ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 3 ໜ້າ 21-25
  • ພະ​ຜູ້​ສ້າງ​ໝົດ​ທຸກ​ສິ່ງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ຜູ້​ສ້າງ​ໝົດ​ທຸກ​ສິ່ງ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າເລີ່ມສ້າງສິ່ງຕ່າງໆ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະເຈົ້າ​ສ້າງ​ຟ້າ​ແລະ​ໂລກ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ສາເຫດ​ທີ່​ພະ​ເຍຊູ​ເປັນ​ຄູ​ຜູ້​ຍິ່ງໃຫຍ່
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ສວນທີ່ສວຍງາມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 3 ໜ້າ 21-25

ບົດ​ທີ 3

ພະ​ຜູ້​ສ້າງ​ໝົດ​ທຸກ​ສິ່ງ

A boy feeds baby birds

ໃຜ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ?

ມີ​ສິ່ງ​ທີ່​ວິເສດ​ຫຼາຍ​ທີ່​ພໍ່ (ແມ່) ຮູ້. ລູກ​ຢາກ​ຟັງ​ບໍ?— ເບິ່ງ​ມື​ຂອງ​ລູກ​ດູ. ພັບ​ນິ້ວ​ມື​ເຂົ້າ​ອອກ​ເບິ່ງ. ບັດ​ນີ້​ຈັບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຂຶ້ນ​ມາ. ມື​ຂອງ​ລູກ​ເຮັດ​ໄດ້​ຕັ້ງ​ຫຼາຍ​ຢ່າງ​ແລ້ວ​ກໍ​ຍັງ​ເຮັດ​ໄດ້​ດີ​ອີກ. ລູກ​ຮູ້​ບໍ​ວ່າ​ໃຜ​ໄດ້​ສ້າງ​ມື​ຂອງ​ເຮົາ?—

ແມ່ນ​ແລ້ວ ເປັນ​ຜູ້​ດຽວ​ທີ່​ໄດ້​ສ້າງ​ປາກ ດັງ ແລະ​ຕາ​ຂອງ​ເຮົາ. ຜູ້​ນັ້ນ​ແມ່ນ​ພະເຈົ້າ ເຊິ່ງ​ເປັນ​ພໍ່​ຂອງ​ຄູ​ຜູ້​ຍິ່ງໃຫຍ່. ເຮົາ​ດີ​ໃຈ​ທີ່​ພະເຈົ້າ​ໄດ້​ໃຫ້​ໜ່ວຍ​ຕາ​ແກ່​ເຮົາ​ແມ່ນ​ບໍ​ລູກ?— ເຮົາ​ມອງ​ເຫັນ​ສິ່ງ​ຕ່າງໆ​ໄດ້​ດ້ວຍ​ຕາ​ສອງ​ໜ່ວຍ​ນີ້​ແຫຼະ. ເຮົາ​ເຫັນ​ດອກ​ໄມ້. ເຮົາ​ເຫັນ​ຫຍ້າ​ສີ​ຂຽວ​ແລະ​ທ້ອງຟ້າ​ສີ​ຄາມ. ໃນ​ພາບ​ນີ້​ເຮົາ​ຍັງ​ເຫັນ​ນົກ​ໂຕ​ນ້ອຍໆ​ທີ່​ພວມ​ອ້າ​ປາກ​ຢາກ​ກິນ. ການ​ທີ່​ເຮົາ​ເຫັນ​ສິ່ງ​ເຫຼົ່າ​ນີ້​ໄດ້​ເປັນ​ເລື່ອງ​ທີ່​ວິເສດ​ແທ້ໆ​ແມ່ນ​ບໍ​ລູກ?—

ແຕ່​ວ່າ​ໃຜ​ສ້າງ​ສິ່ງ​ເຫຼົ່າ​ນີ້? ມະນຸດ​ໄດ້​ສ້າງ​ບໍ? ບໍ່. ມະນຸດ​ອາດ​ຈະ​ສ້າງ​ເຮືອນ​ໄດ້. ແຕ່​ບໍ່​ມີ​ມະນຸດ​ຄົນ​ໃດ​ສ້າງ​ຫຍ້າ​ໃຫ້​ຂຶ້ນ​ມາ​ໄດ້. ມະນຸດ​ຈະ​ສ້າງ​ນົກ​ນ້ອຍ ດອກ​ໄມ້​ຫຼື​ສິ່ງ​ທີ່​ມີ​ຊີວິດ​ອື່ນໆ​ບໍ່​ໄດ້. ລູກ​ຮູ້​ສິ່ງ​ນີ້​ບໍ?—

ພະເຈົ້າ​ເປັນ​ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງ​ໝົດ​ນີ້. ພະເຈົ້າ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ. ພະອົງ​ຍັງ​ສ້າງ​ຄົນ​ເຮົາ​ນຳ​ອີກ. ພະອົງ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄູ່​ທຳອິດ. ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່​ສອນ​ເຮົາ​ຢ່າງ​ນີ້.—ມັດທາຍ 19:4-6.

ພະ​ເຍຊູ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ໄດ້​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ? ພະ​ເຍຊູ​ເຫັນ​ພະເຈົ້າ​ສ້າງ​ບໍ?— ແມ່ນ​ແລ້ວ​ໄດ້​ເຫັນ. ພະ​ເຍຊູ​ຢູ່​ກັບ​ພະເຈົ້າ​ຕອນ​ທີ່​ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ. ພະ​ເຍຊູ​ເປັນ​ຜູ້​ທຳອິດ​ທີ່​ພະເຈົ້າ​ໄດ້​ສ້າງ. ພະ​ເຍຊູ​ເຄີຍ​ເປັນ​ທູດ​ສະຫວັນ ແລະ​ພະອົງ​ຢູ່​ໃນ​ສະຫວັນ​ກັບ​ພໍ່.

ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ພະເຈົ້າ​ກ່າວ​ດັ່ງ​ນີ້: “ພວກ​ເຮົາ​ຈົ່ງ​ສ້າງ​ມະນຸດ.” (ຕົ້ນເດີມ 1:26) ລູກ​ຮູ້​ບໍ​ວ່າ​ພະເຈົ້າ​ເວົ້າ​ກັບ​ຜູ້​ໃດ?— ພະອົງ​ເວົ້າ​ກັບ​ລູກ​ຂອງ​ພະອົງ. ລູກ​ຄົນ​ນັ້ນ​ແມ່ນ​ພະ​ເຍຊູ​ເຊິ່ງ​ພາຍ​ຫຼັງ​ນັ້ນ​ໄດ້​ມາ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.

ເປັນ​ເລື່ອງ​ໜ້າ​ຕື່ນ​ເຕັ້ນ​ແມ່ນ​ບໍ? ລອງ​ຄິດ​ເບິ່ງ​ແມ! ເມື່ອ​ເຮົາ​ຟັງ​ພະ​ເຍຊູ ກໍ​ແມ່ນ​ເຮົາ​ກຳລັງ​ຮັບ​ການ​ສອນ​ຈາກ​ຜູ້​ທີ່​ເຄີຍ​ຢູ່​ກັບ​ພະເຈົ້າ​ຕອນ​ທີ່​ພະເຈົ້າ​ສ້າງ​ແຜ່ນດິນ​ໂລກ​ແລະ​ສິ່ງ​ອື່ນໆ​ທັງ​ໝົດ. ພະ​ເຍຊູ​ຮຽນ​ຮູ້​ຫຼາຍ​ສິ່ງ​ຈາກ​ການ​ເຮັດ​ວຽກ​ນຳ​ກັນ​ກັບ​ພໍ່​ຂອງ​ພະອົງ​ໃນ​ສະຫວັນ. ບໍ່​ແປກ​ທີ່​ພະ​ເຍຊູ​ເປັນ​ຄູ​ຜູ້​ຍິ່ງໃຫຍ່!

ລູກ​ຄິດ​ວ່າ​ຕອນ​ທີ່​ພະເຈົ້າ​ຢູ່​ຜູ້​ດຽວ​ກ່ອນ​ພະອົງ​ສ້າງ​ລູກ​ຊາຍ ພະເຈົ້າ​ຂາດ​ຄວາມ​ສຸກ​ບໍ?— ບໍ່​ຂາດ ພະອົງ​ມີ​ຄວາມ​ສຸກ. ຖ້າ​ພະອົງ​ມີ​ຄວາມ​ສຸກ​ແລ້ວ​ເປັນ​ຫຍັງ​ພະອົງ​ຈຶ່ງ​ສ້າງ​ສິ່ງ​ມີ​ຊີວິດ​ອື່ນໆ?— ພະອົງ​ເຮັດ​ເຊັ່ນ​ນັ້ນ​ຍ້ອນ​ວ່າ​ພະອົງ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຮັກ. ພະອົງ​ຢາກ​ໃຫ້​ຜູ້​ອື່ນ​ມີ​ຊີວິດ​ແລະ​ຊື່ນຊົມ​ກັບ​ຊີວິດ. ເຮົາ​ຄວນ​ຂອບໃຈ​ພະເຈົ້າ​ທີ່​ພະອົງ​ໃຫ້​ຊີວິດ​ແກ່​ເຮົາ.

ທຸກໆ​ສິ່ງ​ທີ່​ພະເຈົ້າ​ເຮັດ​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະອົງ. ພະເຈົ້າ​ສ້າງ​ຕາເວັນ. ຕາເວັນ​ໃຫ້​ແສງ​ສະຫວ່າງ​ແກ່​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ອົບອຸ່ນ. ຖ້າ​ບໍ່​ມີ​ຕາເວັນ ທຸກ​ສິ່ງ​ກໍ​ຈະ​ເຢັນ​ຫຼາຍ​ແລະ​ບໍ່​ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້. ລູກ​ດີ​ໃຈ​ບໍ​ທີ່​ພະເຈົ້າ​ໄດ້​ສ້າງ​ຕາເວັນ?—

ພະເຈົ້າ​ຍັງ​ເຮັດ​ໃຫ້​ຝົນ​ຕົກ​ນຳ​ອີກ. ລາງ​ເທື່ອ​ລູກ​ອາດ​ຈະ​ບໍ່​ມັກ​ຝົນ ເພາະ​ຕອນ​ທີ່​ຝົນ​ຕົກ​ລູກ​ອອກ​ໄປ​ຫຼິ້ນ​ທາງ​ນອກ​ບໍ່​ໄດ້. ແຕ່​ວ່າ​ຝົນ​ຊ່ອຍ​ໃຫ້​ດອກ​ໄມ້​ງອກ​ງາມ​ຂຶ້ນ. ດັ່ງ​ນັ້ນ ເມື່ອ​ເຮົາ​ເຫັນ​ດອກ​ໄມ້​ງາມໆ​ເຮົາ​ຄວນ​ຂອບໃຈ​ໃຜ?— ພະເຈົ້າ​ນັ້ນ​ແຫຼະ. ແລະ​ເຮົາ​ຄວນ​ຂອບໃຈ​ໃຜ​ເມື່ອ​ເຮົາ​ກິນ​ໝາກ​ໄມ້​ແລະ​ຜັກ​ຕ່າງໆ​ທີ່​ແຊບ​ດີ?— ເຮົາ​ຄວນ​ຈະ​ຂອບໃຈ​ພະເຈົ້າ​ເພາະ​ຕາເວັນ​ແລະ​ນ້ຳ​ຝົນ​ຂອງ​ພະອົງ​ເຮັດ​ໃຫ້​ສິ່ງ​ເຫຼົ່າ​ນີ້​ຈະເລີນ​ງອກ​ງາມ​ຂຶ້ນ.

ສົມມຸດ​ມີ​ຄົນ​ຖາມ​ລູກ​ວ່າ ‘ພະເຈົ້າ​ສ້າງ​ຄົນ​ແລະ​ສັດ​ນຳ​ບໍ?’ ລູກ​ຈະ​ຕອບ​ລາວ​ແນວ​ໃດ?— ຖືກ​ແລ້ວ​ທີ່​ລູກ​ຕອບ​ວ່າ: “ແມ່ນ ພະເຈົ້າ​ສ້າງ​ຄົນ​ແລະ​ສັດ.” ແຕ່​ຫາກ​ວ່າ​ມີ​ບາງ​ຄົນ​ບໍ່​ເຊື່ອ​ວ່າ​ພະເຈົ້າ​ໄດ້​ສ້າງ​ມະນຸດ​ເດ? ແລະ​ຖ້າ​ເຂົາ​ເຈົ້າ​ບອກ​ວ່າ​ຄົນ​ມາ​ຈາກ​ສັດ​ເດ​ຊັ້ນ? ທີ່​ຈິງ ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແນວ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ໄດ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ—ຕົ້ນເດີມ 1:26-31.

Two girls play near a house in a garden with flowers, trees, and animals

ນື່ອງ​ຈາກ​ມີ​ຄົນ​ສ້າງ​ເຮືອນ ແລ້ວ​ໃຜ​ສ້າງ​ດອກ​ໄມ້ ຕົ້ນ​ໄມ້ ແລະ​ສັດ​ຕ່າງໆ?

ແຕ່​ບາງ​ຄົນ​ອາດ​ບອກ​ວ່າ​ລາວ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ. ຊັ້ນ​ລູກ​ຈະ​ເວົ້າ​ແນວ​ໃດ?— ລູກ​ລອງ​ຍົກ​ຕົວຢ່າງ​ເລື່ອງ​ເຮືອນ​ເບິ່ງ? ແລ້ວ​ຖາມ​ລາວ​ວ່າ: “ໃຜ​ໄດ້​ສ້າງ​ເຮືອນ​ຫຼັງ​ນັ້ນ?” ທຸກ​ຄົນ​ຮູ້​ວ່າ​ຈະ​ຕ້ອງ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ສ້າງ​ເຮືອນ​ຂຶ້ນ​ມາ. ແນ່ນອນ​ເຮືອນ​ບໍ່​ເຄີຍ​ສ້າງ​ມັນ​ເອງ!—ເຫບເລີ 3:4.

ຈາກ​ນັ້ນ​ພາ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ສວນ ຊີ້​ໃຫ້​ລາວ​ເບິ່ງ​ດອກ​ໄມ້​ແລະ​ຖາມ​ລາວ​ວ່າ ໃຜ​ໄດ້​ສ້າງ​ດອກ​ໄມ້​ນີ້? ບໍ່​ມີ​ມະນຸດ​ຄົນ​ໃດ​ໄດ້​ສ້າງ​ດອກ​ໄມ້. ຄື​ກັບ​ທີ່​ເຮືອນ​ບໍ່​ໄດ້​ສ້າງ​ມັນ​ເອງ ດອກ​ໄມ້​ກໍ​ບໍ່​ໄດ້​ສ້າງ​ມັນ​ເອງ​ຄື​ກັນ. ມີ​ຜູ້​ໜຶ່ງ​ສ້າງ​ມັນ. ຜູ້​ນັ້ນ​ແມ່ນ​ພະເຈົ້າ.

ຂໍ​ໃຫ້​ຄົນ​ນັ້ນ​ລອງ​ຟັງ​ສຽງ​ນົກ​ຮ້ອງ​ເພງ​ເບິ່ງ. ແລ້ວ​ຖາມ​ລາວ​ວ່າ “ໃຜ​ໄດ້​ສ້າງ​ນົກ​ແລະ​ສອນ​ໃຫ້​ມັນ​ຮ້ອງ​ເພງ?” ພະເຈົ້າ​ນັ້ນ​ແຫຼະ. ພະເຈົ້າ​ເປັນ​ຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ແລະ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ! ພະອົງ​ເປັນ​ຜູ້​ໃຫ້​ຊີວິດ.

ແຕ່​ບາງ​ຄົນ​ອາດ​ຈະ​ບອກ​ວ່າ​ລາວ​ເຊື່ອ​ສິ່ງ​ທີ່​ລາວ​ເຫັນ​ເທົ່າ​ນັ້ນ. ລາວ​ອາດ​ຈະ​ເວົ້າ​ວ່າ: ‘ຖ້າ​ຂ້ອຍ​ເບິ່ງ​ບໍ່​ເຫັນ ຂ້ອຍ​ກໍ​ຈະ​ບໍ່​ເຊື່ອ.’ ດັ່ງ​ນັ້ນ ລາງ​ຄົນ​ບອກ​ວ່າ​ລາວ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ​ເພາະ​ລາວ​ບໍ່​ເຫັນ​ພະອົງ.

ແມ່ນ​ແລ້ວ​ເຮົາ​ບໍ່​ເຫັນ​ພະເຈົ້າ. ຄຳພີ​ໄບເບິນ​ກ່າວ​ວ່າ: ‘ບໍ່​ມີ​ໃຜ​ເຫັນ​ພະເຈົ້າ​ໄດ້.’ ບໍ່​ວ່າ​ຜູ້​ຊາຍ ຜູ້​ຍິງ ຫຼື​ເດັກ​ນ້ອຍ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ບໍ່​ມີ​ຈັກ​ຄົນ​ເຄີຍ​ເຫັນ​ພະເຈົ້າ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ຄວນ​ພະຍາຍາມ​ແຕ້ມ​ຫຼື​ປັ້ນ​ຮູບ​ຂອງ​ພະເຈົ້າ. ແມ່ນ​ແຕ່​ພະເຈົ້າ​ເອງ​ກໍ​ບອກ​ພວກ​ເຮົາ​ວ່າ​ບໍ່​ໃຫ້​ເຮັດ​ຮູບ​ຈຳລອງ​ຂອງ​ພະອົງ. ດັ່ງ​ນັ້ນ ພະເຈົ້າ​ຈະ​ບໍ່​ພໍ​ໃຈ​ຖ້າ​ເຮົາ​ມີ​ສິ່ງ​ເຫຼົ່າ​ນັ້ນ​ຢູ່​ໃນ​ເຮືອນ.—ອົບພະຍົບ 20:4, 5; 33:20; ໂຢຮັນ 1:18.

ແຕ່​ຖ້າ​ລູກ​ບໍ່​ສາມາດ​ເຫັນ​ພະເຈົ້າ ແລ້ວ​ລູກ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ມີ​ພະເຈົ້າ​ແທ້? ລອງ​ຄິດ​ແບບ​ນີ້​ເບິ່ງ. ລູກ​ເຫັນ​ລົມ​ບໍ?— ບໍ່​ມີ​ໃຜ​ເຫັນ​ລົມ. ແຕ່​ລູກ​ເຫັນ​ສິ່ງ​ທີ່​ລົມ​ເຮັດ​ໃຫ້​ເກີດ​ຂຶ້ນ. ລູກ​ຈະ​ເຫັນ​ໃບ​ໄມ້​ເໜັງ​ຕີງ​ເມື່ອ​ລົມ​ພັດ​ໃສ່​ກິ່ງ​ໄມ້. ດັ່ງ​ນັ້ນ ລູກ​ຈຶ່ງ​ເຊື່ອ​ວ່າ​ມີ​ລົມ.

A boy and a girl have difficulty walking in the wind

ລູກ​ຮູ້​ໄດ້​ແນວ​ໃດ​ວ່າ​ມີ​ລົມ?

ລູກ​ເຫັນ​ສິ່ງ​ຕ່າງໆ​ທີ່​ພະເຈົ້າ​ໄດ້​ເຮັດ​ໄວ້​ຄື​ກັນ. ເມື່ອ​ລູກ​ເຫັນ​ດອກ​ໄມ້​ງາມໆ​ຈັກ​ດອກ​ໜຶ່ງ​ຫຼື​ນົກ​ຕົວ​ໜຶ່ງ ລູກ​ກໍ​ເຫັນ​ສິ່ງ​ທີ່​ພະເຈົ້າ​ສ້າງ. ນັ້ນ​ຈຶ່ງ​ເຮັດ​ໃຫ້​ລູກ​ເຊື່ອ​ວ່າ​ມີ​ພະເຈົ້າ​ແທ້ໆ.

ບາງ​ຄົນ​ອາດ​ຈະ​ຖາມ​ລູກ​ວ່າ ‘ໃຜ​ສ້າງ​ດວງ​ຕາເວັນ​ແລະ​ໜ່ວຍ​ໂລກ?’ ຄຳພີ​ໄບເບິນ​ບອກ​ວ່າ: “ພະເຈົ້າ​ໄດ້​ນິລະມິດ​ສ້າງ​ຟ້າ​ທັງ​ຫຼາຍ​ແລະ​ແຜ່ນດິນ​ໂລກ.” (ຕົ້ນເດີມ 1:1) ແມ່ນ​ແລ້ວ ພະເຈົ້າ​ໄດ້​ສ້າງ​ສິ່ງ​ທີ່​ວິເສດ​ສຸດ​ທັງ​ໝົດ​ນີ້! ລູກ​ຮູ້ສຶກ​ແນວ​ໃດ​ໃນ​ເລື່ອງ​ນີ້?—

ການ​ມີ​ຊີວິດ​ເປັນ​ສິ່ງ​ທີ່​ດີ​ອີ່ຫຼີ​ແມ່ນ​ບໍ? ເຮົາ​ໄດ້​ຍິນ​ສຽງ​ໂຕ​ນົກ​ຮ້ອງ​ເພງ. ເຮົາ​ໄດ້​ເຫັນ​ດອກ​ໄມ້​ແລະ​ສິ່ງ​ອື່ນໆ​ທີ່​ພະເຈົ້າ​ສ້າງ​ໄວ້. ແລະ​ເຮົາ​ໄດ້​ກິນ​ອາຫານ​ທີ່​ພະເຈົ້າ​ປະທານ​ແກ່​ເຮົາ.

ເຮົາ​ຄວນ​ຂອບໃຈ​ພະເຈົ້າ​ສຳລັບ​ສິ່ງ​ທັງ​ໝົດ​ນີ້. ຍິ່ງ​ກວ່າ​ສິ່ງ​ໃດ ເຮົາ​ຄວນ​ຈະ​ຂອບໃຈ​ພະອົງ​ທີ່​ໄດ້​ໃຫ້​ຊີວິດ​ແກ່​ເຮົາ. ຖ້າ​ເຮົາ​ສຳນຶກ​ບຸນ​ຄຸນ​ຕໍ່​ພະເຈົ້າ​ແທ້ໆ ເຮົາ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ. ຈະ​ເຮັດ​ຫຍັງ​ແດ່?— ເຮົາ​ຈະ​ເຊື່ອ​ຟັງ​ພະເຈົ້າ ແລະ​ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ. ໂດຍ​ວິທີ​ນີ້​ເຮົາ​ສະແດງ​ວ່າ​ເຮົາ​ຮັກ​ຜູ້​ທີ່​ສ້າງ​ໝົດ​ທຸກ​ສິ່ງ.

ເຮົາ​ຄວນ​ສະແດງ​ຄວາມ​ຮູ້​ຄ່າ​ສຳ​ລັບ​ທຸກ​ສິ່ງ​ທີ່​ພະເຈົ້າ​ໄດ້​ສ້າງ​ເພື່ອ​ເຮົາ. ໂດຍ​ວິທີ​ໃດ? ລອງ​ອ່ານ​ເບິ່ງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳເພງ 139:14; ໂຢຮັນ 4:23, 24; 1 ໂຢຮັນ 5:21; ແລະ​ຄຳປາກົດ 4:11.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌