ບົດຮຽນ 2
ໃຜເປັນພະຜູ້ສ້າງ?
ໃຜເປັນພະຜູ້ສ້າງ ແລະພະອົງມີຊື່ຫຍັງ? (1, 2)
ພະອົງມີກາຍຊະນິດໃດ? (3)
ລັກສະນະເດັ່ນຂອງພະອົງມີຫຍັງແດ່? (4)
ເຮົາຄວນໃຊ້ຮູບປັ້ນແລະເຄື່ອງໝາຍຕ່າງໆໃນການນະມັດສະການພະອົງບໍ? (5)
ມີສອງແນວທາງອັນໃດທີ່ເຮົາສາມາດຮຽນຮູ້ກ່ຽວກັບພະຜູ້ສ້າງໄດ້? (6)
1. ຜູ້ຄົນນະມັດສະການຫຼາຍສິ່ງຫຼາຍຢ່າງ. ແຕ່ຄຳພີໄບເບິນບອກເຮົາວ່າມີພະເຈົ້າທ່ຽງແທ້ອົງດຽວເທົ່ານັ້ນ. ພະອົງໄດ້ສ້າງສາລະພັດທຸກສິ່ງໃນສະຫວັນແລະເທິງແຜ່ນດິນໂລກ. ເນື່ອງຈາກພະອົງໄດ້ປະທານຊີວິດແກ່ເຮົາ ພະອົງຈຶ່ງເປັນຜູ້ດຽວເທົ່ານັ້ນທີ່ເຮົາຄວນນະມັດສະການ.—1 ໂກລິນໂທ 8:5, 6; ຄຳປາກົດ 4:11.
2. ພະຜູ້ສ້າງມີຫຼາຍຕຳແໜ່ງແຕ່ວ່າພະອົງມີຊື່ດຽວເທົ່ານັ້ນ. ຊື່ຂອງພະອົງຄືເຢໂຫວາ. ໃນຄຳພີໄບເບິນສ່ວນຫຼາຍ ຊື່ຂອງພະຜູ້ສ້າງໄດ້ຖືກລົບອອກແລະໄດ້ໃສ່ຕຳແໜ່ງອົງພະຜູ້ເປັນເຈົ້າຫຼືພະເຈົ້າລົງໄປແທນ. ແຕ່ເມື່ອຄຳພີໄບເບິນໄດ້ຮັບການຂຽນຂຶ້ນ ຊື່ເຢໂຫວາໄດ້ປາກົດໃນຄຳພີໄບເບິນປະມານ 7,000 ເທື່ອ!—ອຸປະຍົກໜີ 3:15; ຄຳເພງ 83:18.
3. ພະເຢໂຫວາມີຮ່າງກາຍ ແຕ່ບໍ່ຄືກັນກັບຮ່າງກາຍຂອງເຮົາ. ຄຳພີໄບເບິນກ່າວວ່າ: “ພະເຈົ້າເປັນວິນຍານ.” (ໂຍຮັນ 4:24) ກາຍວິນຍານເປັນຊີວິດແບບນຶ່ງທີ່ສູງກວ່າກາຍຂອງມະນຸດເຮົາມາກຫຼາຍ. ບໍ່ມີມະນຸດຄົນໃດເຄີຍເຫັນພະຜູ້ສ້າງເລີຍ. ພະເຢໂຫວາປະທັບຢູ່ໃນສະຫວັນ ແຕ່ພະອົງສາມາດເຫັນສາລະພັດທຸກສິ່ງໄດ້. (ຄຳເພງ 11:4, 5; ໂຍຮັນ 1:18) ແຕ່ພະວິນຍານບໍລິສຸດຄືຫຍັງ? ພະວິນຍານບໍລິສຸດບໍ່ແມ່ນເປັນບຸກຄົນເໝືອນພະເຈົ້າ. ແຕ່ເປັນພະລັງປະຕິບັດການຂອງພະເຈົ້າ.—ຄຳເພງ 104:30.
4. ຄຳພີໄບເບິນເປີດເຜີຍໃຫ້ເຮົາຮູ້ເຖິງບຸກຄະລິກລັກສະນະຂອງພະເຢໂຫວາ. ຄຳພີໄບເບິນສະແດງໃຫ້ເຫັນວ່າຄຸນລັກສະນະເດັ່ນຂອງພະອົງຄືຄວາມຮັກ ຄວາມຍຸຕິທຳ ສະຕິປັນຍາ ແລະອຳນາດ. (ພະບັນຍັດຕິທີ2 32:4; ໂຢບ 12:13; ເອຊາອີ 40:26; 1 ໂຍຮັນ 4:8) ຄຳພີໄບເບິນບອກເຮົາອີກວ່າພະອົງມີຄວາມກະລຸນາ ຄວາມເມດຕາ ໃຫ້ອະໄພ ມີຄວາມເອື້ອເຟື້ອອາລີ ແລະມີຄວາມອົດທົນ. ພວກເຮົາທີ່ເຊື່ອຟັງຄວນພະຍາຍາມລຽນແບບຢ່າງພະອົງຄືບຸດທີ່ເຊື່ອຟັງ.—ເອເຟດ 5:1, 2.
5. ໃນການນະມັດສະການຂອງເຮົາ ເຮົາຄວນຈະກົ້ມຂາບລົງຫຼືອະທິດຖານຕໍ່ຮູບປັ້ນ ຮູບພາບ ຫຼືເຄື່ອງໝາຍຕ່າງໆ ບໍ? ບໍ່! (ອຸປະຍົກໜີ 20:4, 5) ພະເຢໂຫວາກ່າວວ່າເຮົາຕ້ອງນະມັດສະການພະອົງແຕ່ອົງດຽວເທົ່ານັ້ນ. ພະອົງຈະບໍ່ແບ່ງປັນສະຫງ່າລາສີຂອງພະອົງໃຫ້ແກ່ຜູ້ໃດຫຼືສິ່ງໃດເລີຍ. ຮູບປັ້ນບໍ່ມີອຳນາດຊ່ວຍເຮົາໄດ້.—ຄຳເພງ 115:4-8; ເອຊາອີ 42:8.
6. ເຮົາຈະຮູ້ຈັກພະຜູ້ສ້າງໃຫ້ດີຂຶ້ນໄດ້ຢ່າງໃດ? ວິທີທາງນຶ່ງກໍ່ຄືດ້ວຍການສັງເກດເບິ່ງສິ່ງຕ່າງໆ ທີ່ພະອົງໄດ້ສ້າງແລະການຄຶດໃຫ້ເລິກເຊິ່ງວ່າສິ່ງເຫຼົ່ານັ້ນບອກສິ່ງໃດໃຫ້ເຮົາຊາບ. ສິ່ງຕ່າງໆ ທີ່ພະເຈົ້າສ້າງສະແດງໃຫ້ເຮົາຮູ້ວ່າພະອົງມີລິດອຳນາດແລະສະຕິປັນຍາອັນຍິ່ງໃຫຍ່. ເຮົາເຫັນເຖິງຄວາມຮັກຂອງພະອົງໃນສັບພະສິ່ງທີ່ພະອົງໄດ້ສ້າງ. (ຄຳເພງ 19:1-6; ໂລມ 1:20) ອີກວິທີນຶ່ງທີ່ເຮົາສາມາດຮຽນຮູ້ກ່ຽວກັບພະຜູ້ສ້າງໄດ້ຄືດ້ວຍການສຶກສາຄຳພີໄບເບິນ. ໃນຄຳພີໄບເບິນພະອົງບອກເຮົາອີກຫຼາຍສິ່ງໃນເລື່ອງທີ່ວ່າພະອົງເປັນພະເຈົ້າຊະນິດໃດ. ນອກຈາກນີ້ ພະອົງບອກເຮົາກ່ຽວກັບພະປະສົງຂອງພະອົງແລະສິ່ງທີ່ພະອົງຕ້ອງການໃຫ້ເຮົາເຮັດ.—ອາໂມດ 3:7; 2 ຕີໂມເຕ 3:16, 17.
[ຮູບພາບໜ້າ 5]
ເຮົາຮຽນຮູ້ກ່ຽວກັບພະຜູ້ສ້າງຈາກສິ່ງທີ່ພະອົງໄດ້ສ້າງແລະຈາກຄຳພີໄບເບິນ