ບົດທີ 30
“ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ”
1-3. ເຮົາຈະໄດ້ປະໂຫຍດຫຍັງຖ້າເຮົາຮຽນແບບພະເຢໂຫວາໃນການສະແດງຄວາມຮັກ?
“ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.” (ກິດຈະການ 20:35) ຄຳເວົ້າຂອງພະເຢຊູສອນສິ່ງທີ່ສຳຄັນຄື ການສະແດງຄວາມຮັກແບບບໍ່ເຫັນແກ່ໂຕມີປະໂຫຍດກັບເຮົາ. ເຖິງວ່າເຮົາຈະມີຄວາມສຸກຫຼາຍເມື່ອເຮົາໄດ້ຮັບຄວາມຮັກຈາກຄົນອື່ນ ແຕ່ເຮົາຈະມີຄວາມສຸກຫຼາຍກວ່າຖ້າເຮົາເປັນຝ່າຍໃຫ້ ຫຼືສະແດງຄວາມຮັກກັບຄົນອື່ນ.
2 ພໍ່ໃນສະຫວັນຂອງເຮົາຮູ້ເລື່ອງນີ້ດີກວ່າທຸກຄົນ. ເຮົາໄດ້ຮຽນແລ້ວໃນບົດກ່ອນໆຂອງຕອນທີ 4 ວ່າພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດໃນເລື່ອງຄວາມຮັກ. ບໍ່ມີໃຜສະແດງຄວາມຮັກໄດ້ຫຼາຍກວ່າເພິ່ນ ແລະເພິ່ນເຮັດແບບນັ້ນເປັນເວລາດົນແລ້ວ. ດັ່ງນັ້ນຈຶ່ງບໍ່ແປກເລີຍທີ່ຄຳພີໄບເບິນເອີ້ນພະເຢໂຫວາວ່າ: “ພະເຈົ້າຜູ້ມີຄວາມສຸກ.”—1 ຕີໂມທຽວ 1:11
3 ພະເຈົ້າຜູ້ທີ່ມີຄວາມຮັກຫຼາຍຢາກໃຫ້ເຮົາເປັນຄືກັບເພິ່ນໃນທຸກດ້ານໂດຍສະເພາະໃນເລື່ອງການສະແດງຄວາມຮັກກັບຄົນອື່ນ. ເອເຟໂຊ 5:1, 2 ບອກເຮົາໃຫ້ “ຮຽນແບບພະເຈົ້າຄືກັບລູກທີ່ຮັກຂອງເພິ່ນ ແລະໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ.” ເມື່ອເຮົາຮຽນແບບພະເຢໂຫວາໃນການສະແດງຄວາມຮັກ ເຮົາກໍຈະມີຄວາມສຸກຫຼາຍຂຶ້ນຍ້ອນເຮົາເປັນຝ່າຍໃຫ້. ເຮົາຍັງມີຄວາມສຸກນຳຍ້ອນເຮົາຮູ້ວ່າເຮົາເຮັດໃຫ້ພະເຢໂຫວາພໍໃຈ ເພາະເພິ່ນບອກເຮົາໃຫ້ “ຮັກ . . . ກັນແລະກັນ.” (ໂຣມ 13:8) ແຕ່ຍັງມີເຫດຜົນອື່ນອີກທີ່ເຮົາຕ້ອງ “ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ.”
ເປັນຫຍັງຄວາມຮັກຈຶ່ງສຳຄັນ?
ຄວາມຮັກກະຕຸ້ນເຮົາໃຫ້ໝັ້ນໃຈໃນໂຕພີ່ນ້ອງ
4, 5. ເປັນຫຍັງການສະແດງຄວາມຮັກກັບພີ່ນ້ອງຈຶ່ງເປັນເລື່ອງທີ່ສຳຄັນ?
4 ເປັນຫຍັງການສະແດງຄວາມຮັກຕໍ່ພີ່ນ້ອງຈຶ່ງເປັນເລື່ອງສຳຄັນ? ເວົ້າງ່າຍໆກໍຍ້ອນວ່າຄວາມຮັກເປັນຄຸນລັກສະນະທີ່ສຳຄັນທີ່ສຸດຂອງຄລິດສະຕຽນແທ້. ຖ້າບໍ່ມີຄວາມຮັກເຮົາກໍຈະບໍ່ຜູກພັນໃກ້ຊິດກັບພີ່ນ້ອງ ແລະຍິ່ງກວ່ານັ້ນພະເຢໂຫວາກໍຈະຖືວ່າເຮົາບໍ່ມີຄ່າຫຍັງເລີຍ. ໃນບົດນີ້ເຮົາຈະຮຽນຫຼາຍຂຶ້ນວ່າຄຳພີໄບເບິນຊ່ວຍເຮົາແນວໃດໃຫ້ເຫັນວ່າເປັນເລື່ອງສຳຄັນທີ່ເຮົາຕ້ອງສະແດງຄວາມຮັກ.
5 ໃນຄືນສຸດທ້າຍທີ່ພະເຢຊູມີຊີວິດຢູ່ໂລກ ເພິ່ນບອກພວກລູກສິດວ່າ: “ຂ້ອຍໃຫ້ກົດໝາຍໃໝ່ກັບພວກເຈົ້າ. ໃຫ້ພວກເຈົ້າຮັກກັນ. ຂ້ອຍຮັກພວກເຈົ້າແບບໃດ ກໍໃຫ້ພວກເຈົ້າຮັກກັນແບບນັ້ນ. ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.” (ໂຢຮັນ 13:34, 35) ການທີ່ພະເຢຊູບອກວ່າ: “ຂ້ອຍຮັກພວກເຈົ້າແບບໃດ” ໝາຍຄວາມວ່າເພິ່ນຢາກໃຫ້ພວກເຮົາສະແດງຄວາມຮັກຕໍ່ຄົນອື່ນຄືກັນກັບເພິ່ນ. ໃນບົດທີ 29 ເຮົາເຫັນວ່າພະເຢຊູໃຫ້ຕົວຢ່າງທີ່ດີແທ້ໆໃນການສະແດງຄວາມຮັກໂດຍຄິດເຖິງຜົນປະໂຫຍດຂອງຄົນອື່ນຫຼາຍກວ່າຂອງໂຕເພິ່ນເອງ. ເຮົາກໍຕ້ອງສະແດງຄວາມຮັກແບບນັ້ນນຳ. ຖ້າເຮົາເຮັດແບບນັ້ນ ຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາກໍຈະເຫັນແຈ້ງເລີຍວ່າເຮົາຮັກກັນແທ້ໆ ແລະເຮົາກໍເຮັດໃຫ້ເຫັນນຳວ່າເຮົາເປັນຄລິດສະຕຽນແທ້.
6, 7. (ກ) ເຮົາຮູ້ໄດ້ແນວໃດວ່າຄຳພີໄບເບິນເນັ້ນເລື່ອງການສະແດງຄວາມຮັກ? (ຂ) ໂປໂລເວົ້າເຖິງຫຍັງໃນ 1 ໂກຣິນໂທ 13:4-8?
6 ແຕ່ຖ້າເຮົາບໍ່ມີຄວາມຮັກເດ້? ອັກຄະສາວົກໂປໂລບອກວ່າ: “ຖ້າຂ້ອຍ . . . ບໍ່ມີຄວາມຮັກ ຂ້ອຍກໍເປັນຄືກັບສຽງຄ້ອງຫຼືສຽງແສ່ງ.” (1 ໂກຣິນໂທ 13:1) ສຽງຄ້ອງຫຼືສຽງແສ່ງອາດຈະດັງຈົນແສບແກ້ວຫູ. ນີ້ເປັນຕົວຢ່າງທີ່ເໝາະສົມແທ້ໆ ຍ້ອນຄົນທີ່ບໍ່ມີຄວາມຮັກກໍເປັນຄືກັບເຄື່ອງດົນຕີທີ່ສຽງດັງໆຈົນເຮັດໃຫ້ຄົນອື່ນລຳຄານ ແລະອາດຈະເປັນເລື່ອງຍາກທີ່ຄົນແບບນັ້ນຈະມີໝູ່ສະໜິດ. ໂປໂລບອກນຳວ່າ: “ຖ້າຂ້ອຍ . . . ມີຄວາມເຊື່ອຫຼາຍເຖິງຂັ້ນວ່າຍ້າຍພູໄດ້ ແຕ່ບໍ່ມີຄວາມຮັກ ຂ້ອຍກໍບໍ່ມີຄ່າຫຍັງເລີຍ.” (1 ໂກຣິນໂທ 13:2) ດັ່ງນັ້ນ ເຖິງວ່າເຮົາເຮັດສິ່ງດີໆໄດ້ຫຼາຍຢ່າງ ແຕ່ຖ້າເຮົາບໍ່ມີຄວາມຮັກ ພະເຢໂຫວາກໍຈະບໍ່ໃຊ້ເຮົາ. ຄຳພີໄບເບິນສອນຢ່າງຈະແຈ້ງເລີຍວ່າພະເຢໂຫວາຢາກໃຫ້ເຮົາສະແດງຄວາມຮັກ.
7 ແຕ່ເຮົາຈະສະແດງຄວາມຮັກກັບຄົນອື່ນໄດ້ແນວໃດ? ເພື່ອຕອບຄຳຖາມນີ້ ໃຫ້ເຮົາມາເບິ່ງຄຳເວົ້າຂອງໂປໂລທີ່ຢູ່ໃນ 1 ໂກຣິນໂທ 13:4-8. ຂໍ້ເຫຼົ່ານີ້ບໍ່ໄດ້ເວົ້າເຖິງຄວາມຮັກທີ່ພະເຈົ້າມີຕໍ່ເຮົາຫຼືຄວາມຮັກທີ່ເຮົາມີຕໍ່ເພິ່ນ. ແຕ່ໂປໂລເນັ້ນວິທີທີ່ເຮົາສະແດງຄວາມຮັກຕໍ່ກັນແລະອະທິບາຍວ່າຄວາມຮັກໝາຍເຖິງຫຍັງແທ້ໆ.
ຄວາມຮັກໝາຍເຖິງຫຍັງ?
8. ຕອນທີ່ມີບັນຫາກັບຄົນອື່ນ ຄວາມອົດທົນຈະຊ່ວຍເຮົາໄດ້ແນວໃດ?
8 “ຄວາມຮັກອົດທົນ.” ການສະແດງຄວາມຮັກໝາຍເຖິງການທີ່ເຮົາອົດທົນກັບຄົນອື່ນ. (ໂກໂລຊາຍ 3:13) ເຮົາຕ້ອງມີຄວາມອົດທົນຍ້ອນເຮົາເປັນຄົນບໍ່ສົມບູນແບບ. ດັ່ງນັ້ນ ຕອນທີ່ເຮົາຮັບໃຊ້ພະເຢໂຫວານຳກັນກັບພີ່ນ້ອງ ເປັນໄປໄດ້ທີ່ເຮົາອາດຈະມີເລື່ອງຂັດແຍ່ງກັນ. ແຕ່ຄວາມອົດທົນຈະຊ່ວຍເຮົາໃຫ້ເບິ່ງຂ້າມເລື່ອງເລັກໆນ້ອຍໆແລະຊ່ວຍຮັກສາສັນຕິສຸກໃນປະຊາຄົມ.
9. ເຮົາຈະສະແດງຄວາມເມດຕາຕໍ່ຄົນອື່ນໄດ້ແນວໃດ?
9 “ຄວາມຮັກ . . . ເມດຕາ.” ເຮົາສະແດງຄວາມເມດຕາໂດຍຊ່ວຍເຫຼືອຄົນອື່ນແລະເວົ້າແບບເຫັນອົກເຫັນໃຈ. ຄວາມຮັກກະຕຸ້ນເຮົາໃຫ້ຊອກຫາວິທີທີ່ຈະສະແດງຄວາມເມດຕາໂດຍສະເພາະກັບຄົນທີ່ຕ້ອງການຄວາມຊ່ວຍເຫຼືອ. ຕົວຢ່າງເຊັ່ນ: ພີ່ນ້ອງທີ່ອາຍຸຫຼາຍແລ້ວອາດຮູ້ສຶກເຫງົາແລະຢາກໃຫ້ມີຄົນມາຢາມເພື່ອລາວຈະໄດ້ກຳລັງໃຈ. ພີ່ນ້ອງຍິງທີ່ຕ້ອງລ້ຽງລູກຄົນດຽວຫຼືຢູ່ໃນຄອບຄົວທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາອາດຕ້ອງການຄວາມຊ່ວຍເຫຼືອແລະກຳລັງໃຈນຳ. ພີ່ນ້ອງທີ່ເຈັບປ່ວຍຫຼືເຈິກັບຄວາມຍາກລຳບາກກໍຄືຊິຢາກໄດ້ຍິນຄຳເວົ້າດີໆທີ່ໃຫ້ກຳລັງໃຈ. (ສຸພາສິດ 12:25; 17:17) ຖ້າເຮົາຫາໂອກາດສະແດງຄວາມເມດຕາຕໍ່ພີ່ນ້ອງຂອງເຮົາ ເຮົາກໍເຮັດໃຫ້ເຫັນວ່າເຮົາຮັກເຂົາເຈົ້າແທ້ໆ.—2 ໂກຣິນໂທ 8:8
10. ເຖິງວ່າຈະບໍ່ແມ່ນເລື່ອງງ່າຍ ແຕ່ຄວາມຮັກຊ່ວຍເຮົາແນວໃດໃຫ້ຍຶດໝັ້ນກັບຄວາມຈິງແລະເວົ້າຄວາມຈິງ?
10 “ຄວາມຮັກ . . . ມັກຄວາມຈິງ.” ສະບັບແປອື່ນແປຂໍ້ວ່ານີ້ “ຄວາມຮັກ . . . ສະໜັບສະໜູນຄວາມຈິງດ້ວຍຄວາມຍິນດີ.” ຄວາມຮັກກະຕຸ້ນເຮົາໃຫ້ຍຶດໝັ້ນກັບຄວາມຈິງ ແລະ “ເວົ້າຄວາມຈິງຕໍ່ກັນ.” (ເຊຄາຣີຢາ 8:16) ຕົວຢ່າງເຊັ່ນ ຖ້າຄົນທີ່ເຮົາຮັກເຮັດຜິດຮ້າຍແຮງ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະຕໍ່ຄົນທີ່ເຮັດຜິດຈະຊ່ວຍເຮົາໃຫ້ເຮັດສິ່ງທີ່ພະເຢໂຫວາບອກວ່າຖືກຕ້ອງ. ນອກຈາກນັ້ນ ເຮົາຈະບໍ່ພະຍາຍາມປົກປິດຫຼືບອກວ່າສິ່ງທີ່ລາວເຮັດບໍ່ແມ່ນເລື່ອງໃຫຍ່ ຫຼືບໍ່ເວົ້າຄວາມຈິງກ່ຽວກັບເລື່ອງນັ້ນ. ບາງເທື່ອອາດເປັນເລື່ອງຍາກທີ່ຈະຍອມຮັບວ່າຄົນທີ່ເຮົາຮັກເຮັດຜິດຮ້າຍແຮງ. ແຕ່ຖ້າເຮົາຮັກແລະຢາກຊ່ວຍລາວແທ້ໆ ເຮົາກໍຄືຊິຢາກໃຫ້ລາວໄດ້ຮັບການສັ່ງສອນດ້ວຍຄວາມຮັກຈາກພະເຈົ້າແລະໄດ້ຮັບການແກ້ໄຂ. (ສຸພາສິດ 3:11, 12) ການສະແດງຄວາມຮັກໂດຍຍຶດໝັ້ນກັບຄວາມຈິງຍັງໝາຍຄວາມວ່າເຮົາຕ້ອງ “ປະພຶດໂຕສັດຊື່ໃນທຸກເລື່ອງ” ນຳ.—ເຮັບເຣີ 13:18
11. ເຮົາຄວນເຮັດແນວໃດກັບຂໍ້ຜິດພາດເລັກໆນ້ອຍໆຂອງພີ່ນ້ອງເພື່ອສະແດງວ່າຄວາມຮັກ “ຍອມທົນທຸກສິ່ງ”?
11 “ຄວາມຮັກຍອມທົນທຸກສິ່ງ.” ໃນພາສາດັ້ງເດີມຄຳນີ້ແປຕາມໂຕວ່າ “ຄວາມຮັກປົກຄຸມທຸກສິ່ງ.” (ສະບັບແປ ຄິງດອມ ອິນເຕີລິເນຍ) ຢູ່ 1 ເປໂຕ 4:8 ບອກວ່າ: “ຄວາມຮັກເຮັດໃຫ້ຄົນເຮົາເຕັມໃຈຍົກໂທດໃຫ້ຄົນອື່ນ [ຫຼືຄວາມຮັກປົກຄຸມບາບໄດ້ຢ່າງຫຼວງຫຼາຍ]” ຖ້າເຮົາຮັກພີ່ນ້ອງຂອງເຮົາແທ້ໆເຮົາກໍຈະບໍ່ເວົ້າເລື່ອງຂໍ້ຜິດພາດເລັກໆນ້ອຍໆຂອງລາວໃຫ້ຄົນອື່ນຟັງ ຍ້ອນວ່າຫຼາຍເທື່ອຂໍ້ຜິດພາດນັ້ນກໍບໍ່ແມ່ນເລື່ອງໃຫຍ່ ແຕ່ຖ້າເຮົາເບິ່ງຂ້າມເລື່ອງນັ້ນໄປກໍສະແດງວ່າເຮົາຮັກພີ່ນ້ອງ.—ສຸພາສິດ 10:12; 17:9
12. ອັກຄະສາວົກໂປໂລສະແດງແນວໃດວ່າລາວໝັ້ນໃຈໃນໂຕຂອງຟີເລໂມນ ແລະເຮົາໄດ້ຮຽນຫຍັງຈາກຕົວຢ່າງຂອງໂປໂລ?
12 “ຄວາມຮັກ . . . ເຊື່ອໃນທຸກສິ່ງ.” ສະບັບແປໜຶ່ງບອກວ່າຄວາມຮັກ “ພ້ອມຈະເຊື່ອໃນສ່ວນທີ່ດີທີ່ສຸດສະເໝີ.” ເຮົາຈະບໍ່ສົງໄສວ່າເປັນຫຍັງພີ່ນ້ອງຈຶ່ງເຮັດແບບນັ້ນຫຼືສົງໄສວ່າລາວມີເຈຕະນາທີ່ຖືກຕ້ອງບໍ່. ຄວາມຮັກຊ່ວຍເຮົາໃຫ້ “ເຊື່ອໃນສ່ວນທີ່ດີທີ່ສຸດ” ຂອງພີ່ນ້ອງແລະໄວ້ໃຈລາວ.a ເຮົາເຫັນຕົວຢ່າງເລື່ອງນີ້ໄດ້ຈາກຈົດໝາຍທີ່ໂປໂລຂຽນເຖິງຟີເລໂມນ. ທາດຄົນໜຶ່ງຂອງຟີເລໂມນຊື່ໂອເນຊີໂມໄດ້ໜີໄປ ແຕ່ຕໍ່ມາໂອເນຊີໂມໄດ້ເຂົ້າມາເປັນຄລິດສະຕຽນ ແລະເມື່ອລາວກັບມາ ໂປໂລກໍຢາກໃຫ້ຟີເລໂມນຕ້ອນຮັບລາວດ້ວຍຄວາມຮັກ. ໂປໂລບໍ່ໄດ້ພະຍາຍາມບັງຄັບ ແຕ່ຂໍຮ້ອງຟີເລໂມນໃຫ້ເຮັດແບບນັ້ນ. ໂປໂລໝັ້ນໃຈວ່າຄວາມຮັກຈະກະຕຸ້ນໃຫ້ຟີເລໂມນເຮັດດີກັບໂອເນຊີໂມ. ໂປໂລບອກວ່າ: “ຂ້ອຍຂຽນຫາເຈົ້າຍ້ອນໝັ້ນໃຈວ່າເຈົ້າຈະເຮັດຕາມທີ່ຂ້ອຍຂໍ ແລະຂ້ອຍຮູ້ວ່າເຈົ້າຈະເຮັດຫຼາຍກວ່ານັ້ນອີກ.” (ຂໍ້ 21) ຖ້າເຮົາຮັກພີ່ນ້ອງແລະໝັ້ນໃຈໃນໂຕເຂົາເຈົ້າ ເຮົາກໍກຳລັງກະຕຸ້ນເຂົາເຈົ້າໃຫ້ສະແດງຄຸນລັກສະນະທີ່ດີອອກມາ.
13. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຫວັງວ່າພີ່ນ້ອງຈະເຮັດສິ່ງທີ່ຖືກຕ້ອງ?
13 “ຄວາມຮັກ . . . ຫວັງໃນທຸກສິ່ງ.” ນອກຈາກຄວາມຮັກຈະກະຕຸ້ນເຮົາໃຫ້ໄວ້ໃຈພີ່ນ້ອງແລ້ວ ຄວາມຮັກກໍເຮັດໃຫ້ເຮົາຫວັງວ່າພີ່ນ້ອງຈະເຮັດສິ່ງທີ່ຖືກຕ້ອງນຳ. ຕົວຢ່າງເຊັ່ນ ຖ້າພີ່ນ້ອງຄົນໜຶ່ງ “ກຳລັງໄປຜິດທາງໂດຍບໍ່ຮູ້ໂຕ” ເຮົາຫວັງວ່າລາວຈະຟັງຄົນທີ່ພະຍາຍາມຊ່ວຍລາວໃຫ້ປ່ຽນແປງໂຕເອງ. (ຄາລາເຕຍ 6:1) ເຮົາຍັງຫວັງນຳວ່າພີ່ນ້ອງທີ່ມີຄວາມເຊື່ອອ່ອນແອຈະກັບມາເຂັ້ມແຂງອີກ. ເຮົາຈະອົດທົນແລະຊ່ວຍເຂົາເຈົ້າໃຫ້ຮັບໃຊ້ພະເຢໂຫວາຢ່າງດຸໝັ່ນຕໍ່ໄປ. (ໂຣມ 15:1; 1 ເທຊະໂລນິກ 5:14) ເຖິງວ່າຄົນທີ່ເຮົາຮັກຈະເຊົາຮັບໃຊ້ພະເຢໂຫວາ ເຮົາກໍຈະຫວັງຢູ່ສະເໝີວ່າມີມື້ໃດມື້ໜຶ່ງລາວຈະກັບມາຮັບໃຊ້ພະເຢໂຫວາອີກຄືກັບລູກທີ່ຫຼົງທາງໃນຕົວຢ່າງປຽບທຽບຂອງພະເຢຊູ.—ລູກາ 15:17, 18
14. ບາງເທື່ອເຮົາຕ້ອງອົດທົນກັບເລື່ອງຫຍັງໃນປະຊາຄົມ ແລະຄວາມຮັກຈະຊ່ວຍເຮົາໃຫ້ອົດທົນໄດ້ແນວໃດ?
14 “ຄວາມຮັກ . . . ອົດທົນໄດ້ທຸກສິ່ງ.” ຄວາມອົດທົນເຮັດໃຫ້ເຮົາສັດຊື່ຕໍ່ພະເຢໂຫວາເຖິງວ່າຕ້ອງເຈິກັບບັນຫາຫຼືເລື່ອງທີ່ເຮັດໃຫ້ທໍ້ໃຈ. ຫຼາຍເທື່ອເຮົາຕ້ອງອົດທົນກັບບັນຫາທີ່ເກີດຈາກສິ່ງທີ່ຄົນອື່ນເຮັດ. ແຕ່ບາງເທື່ອບັນຫາກໍອາດມາຈາກພີ່ນ້ອງຍ້ອນເຂົາເຈົ້າບໍ່ສົມບູນແບບ. ລາວອາດເວົ້າຫຼືເຮັດຫຍັງໂດຍບໍ່ຄິດທີ່ເຮັດໃຫ້ເຮົາຮູ້ສຶກເຈັບໃຈ (ສຸພາສິດ 12:18) ຫຼືບາງເທື່ອຜູ້ເບິ່ງແຍງບໍ່ໄດ້ຈັດການບາງເລື່ອງໃນປະຊາຄົມຄືແບບທີ່ເຮົາຄິດ. ພີ່ນ້ອງທີ່ໄດ້ຮັບຄວາມນັບຖືອາດຈະເຮັດບາງຢ່າງທີ່ເຮັດໃຫ້ເຮົາບໍ່ສະບາຍໃຈ ແລະເຮົາອາດຄິດວ່າ ‘ຄລິດສະຕຽນກະເຮັດແບບນີ້ໄດ້ຊັ້ນເບາະ?’ ເມື່ອເຈິເລື່ອງແບບນີ້ ເຮົາຈະເຊົາໄປປະຊຸມແລະເຊົາຮັບໃຊ້ພະເຢໂຫວາບໍ? ຖ້າເຮົາມີຄວາມຮັກ ເຮົາຈະບໍ່ເຮັດແບບນັ້ນ! ເຮົາຈະບໍ່ເບິ່ງແຕ່ຂໍ້ຜິດພາດຈົນເບິ່ງບໍ່ເຫັນສິ່ງດີໆໃນໂຕລາວຫຼືໃນໂຕພີ່ນ້ອງຄົນອື່ນໆໃນປະຊາຄົມ. ເຖິງວ່າພີ່ນ້ອງຈະເວົ້າໂດຍບໍ່ຄິດຫຼືເຮັດຜິດພາດຍ້ອນຄວາມບໍ່ສົມບູນແບບ ແຕ່ຄວາມຮັກຈະຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ແລະສະໜັບສະໜູນປະຊາຄົມຕໍ່ໄປ.—ເພງສັນລະເສີນ 119:165
ຄວາມຮັກບໍ່ໄດ້ໝາຍເຖິງຫຍັງ
15. ເປັນຫຍັງເຮົາບໍ່ຄວນອິດສາຄົນອື່ນ ແລະຄວາມຮັກຊ່ວຍເຮົາໃຫ້ເອົາຊະນະຄວາມຮູ້ສຶກນີ້ໄດ້ແນວໃດ?
15 “ຄວາມຮັກບໍ່ອິດສາ.” ເຮົາບໍ່ຄວນອິດສາໃນສິ່ງທີ່ຄົນອື່ນມີ ເຊັ່ນ: ຊັບສົມບັດເງິນຄຳ ສິ່ງດີໆທີ່ລາວໄດ້ຮັບຈາກພະເຢໂຫວາ ຫຼືຄວາມສາມາດຂອງລາວ. ຖ້າເຮົາອິດສາກໍສະແດງວ່າເຮົາເຫັນແກ່ໂຕແລະເຮັດໃຫ້ໂຕເຮົາກັບຄົນອື່ນໄດ້ຮັບຜົນເສຍຫາຍ. ຖ້າເຮົາບໍ່ຄວບຄຸມຄວາມຮູ້ສຶກນີ້ ເຮົາກໍອາດຈະທຳລາຍສັນຕິສຸກໃນປະຊາຄົມໄດ້. ແລ້ວແມ່ນຫຍັງຈະຊ່ວຍເຮົາໃຫ້ເອົາຊະນະຄວາມຮູ້ສຶກອິດສາໄດ້? (ຢາໂກໂບ 4:5) ຖ້າເຮົາມີຄວາມຮັກ ເຮົາຈະມີຄວາມສຸກກັບຄົນທີ່ໄດ້ຮັບສິ່ງດີໆ. (ໂຣມ 12:15) ເຮົາຈະບໍ່ຮູ້ສຶກອິດສາເມື່ອຄົນອື່ນໄດ້ຮັບຄຳຊົມເຊີຍຍ້ອນລາວມີຄວາມສາມາດພິເສດຫຼືເຮັດບາງຢ່າງໄດ້ດີ.
16. ຖ້າເຮົາຮັກພີ່ນ້ອງແທ້ໆ ເປັນຫຍັງເຮົາບໍ່ຄວນອວດສິ່ງທີ່ເຮົາເຮັດໃນວຽກຮັບໃຊ້?
16 “ຄວາມຮັກ . . . ບໍ່ມັກອວດ ບໍ່ຄິດວ່າໂຕເອງເໜືອກວ່າຄົນອື່ນ.” ຖ້າເຮົາມີຄວາມຮັກເຮົາຈະບໍ່ອວດຄວາມສາມາດຫຼືຄວາມສຳເລັດຂອງເຮົາ. ພີ່ນ້ອງຄືຊິທໍ້ໃຈຫຼາຍແທ້ໆ ຖ້າເຮົາເວົ້າຕະຫຼອດວ່າເຮົາເຮັດວຽກຮັບໃຊ້ໄດ້ດີສ່ຳໃດຫຼືມີສິດທິພິເສດຫຍັງແດ່ໃນປະຊາຄົມ. ການເຮັດແບບນີ້ອາດເຮັດໃຫ້ພີ່ນ້ອງຮູ້ສຶກວ່າລາວບໍ່ມີຄ່າສຳລັບພະເຢໂຫວາ. ຖ້າເຮົາຮັກພີ່ນ້ອງ ເຮົາຈະບໍ່ອວດວ່າເຮົາມີສິດທິພິເສດຫຍັງແດ່ໃນວຽກຮັບໃຊ້ ແຕ່ຈະສຳນຶກວ່າທີ່ເຮົາເຮັດແບບນັ້ນໄດ້ກໍຍ້ອນພະເຢໂຫວາຊ່ວຍເຮົາ. (1 ໂກຣິນໂທ 3:5-9) ໂປໂລຍັງບອກນຳວ່າຄວາມຮັກ “ບໍ່ຄິດວ່າໂຕເອງເໜືອກວ່າຄົນອື່ນ” ຫຼືໃນສະບັບແປອື່ນບອກວ່າ ຄວາມຮັກຈະບໍ່ເຮັດໃຫ້ຄົນໃດຄົນໜຶ່ງຄິດເອົາເອງວ່າໂຕເອງມີຄວາມສຳຄັນຫຼາຍ.—ໂຣມ 12:3
17. ຖ້າເຮົາຮັກຄົນອື່ນເຮົາຈະເຮັດຫຍັງ?
17 “ຄວາມຮັກ . . . ບໍ່ຫຍາບຄາຍ.” ຄົນຫຍາບຄາຍມັກຈະເຮັດແນວທີ່ບໍ່ເໝາະສົມຫຼືບໍ່ໃຫ້ກຽດຄົນອື່ນ. ຄົນແບບນີ້ເຮັດໃຫ້ເຫັນວ່າບໍ່ໄດ້ຄິດເຖິງຄວາມຮູ້ສຶກຂອງຄົນອື່ນແລະບໍ່ໄດ້ສົນໃຈວ່າສິ່ງທີ່ໂຕເອງເຮັດຈະສົ່ງຜົນກັບຄົນອື່ນແນວໃດ. ນິດໄສແບບນີ້ສະແດງໃຫ້ເຫັນວ່າບໍ່ມີຄວາມຮັກເລີຍ. ແຕ່ຖ້າເຮົາມີຄວາມຮັກ ເຮົາກໍຈະອ່ອນໂຍນແລະເປັນຫ່ວງຄວາມຮູ້ສຶກຂອງຄົນອື່ນ. ນອກຈາກນັ້ນ ເຮົາຈະເປັນຄົນສຸພາບ ເຮັດສິ່ງທີ່ພະເຢໂຫວາພໍໃຈ ແລະນັບຖືພີ່ນ້ອງຂອງເຮົາ. ຄວາມຮັກຈະຊ່ວຍເຮົາບໍ່ໃຫ້ເຮັດ “ເລື່ອງໜ້າອາຍ” ທີ່ເຮັດໃຫ້ພີ່ນ້ອງບໍ່ສະບາຍໃຈ.—ເອເຟໂຊ 5:3, 4
18. ເປັນຫຍັງຄົນທີ່ມີຄວາມຮັກຈຶ່ງບໍ່ບັງຄັບໃຫ້ຄົນອື່ນເຮັດຕາມທີ່ລາວຕ້ອງການ?
18 “ຄວາມຮັກ . . . ບໍ່ເຫັນແກ່ໂຕ.” ສະບັບແປໜຶ່ງບອກວ່າ: “ຄວາມຮັກຈະບໍ່ຢືນຢັນໃຫ້ທຸກສິ່ງເປັນໄປຕາມທີ່ໂຕເອງຕ້ອງການ.” ດັ່ງນັ້ນ ຄົນທີ່ສະແດງຄວາມຮັກຈະບໍ່ຖືວ່າຄວາມຄິດຂອງລາວດີທີ່ສຸດແລະຈະບໍ່ພະຍາຍາມບັງຄັບຄົນອື່ນໃຫ້ເຫັນດີນຳຫຼືເຮັດຕາມວິທີຂອງລາວ ຍ້ອນວ່າຖ້າລາວພະຍາຍາມບັງຄັບຄົນອື່ນກໍສະແດງວ່າລາວເປັນຄົນຍິ່ງຈອງຫອງ ແລະຄຳພີໄບເບິນຍັງບອກວ່າ: “ຄວາມຍິ່ງເຮັດໃຫ້ຖືກທຳລາຍ.” (ສຸພາສິດ 16:18) ຄວາມຮັກຈະເຮັດໃຫ້ເຮົານັບຖືຄວາມຄິດເຫັນຂອງພີ່ນ້ອງ ແລະຖ້າເປັນໄປໄດ້ເຮົາຈະພະຍາຍາມເຮັດຕາມທີ່ລາວບອກ. ຖ້າເຮົາພ້ອມທີ່ຈະປັບປ່ຽນ ເຮົາກໍກຳລັງເຮັດຕາມຄຳເວົ້າຂອງໂປໂລທີ່ວ່າ: “ຢ່າຄິດເຖິງປະໂຫຍດຂອງໂຕເອງເທົ່ານັ້ນ ແຕ່ໃຫ້ຄິດເຖິງປະໂຫຍດຂອງຄົນອື່ນນຳ.”—1 ໂກຣິນໂທ 10:24
19. ເມື່ອມີຄົນເຮັດໃຫ້ເຮົາໃຈຮ້າຍ ຄວາມຮັກຈະຊ່ວຍເຮົາແນວໃດ?
19 “ຄວາມຮັກ . . . ບໍ່ໃຈຮ້າຍງ່າຍ ບໍ່ຈື່ເລື່ອງທີ່ເຮັດໃຫ້ເຈັບໃຈ.” ຄວາມຮັກຈະເຮັດໃຫ້ເຮົາບໍ່ໃຈຮ້າຍງ່າຍ. ບໍ່ແປກທີ່ເຮົາຈະໃຈຮ້າຍເມື່ອມີຄົນເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເຮົາເຈັບໃຈ. ເຖິງວ່າເຮົາມີເຫດຜົນທີ່ຈະໃຈຮ້າຍ ແຕ່ຖ້າເຮົາມີຄວາມຮັກ ເຮົາກໍຈະບໍ່ເກັບຄວາມຄຽດນັ້ນໄວ້. (ເອເຟໂຊ 4:26, 27) ເຮົາຈະບໍ່ຈື່ຄຳເວົ້າຫຼືການກະທຳຂອງຄົນທີ່ເຮັດໃຫ້ເຮົາຄຽດ ຍ້ອນວ່າຄວາມຮັກຈະກະຕຸ້ນເຮົາໃຫ້ຮຽນແບບພະເຈົ້າ. ຄືກັບທີ່ເຮົາເຫັນໃນບົດທີ 26 ພະເຢໂຫວາໃຫ້ອະໄພເມື່ອມີເຫດຜົນທີ່ຈະເຮັດແບບນັ້ນ. ຖ້າເພິ່ນໃຫ້ອະໄພເຮົາແລ້ວ ເພິ່ນກໍຈະບໍ່ຈື່ຫຼືຄິດເຖິງຄວາມຜິດນັ້ນເພື່ອເອົາມາລົງໂທດເຮົາໃນອະນາຄົດ. ເຮົາຮູ້ສຶກຂອບໃຈແທ້ໆທີ່ພະເຢໂຫວາບໍ່ຈື່ຄວາມຜິດຂອງເຮົາ.
20. ເຮົາຄວນມີທ່າທີແນວໃດຖ້າເພື່ອນຮ່ວມຄວາມເຊື່ອເຮັດຜິດແລະໄດ້ຮັບຜົນເສຍຫາຍຈາກການເຮັດຜິດນັ້ນ?
20 “ຄວາມຮັກບໍ່ມັກຄວາມຊົ່ວ.” ສະບັບອື່ນແປຂໍ້ນີ້ວ່າ: “ຄວາມຮັກບໍ່ຍິນດີເມື່ອຄົນອື່ນເຮັດຜິດ.” ດັ່ງນັ້ນ ຖ້າເຮົາມີຄວາມຮັກ ເຮົາຈະບໍ່ຍິນດີເມື່ອມີການເຮັດຜິດ ແລະເຮົາຈະບໍ່ເບິ່ງຂ້າມການເຮັດຜິດກົດໝາຍຂອງພະເຈົ້າທຸກຢ່າງ. ເຮົາມີທ່າທີແນວໃດຖ້າເພື່ອນຮ່ວມຄວາມເຊື່ອເຮັດຜິດແລະໄດ້ຮັບຜົນເສຍຈາກການເຮັດຜິດນັ້ນ? ເຮົາຈະບໍ່ຮູ້ສຶກດີໃຈແລະຄິດວ່າ ‘ສົມນ້ຳໜ້າ! ດີແລ້ວທີ່ລາວເຈິແບບນັ້ນ!’ (ສຸພາສິດ 17:5) ແຕ່ເຮົາຈະຍິນດີເມື່ອພີ່ນ້ອງທີ່ເຮັດຜິດພະຍາຍາມເຮັດທຸກຢ່າງເພື່ອຈະກັບມາໃກ້ຊິດກັບພະເຢໂຫວາອີກ.
“ສິ່ງທີ່ດີກວ່າ”
21-23. (ກ) ໂປໂລໝາຍຄວາມວ່າແນວໃດເມື່ອລາວບອກວ່າ “ຄວາມຮັກຈະຢູ່ຕະຫຼອດໄປ”? (ຂ) ເຮົາຈະເບິ່ງນຳກັນກ່ຽວກັບຄຳຖາມຫຍັງໃນບົດສຸດທ້າຍຂອງປຶ້ມນີ້?
21 “ຄວາມຮັກຈະຢູ່ຕະຫຼອດໄປ.” ໂປໂລໝາຍຄວາມວ່າແນວໃດເມື່ອເວົ້າແບບນີ້? ໃນຂໍ້ຄຳພີກ່ອນໜ້ານີ້ ລາວກຳລັງເວົ້າເຖິງຄວາມສາມາດທີ່ມາຈາກພະລັງຂອງພະເຈົ້າທີ່ຄລິດສະຕຽນໃນສະຕະວັດທຳອິດໄດ້ຮັບ. ຄວາມສາມາດຕ່າງໆນັ້ນເປັນສິ່ງທີ່ສະແດງໃຫ້ເຫັນວ່າພະເຢໂຫວາກຳລັງໃຊ້ປະຊາຄົມຄລິດສະຕຽນທີ່ຫາກໍຖືກຕັ້ງຂຶ້ນ ແຕ່ບໍ່ແມ່ນວ່າຄລິດສະຕຽນທຸກຄົນຈະສາມາດປົວພະຍາດ ພະຍາກອນ ຫຼືເວົ້າພາສາຕ່າງໆໄດ້. ເຖິງວ່າບາງຄົນຈະບໍ່ສາມາດເຮັດສິ່ງເຫຼົ່ານັ້ນໄດ້ ແຕ່ກໍບໍ່ແມ່ນເລື່ອງສຳຄັນ ຍ້ອນຄວາມສາມາດໃນການເຮັດການອັດສະຈັນຈະບໍ່ໄດ້ມີຢູ່ຕະຫຼອດໄປ. ແຕ່ສິ່ງໜຶ່ງທີ່ຄລິດສະຕຽນທຸກຄົນຕ້ອງມີຫຼາຍຂຶ້ນ ຍ້ອນສິ່ງນັ້ນສຳຄັນກວ່າແລະຈະຢູ່ຕະຫຼອດໄປ ໂປໂລເອີ້ນສິ່ງນັ້ນວ່າ: “ສິ່ງທີ່ດີກວ່າ.” (1 ໂກຣິນໂທ 12:31) “ສິ່ງທີ່ດີກວ່າ” ນີ້ແມ່ນຫຍັງ? ກໍແມ່ນຄວາມຮັກ.
22 ຄວາມຮັກແບບຄລິດສະຕຽນທີ່ໂປໂລເວົ້າເຖິງນັ້ນ “ຈະຢູ່ຕະຫຼອດໄປ” ແລະຈະບໍ່ມີມື້ສິ້ນສຸດເລີຍ. ຈົນຮອດທຸກມື້ນີ້ ຄົນທົ່ວໄປຈະຮູ້ໄດ້ວ່າໃຜເປັນຄລິດສະຕຽນແທ້ໂດຍເບິ່ງຈາກຄວາມຮັກແບບບໍ່ເຫັນແກ່ໂຕທີ່ເຂົາເຈົ້າມີຕໍ່ກັນ. ເຮົາເຫັນຄວາມຮັກແບບນີ້ໄດ້ໃນທ່າມກາງພະຍານພະເຢໂຫວາທົ່ວໂລກ. ຄວາມຮັກແບບນັ້ນຈະຢູ່ຕະຫຼອດໄປຍ້ອນພະເຢໂຫວາສັນຍາວ່າຜູ້ຮັບໃຊ້ທີ່ສັດຊື່ຂອງເພິ່ນຈະມີຊີວິດຕະຫຼອດໄປ. (ເພງສັນລະເສີນ 37:9-11, 29) ໃຫ້ເຮົາພະຍາຍາມສຸດຄວາມສາມາດທີ່ຈະ “ໃຊ້ຊີວິດດ້ວຍຄວາມຮັກຕໍ່ໄປ” ຍ້ອນວ່າຖ້າເຮົາເຮັດແບບນັ້ນເຮົາກໍຈະມີຄວາມສຸກທີ່ໄດ້ເປັນຜູ້ໃຫ້. ສຳຄັນກວ່ານັ້ນ ເຮົາຈະມີຊີວິດຢູ່ຕະຫຼອດໄປແລະຈະສະແດງຄວາມຮັກໄດ້ຕະຫຼອດໄປຄືກັບພະເຢໂຫວາພະເຈົ້າຂອງເຮົາຜູ້ເປັນຄວາມຮັກ.
ຄວາມຮັກບອກໃຫ້ຮູ້ວ່າເຮົາເປັນຄົນຂອງພະເຢໂຫວາ
23 ໃນປຶ້ມນີ້ເຮົາໄດ້ຮຽນຫຼາຍຢ່າງກ່ຽວກັບຄຸນລັກສະນະເດັ່ນຕ່າງໆຂອງພະເຢໂຫວາ. ເຮົາໄດ້ຮັບປະໂຫຍດຫຼາຍແທ້ໆຈາກເລື່ອງລິດເດດ ຄວາມຍຸຕິທຳ ສະຕິປັນຍາ ແລະໂດຍສະເພາະແມ່ນຄວາມຮັກຂອງເພິ່ນ. ຫຼັງຈາກທີ່ເຮົາໄດ້ຮຽນແລ້ວວ່າເຮົາຈະສະແດງຄວາມຮັກຕໍ່ຄົນອື່ນແນວໃດ ເຮົາຄວນຖາມໂຕເອງວ່າ: ‘ຂ້ອຍຈະສະແດງໃຫ້ພະເຢໂຫວາເຫັນແນວໃດວ່າຂ້ອຍຮັກເພິ່ນແທ້ໆ?’ ເຮົາຈະມາເບິ່ງນຳກັນກ່ຽວກັບຄຳຖາມນີ້ໃນບົດສຸດທ້າຍຂອງປຶ້ມນີ້.