ບົດສອງ
ຈົ່ງສັນລະເສີນພະເຢໂຫວາຖານະພະເຈົ້າທ່ຽງແທ້ແຕ່ອົງດຽວ
1. ໃຜແມ່ນພະເຈົ້າທ່ຽງແທ້ແຕ່ອົງດຽວ?
ຄຳພີໄບເບິນບອກວ່າ ແມ່ນວ່າສິ່ງທີ່ເຂົາເຈົ້າເອີ້ນກັນວ່າພະເຈົ້ານັ້ນມີຫຼາຍ ແຕ່ “ສຳລັບເຮົາທັງຫຼາຍມີພະເຈົ້າອົງດຽວ ພະບິດາ.” (1 ໂກລິນໂທ 8:5, 6) “ພະເຈົ້າອົງດຽວ” ນັ້ນແມ່ນພະເຢໂຫວາ ຜູ້ສ້າງສິ່ງທັງປວງ. (ພະບັນຍັດ 6:4; ຄຳປາກົດ 4:11) ພະເຍຊູອ້າງເຖິງພະເຢໂຫວາວ່າເປັນ “ພະເຈົ້າຂອງເຮົາແລະພະເຈົ້າຂອງພວກທ່ານ.” (ໂຢຮັນ 20:17) ພະອົງເຫັນພ້ອມກັບສິ່ງທີ່ໂມເຊບອກໄວ້ກ່ອນໜ້ານີ້ວ່າ “ພະເຢໂຫວາເປັນພະເຈົ້າ ແລະບໍ່ມີພະເຈົ້າອື່ນ.” (ພະບັນຍັດ 4:35) ພະເຢໂຫວາເໜືອກວ່າທຸກສິ່ງທີ່ຜູ້ຄົນນະມັດສະການເຊັ່ນ ຮູບບູຊາ, ມະນຸດທີ່ໄດ້ຮັບການເຊີດຊູໃຫ້ເປັນພະເຈົ້າ, ຫຼືສັດຕູຂອງພະອົງແມ່ນຊາຕານພະຍາມານເຊິ່ງເປັນ “ພະຂອງໂລກນີ້.” (2 ໂກລິນໂທ 4:3, 4) ເມື່ອທຽບກັບສິ່ງເຫຼົ່ານັ້ນທັງໝົດ ພະເຢໂຫວາເປັນດັ່ງທີ່ພະເຍຊູໄດ້ເອີ້ນວ່າ “ພະເຈົ້າອົງດຽວ ທ່ຽງແທ້.”—ໂຢຮັນ 17:3.
2. ເມື່ອເຮົາຮຽນຮູ້ເລື່ອງພະເຈົ້າ ໜ້າຈະມີຜົນຕໍ່ຊີວິດຂອງເຮົາຢ່າງໃດ?
2 ບຸກຄົນທີ່ມີຫົວໃຈຮູ້ຄຸນຄ່າ ແລະຮຽນຮູ້ກ່ຽວກັບຄຸນລັກສະນະອັນເຮັດໃຫ້ອົບອຸ່ນໃຈຂອງພະເຈົ້າລວມທັງສິ່ງທີ່ພະອົງໄດ້ກະທຳແລະຍັງຈະກະທຳເພື່ອເຮົາ ຈຶ່ງຖືກດຶງດູດໃຫ້ເຂົ້າຫາພະອົງ. ເມື່ອຄວາມຮັກທີ່ເຂົາເຈົ້າມີຕໍ່ພະເຢໂຫວາງອກງາມຂຶ້ນ ສິ່ງນີ້ໄດ້ກະຕຸ້ນເຂົາເຈົ້າໃຫ້ສັນລະເສີນພະອົງ. ໂດຍວິທີໃດ? ວິທີໜຶ່ງແມ່ນ ໂດຍການບອກເລື່ອງຂອງພະອົງແກ່ຄົນອື່ນໆ. ພະທຳໂລມ 10:10 ບອກວ່າ “ຍອມດ້ວຍປາກ ກໍເຖິງຄວາມພົ້ນ.” ອີກວິທີໜຶ່ງແມ່ນ ໂດຍການຮຽນແບບຄຳເວົ້າແລະການກະທຳຂອງພະອົງ. ເອເຟດ 5:1 ບອກວ່າ “ຈົ່ງເປັນຜູ້ກະທຳຕາມແບບຢ່າງພະເຈົ້າ ເໝືອນເປັນລູກທີ່ຮັກ.” ເພື່ອຈະເຮັດເຊັ່ນນັ້ນໃຫ້ຄົບຖ້ວນຂຶ້ນ ເຮົາຕ້ອງຮູ້ຈັກພະເຢໂຫວາຕາມທີ່ພະອົງເປັນແທ້ໆ.
3. ຄຸນລັກສະນະສຳຄັນຂອງພະເຈົ້າມີຫຍັງແດ່?
3 ຄຳພີໄບເບິນໝົດເຫຼັ້ມມີຂໍ້ຄວາມຫຼາຍຕອນທີ່ກ່າວເຖິງຄຸນລັກສະນະເດັ່ນຂອງພະເຈົ້າ. ຄຸນລັກສະນະສຳຄັນສີ່ປະການແມ່ນ ສະຕິປັນຍາ, ຄວາມຍຸຕິທຳ, ອຳນາດ ແລະຄວາມຮັກ. “ຄວາມປັນຍາ . . . ຢູ່ນຳພະອົງ.” (ໂຢບ 12:13) “ທາງທັງປວງຂອງພະອົງ . . . ຊອບທຳ.” (ພະບັນຍັດ 32:4) ພະອົງມີ “ລິດເດດ ອັນໃຫຍ່.” (ເອຊາອີ 40:26) “ພະເຈົ້າເປັນຄວາມຮັກ.” (1 ໂຢຮັນ 4:8) ໃນສີ່ຄຸນລັກສະນະທີ່ສຳຄັນຂອງພະເຈົ້າ ອັນໃດເດັ່ນທີ່ສຸດເຊິ່ງບົ່ງບອກຊັດເຈນກວ່າຫມູ່ເຖິງແກ່ນແທ້ຂອງພະອົງ?
“ພະເຈົ້າເປັນຄວາມຮັກ”
4. ຄຸນລັກສະນະໃດຂອງພະເຈົ້າເປັນເຫດໃຫ້ພະອົງສ້າງເອກະພົບແລະສິ່ງທີ່ມີຊີວິດທັງສິ້ນ?
4 ຈົ່ງພິຈາລະນາເຖິງສິ່ງທີ່ໄດ້ກະຕຸ້ນພະເຢໂຫວາໃຫ້ສ້າງເອກະພົບ, ພວກກາຍວິນຍານ ແລະມະນຸດທີ່ມີສະຕິປັນຍາ. ແມ່ນສະຕິປັນຍາຫຼືລິດອຳນາດຂອງພະອົງບໍ? ບໍ່ແມ່ນ ເຖິງວ່າພະເຈົ້າໄດ້ໃຊ້ຄຸນລັກສະນະເຫຼົ່ານີ້ກໍຕາມ ແຕ່ທັງສອງຢ່າງນີ້ບໍ່ແມ່ນພະລັງກະຕຸ້ນ. ທັງຄວາມຍຸຕິທຳຂອງພະອົງກໍບໍ່ໄດ້ຮຽກຮ້ອງໃຫ້ພະອົງປະທານຊີວິດເປັນຂອງຂວັນ. ຄວາມຈິງແລ້ວ ແມ່ນຄວາມຮັກອັນຍິ່ງໃຫຍ່ຂອງພະເຈົ້າຕ່າງຫາກທີ່ກະຕຸ້ນພະອົງໃຫ້ແບ່ງປັນຄວາມຍິນດີໂດຍສ້າງຄົນອື່ນໆ. ຄວາມຮັກຍັງກະຕຸ້ນພະອົງໃຫ້ຕັ້ງຈຸດປະສົງເພື່ອມະນຸດຊາດທີ່ເຊື່ອຟັງຈະມີຊີວິດຕະຫຼອດໄປໃນອຸທິຍານ. (ຕົ້ນເດີມ 1:28; 2:15) ຄວາມຮັກເຮັດໃຫ້ພະອົງຈັດຕຽມການປົດປ່ອຍມະນຸດຊາດໃຫ້ພົ້ນໂທດທີ່ເກີດຈາກການກະທຳຜິດຂອງອາດາມ.
5. ຕາມຄຳພີໄບເບິນ ພະເຢໂຫວາເປັນແມ່ແບບຂອງຄຸນລັກສະນະຫຍັງ ແລະເພາະເຫດໃດ?
5 ສະນັ້ນ ໃນຄຸນລັກສະນະຕ່າງໆຂອງພະເຈົ້າ ຄຸນລັກສະນະທີ່ເດັ່ນທີ່ສຸດແມ່ນຄວາມຮັກ. ຄວາມຮັກຈຶ່ງເປັນແກ່ນແທ້ຂອງພະອົງ. ເຖິງວ່າສະຕິປັນຍາ, ຄວາມຍຸຕິທຳ ແລະອຳນາດສຳຄັນກໍຕາມ ຄຳພີໄບເບິນບໍ່ເຄີຍບອກວ່າພະເຢໂຫວາເປັນ ສິ່ງເຫຼົ່ານີ້ເລີຍ ແຕ່ຄຳພີໄບເບິນບອກຢ່າງຈະແຈ້ງວ່າພະອົງເປັນ ຄວາມຮັກ. ຖືກແລ້ວ ພະເຢໂຫວາເປັນແມ່ແບບຂອງຄວາມຮັກ. ຄວາມຮັກທີ່ອາໄສຫຼັກການ ບໍ່ແມ່ນອາລົມຄວາມຮູ້ສຶກ. ຄວາມຮັກຂອງພະເຈົ້າອາໄສຫຼັກການແຫ່ງຄວາມຈິງແລະຄວາມຊອບທຳ. ສະນັ້ນ ຈຶ່ງເປັນຄວາມຮັກໃນຮູບແບບສູງສຸດ ດັ່ງທີ່ສະແດງອອກໂດຍທາງພະເຢໂຫວາພະເຈົ້າ. ຄວາມຮັກແບບນີ້ເປັນການບົ່ງບອກເຖິງຄວາມບໍ່ເຫັນແກ່ຕົວຢ່າງແທ້ຈິງແລະມັກຈະຄວບຄູ່ກັບການກະທຳສະເໝີ.
6. ແມ່ນຫຍັງເຮັດໃຫ້ເຮົາສາມາດຮຽນແບບພະເຈົ້າໄດ້ເຖິງແມ່ນວ່າພະອົງສູງສົ່ງກວ່າພວກເຮົາ?
6 ຄຸນລັກສະນະອັນດີເລີດແຫ່ງຄວາມຮັກນີ້ແຫຼະທີ່ເຮັດໃຫ້ເຮົາຢາກຮຽນແບບພະເຈົ້າຜູ້ມີຄຸນລັກສະນະເຊັ່ນນີ້. ໃນຖານະມະນຸດທີ່ຕ່ຳຕ້ອຍ ບໍ່ສົມບູນແລະມັກຈະຜິດພາດ ເຮົາອາດຄິດວ່າ ຄົງບໍ່ມີທາງຈະຮຽນແບບພະເຈົ້າໄດ້ສຳເລັດ. ຢ່າງໃດກໍຕາມ ອັນນີ້ເປັນອີກຕົວຢ່າງໜຶ່ງຂອງຄວາມຮັກທີ່ຍິ່ງໃຫຍ່ຂອງພະເຢໂຫວາຄືວ່າ ພະອົງຄຳນຶງເຖິງຂີດຈຳກັດຂອງເຮົາ ແລະບໍ່ຮຽກຮ້ອງຄວາມສົມບູນຈາກເຮົາ. ພະອົງຮູ້ວ່າເວລານີ້ເຮົາຢູ່ໄກຈາກຄວາມສົມບູນຫຼາຍ. (ຄຳເພງ 51:5) ນັ້ນເປັນເຫດທີ່ຄຳເພງ 130:3, 4 ກ່າວວ່າ “ໂອ້ພະເຢໂຫວາ ຖ້າພະອົງຈະກວດເບິ່ງການອະທຳທັງຫຼາຍ ໂອ້ພະອົງເຈົ້າໃຜຈະຢັ້ງຢືນໄດ້? ແຕ່ວ່າພະອົງໂຜດຍົກໂທດ.” ຖືກແລ້ວ ພະເຢໂຫວາເປັນ “ພະເຈົ້າຜູ້ໂຜດອີ່ດູໂຜດພະຄຸນ ຜູ້ຊ້ານານຈະຄຽດແລະປະກອບດ້ວຍຄວາມດີແລະຄວາມຈິງ.” (ອົບພະຍົບ 34:6) ພະເຢໂຫວາ “ພະອົງດີພະອົງມີໃຈພ້ອມຈະຍົກຜິດ.” (ຄຳເພງ 86:5) ຖືເປັນການປອບໂຍນໃຈຫຼາຍແທ້ໆ! ເຮົາຊື່ນໃຈຂະໜາດໃດທີ່ໄດ້ຮັບໃຊ້ພະເຈົ້າອົງດີເລີດອົງນີ້ແລະຮັບການເບິ່ງແຍງດ້ວຍຄວາມເມດຕາແລະຄວາມຮັກ!
7. ຄວາມຮັກຂອງພະເຢໂຫວາເຫັນໄດ້ຈາກຜົນງານການສ້າງຂອງພະອົງຢ່າງໃດ?
7 ຄວາມຮັກຂອງພະເຢໂຫວາຍັງເຫັນໄດ້ຈາກຜົນງານທີ່ພະອົງສ້າງຂຶ້ນ. ລອງຄິດເຖິງສິ່ງດີໆຫຼາຍຢ່າງເຊິ່ງພະເຢໂຫວາໄດ້ຈັດຕຽມໄວ້ເພື່ອຄວາມເພີດເພີນຂອງເຮົາເຊັ່ນ ພູຜາປ່າໄມ້, ແມ່ນ້ຳລຳເຊ, ແລະມະຫາສະມຸດທີ່ສວຍສົດງົດງາມ. ພະອົງໃຫ້ມີອາຫານຊະນິດຕ່າງໆທີ່ຖືກອົກຖືກໃຈເຊິ່ງມີຫຼາຍລົດຊາດແຕກຕ່າງກັນເພື່ອຄ້ຳຊູເຮົາໃຫ້ຢູ່ຕໍ່ໄປໄດ້. ນອກຈາກນັ້ນ ພະເຢໂຫວາຍັງໄດ້ຈັດໃຫ້ມີດອກໄມ້ນານາຊະນິດເຊິ່ງທັງງາມຕາ ແລະຫອມຫວນ ພ້ອມດ້ວຍສັດທີ່ເປັນຕາໜ້າຮັກໜ້າແພງນຳອີກ. ພະອົງສ້າງສິ່ງຕ່າງໆທີ່ໃຫ້ຄວາມເພີດເພີນແກ່ມະນຸດ ເຖິງແມ່ນວ່າພະອົງບໍ່ຈຳເປັນຕ້ອງກະທຳເຊັ່ນນັ້ນ. ເວລານີ້ເຮົາດຳເນີນຊີວິດໃນໂລກຊົ່ວທີ່ຍັງຢູ່ໃນສະພາບບໍ່ສົມບູນ ຈຶ່ງບໍ່ສາມາດເພີດເພີນກັບສິ່ງທີ່ພະອົງສ້າງໄວ້ຢ່າງຄົບຖ້ວນ. (ໂລມ 8:22) ເຖິງຢ່າງນັ້ນກໍຕາມ ລອງນຶກເຖິງສິ່ງທີ່ພະເຢໂຫວາຈະກະທຳເພື່ອເຮົາໃນອຸທິຍານເບິ່ງດູ! ຜູ້ປະພັນຄຳເພງຮັບຮອງກັບເຮົາວ່າ “ພະອົງແບມືອອກແລະໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ.”—ຄຳເພງ 145:16.
8. ຕົວຢ່າງເດັ່ນທີ່ສຸດຂອງຄວາມຮັກທີ່ພະເຢໂຫວາມີຕໍ່ພວກເຮົາແມ່ນຫຍັງ?
8 ຕົວຢ່າງເດັ່ນທີ່ສຸດຂອງຄວາມຮັກທີ່ພະເຢໂຫວາມີຕໍ່ມະນຸດແມ່ນຫຍັງ? ຄຳພີໄບເບິນຊີ້ແຈງວ່າ “ພະເຈົ້າໄດ້ຮັກມະນຸດສະໂລກຫຼາຍປານນັ້ນ ຈົນໄດ້ປະທານໃຫ້ພະບຸດອົງດຽວຂອງພະອົງ ເພື່ອຄົນທຸກຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຈິບຫາຍ ແຕ່ວ່າຈະມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:16) ພະອົງກະທຳເຊັ່ນນີ້ຍ້ອນຄຸນງາມຄວາມດີຂອງມະນຸດບໍ? ໂລມ 5:8 ຕອບວ່າ “ພະເຈົ້າສຳແດງຄວາມຮັກຂອງພະອົງແກ່ເຮົາທັງຫຼາຍໃນສິ່ງນີ້ ເມື່ອເຮົາທັງຫຼາຍຍັງເປັນຄົນບາບ ພະຄລິດໄດ້ຕາຍແທນພວກເຮົາ.” ທີ່ຈິງ ພະເຈົ້າໄດ້ສົ່ງພະບຸດທີ່ສົມບູນເຂົ້າມາໃນໂລກໃຫ້ສະລະຊີວິດເພື່ອໄຖ່ຖອນພວກເຮົາຈາກໂທດທີ່ມາຈາກບາບແລະຄວາມຕາຍ. (ມັດທາຍ 20:28) ສິ່ງນີ້ເປີດທາງໃຫ້ຄົນທີ່ຮັກພະເຈົ້າສາມາດໄດ້ຊີວິດຕະຫຼອດໄປ. ເປັນເລື່ອງຍິນດີຫຼາຍທີ່ຄວາມຮັກຂອງພະເຈົ້າແພ່ໄປເຖິງຄົນທັງປວງເຊິ່ງຕ້ອງການທຳຕາມພະປະສົງຂອງພະອົງ ເພາະຄຳພີໄບເບິນບອກເຮົາວ່າ “ພະເຈົ້າບໍ່ເລືອກໜ້າຄົນ. ແຕ່ວ່າ ໃນທຸກປະເທດ ຜູ້ໜຶ່ງຜູ້ໃດທີ່ຢ້ານຢຳພະເຈົ້າແລະກະທຳການຊອບທຳ ກໍເປັນທີ່ຊອບໃຈແກ່ພະອົງ.”— ກິດຈະການ 10:34, 35.
9. ຄວາມຈິງທີ່ວ່າພະເຢໂຫວາໄດ້ປະທານພະບຸດຂອງພະອົງໃຫ້ເປັນຄ່າໄຖ່ສຳລັບພວກເຮົານັ້ນຄວນຈະມີຜົນຕໍ່ພວກເຮົາຢ່າງໃດ?
9 ຄວາມຈິງທີ່ວ່າພະເຢໂຫວາໄດ້ສະລະພະບຸດໃຫ້ເປັນຄ່າໄຖ່ເພື່ອພວກເຮົາຈະມີໂອກາດໄດ້ຊີວິດນິລັນດອນນັ້ນຄວນສົ່ງຜົນຕໍ່ວິຖີຊີວິດຂອງເຮົາໃນຕອນນີ້ຢ່າງໃດ? ນັ້ນຄວນຈະເຮັດໃຫ້ຄວາມຮັກຂອງເຮົາຕໍ່ພະເຢໂຫວາພະເຈົ້າອົງທ່ຽງແທ້ເລິກເຊິ່ງຍິ່ງຂຶ້ນ. ໃນເວລາດຽວກັນ ຄວນຈະເຮັດໃຫ້ເຮົາຢາກຟັງພະເຍຊູຜູ້ເຊິ່ງເປັນຕົວແທນຂອງພະເຈົ້າ. “ພະອົງ [ພະເຍຊູ] ໄດ້ຕາຍແທນຄົນທັງປວງ ເພື່ອຄົນທັງຫຼາຍທີ່ມີຊີວິດຢູ່ ຈະມີຊີວິດຕໍ່ໄປບໍ່ໃຊ່ສຳລັບຕົວເອງ ແຕ່ວ່າສຳລັບພະອົງຜູ້ໄດ້ຕາຍ ແລະໄດ້ເປັນຄືນມາຕາງເຂົາ.” (2 ໂກລິນໂທ 5:15) ໜ້າຍິນດີສ່ຳໃດທີ່ຈະດຳເນີນຕາມບາດກ້າວຂອງພະເຍຊູ ເພາະພະອົງເປັນຕົວຢ່າງໃນການຮຽນແບບຄວາມຮັກແລະຄວາມເຫັນອົກເຫັນໃຈຂອງພະເຢໂຫວາ! ເລື່ອງນີ້ຈະເຫັນຈາກສິ່ງທີ່ພະເຍຊູກ່າວນຳຜູ້ມີໃຈຖ່ອມດັ່ງນີ້: “ທ່ານທັງຫຼາຍທີ່ເມື່ອຍດ້ວຍການຍາກແລະຖືຂອງໜັກ ຈົ່ງມາຫາເຮົາເທີ້ນ ແລະເຮົາຈະປະທານຄວາມເຊົາເມື່ອຍໃຫ້ແກ່ທ່ານທັງຫຼາຍ. ຈົ່ງເອົາແອກຂອງເຮົາແບກໄປ ແລະຮຽນຮູ້ດ້ວຍເຮົາ ເພາະວ່າເຮົາມີໃຈອ່ອນຫວານແລະຖ່ອມໃຈລົງ ແລະທ່ານທັງຫຼາຍຈະພົບຄວາມເຊົາເມື່ອຍໃນຈິດໃຈຂອງທ່ານ. ເຫດວ່າແອກຂອງເຮົາກໍງ່າຍແລະເຄື່ອງແບກຂອງເຮົາກໍເບົາ.”—ມັດທາຍ 11:28-30.
ການສະແດງຄວາມຮັກຕໍ່ຄົນອື່ນ
10. ເຮົາສາມາດສະແດງຄວາມຮັກຕໍ່ເພື່ອນຄລິດສະຕຽນໃນວິທີໃດແດ່?
10 ເຮົາຈະສະແດງໃຫ້ເຫັນວ່າເຮົາມີຄວາມຮັກຕໍ່ເພື່ອນຄລິດສະຕຽນແບບດຽວກັບພະເຢໂຫວາແລະພະເຍຊູມີຕໍ່ເຮົາໄດ້ແນວໃດ? ຈົ່ງສັງເກດວ່າມີຫຼາຍວິທີທີ່ເຮົາເຮັດໄດ້ ເຊັ່ນວ່າ “ຄວາມຮັກກໍອົດທົນດົນນານແລະເຕັມດ້ວຍຄວາມດີ ຄວາມຮັກບໍ່ຫຶງສາບໍ່ອວດຕົວບໍ່ຈອງຫອງ. ບໍ່ກະທຳເປັນທີ່ໜ້າລະອາຍ ບໍ່ຊອກຫາສ່ວນຂອງຕົນເອງ ບໍ່ຮ້າຍງ່າຍ ບໍ່ຄຶດສົງໄສໃນການຊົ່ວ [“ບໍ່ຈົດຈຳຄວາມເສຍຫາຍ,” ລ.ມ.]. ບໍ່ມີຄວາມຍິນດີໃນການບໍ່ຊອບທຳ ແຕ່ວ່າມີຄວາມຍິນດີໃນຄວາມຈິງ. ແລະປົກອັດສັບພະທຸກສິ່ງ ແລະເຊື່ອສັບພະທຸກສິ່ງ ແລະໄວ້ໃຈໃນສັບພະທຸກສິ່ງ ແລະອົດທົນສັບພະທຸກສິ່ງ. ຄວາມຮັກສູນເສຍບໍ່ໄດ້.”—1 ໂກລິນໂທ 13:4-8; 1 ໂຢຮັນ 3:14-18; 4:7-12.
11. ເຮົາຄວນຈະສະແດງຄວາມຮັກຕໍ່ໃຜອີກແດ່ ແລະໂດຍວິທີໃດ?
11 ເຮົາຄວນຈະສະແດງຄວາມຮັກຕໍ່ໃຜອີກແດ່ ແລະໂດຍວິທີໃດ? ພະເຍຊູກ່າວວ່າ “ເຫດສັນນີ້ ທ່ານທັງຫຼາຍຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ ໃຫ້ເຂົາຮັບສິນບັບເຕມາໃນນາມຊື່ແຫ່ງພະບິດາແລະພະບຸດແລະພະວິນຍານບໍລິສຸດ. ຈົ່ງສັ່ງສອນເຂົາ ໃຫ້ຖືຮັກສາສິ່ງທັງປວງທີ່ເຮົາໄດ້ສັ່ງໄວ້ແກ່ທ່ານທັງຫຼາຍ.” (ມັດທາຍ 28:19, 20) ນັ້ນລວມທັງການປະກາດຂ່າວດີເລື່ອງໂລກໃໝ່ທີ່ເປັນອຸທິຍານຂອງພະເຈົ້າເຊິ່ງຈະມາເຖິງກັບຄົນເຫຼົ່ານັ້ນທີ່ຍັງບໍ່ທັນເປັນເພື່ອນຄລິດສະຕຽນ. ພະເຍຊູສະແດງໃຫ້ເຫັນຢ່າງຊັດເຈນວ່າ ຄວາມຮັກຂອງເຮົາບໍ່ຄວນຈຳກັດຢູ່ກັບແຕ່ຜູ້ທີ່ມີຄວາມເຊື່ອເຊັ່ນດຽວກັບພວກເຮົາເທົ່ານັ້ນ ເພາະພະອົງກ່າວວ່າ “ຖ້າທ່ານທັງຫຼາຍຮັກ [ສະເພາະ] ຄົນທັງຫຼາຍທີ່ຮັກທ່ານໆ ໄດ້ບຳເໜັດອັນໃດ ພວກເກັບພາສີທັງມວນບໍ່ກະທຳເໝືອນດັ່ງນັ້ນຫຼື? ແລະຖ້າທ່ານທັງຫຼາຍຄຳນັບແຕ່ພີ່ນ້ອງຂອງທ່ານເທົ່ານັ້ນ ທ່ານທັງຫຼາຍກະທຳສິ່ງໃດລື່ນຄົນອື່ນ ຄົນຕ່າງປະເທດທັງມວນບໍ່ກະທຳເໝືອນດັ່ງນັ້ນຫຼື?”—ມັດທາຍ 5:46, 47; 24:14; ຄາລາຊີ 6:10.
“ທຽວໄປໃນນາມຊື່ແຫ່ງພະເຢໂຫວາ”
12. ເປັນຫຍັງຊື່ຂອງພະເຈົ້າຈຶ່ງເໝາະທີ່ຈະໃຊ້ກັບພະອົງເທົ່ານັ້ນ?
12 ແງ່ມຸມສຳຄັນອີກອັນໜຶ່ງໃນການສັນລະເສີນພະເຈົ້າອົງທ່ຽງແທ້ແມ່ນການຮູ້ຈັກ, ການໃຊ້, ແລະການສອນຄົນອື່ນໆເຖິງຊື່ຂອງພະເຢໂຫວາ ຊື່ທີ່ບໍ່ມີໃຜທຽບທຽມໄດ້. ຜູ້ປະພັນຄຳເພງສະແດງຄວາມປາຖະໜາຈາກໃຈດັ່ງນີ້: “ໃຫ້ເຂົາຮູ້ຈັກວ່າ ພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາອົງດຽວ ເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.” (ຄຳເພງ 83:18) ຊື່ເຢໂຫວາໝາຍຄວາມວ່າ “ພະອົງຜູ້ບັນດານໃຫ້ເປັນ.” ພະອົງເປັນຜູ້ມີພະປະສົງອົງຍິ່ງໃຫຍ່ ຜູ້ທີ່ກະທຳໃຫ້ພະປະສົງບັນລຸຜົນສຳເລັດສະເໝີ. ສະເພາະພະເຈົ້າທ່ຽງແທ້ອົງດຽວເທົ່ານັ້ນທີ່ຄູ່ຄວນກັບຊື່ນັ້ນ ເພາະວ່າມະນຸດບໍ່ມີທາງໝັ້ນໃຈໄດ້ເລີຍວ່າຄວາມພະຍາຍາມຂອງເຂົາຈະສຳເລັດຫຼືບໍ່. (ຢາໂກໂບ 4:13, 14) ມີແຕ່ພະເຢໂຫວາເທົ່ານັ້ນທີ່ສາມາດກ່າວວ່າ ຄຳຂອງພະອົງ “ຈະສຳເລັດເປັນແນ່” ຕາມທີ່ພະອົງໄດ້ໃຊ້ໄປ. (ເອຊາອີ 55:11, ລ.ມ.) ຫຼາຍຄົນຮູ້ສຶກຕື່ນເຕັ້ນເມື່ອເຫັນຊື່ຂອງພະເຈົ້າເປັນເທື່ອທຳອິດໃນຄຳພີໄບເບິນຂອງຕົນ ແລະຮຽນຮູ້ເຖິງຄວາມໝາຍຂອງຊື່ນັ້ນ. (ອົບພະຍົບ 6:3) ແຕ່ເພື່ອເຂົາເຈົ້າຈະໄດ້ປະໂຫຍດ ເຂົາເຈົ້າຕ້ອງ “ທຽວໄປໃນນາມຊື່ແຫ່ງພະເຢໂຫວາ . . . ສືບໆໄປເປັນນິດ.”—ມີເກ 4:5.
13. ການຮູ້ຈັກນາມຊື່ຂອງພະເຢໂຫວາ ແລະການດຳເນີນໃນນາມຊື່ຂອງພະອົງນັ້ນໝາຍລວມເຖິງສິ່ງໃດແດ່?
13 ກ່ຽວກັບນາມຊື່ຂອງພະເຈົ້າ ຄຳເພງ 9:10 ບອກວ່າ “ຄົນທັງຫຼາຍທີ່ຮູ້ຈັກນາມຊື່ຂອງພະອົງກໍຈະປົງໃຈໃນພະອົງ.” ສິ່ງນີ້ກ່ຽວຂ້ອງຫຼາຍກວ່າການຮູ້ຈັກຊື່ພະເຢໂຫວາເທົ່ານັ້ນ ເນື່ອງຈາກວ່າການຮູ້ຈັກຊື່ຂອງພະເຈົ້າບໍ່ໄດ້ໝາຍຄວາມວ່າຈະໄວ້ວາງໃຈພະອົງໂດຍອັດຕະໂນມັດ. ການຮູ້ຈັກນາມຊື່ຂອງພະເຈົ້າໝາຍເຖິງການເຂົ້າໃຈວ່າພະເຢໂຫວາເປັນພະເຈົ້າແບບໃດ, ສະແດງຄວາມນັບຖືຕໍ່ອຳນາດຂອງພະອົງ, ເຊື່ອຟັງຄຳສັ່ງຂອງພະອົງ, ແລະໄວ້ວາງໃຈພະອົງໃນທຸກສິ່ງ. (ສຸພາສິດ 3:5, 6) ໃນທຳນອງດຽວກັນ ການທຽວໄປຫຼືດຳເນີນໃນນາມຊື່ຂອງພະເຢໂຫວາໝາຍເຖິງການອຸທິດຕົວແດ່ພະອົງ ການເປັນຕົວແທນຂອງພະອົງຖານະຜູ້ນະມັດສະການພະອົງ ແລະດຳເນີນຊີວິດໃຫ້ປະສານກັບພະປະສົງຂອງພະອົງຢ່າງແທ້ຈິງ. (ລືກາ 10:27) ທ່ານກຳລັງເຮັດຢ່າງນັ້ນຢູ່ບໍ?
14. ຫາກວ່າເຮົາຢາກຈະຮັບໃຊ້ພະເຢໂຫວາຕະຫຼອດໄປ ຕ້ອງມີສິ່ງໃດອີກນອກຈາກຄວາມສຳນຶກໃນໜ້າທີ່?
14 ຖ້າເຮົາຈະຮັບໃຊ້ພະເຢໂຫວາຕະຫຼອດໄປ ສິ່ງທີ່ກະຕຸ້ນເຮົາຕ້ອງບໍ່ແມ່ນພຽງແຕ່ຄວາມສຳນຶກໃນໜ້າທີ່ເທົ່ານັ້ນ. ອັກຄະສາວົກໂປໂລເຕືອນຕີໂມເຕຜູ້ໄດ້ຮັບໃຊ້ພະເຢໂຫວາມາເປັນເວລາຫຼາຍປີວ່າ “ຈົ່ງແອບຕົວເອງໃນການນັບຖືພະເຈົ້າ [“ດ້ວຍຄວາມເຫຼື້ອມໃສຕໍ່ພະເຈົ້າ,” ລ.ມ.].” (1 ຕີໂມເຕ 4:7) ຄວາມເຫຼື້ອມໃສແມ່ນມາຈາກຫົວໃຈທີ່ເຕັມໄປດ້ວຍຄວາມຮູ້ຄຸນຄ່າຕໍ່ຜູ້ທີ່ເຮົາເຫຼື້ອມໃສ. “ຄວາມເຫຼື້ອມໃສຕໍ່ພະເຈົ້າ” ເປັນການສະແດງຄວາມເຄົາລົບຢຳເກງຢ່າງເລິກເຊິ່ງຕໍ່ພະເຢໂຫວາເປັນສ່ວນຕົວ. ຄວາມເຫຼື້ອມໃສນັ້ນສະແດງເຖິງຄວາມຜູກພັນດ້ວຍຄວາມຮັກທີ່ມີຕໍ່ພະອົງ ເນື່ອງຈາກຄວາມນັບຖືອັນລົ້ນເຫຼືອຕໍ່ພະອົງແລະແນວທາງຂອງພະອົງ. ຄວາມເຫຼື້ອມໃສນັ້ນ ເຮັດໃຫ້ເຮົາມີເຫດຜົນທີ່ຢາກໃຫ້ທຸກຄົນຍົກຍໍຊື່ຂອງພະອົງດ້ວຍຄວາມນັບຖືຢ່າງສູງສົ່ງ. ເຮົາຕ້ອງປູກຝັງຄວາມເຫຼື້ອມໃສຕໍ່ພະເຈົ້າໃນຊີວິດຂອງເຮົາ ຫາກເຮົາຈະດຳເນີນໃນນາມຊື່ຂອງພະເຢໂຫວາ ພະເຈົ້າທ່ຽງແທ້ອົງດຽວ ຕະຫຼອດໄປ.—ຄຳເພງ 37:4; 2 ເປໂຕ 3:11, ລ.ມ.
15. ເຮົາຈະຖວາຍຄວາມເຫຼື້ອມໃສໂດຍສະເພາະແດ່ພະເຈົ້າໄດ້ຢ່າງໃດ?
15 ເພື່ອໃຫ້ພະເຈົ້າຍອມຮັບການຮັບໃຊ້ຂອງເຮົາ ເຮົາຕ້ອງຖວາຍການນະມັດສະການແດ່ພະອົງພຽງຜູ້ດຽວ ເນື່ອງຈາກພະອົງເປັນ “ພະເຈົ້າທີ່ຮຽກຮ້ອງຄວາມເຫຼື້ອມໃສໂດຍສະເພາະ.” (ອົບພະຍົບ 20:5, ລ.ມ.) ເຮົາບໍ່ສາມາດຮັກພະເຈົ້າ ແລະພ້ອມກັນນັ້ນກໍຮັກໂລກຊົ່ວນີ້ທີ່ຊາຕານເປັນພະເຈົ້າໄປນຳ. (ຢາໂກໂບ 4:4; 1 ໂຢຮັນ 2:15-17) ພະເຢໂຫວາຮູ້ຢ່າງແທ້ຈິງວ່າເຮົາແຕ່ລະຄົນພະຍາຍາມເປັນຄົນແບບໃດ. (ເຢເຣມີ 17:10) ຖ້າເຮົາຮັກຄວາມຊອບທຳແທ້ໆ ພະອົງເຫັນສິ່ງນັ້ນ ແລະຈະຊ່ວຍເຮົາໃຫ້ອົດທົນກັບການທົດລອງຂອງແຕ່ລະມື້. ໂດຍການຫນູນຫຼັງເຮົາດ້ວຍພະວິນຍານບໍລິສຸດອັນມີພະລັງຂອງພະອົງ ພະອົງຈະຊ່ວຍໃຫ້ເຮົາມີໄຊເໜືອຄວາມຊົ່ວເຊິ່ງແພ່ຫຼາຍໃນໂລກນີ້. (2 ໂກລິນໂທ 4:7) ນອກຈາກນັ້ນ ພະອົງຈະຊ່ວຍເຮົາໃຫ້ຮັກສາຄວາມຫວັງອັນໝັ້ນຄົງເລື່ອງຊີວິດຕະຫຼອດໄປໃນອຸທິຍານເທິງແຜ່ນດິນໂລກ. ຖືວ່າເປັນອະນາຄົດທີ່ສົດໃສແທ້ໆ! ເຮົາຄວນຈະຮູ້ຄຸນຄ່າຢ່າງເລິກເຊິ່ງຕໍ່ສິ່ງນີ້ ແລະເຕັມໃຈຮັບໃຊ້ພະເຢໂຫວາ ພະເຈົ້າທ່ຽງແທ້ອົງດຽວ ຜູ້ເຮັດໃຫ້ຄວາມຫວັງນັ້ນເປັນໄປໄດ້.
16. ທ່ານຄວນຈະເຮັດຫຍັງດັ່ງທີ່ອີກຫຼາຍໆລ້ານຄົນກຳລັງເຮັດຢູ່?
16 ທົ່ວໂລກມີຫຼາຍລ້ານຄົນຍິນດີຮັບເອົາຄຳເຊີນຂອງຜູ້ປະພັນຄຳເພງເຊິ່ງຈາລຶກໄວ້ວ່າ “ທ່ານທັງຫຼາຍຈົ່ງຖວາຍລັດສະໝີແກ່ພະເຢໂຫວາດ້ວຍກັນກັບຂ້ານ້ອຍ ແລະເຮົາທັງປວງຈົ່ງພາກັນຍົກຍໍນາມຊື່ຂອງພະອົງຂຶ້ນ.” (ຄຳເພງ 34:3) ພະເຢໂຫວາເຊີນທ່ານໃຫ້ມາຢູ່ໃນທ່າມກາງຝູງຊົນທີ່ເພີ່ມຂຶ້ນເລື່ອຍໆຈາກຊາດຕ່າງໆເຊິ່ງກຳລັງກະທຳເຊັ່ນນີ້ຢູ່.
ການພິຈາລະນາທົບທວນ
• ພະເຢໂຫວາເປັນບຸກຄົນແບບໃດ? ເຮົາໄດ້ປະໂຫຍດຢ່າງໃດຈາກການເຂົ້າໃຈຊັດເຈນກ່ຽວກັບຄຸນລັກສະນະຕ່າງໆຂອງພະອົງ?
• ເຮົາຈະຊ່ວຍຄົນອື່ນໃຫ້ຮຽນຮູ້ຄວາມຈິງກ່ຽວກັບພະເຈົ້າໄດ້ຢ່າງໃດ?
• ການຮູ້ຈັກນາມຊື່ຂອງພະເຢໂຫວາ ແລະການທຽວໄປໃນນາມຊື່ຂອງພະອົງໝາຍລວມເຖິງສິ່ງໃດ?
[ຮູບພາບໜ້າ 14]
ດ້ວຍຄວາມຮັກອັນຍິ່ງໃຫຍ່ ພະເຢໂຫວາ ‘ຈະແບມືອອກແລະໃຫ້ສິ່ງທັງປວງທີ່ມີຊີວິດຢູ່ກິນອີ່ມບໍລິບູນ’