ຊີວິດສະຫງົບສຸກໃນໂລກໃໝ່
ຂະນະທີ່ເຈົ້າເບິ່ງຮູບໃນໃບນີ້ ເຈົ້າມີຄວາມຮູ້ສຶກຢ່າງໃດ? ຫົວໃຈຂອງເຈົ້າປາຖະໜາຄວາມສະຫງົບ, ຄວາມສຸກ, ແລະຄວາມອຸດົມມັ່ງຄັ່ງທີ່ເຫັນໃນຮູບນີ້ບໍ? ແມ່ນແລ້ວ. ແຕ່ມັນເປັນແຕ່ຄວາມຝັນບໍທີ່ຈະເຊື່ອວ່າສະພາບຢ່າງນີ້ຈະເກີດຂຶ້ນໄດ້ເທິງແຜ່ນດິນໂລກ?
ຜູ້ຄົນສ່ວນຫຼາຍອາດຈະຄຶດຢ່າງນັ້ນ. ສະພາບແທ້ໃນທຸກວັນນີ້ຄືສົງຄາມ, ອາດຊະຍາກຳ, ຄວາມຫິວໂຫຍ, ຄວາມເຈັບໄຂ້, ແລະຄວາມຊະລາ ເປັນຕົ້ນ. ແຕ່ມີເຫດຜົນທີ່ຈະຫວັງ. ເມື່ອນຶກເຖິງອະນາຄົດຄຳພີໄບເບິນເວົ້າເລື່ອງ “ຄຳປະຕິຍານຂອງ [ພະເຈົ້າ]” ກ່ຽວກັບ “ຟ້າອາກາດໃໝ່ແລະແຜ່ນດິນໂລກໃໝ່ ຢູ່ທີ່ນັ້ນຄວາມຊອບທຳຕັ້ງຢູ່.”—2 ເປໂຕ 3:13; ເອຊາອີ 65:17.
“ຟ້າອາກາດໃໝ່” ແລະ “ແຜ່ນດິນໂລກໃໝ່” ທີ່ເວົ້າໃນພະຄຳພີໄບເບິນນັ້ນບໍ່ແມ່ນທ້ອງຟ້າໃໝ່ຫຼືແຜ່ນດິນໂລກໃໝ່ຕາມຕົວອັກສອນ. ແຜ່ນດິນໂລກແລະທ້ອງຟ້າຕາມທຳມະຊາດນີ້ຖືກສ້າງຂຶ້ນສົມບູນພ້ອມ ແລະຈະຕັ້ງຢູ່ຕະຫຼອດໄປ. (ຄຳເພງ 89:36, 37; 104:5) “ແຜ່ນດິນໂລກໃໝ່” ຈະເປັນສັງຄົມມະນຸດທີ່ຊອບທຳຢູ່ເທິງແຜ່ນດິນ ແລະ “ຟ້າອາກາດໃໝ່” ແມ່ນລາຊະອານາຈັກຝ່າຍສະຫວັນຫຼືການປົກຄອງທີ່ສົມບູນພ້ອມທີ່ຈະຄອບຄອງສັງຄົມມະນຸດເທິງແຜ່ນດິນໂລກ. ແຕ່ມີເຫດຜົນບໍທີ່ຈະເຊື່ອວ່າ ໂລກໃໝ່ອັນຮຸ່ງເຮືອງນັ້ນມີທາງເປັນໄປໄດ້?
ໂຜດພິຈາລະນາເບິ່ງສະພາບທີ່ດີເຊັ່ນວ່ານັ້ນແມ່ນສ່ວນໜຶ່ງຂອງຈຸດມຸ່ງໝາຍທຳອິດຂອງພະເຈົ້າສຳລັບແຜ່ນດິນໂລກ. ພະອົງຕັ້ງມະນຸດທຳອິດໄວ້ໃນອຸທິຍານເອເດນ ທັງໄດ້ມອບໝາຍໜ້າທີ່ອັນວິເສດແກ່ເຂົາດັ່ງນີ້ “ຈົ່ງພາກັນອອກແມ່ແພ່ລູກເກີດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ ແລະຈົ່ງບັງຄັບແຜ່ນດິນໂລກ.” (ຕົ້ນເດີມ 1:28) ແມ່ນແລ້ວ ພະປະສົງຂອງພະເຈົ້າກໍເພື່ອເຂົາຈະມີລູກຫຼານ ແລ້ວໃນທີ່ສຸດຈະແຜ່ຂະຫຍາຍເຂດອຸທິຍານອອກໄປທົ່ວໂລກ. ເຖິງແມ່ນວ່າໃນເວລາຕໍ່ມາມະນຸດຈົງໃຈຂັດຂືນພະເຈົ້າ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສົມຄວນຈະມີຊີວິດຕະຫຼອດໄປ ແຕ່ພະປະສົງທຳອິດຂອງພະເຈົ້າບໍ່ປ່ຽນໄປ ແລະຈະສຳເລັດໃນໂລກໃໝ່!—ເອຊາອີ 55:11.
ຄວາມຈິງ ເມື່ອເຮົາອະທິດຖານຕາມແບບສະບັບທີ່ຢູ່ໃນມັດທາຍ 6:9, 10 ເຮົາທູນຂໍໃຫ້ລັດຖະບານຝ່າຍສະຫວັນມາກຳຈັດຄວາມຊົ່ວໃຫ້ໝົດໄປ ແລ້ວຄອບຄອງໂລກໃໝ່. ແລະເຮົາໝັ້ນໃຈໄດ້ວ່າພະເຈົ້າຈະຕອບຄຳອະທິດຖານນີ້ ເພາະວ່າພະອົງສັນຍາດັ່ງນີ້ “ຄົນຊອບທຳທັງຫຼາຍຈະມີແຜ່ນດິນໄວ້ແລະເຂົາຈະຕັ້ງຢູ່ທີ່ນັ້ນສືບໆໄປເປັນນິດ.”—ຄຳເພງ 37:29.
ຊີວິດໃນໂລກໃໝ່ຂອງພະເຈົ້າ
ລາຊະອານາຈັກຂອງພະເຈົ້າຈະເຮັດໃຫ້ເກີດປະໂຫຍດເຫຼືອຈະນຶກພາບໄດ້ ທັງຈະບັງເກີດຜົນດີທຸກປະການຕາມທີ່ພະເຈົ້າປະສົງໄວ້ໃນທຳອິດ. ການຊັງກັນແລະການມີອະຄະຕິຈະບໍ່ມີອີກຕໍ່ໄປແລະໃນທີ່ສຸດທຸກຄົນໃນໂລກຈະແມ່ນເພື່ອນແທ້ຂອງກັນແລະກັນ. ພະເຈົ້າສັນຍາໃນຄຳພີໄບເບິນວ່າພະອົງຈະ “ໂຜດໃຫ້ການເສິກທັງຫຼາຍເຊົາຈົນທີ່ສຸດແຜ່ນດິນໂລກ.” “ຊາວປະເທດນີ້ຈະບໍ່ຍົກດາບຕໍ່ສູ້ຊາວປະເທດນັ້ນແລະເຂົາຈະບໍ່ເຝິກຫັດຮຽນທຳເສິກຕໍ່ໄປ.”—ຄຳເພງ 46:9; ເອຊາອີ 2:4.
ໃນທີ່ສຸດ ລູກໂລກນີ້ຈະມີສະພາບເປັນອຸທິຍານທັງໂລກ. ຄຳພີໄບເບິນບອກໄວ້ດັ່ງນີ້ “ປ່າກັບດິນເປົ່າຈະຊົມຊື່ນຍິນດີ ບ່ອນເປົ່າຈະຕື່ນດ້ວຍຄວາມຍິນດີແລະຈະບານຄືດອກກຸຫຼາບ. ບ່ອນນັ້ນຈະບານເປັນອັນບໍລິບູນ ... ເຫດວ່ານ້ຳທັງຫຼາຍຈະພູ່ອອກໃນກາງປ່າ ແມ່ນ້ຳທັງຫຼາຍຈະພູ່ອອກໃນບ່ອນທີ່ບໍ່ເກີດຜົນລະປູກ.”—ເອຊາອີ 35:1, 6, 7.
ມີເຫດຜົນທຸກປະການທີ່ຈະຢູ່ສະຫງົບສຸກໃນໂລກທີ່ເປັນອຸທິຍານ. ມະນຸດຈະບໍ່ອຶດຢາກເພາະອາຫານຂາດແຄນ. ຄຳພີໄບເບິນເວົ້າວ່າ “ແຜ່ນດິນຈະເກີດຜົນລະປູກແຫ່ງຕົນ.” (ຄຳເພງ 67:6; 72:16) ທຸກຄົນຈະຊື່ນຊົມຜົນງານຂອງຕົນເອງ ຕາມທີ່ພະຜູ້ສ້າງຂອງເຮົາສັນຍາວ່າ “ເຂົາຈະປູກສວນອະງຸ່ນແລະກິນໝາກແຕ່ສວນນັ້ນ ... ເຂົາຈະປູກບໍ່ໃຊ່ໃຫ້ຜູ້ອື່ນກິນ.”—ເອຊາອີ 65:21, 22.
ໃນໂລກໃໝ່ຂອງພະເຈົ້າ ຜູ້ຄົນຈະບໍ່ຕ້ອງອັດກັນໃນຫ້ອງເຊົ່າຫຼືຢູ່ໃນບ່ອນສົກກະປົກ ເພາະວ່າພະເຈົ້າມຸ່ງໝາຍຢ່າງນີ້ “ເຂົາຈະປູກເຮືອນແລະຢູ່ໃນເຮືອນນັ້ນ ... ເຂົາຈະກໍ່ສ້າງບໍ່ໃຊ່ໃຫ້ຜູ້ອື່ນຢູ່.” ມີຄຳສັນຍາພ້ອມອີກວ່າ “ເຂົາຈະເຮັດການບໍ່ໃຊ່ອັນເປົ່າ.” (ເອຊາອີ 65:21-23) ສະນັ້ນ ມະນຸດຈະມີວຽກງານທີ່ບັງເກີດຜົນ ໃຫ້ຄວາມພໍໃຈ. ຊີວິດຈະບໍ່ເຮັດໃຫ້ໜ້າເບື່ອ.
ໃນຄັ້ງນັ້ນ ລາຊະອານາຈັກຂອງພະເຈົ້າຈະນຳຄວາມສະຫງົບສຸກລະຫວ່າງຫມູ່ສັດ ແລະລະຫວ່າງມະນຸດກັບສັດກັບຄືນມາ ຢ່າງທີ່ເຄີຍເປັນມາແຕ່ກ່ອນໃນສວນເອເດນ. ຄຳພີໄບເບິນເວົ້າດັ່ງນີ້ “ໝາໄນຈະອາໄສຢູ່ນຳລູກແກະ ແລະເສືອດາວຈະນອນຢູ່ນຳລູກແບ້ ລູກງົວກັບລູກສິງກັບສັດພີຈະຢູ່ນຳກັນ ແລະເດັກນ້ອຍຈະນຳສັດນັ້ນໄປ.”—ເອຊາອີ 11:6-9; ໂອເຊ 2:18.
ໂຜດນຶກເຫັນຮູບແຜ່ນດິນໂລກທີ່ເປັນອຸທິຍານວ່າ ຄວາມເຈັບໄຂ້ແລະຄວາມພິການທຸກແນວຈະໄດ້ຮັບການປົ່ວຈົນຫາຍໝົດ! ພະຄຳຂອງພະເຈົ້າຢັ້ງຢືນວ່າ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສຳບາຍ.’” (ເອຊາອີ 33:24) “ພະເຈົ້າຈະເຊັດນ້ຳຕາທັງຫຼາຍຈາກຕາຂອງເຂົາ ແລະຄວາມຕາຍຈະບໍ່ມີຕໍ່ໄປ ແລະຄວາມທຸກໂສກແລະຮ້ອງໄຫ້ແລະເຈັບປວດຈະບໍ່ມີຕໍ່ໄປ.”—ຄຳປາກົດ 21:4.
ສິ່ງທີ່ເຈົ້າຄວນຈະເຮັດ
ເຈົ້າອາດຈະຕື່ນເຕັ້ນດີໃຈແນ່ແທ້ເມື່ອເຈົ້າຮູ້ເຖິງຄຳສັນຍາຂອງພະເຈົ້າກ່ຽວກັບຊີວິດໃນໂລກໃໝ່ອັນຊອບທຳນັ້ນ. ແລະໃນຂະນະທີ່ບາງຄົນອາດຈະຄຶດວ່າພະພອນຕ່າງໆອາດຈະເປັນຄວາມຈິງໄປບໍ່ໄດ້ ເຖິງຢ່າງນັ້ນກໍບໍ່ເກີນອຳນາດຂອງພະຜູ້ສ້າງຂອງເຮົາ ຜູ້ເຊິ່ງເຕັມດ້ວຍຄວາມຮັກ.—ຄຳເພງ 145:16; ມີເກ 4:4.
ແນ່ແທ້ ເຮົາຕ້ອງບັນລຸຂໍ້ຮຽກຮ້ອງຖ້າເຮົາຈະຢູ່ດົນນານຕະຫຼອດໄປໃນອຸທິຍານເທິງແຜ່ນດິນໂລກທີ່ຈະມີຂຶ້ນໃນບໍ່ດົນ. ພະເຍຊູບອກວ່າ “ອັນນີ້ເປັນຊີວິດອັນຕະຫຼອດໄປເປັນນິດ ຄືວ່າ ໃຫ້ເຂົາຮູ້ຈັກພະເຈົ້າອົງດຽວທ່ຽງແທ້ແລະພະເຍຊູຄລິດທີ່ພະເຈົ້າໄດ້ໃຊ້ມາ.”—ໂຢຮັນ 17:3.
ດັ່ງນັ້ນ ຖ້າເຮົາຕ້ອງການແທ້ຈະຢູ່ໃນໂລກໃໝ່ຂອງພະເຈົ້າ ກ່ອນອື່ນເຮົາຕ້ອງຮູ້ຈັກພະປະສົງຂອງພະເຈົ້າ ແລ້ວປະຕິບັດຕາມ. ເພາະວ່າ “ໂລກນີ້ກັບຄວາມຄຶດຢາກໄດ້ຂອງໂລກພວມໄປເສຍ ແຕ່ຜູ້ທີ່ກະທຳຕາມນ້ຳໃຈແຫ່ງພະເຈົ້າກໍຕັ້ງຢູ່ໄປເປັນນິດ” ເພື່ອຈະຊົມຊື່ນກັບພະພອນຕ່າງໆທີ່ເທລົງມາຈາກພະຜູ້ສ້າງຂອງເຮົາອົງເຕັມດ້ວຍຄວາມຮັກ.—1 ໂຢຮັນ 2:17.
ເວັ້ນແຕ່ລະບຸໄວ້ເປັນຢ່າງອື່ນ ຂໍ້ພະຄຳພີທີ່ຍົກມາກ່າວແມ່ນມາຈາກຄຳພີໄບເບິນພາສາລາວສະບັບແປເກົ່າ.