ຢ່າໃຫ້ຄວາມຮັກຂອງເຈົ້າເຢັນລົງ
“ເພາະການຊົ່ວຮ້າຍຈະມາກຂຶ້ນຫຼາຍ ຄວາມຮັກແຫ່ງຄົນຫຼາຍຄົນຈະເຢັນລົງໄປ.”—ມັດທາຍ 24:12
ເພງ: 38, 128
1, 2. (ກ) ຄຳເວົ້າຂອງພະເຍຊູໃນມັດທາຍ 24:12 ໃຊ້ກັບໃຜໃນຕອນທຳອິດ? (ຂ) ໃນກິດຈະການບອກແນວໃດວ່າຄລິດສະຕຽນໃນສະຕະວັດທຳອິດບໍ່ໄດ້ປ່ອຍໃຫ້ຄວາມຮັກເຢັນລົງ? (ເບິ່ງຮູບທຳອິດ)
ຕອນທີ່ມີຊີວິດຢູ່ໃນໂລກ ພະເຍຊູບອກເຖິງສັນຍະລັກກ່ຽວກັບ “ທີ່ສຸດແຫ່ງໂລກນີ້” ເຊິ່ງກໍໝາຍເຖິງສະໄໝສຸດທ້າຍຂອງໂລກນີ້ ແລະສັນຍະລັກຢ່າງໜຶ່ງກໍຄື: “ຄວາມຮັກແຫ່ງຄົນຫຼາຍຄົນຈະເຢັນລົງ.” (ມັດທາຍ 24:3, 12) ໃນສະຕະວັດທຳອິດ ຊາວຢິວທີ່ບອກວ່າເປັນປະຊາຊົນຂອງພະເຈົ້າໄດ້ປ່ອຍໃຫ້ຄວາມຮັກທີ່ມີຕໍ່ພະອົງເຢັນລົງ.
2 ຢ່າງໃດກໍຕາມ ຄລິດສະຕຽນສ່ວນຫຼາຍໃນສະໄໝນັ້ນບໍ່ໄດ້ເປັນເຊັ່ນນັ້ນ. ເຂົາເຈົ້າກະຕືລືລົ້ນໃນການປະກາດ “ຂ່າວດີເລື່ອງພະເຍຊູຜູ້ເປັນພະຄລິດ, ລ.ມ.” ແລະສະແດງຄວາມຮັກທີ່ມີຕໍ່ພະເຈົ້າ ຕໍ່ເພື່ອນຮ່ວມຄວາມເຊື່ອ ແລະແມ່ນກະທັ່ງຕໍ່ຄົນທີ່ຍັງບໍ່ຮູ້ຈັກຄວາມຈິງ. ຄົນເຫຼົ່ານີ້ຮັກສາຄວາມຮັກທີ່ມີຕໍ່ພະເຈົ້າໃຫ້ໝັ້ນຄົງຢູ່ສະເໝີ. (ກິດຈະການ 2:44-47; 5:42) ແຕ່ໜ້າເສົ້າໃຈ ບາງຄົນໄດ້ປ່ອຍໃຫ້ຄວາມຮັກນັ້ນເຢັນລົງ. ເຮົາຮູ້ເລື່ອງນີ້ໄດ້ແນວໃດ?
3. ສິ່ງໃດອາດເຮັດໃຫ້ຄວາມຮັກຂອງຄລິດສະຕຽນບາງຄົນເຢັນລົງ?
3 ພະເຍຊູບອກຄລິດສະຕຽນໃນເມືອງເອເຟດວ່າ: “ເຈົ້າບໍ່ໄດ້ຮັກເຮົາດັ່ງທີ່ເຈົ້າໄດ້ຮັກທຳອິດ.” (ຄຳປາກົດ 2:4, ທ.ປ.) ອາດເປັນໄປໄດ້ທີ່ຕອນນັ້ນພີ່ນ້ອງໃນເມືອງນີ້ກຳລັງໄດ້ຮັບອິດທິພົນຈາກຄົນທີ່ຢູ່ອ້ອມຂ້າງເຊິ່ງສ່ວນຫຼາຍແລ້ວເຂົາເຈົ້າຢາກເຮັດຕາມສິ່ງທີ່ຕົວເອງພໍໃຈ. (ເອເຟດ 2:2, 3) ເອເຟດເປັນເມືອງທີ່ຈະເລີນເຊິ່ງຜູ້ຄົນສົນໃຈແຕ່ຄວາມສະດວກສະບາຍແລະຄວາມຫຼູຫຼາຫຼາຍກວ່າສິ່ງອື່ນ. ນອກຈາກນັ້ນ ຫຼາຍຄົນໃນເມືອງນີ້ຍັງມັກເຮັດຜິດສິນລະທຳແລະບໍ່ນັບຖືກົດໝາຍຂອງພະເຈົ້າ. ເຂົາເຈົ້າສົນໃຈແຕ່ເລື່ອງຄວາມສຸກຂອງຕົວເອງຫຼາຍກວ່າການສະແດງຄວາມຮັກແບບບໍ່ເຫັນແກ່ຕົວຕໍ່ພະເຈົ້າແລະຕໍ່ຄົນອື່ນ.
4. (ກ) ໃນສະໄໝຂອງເຮົາ ຄວາມຮັກເຢັນລົງໄດ້ແນວໃດ? (ຂ) ໃນສາມຂອບເຂດໃດແດ່ທີ່ເຮົາຕ້ອງໃຫ້ຄວາມຮັກໝັ້ນຄົງຢູ່ສະເໝີ?
4 ຄຳເວົ້າທີ່ພະເຍຊູບອກໄວ້ລ່ວງວ່າຄວາມຮັກຈະເຢັນລົງກຳລັງເກີດຂຶ້ນໃນສະໄໝຂອງເຮົານຳ. ໃນທຸກມື້ນີ້ ຜູ້ຄົນມີແຕ່ຈະຮັກພະເຈົ້ານັບມື້ນັບຈະໜ້ອຍລົງ. ແທນທີ່ຈະເພິ່ງພະອົງໃຫ້ແກ້ໄຂບັນຫາຕ່າງໆໃນໂລກ ຫຼາຍລ້ານຄົນເພິ່ງອົງການຂອງມະນຸດ. ດ້ວຍເຫດນີ້ ຄວາມຮັກຂອງເຂົາເຈົ້າຈຶ່ງນັບມື້ນັບເຢັນລົງ ແລະແມ່ນແຕ່ຄວາມຮັກຂອງຜູ້ຮັບໃຊ້ພະເຢໂຫວາກໍເຢັນລົງໄດ້ເຊັ່ນກັນ ດັ່ງທີ່ເກີດຂຶ້ນກັບປະຊາຄົມເອເຟດໃນສະໄໝອະດີດ. ດັ່ງນັ້ນ ໃຫ້ເຮົາຮຽນກ່ຽວກັບສາມຂອບເຂດທີ່ເຮົາຕ້ອງເຮັດໃຫ້ຄວາມຮັກໝັ້ນຄົງຢູ່ສະເໝີ ນັ້ນຄື: (1) ຄວາມຮັກຕໍ່ພະເຢໂຫວາ (2) ຄວາມຮັກຕໍ່ຄວາມຈິງໃນຄຳພີໄບເບິນ ແລະ (3) ຄວາມຮັກຕໍ່ພີ່ນ້ອງ.
ຄວາມຮັກຕໍ່ພະເຢໂຫວາ
5. ເປັນຫຍັງເຮົາຕ້ອງຮັກພະເຈົ້າ?
5 ເຮົາຄວນຮັກໃຜຫຼາຍທີ່ສຸດ? ພະເຍຊູບອກວ່າ: “‘ເຈົ້າຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າ ເຈົ້າຈົ່ງຮັກດ້ວຍສຸດໃຈ ແລະດ້ວຍສຸດຈິດ ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’ ຂໍ້ນີ້ເປັນຂໍ້ອັນຕົ້ນແລະຂໍ້ອັນໃຫຍ່.” (ມັດທາຍ 22:37, 38) ຖ້າເຮົາຮັກພະເຈົ້າ ເຮົາກໍຈະເຊື່ອຟັງຄຳສັ່ງຂອງພະອົງ ອົດທົນ ແລະກຽດຊັງສິ່ງຊົ່ວຮ້າຍ. (ອ່ານຄຳເພງ 97:10) ແຕ່ຊາຕານແລະໂລກທີ່ມັນປົກຄອງພະຍາຍາມເຮັດໃຫ້ເຮົາຮັກພະເຈົ້າໜ້ອຍລົງ ແລະຢາກທຳລາຍຄວາມຮັກນັ້ນ.
6. ຈະເປັນແນວໃດຖ້າເຮົາຮັກສິ່ງອື່ນແທນທີ່ຈະຮັກພະເຈົ້າ?
6 ໂລກນີ້ເຮັດໃຫ້ຄວາມຄິດໃນເລື່ອງຄວາມຮັກຖືກບິດເບືອນ ຄົນສ່ວນຫຼາຍ “ຮັກແຕ່ຕົວເອງ” ແທນທີ່ຈະຮັກພະເຈົ້າ. (2 ຕີໂມເຕ 3:2) ເຂົາເຈົ້າສົນໃຈແຕ່ “ຄວາມຕ້ອງການຂອງຮ່າງກາຍທີ່ມີບາບ ຄວາມຕ້ອງການທີ່ເກີດຈາກຕາ ຫຼືການໂອ້ອວດຊັບສົມບັດ.” (1 ໂຢຮັນ 2:16, ລ.ມ.) ອັກຄະສາວົກໂປໂລເຕືອນວ່າເຮົາຈະເປັນແນວໃດຖ້າຈັດໃຫ້ຄວາມຕ້ອງການຂອງຕົວເອງມາກ່ອນ. ລາວບອກວ່າ: “ການສົນໃຈແຕ່ຄວາມຕ້ອງການຂອງຮ່າງກາຍຈະຈົບລົງດ້ວຍຄວາມຕາຍ.” ຍ້ອນຫຍັງຈຶ່ງເປັນແນວນັ້ນ? ຍ້ອນຄົນທີ່ເຮັດແບບນີ້ທີ່ຈິງແລ້ວຈະກາຍເປັນສັດຕູຂອງພະເຈົ້າ. (ໂລມ 8:6, 7, ລ.ມ.) ຄົນທີ່ໃຊ້ຊີວິດເພື່ອຈົດຈໍ່ໃນການຫາເງິນຫຼືສະໜອງຄວາມຕ້ອງການທາງເພດ ໃນທີ່ສຸດຈະຈົບລົງດ້ວຍຄວາມຜິດຫວັງແລະເຈັບປວດໃຈ.—1 ໂກລິນໂທ 6:18; 1 ຕີໂມເຕ 6:9, 10
7. ຄວາມຄິດທີ່ບໍ່ດີຫຍັງແດ່ເຊິ່ງອາດມີຜົນກະທົບຕໍ່ຄລິດສະຕຽນໃນທຸກມື້ນີ້?
7 ຄົນທີ່ບໍ່ເຊື່ອເລື່ອງພະເຈົ້າ ຄົນທີ່ຄິດວ່າເລື່ອງພະເຈົ້າພິສູດບໍ່ໄດ້ ແລະຄົນທີ່ເຊື່ອເລື່ອງວິວັດທະນາການ ພະຍາຍາມສົ່ງເສີມຄົນອື່ນໃຫ້ບໍ່ຮັກພະເຈົ້າແລະເຖິງຂັ້ນເຮັດໃຫ້ເຂົາເຈົ້າບໍ່ເຊື່ອວ່າພະອົງມີຕົວຕົນຢູ່ແທ້. ເຂົາເຈົ້າເຮັດໃຫ້ເບິ່ງຄືວ່າມີແຕ່ຄົນໂງ່ ຫຼືຄົນທີ່ບໍ່ມີການສຶກສາທີ່ເຊື່ອວ່າມີຜູ້ສ້າງ. ນອກຈາກນີ້ ຫຼາຍຄົນຍັງນັບຖືນັກວິທະຍາສາດຫຼາຍກວ່າຜູ້ສ້າງ. (ໂລມ 1:25) ຖ້າເຮົາໄດ້ຮັບຜົນກະທົບຈາກຄວາມຄິດເຫຼົ່ານີ້ ເຮົາອາດຈະຫ່າງເຫີນຈາກພະເຢໂຫວາ ແລະຄວາມຮັກທີ່ມີຕໍ່ພະອົງກໍອາດຈະເຢັນລົງໄດ້.—ເຫບເລີ 3:12
8. (ກ) ສະພາບການໃດແດ່ທີ່ອາດເຮັດໃຫ້ຜູ້ຮັບໃຊ້ຂອງພະເຢໂຫວາທໍ້ໃຈ? (ຂ) ຄຳເພງ 136 ໃຫ້ກຳລັງໃຈເຮົາແນວໃດ?
8 ເນື່ອງຈາກເຮົາມີຊີວິດຢູ່ໃນໂລກຊົ່ວທີ່ຊາຕານປົກຄອງ ດັ່ງນັ້ນ ໃນບາງຄັ້ງຈຶ່ງມີຫຼາຍສາເຫດທີ່ເຮັດໃຫ້ເຮົາຮູ້ສຶກທໍ້ໃຈ. (1 ໂຢຮັນ 5:19) ແຕ່ຖ້າເຮົາປ່ອຍໃຫ້ຕົວເອງທໍ້ໃຈຫຼາຍເກີນໄປ ຄວາມເຊື່ອຂອງເຮົາອາດຈະໜ້ອຍລົງແລະຄວາມຮັກທີ່ມີຕໍ່ພະເຈົ້າກໍອາດເຢັນລົງໄດ້. ຕົວຢ່າງເຊັ່ນ: ເຮົາອາດມີບັນຫາຕ່າງໆຍ້ອນເຮົາອາຍຸຫຼາຍຂຶ້ນ ສຸຂະພາບບໍ່ດີ ຫຼືມີບັນຫາທາງການເງິນ. ຫຼືເຮົາອາດຮູ້ສຶກເສົ້າໃຈຍ້ອນບໍ່ສາມາດເຮັດບາງສິ່ງໄດ້ດັ່ງທີ່ເຮົາຢາກເຮັດ. ເຮົາອາດຜິດຫວັງຍ້ອນຊີວິດບໍ່ໄດ້ເປັນໄປແບບທີ່ເຮົາຫວັງ. ບໍ່ວ່າຈະພົບກັບອຸປະສັກອັນໃດກໍຕາມ ເຮົາບໍ່ຄວນຄິດວ່າພະເຢໂຫວາປະຖິ້ມເຮົາ. ໃຫ້ຄິດເຖິງຖ້ອຍຄຳທີ່ໃຫ້ກຳລັງໃຈໃນຄຳເພງ 136:23 (ລ.ມ.) ທີ່ບອກວ່າ: “ເມື່ອພວກເຮົາຕົກຕ່ຳ ພະອົງກໍນຶກເຖິງພວກເຮົາເພາະພະອົງມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.” ເຮົາໝັ້ນໃຈວ່າພະເຢໂຫວາຟັງເມື່ອເຮົາ “ອ້ອນວອນຂໍຄວາມຊ່ວຍເຫຼືອ” ແລະພະອົງຈະຕອບຄຳອ້ອນວອນເຫຼົ່ານັ້ນ.—ຄຳເພງ 116:1, ລ.ມ.; 136:24-26
9. ສິ່ງໃດຊ່ວຍໂປໂລເຮັດໃຫ້ຄວາມຮັກທີ່ມີຕໍ່ພະເຢໂຫວາໝັ້ນຄົງຢູ່ສະເໝີ?
9 ອັກຄະສາວົກໂປໂລເປັນຜູ້ຮັບໃຊ້ຂອງພະເຢໂຫວາທີ່ຄິດຢ່າງຈິງຈັງກ່ຽວກັບວິທີທີ່ພະອົງຄ້ຳຈູນລາວ ແລະສິ່ງນີ້ຊ່ວຍລາວໃຫ້ມີຄວາມເຊື່ອໝັ້ນຄົງສະເໝີ. ລາວຂຽນວ່າ: “ພະອົງເຈົ້າເປັນຜູ້ຊ່ອຍຂ້າພະເຈົ້າ ແລະຂ້າພະເຈົ້າຈະບໍ່ຢ້ານກົວ. ມະນຸດຈະກະທຳສິ່ງໃດແກ່ຂ້າພະເຈົ້າ?” (ເຫບເລີ 13:6) ຍ້ອນໝັ້ນໃຈໃນພະເຢໂຫວາ ໂປໂລຈຶ່ງອົດທົນກັບອຸປະສັກຕ່າງໆໃນຊີວິດໄດ້. ເມື່ອໂປໂລພົບກັບຄວາມຫຍຸ້ງຍາກ ລາວບໍ່ເຄີຍໝົດຄວາມໄວ້ໃຈໃນພະເຢໂຫວາ. ແມ່ນແຕ່ຢູ່ໃນຄຸກ ລາວກໍຍັງໃຫ້ກຳລັງໃຈເພື່ອນຮ່ວມຄວາມເຊື່ອໂດຍຂຽນຈົດໝາຍຫາປະຊາຄົມຕ່າງໆ. (ເອເຟດ 4:1; ຟີລິບ 1:7; ຟີເລໂມນ 1) ເຖິງວ່າຈະປະສົບບັນຫາ ໂປໂລຍັງເຮັດໃຫ້ຄວາມຮັກທີ່ມີຕໍ່ພະເຢໂຫວາໝັ້ນຄົງຢູ່ສະເໝີ. ລາວວາງໃຈໃນ “ພະເຈົ້າທີ່ພ້ອມໃຫ້ກຳລັງໃຈໃນທຸກສະຖານະການ ພະອົງໃຫ້ກຳລັງໃຈເຮົາທຸກຄັ້ງທີ່ພົບຄວາມຍາກລຳບາກ.” (2 ໂກລິນໂທ 1:3, 4, ລ.ມ.) ເຮົາຈະຮຽນແບບໂປໂລໄດ້ແນວໃດ?
ສະແດງຄວາມຮັກຕໍ່ພະເຢໂຫວາ (ເບິ່ງຂໍ້ 10)
10. ເຮົາຈະຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໃຫ້ໝັ້ນຄົງຢູ່ສະເໝີໄດ້ແນວໃດ?
10 ອັກຄະສາວົກໂປໂລເວົ້າເຖິງວິທີໜຶ່ງທີ່ເຮົາຈະຮັກສາຄວາມຮັກທີ່ມີຕໍ່ພະເຢໂຫວາໃຫ້ໝັ້ນຄົງຢູ່ສະເໝີ ແມ່ນໃຫ້ເຮົາ “ອະທິດຖານເປັນປະຈຳ.” ຕໍ່ມາລາວບອກຕື່ມອີກວ່າໃຫ້ “ອະທິດຖານເລື້ອຍໆ.” (1 ເທຊະໂລນີກ 5:17, ລ.ມ.; ໂລມ 12:12, ລ.ມ.) ເປັນຫຍັງການອະທິດຖານຊ່ວຍເຮົາໃຫ້ໃກ້ຊິດພະເຢໂຫວາ? ເມື່ອອະທິດຖານ ເຮົາກຳລັງລົມກັບພະອົງ ແລະການເຮັດແບບນີ້ຊ່ວຍເຮົາໃຫ້ມີສາຍສຳພັນທີ່ດີກັບພະອົງ. (ຄຳເພງ 86:3) ເມື່ອເຮົາບອກໃຫ້ພໍ່ທີ່ຢູ່ສະຫວັນຮູ້ສິ່ງທີ່ຢູ່ສ່ວນເລິກທີ່ສຸດໃນຄວາມຄິດແລະຄວາມຮູ້ສຶກຂອງເຮົາ ເຮົາກໍຈະໃກ້ຊິດກັບພະອົງຫຼາຍຂຶ້ນ. (ຄຳເພງ 65:2) ນອກຈາກນີ້ ເມື່ອເຮົາເຫັນວິທີທີ່ພະອົງຕອບຄຳອະທິດຖານຂອງເຮົາ ເຮົາກໍຈະຮັກພະເຢໂຫວາຫຼາຍຂຶ້ນ. ເຮົາໝັ້ນໃຈວ່າ: “ພະເຢໂຫວາສະຖິດຢູ່ໃກ້ຄົນທັງປວງທີ່ອ້ອນວອນຮ້ອງຫາພະອົງ.” (ຄຳເພງ 145:18) ເມື່ອເຮົາໝັ້ນໃຈໃນຄວາມຮັກແລະການຄ້ຳຈູນຈາກພະເຢໂຫວາ ເຮົາກໍຈະອົດທົນກັບບັນຫາຕ່າງໆທີ່ເຮົາອາດປະສົບໃນຕອນນີ້ແລະໃນອະນາຄົດ.
ຄວາມຮັກຕໍ່ຄວາມຈິງໃນຄຳພີໄບເບິນ
11, 12. ເຮົາຈະຮັກຄວາມຈິງໃນຄຳພີໄບເບິນຫຼາຍຂຶ້ນໄດ້ແນວໃດ?
11 ເນື່ອງຈາກເປັນຄລິດສະຕຽນ ເຮົາຈຶ່ງຮັກຄວາມຈິງ ແລະເຮົາພົບຄວາມຈິງນີ້ໃນຄຳພີໄບເບິນໜັງສືຂອງພະເຢໂຫວາ. ພະເຍຊູບອກວ່າ: “ພະຄຳຂອງພະເຈົ້າເປັນຄວາມຈິງ.” (ໂຢຮັນ 17:17) ເພື່ອຈະຮັກຄວາມຈິງໃນຄຳພີໄບເບິນ ເຮົາຕ້ອງຮູ້ສິ່ງທີ່ຢູ່ໃນນັ້ນ. (ໂກໂລດ 1:10) ແຕ່ການມີຄວາມຮູ້ຍັງບໍ່ພໍ. ໃຫ້ສັງເກດຜູ້ຂຽນຄຳເພງບົດ 119 ບອກໃຫ້ຮູ້ສິ່ງທີ່ເຮົາຕ້ອງເຮັດ. (ອ່ານຄຳເພງ 119:97-100) ເຮົາຕ້ອງຄິດຕຶກຕອງຫຼືຄິດຢ່າງຈິງຈັງກ່ຽວກັບສິ່ງທີ່ເຮົາໄດ້ອ່ານໃນຄຳພີໄບເບິນທຸກໆມື້. ເມື່ອຄິດຢ່າງຈິງຈັງວ່າການໃຊ້ຊີວິດຕາມຄວາມຈິງໃນຄຳພີໄບເບິນໃຫ້ຜົນປະໂຫຍດແນວໃດ ເຮົາກໍຈະຮັກຄວາມຈິງນັ້ນຫຼາຍຍິ່ງຂຶ້ນ.
12 ຜູ້ຂຽນຄຳເພງຍັງບອກວ່າ: “ຖ້ອຍຄຳທັງຫຼາຍແຫ່ງພະອົງໄດ້ຫວານຫຼາຍໃນເຫືອກຂ້ານ້ອຍ ຫວານກວ່ານ້ຳເຜີ້ງໃນປາກຂ້ານ້ອຍ.” (ຄຳເພງ 119:103) ສິ່ງພິມທີ່ອາໄສຄຳພີໄບເບິນເປັນຫຼັກທີ່ອົງການຂອງເຮົາຈັດຕຽມໄວ້ເປັນຄືກັບອາຫານທີ່ແຊບ. ເມື່ອກິນອາຫານທີ່ມັກ ເຮົາຢາກຄ່ອຍໆກິນອາຫານນັ້ນເພື່ອຈະໄດ້ລົດຊາດຢ່າງເຕັມທີ. ຄ້າຍຄືກັນ ເຮົາບໍ່ຢາກສຶກສາແບບຟ້າວຟັ່ງ ເພື່ອເຮົາຈະມີຄວາມສຸກກັບການຮຽນ ‘ຖ້ອຍຄຳທັງຫຼາຍທີ່ມ່ວນຫູ’ ເຊິ່ງເປັນຄວາມຈິງ ແລະເຮົາຈະບໍ່ລືມສິ່ງທີ່ອ່ານແລະໃຊ້ຄວາມຮູ້ນັ້ນເພື່ອຊ່ວຍຄົນອື່ນ.—ຜູ້ເທສະໜາປ່າວປະກາດ 12:10
13. ສິ່ງໃດຊ່ວຍເຢເຣມີໃຫ້ຮັກຖ້ອຍຄຳຂອງພະເຈົ້າ? ຄວາມຮັກນີ້ມີຜົນກະທົບຕໍ່ລາວແນວໃດ?
13 ຜູ້ພະຍາກອນເຢເຣມີຮັກຖ້ອຍຄຳຂອງພະເຈົ້າ. ລາວເວົ້າວ່າ: ເມື່ອ ‘[ໄດ້ຮັບ] ຖ້ອຍຄຳທັງຫຼາຍຂອງພະອົງແລ້ວ ຂ້ານ້ອຍໄດ້ກິນຖ້ອຍຄຳນັ້ນ ແລະຄຳທັງຫຼາຍຂອງພະອົງໄດ້ໃຫ້ຂ້ານ້ອຍມີຄວາມຍິນດີແລະຊື່ນໃຈ ເຫດວ່າຂ້ານ້ອຍມີຊື່ຕາມນາມຊື່ຂອງພະອົງ ໂອ້ພະເຢໂຫວາພະເຈົ້າແຫ່ງກອງທັບທັງຫຼາຍ.’ (ເຢເຣມີ 15:16) ເຢເຣມີຮັກຖ້ອຍຄຳທີ່ມີຄ່າຂອງພະເຈົ້າ ຍ້ອນລາວຄິດຢ່າງຈິງຈັງກ່ຽວກັບຖ້ອຍຄຳເຫຼົ່ານັ້ນ. ນີ້ເຮັດໃຫ້ລາວຮູ້ຄຸນຄ່າທີ່ໄດ້ເປັນຕົວແທນຂອງພະເຢໂຫວາແລະປະກາດຂ່າວສານຂອງພະອົງ. ຖ້າເຮົາຮັກຄວາມຈິງໃນຄຳພີໄບເບິນ ເຮົາກໍຈະຖືວ່າເປັນສິດທິພິເສດທີ່ໄດ້ເປັນພະຍານພະເຢໂຫວາແລະປະກາດເລື່ອງລາຊະອານາຈັກໃນສະໄໝສຸດທ້າຍນີ້.
ສະແດງຄວາມຮັກຕໍ່ຄວາມຈິງໃນຄຳພີໄບເບິນ (ເບິ່ງຂໍ້ 14)
14. ເຮົາຕ້ອງເຮັດຫຍັງອີກເພື່ອຈະຮັກຄວາມຈິງໃນຄຳພີໄບເບິນຫຼາຍຂຶ້ນ?
14 ເຮົາຕ້ອງເຮັດຫຍັງອີກເພື່ອຈະຮັກຄວາມຈິງໃນຄຳພີໄບເບິນຫຼາຍຂຶ້ນ? ເຮົາຕ້ອງເຂົ້າຮ່ວມປະຊຸມເປັນປະຈຳ ເຊິ່ງເປັນບ່ອນທີ່ພະເຢໂຫວາສອນເຮົາ. ວິທີຫຼັກຢ່າງໜຶ່ງທີ່ເຮົາໄດ້ຮັບການສອນແມ່ນໂດຍທາງການສຶກສາຫໍສັງເກດການປະຈຳອາທິດ. ຖ້າຢາກໄດ້ຮັບປະໂຫຍດເຕັມທີຈາກການປະຊຸມ ເຮົາຕ້ອງກຽມກ່ອນ. ຕົວຢ່າງເຊັ່ນ: ເຮົາຈະເບິ່ງຂໍ້ພະຄຳພີທີ່ອ້າງເຖິງ. ໃນທຸກມື້ນີ້ຫຼາຍຄົນອ່ານແລະດາວໂຫຼດຫໍສັງເກດການທີ່ເປັນໄຟລເອເລັກໂຕຣນິກໄດ້ໃນຫຼາຍພາສາຢູ່ເວັບໄຊ jw.org ແລະແອັບ JW Library. ໃນແຕ່ລະບົດຄວາມສຶກສາທີ່ເປັນໄຟລເອເລັກໂຕຣນິກເຮັດໃຫ້ເຮົາເຫັນຂໍ້ພະຄຳພີທີ່ອ້າງເຖິງໄດ້ໄວ. ບໍ່ວ່າເຮົາຈະກຽມດ້ວຍວິທີໃດກໍຕາມ ຖ້າເຮົາອ່ານຂໍ້ພະຄຳພີຢ່າງລະອຽດແລະຄິດຢ່າງເລິກເຊິ່ງໃນເລື່ອງນັ້ນ ເຮົາກໍຈະຮັກຄວາມຈິງໃນຄຳພີໄບເບິນຫຼາຍຂຶ້ນ.—ອ່ານຄຳເພງ 1:2
ຄວາມຮັກຕໍ່ພີ່ນ້ອງ
15, 16. (ກ) ໃນໂຢຮັນ 13:34, 35 ພະເຍຊູໃຫ້ຄຳສັ່ງຫຍັງແກ່ເຮົາ? (ຂ) ຄວາມຮັກທີ່ມີຕໍ່ພະເຈົ້າແລະຄຳພີໄບເບິນກ່ຽວຂ້ອງແນວໃດກັບການຮັກພີ່ນ້ອງ?
15 ໃນຄືນສຸດທ້າຍທີ່ມີຊີວິດໃນໂລກ ພະເຍຊູບອກພວກລູກສິດວ່າ: “ເຮົາປະທານຄຳສັ່ງໃໝ່ຂໍ້ໜຶ່ງໃຫ້ແກ່ທ່ານທັງຫຼາຍວ່າ ຈົ່ງຮັກກັນແລະກັນ ເຮົາໄດ້ຮັກທ່ານທັງຫຼາຍສັນໃດ ທ່ານຈົ່ງຮັກກັນແລະກັນສັນນັ້ນ. ຄົນທັງປວງຈະຮູ້ຈັກວ່າທ່ານທັງຫຼາຍເປັນລູກສິດຂອງເຮົາດ້ວຍການນີ້ ຄືວ່າຖ້າທ່ານທັງຫຼາຍມີຄວາມຮັກໃນທ່າມກາງພວກທ່ານ.”—ໂຢຮັນ 13:34, 35
16 ຄວາມຮັກທີ່ມີຕໍ່ພີ່ນ້ອງກ່ຽວຂ້ອງກັບຄວາມຮັກທີ່ມີຕໍ່ພະເຈົ້າ ເພາະຖ້າເຮົາບໍ່ຮັກພະອົງ ເຮົາກໍບໍ່ສາມາດຮັກພີ່ນ້ອງໄດ້. ແລະຖ້າເຮົາບໍ່ຮັກພີ່ນ້ອງ ເຮົາກໍບໍ່ສາມາດຮັກພະເຈົ້າໄດ້ຄືກັນ. ອັກຄະສາວົກໂຢຮັນຂຽນວ່າ: “ຜູ້ທີ່ບໍ່ຮັກພີ່ນ້ອງແຫ່ງຕົນທີ່ຕາເຫັນ ຈະຮັກພະເຈົ້າທີ່ຕາບໍ່ເຫັນຢ່າງໃດໄດ້.” (1 ໂຢຮັນ 4:20) ຄວາມຮັກທີ່ມີຕໍ່ພະເຈົ້າແລະຕໍ່ພີ່ນ້ອງຍັງກ່ຽວຂ້ອງກັບການຮັກຄຳພີໄບເບິນ. ຍ້ອນຫຍັງຈຶ່ງເປັນແນວນັ້ນ? ຍ້ອນວ່າຖ້າເຮົາຮັກສິ່ງທີ່ຮຽນຈາກຄຳພີໄບເບິນ ເຮົາກໍຈະເຊື່ອຟັງຄຳສັ່ງທີ່ໃຫ້ຮັກພະເຈົ້າແລະຮັກພີ່ນ້ອງຮ່ວມຄວາມເຊື່ອ.—1 ເປໂຕ 1:22; 1 ໂຢຮັນ 4:21
ສະແດງຄວາມຮັກຕໍ່ພີ່ນ້ອງຮ່ວມຄວາມເຊື່ອ (ເບິ່ງຂໍ້ 17)
17. ເຮົາຈະສະແດງຄວາມຮັກໃນທາງໃດແດ່?
17 ອ່ານ 1 ເທຊະໂລນີກ 4:9, 10. ເຮົາຈະສະແດງຄວາມຮັກໃນທາງໃດແດ່ຕໍ່ພີ່ນ້ອງໃນປະຊາຄົມ? ພີ່ນ້ອງສູງອາຍຸອາດຕ້ອງມີຄົນຊ່ວຍເພື່ອເດີນທາງໄປ-ກັບສຳລັບການປະຊຸມ. ແມ່ໝ້າຍອາດຕ້ອງການຄວາມຊ່ວຍເຫຼືອເພື່ອແປງບາງຢ່າງໃນເຮືອນ. (ຢາໂກໂບ 1:27) ພີ່ນ້ອງທີ່ທໍ້ໃຈ ໂສກເສົ້າ ຫຼືກຳລັງປະສົບກັບບັນຫາອື່ນໆຢາກໄດ້ການເອົາໃຈໃສ່ ການໜູນກຳລັງໃຈແລະການປອບໂຍນຈາກເຮົາ. (ສຸພາສິດ 12:25; ໂກໂລດ 4:11) ຖ້າເຮົາຮັກຄົນທີ່ຢູ່ໃນ “ຄອບຄົວຂອງຄວາມເຊື່ອ” ເຮົາຈະສະແດງອອກໂດຍທາງຄຳເວົ້າແລະການປະພຶດ.—ຄາລາຊີ 6:10
18. ຖ້າເຮົາມີບັນຫາກັບພີ່ນ້ອງ ສິ່ງໃດຈະຊ່ວຍເຮົາໄດ້?
18 ຄຳພີໄບເບິນບອກວ່າໃນ “ສະໄໝສຸດທ້າຍ” ຂອງລະບົບຊົ່ວນີ້ ຫຼາຍຄົນຈະເຫັນແກ່ຕົວແລະໂລບມາກ. (2 ຕີໂມເຕ 3:1, 2, ລ.ມ.) ເຮົາທີ່ເປັນຄລິດສະຕຽນຕ້ອງພະຍາຍາມຢ່າງໜັກເພື່ອເຮັດໃຫ້ຄວາມຮັກທີ່ມີຕໍ່ພະເຢໂຫວາ ຕໍ່ຄຳພີໄບເບິນ ແລະຕໍ່ກັນແລະກັນໃຫ້ຫຼາຍຂຶ້ນ. ແຕ່ຍ້ອນເຮົາບໍ່ສົມບູນແບບ ບາງຄັ້ງເຮົາອາດມີບັນຫາເລັກໆນ້ອຍໆກັບພີ່ນ້ອງຮ່ວມຄວາມເຊື່ອ. ແຕ່ເພາະເຮົາຮັກກັນ ເຮົາຈຶ່ງພະຍາຍາມແກ້ໄຂບັນຫາຕ່າງໆໃຫ້ໄວທີ່ສຸດແລະດ້ວຍຄວາມກະລຸນາ. (ເອເຟດ 4:32; ໂກໂລດ 3:14) ຂໍຢ່າປ່ອຍໃຫ້ຄວາມຮັກຂອງເຮົາເຢັນລົງ! ແຕ່ໃຫ້ຄວາມທີ່ເຮົາມີຕໍ່ພະເຢໂຫວາ ຕໍ່ຄຳພີໄບເບິນ ແລະຕໍ່ພີ່ນ້ອງຮ່ວມຄວາມເຊື່ອໝັ້ນຄົງຢູ່ສະເໝີ.