ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 1 ໜ້າ 8
  • ພະເຈົ້າ​ສ້າງ​ຟ້າ​ແລະ​ໂລກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຈົ້າ​ສ້າງ​ຟ້າ​ແລະ​ໂລກ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າເລີ່ມສ້າງສິ່ງຕ່າງໆ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ສວນທີ່ສວຍງາມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ຜູ້​ສ້າງ​ໝົດ​ທຸກ​ສິ່ງ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ໃຜສ້າງໂຕເຈົ້າ?
    ເພີດເພີນນຳຊີວິດເທິງແຜ່ນດິນໂລກຕະຫຼອດໄປ!
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 1 ໜ້າ 8
ສວນ​ເອເດັນ

ບົດ​ທີ 1

ພະເຈົ້າ​ສ້າງ​ຟ້າ​ແລະ​ໂລກ

ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ເປັນ​ຜູ້​ສ້າງ. ເພິ່ນ​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ ທັງ​ສິ່ງ​ທີ່​ເຮົາ​ເບິ່ງ​ເຫັນ​ແລະ​ເບິ່ງ​ບໍ່​ເຫັນ. ກ່ອນ​ທີ່​ເພິ່ນ​ຈະ​ສ້າງ​ສິ່ງ​ທີ່​ເຮົາ​ເບິ່ງ​ເຫັນ ເພິ່ນ​ໄດ້​ສ້າງ​ທູດສະຫວັນ​ບັກ​ຫຼາຍໆ​ອົງ. ເຈົ້າ​ຮູ້​ບໍ​ວ່າ​ທູດສະຫວັນ​ແມ່ນ​ໃຜ? ທູດສະຫວັນ​ແມ່ນ​ຜູ້​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ມີ​ລັກສະນະ​ຄື​ກັບ​ເພິ່ນ. ເຮົາ​ເບິ່ງ​ເຂົາເຈົ້າ​ບໍ່​ເຫັນ ຄື​ກັບ​ທີ່​ເຮົາ​ເບິ່ງ​ພະເຈົ້າ​ບໍ່​ເຫັນ. ພະ​ເຢໂຫວາ​ສ້າງ​ທູດສະຫວັນ​ອົງ​ທຳອິດ​ໃຫ້​ເປັນ​ຜູ້​ຊ່ວຍ​ຂອງ​ເພິ່ນ. ທູດສະຫວັນ​ອົງ​ນີ້​ໄດ້​ຊ່ວຍ​ພະ​ເຢໂຫວາ​ສ້າງ​ດວງ​ດາວ​ຕ່າງໆ​ແລະ​ສິ່ງ​ອື່ນໆ​ທັງໝົດ. ໂລກ​ກໍ​ເປັນ​ດາວ​ດວງ​ໜຶ່ງ​ທີ່​ພະເຈົ້າ​ສ້າງ​ໃຫ້​ເປັນ​ບ້ານ​ທີ່​ສວຍ​ງາມ​ຂອງ​ເຮົາ.

ຕໍ່​ມາ ເພິ່ນ​ກໍ​ໄດ້​ກຽມ​ໂລກ​ໃຫ້​ພ້ອມ​ເພື່ອ​ທີ່​ສັດ​ແລະ​ມະນຸດ​ຈະ​ອາໄສ​ຢູ່​ໄດ້. ເພິ່ນ​ເຮັດ​ໃຫ້​ມີ​ແສງ​ຕາເວັນ​ສ່ອງ​ໃສ່​ໂລກ ໃຫ້​ມີ​ພູ​ຜາ ທະເລ ແລະ​ແມ່​ນ້ຳ​ລຳ​ທານ.

ແລ້ວ​ເພິ່ນ​ຍັງ​ໄດ້​ສ້າງ​ຫຍັງ​ອີກ? ພະ​ເຢໂຫວາ​ເວົ້າ​ວ່າ: ‘ເຮົາ​ຈະ​ສ້າງ​ຫຍ້າ ພືດ​ຜັກ ແລະ​ຕົ້ນໄມ້​ຕ່າງໆ’ ແລ້ວ​ໝາກ​ໄມ້ ຜັກ ແລະ​ດອກ​ໄມ້​ຊະນິດ​ຕ່າງໆ​ກໍ​ເລີ່ມ​ງອກ​ຂຶ້ນ​ມາ. ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ສ້າງ​ສັດ​ທຸກ​ຊະນິດ ບໍ່​ວ່າ​ຈະ​ເປັນ​ສັດ​ທີ່​ບິນ​ໄດ້ ສັດ​ນ້ຳ ແລະ​ສັດ​ເລືອຄານ. ເພິ່ນ​ຍັງ​ໄດ້​ສ້າງ​ສັດ​ໂຕ​ນ້ອຍໆ ເຊັ່ນ: ໂຕ​ກະຕ່າຍ ແລະ​ສັດ​ໂຕ​ໃຫຍ່ໆ ເຊັ່ນ: ໂຕ​ຊ້າງ. ເຈົ້າ​ມັກ​ສັດ​ຫຍັງ​ຫຼາຍ​ທີ່​ສຸດ?

ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ທູດສະຫວັນ​ອົງ​ທຳອິດ​ວ່າ: “ໃຫ້​ພວກ​ເຮົາ​ສ້າງ​ມະນຸດ.” ພະເຈົ້າ​ສ້າງ​ມະນຸດ​ໃຫ້​ແຕກຕ່າງ​ຈາກ​ສັດ. ມະນຸດ​ສາມາດ​ສ້າງ​ສິ່ງ​ຕ່າງໆ​ໄດ້ ສາມາດ​ເວົ້າ ຫົວ ແລະ​ອະທິດຖານ​ໄດ້. ເຂົາເຈົ້າ​ຈະ​ເປັນ​ຜູ້​ເບິ່ງແຍງ​ໂລກ​ແລະ​ສັດ​ຕ່າງໆ. ເຈົ້າ​ຮູ້​ບໍ​ວ່າ​ໃຜ​ແມ່ນ​ມະນຸດ​ຄົນ​ທຳອິດ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

“ໃນ​ຕອນ​ທຳອິດ​ພະເຈົ້າ​ໄດ້​ສ້າງ​ຟ້າ​ກັບ​ໂລກ.”—ປະຖົມມະການ 1:1

ຄຳ​ຖາມ: ພະ​ເຢໂຫວາ​ພະເຈົ້າ​ແມ່ນ​ໃຜ? ພະ​ເຢໂຫວາ​ສ້າງ​ຫຍັງ​ແດ່?

ປະຖົມມະການ 1:1-26; ສຸພາສິດ 8:30, 31; ເຢເຣມີຢາ 10:12; ໂກໂລຊາຍ 1:15-17

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌