່ງພັນລະນາວ່າສຸຂະພາບຂອງຜູ້ຄົນໃນໂລກໃໝ່ຈະເປັນແບບໃດ.
9 “ເມື່ອນັ້ນຕາຂອງຄົນຕາບອດທັງຫຼາຍຈະມືນອອກ ແລະຫູຂອງຄົນຫູໜວກທັງຫຼາຍຈະໄຂອອກ. ເມື່ອນັ້ນຄົນຂາເຢກຈະດ່ອງຄືກວາງ ແລະລີ້ນຂອງຄົນປາກກືກຈະລຳດ້ວຍຄວາມຍິນດີ.”—ເອຊາອີ 35:5, 6.
10 “ພະເຈົ້າຈັກເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈັກບໍ່ມີຕໍ່ໄປ ແລະຄວາມທຸກໂສກແລະຮ້ອງໄຫ້ແລະເຈັບປວດຈັກບໍ່ມີຕໍ່ໄປ. ເຫດວ່າສິ່ງທັງຫຼາຍທີ່ເປັນເມື່ອກ່ອນນັ້ນກໍ່ລ່ວງໄປແລ້ວ.”—ຄຳປາກົດ 21:4.
11 “ຊາວຊົນຈະບໍ່ກ່າວວ່າ: ‘ຂ້ອຍບໍ່ສະບາຍ.’”—ເອຊາອີ 33:24.
12 “ເນື້ອແຫ່ງຕົນຈະອ່ອນໃໝ່ກວ່າເວລາເປັນເດັກນ້ອຍ ເພິ່ນຈະຄືນມາໃນຄາວເວລາເປັນຄົນຫນຸ່ມ.”—ໂຢບ 33:25.
13 “ຂອງປະທານພະຄຸນແຫ່ງພະເຈົ້າເປັນຊີວິດອັນຕະຫຼອດໄປເປັນນິດ ດ້ວຍພະຄລິດເຍຊູພະອົງເຈົ້າຂອງພວກເຮົາ.”—ໂລມ 6:23.
14 “ທຸກຄົນທີ່ສະແດງຄວາມເຊື່ອໃນພະບຸດນັ້ນຈະມີຊີວິດອັນຕະຫຼອດໄປເປັນນິດ.”—ໂຍຮັນ 3:16, ລ.ມ.
ຄົນຕາຍກັບມີຊີວິດອີກ
15-17. ມີຄວາມຫວັງອັນໃດສຳລັບຄົນທີ່ຕາຍໄປແລ້ວ?
15 “ຄົນທັງປວງທັງຜູ້ຊອບທຳແລະຜູ້ບໍ່ຊອບທຳຈັກຄືນມາຈາກຕາຍ.”—ກິດຈະການ 24:15.
16 “ເວລາຈະມາເມື່ອບັນດາຜູ້ຊຶ່ງຢູ່ໃນອຸມົງລຳລຶກຈະໄດ້ຍິນສຸລະສຽງຂອງພະອົງແລະຈະອອກມາ.”—ໂຍຮັນ 5:28, 29, ລ.ມ.
17 “ນ້ຳທະເລໄດ້ສົ່ງຄືນຄົນຕາຍທັງຫຼາຍທີ່ຢູ່ໃນທີ່ນັ້ນ ແລະຄວາມຕາຍແລະບ່ອນທີ່ຕາບໍ່ເຫັນ (“ຂຸມຝັງສົບ,” ລ.ມ.) ໄດ້ສົ່ງຄືນຄົນຕາຍທັງຫຼາຍທີ່ຢູ່ໃນທີ່ນັ້ນ.”—ຄຳປາກົດ 20:13.
ແຜ່ນດິນໂລກ ອຸດທະຍານອັນອຸດົມບໍລິບູນ
18-22. ແຜ່ນດິນໂລກທັງສິ້ນຈະປ່ຽນໄປເປັນສະພາບໃດ?
18 “ເຮົາຈະໃຫ້ຝົນຕົກໃນລະດູຝົນໃຫ້ເປັນຝົນແຫ່ງຄວາມພອນ ແລະກົກໄມ້ໃນທົ່ງນາຈະເກີດໝາກແລະດິນຈະເກີດຜົນລະປູກ ແລະເຂົາຈະຕັ້ງຢູ່ໃນດິນຂອງເຂົາດ້ວຍຄຳຖາວອນ (“ຄວາມປອດໄພ,” ລ.ມ.).”—ເອເຊກຽນ 34:26, 27.
19 “ແຜ່ນດິນຈະເກີດຜົນລະປູກແຫ່ງຕົນ ພະເຈົ້າພະເຈົ້າຂອງພວກເຮົາຈະອວຍພອນໃຫ້ພວກເຮົາ.”—ຄຳເພງ 67:6.
20 “ປ່າກັບດິນເປົ່າຈະຊົມຊື່ນຍິນດີບ່ອນເປົ່າຈະຕື່ນດ້ວຍຄວາມຍິນດີແລະຈະບານຄືດອກກຸຫຼາບ.”—ເອຊາອີ 35:1.
21 “ພູກັບດອນທັງຫຼາຍຈະຕື່ນຮ້ອງລຳເພງຊະນະຕໍ່ໜ້າພວກທ່ານແລະກົກໄມ້ທັງປວງໃນທົ່ງນາຈະຕົບມື. ກົກໄມ້ແປກຈະງອກຂຶ້ນຕາງກົກໜາມກົກພວດຈະງອກຂຶ້ນຕາງປ່ານປ່າ.”—ເອຊາອີ 55:12, 13.
22 “ເຈົ້າຈະຢູ່ກັບເຮົາໃນອຸດທະຍານ.”—ລຶກາ 23:43, ລ.ມ.
ທີ່ຢູ່ອາໄສອັນດີສຳລັບທຸກຄົນ
23, 24. ເຮົາມີຄຳຮັບຮອງອັນໃດທີ່ວ່າຈະມີທີ່ຢູ່ອາໄສຢ່າງດີພຽງພໍສຳລັບທຸກຄົນ?
23 “ເຂົາຈະປຸກເຮືອນແລະຢູ່ໃນເຮືອນນັ້ນ . . . ເຂົາຈະກໍ່ສ້າງບໍ່ໃຊ່ໃຫ້ຜູ້ອື່ນຢູ່ ເຂົາຈະປູກບໍ່ໃຊ່ໃຫ້ຜູ້ອື່ນກິນ . . . ຄົນທັງຫຼາຍທີ່ເຮົາໄດ້ເລືອກໄວ້ຈະຮັບປະໂຫຍດເອງແຕ່ກິດຈະການແຫ່ງມືຂອງເຂົາ. ເຂົາຈະເຮັດການບໍ່ໃຊ່ອັນເປົ່າ ເຂົາຈະເກີດລູກບໍ່ໃຊ່ສຳລັບຄວາມຢ້ານກົວ.”—ເອຊາອີ 65:21-23.
24 “ທຸກຄົນຈະນັ່ງໃຕ້ເຄືອອະງຸ່ນນັ່ງໃຕ້ກົກເດື່ອເທດແຫ່ງຕົນ ແລະບໍ່ມີຜູ້ໃດຈະໃຫ້ເຂົາຢ້ານ.”—ມີເກ 4:4.
ເຈົ້າສາມາດມີຊີວິດຢູ່ຕະຫຼອດໄປໄດ້ໃນອຸດທະຍານ
25. ເຮົາມີພາບອັນງຶດງໍ້ອັນໃດໃນວັນຂ້າງໜ້າສຳລັບອະນາຄົດ?
25 ຊ່າງເປັນພາບມື້ຂ້າງໜ້າອັນໜ້າງຶດງໍ້ຈິງໆ ສຳລັບອະນາຄົດ! ເປັນຊີວິດທີ່ມີຈຸດມຸ່ງໝາຍຈິງໆ ທີ່ມີໄດ້ດຽວນີ້ເມື່ອຍຶດແໜ້ນຢູ່ກັບຄວາມຫວັງອັນໝັ້ນຄົງທີ່ວ່າໃນໂລກໃໝ່ຂອງພະເຈົ້ານັ້ນບັນຫາທຸກຢ່າງທີ່ມີຢູ່ໃນທຸກມື້ນີ້ຈະເປັນເລື່ອງຂອງອະດີດ! “ຂອງດັ້ງກ່ອນນັ້ນຈະບໍ່ຈື່ໄວ້ ແລະເຂົາຈະບໍ່ຟື້ນຂຶ້ນອີກ.” (ເອຊາອີ 65:17, ລ.ມ.) ແລະເປັນສິ່ງທີ່ປະໂລມໃຈພຽງໃດທີ່ຮູ້ວ່າໃນທີ່ສຸດຊີວິດຈະຄົງຢູ່ຕະຫຼອດການ: “[ພະເຈົ້າ] ຈະຈຸ່ມຄວາມຕາຍໃນຄວາມຊະນະ.”—ເອຊາອີ 25:8.
26. ອັນໃດຄືປັດໄຈສຳຄັນເພື່ອຈະມີຊີວິດຢູ່ຕະຫຼອດໄປໃນໂລກໃໝ່ຂອງພະເຈົ້າ?
26 ເຈົ້າຢາກຈະມີຊີວິດຢູ່ຕະຫຼອດໄປໃນໂລກໃໝ່ທີ່ເປັນອຸດທະຍານຊຶ່ງໃກ້ຈະມາເຖິງເຕັມທີແລ້ວນັ້ນບໍ? ເຈົ້າອາດຈະຖາມວ່າ: ‘ຂ້ອຍຕ້ອງເຮັດອັນໃດແດ່ເພື່ອຈະໄດ້ຮັບຄວາມໂປດປານຈາກພະເຈົ້ານະຕອນອະວະສານຂອງໂລກນີ້ແລະມີຊີວິດເຂົ້າສູ່ໂລກໃໝ່ຂອງພະອົງ? ເຈົ້າຈຳຕ້ອງເຮັດສິ່ງຊຶ່ງພະເຍຊູບົ່ງໄວ້ໃນຄຳອະທິດຖານຕໍ່ພະເຈົ້າທີ່ວ່າ: “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າ ໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.”—ໂຍຮັນ 17:3.
27. ເຈົ້າຕ້ອງເຮັດອັນໃດເພື່ອມີສ່ວນໃນພະປະສົງຂອງພະເຈົ້າ?
27 ສະນັ້ນ ຈົ່ງຮັບເອົາຄຳພີໄບເບິນແລະເຮັດໃຫ້ສິ່ງທີ່ເຈົ້າໄດ້ອ່ານໃນຈຸນລະສານນີ້ເປັນທີ່ຄັກແນ່. ສະແຫວງຫາຄົນອື່ນໆ ຊຶ່ງສຶກສາແລະສອນຄວາມຈິງເຫຼົ່ານີ້ໃນຄຳພີໄບເບິນ. ແຍກຕົວເປັນອິດສະຫຼະຈາກສາສະໜາຈອມປອມທີ່ສອນແລະເຮັດສິ່ງທີ່ຂັດກັບຄຳພີໄບເບິນ. ພ້ອມກັບຄົນອື່ນໆ ອີກຫຼາຍລ້ານຄົນຊຶ່ງພວມເຮັດຕາມພະໄທປະສົງຂອງພະເຈົ້າທີ່ໃຫ້ມະນຸດມີຊີວິດຕະຫຼອດໄປເທິງແຜ່ນດິນໂລກທີ່ເປັນອຸດທະຍານ. ແລະຈົ່ງຮັບເອົາພະຄຳທີ່ໄດ້ຮັບການດົນໃຈຈາກພະເຈົ້າຊຶ່ງຖະແຫຼງກ່ຽວກັບອະນາຄົດອັນໃກ້ນີ້ເຂົ້າໄວ້ໃນຫົວໃຈທີ່ວ່າ: “ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ແຕ່ວ່າຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າ ກໍ່ຕັ້ງຢູ່ໄປເປັນນິດ.”—1 ໂຍຮັນ 2:17.
[ຮູບພາບໜ້າ 31]
ພະປະສົງຂອງພະເຈົ້າ ທີ່ຈະຟື້ນຟູອຸດທະຍານເທິງແຜ່ນດິນໂລກ ຈະເປັນຈິງໃນບໍ່ຊ້າ