ບົດທີ 4
ພະເຈົ້າມີຊື່
ຕອນທີ່ລູກພົບກັບຄົນອື່ນເທື່ອທຳອິດ ລູກມັກຖາມຫຍັງກ່ອນ?— ແມ່ນແລ້ວ ລູກຖາມຊື່ຂອງລາວ. ພວກເຮົາທຸກຄົນມີຊື່. ພະເຈົ້າຕັ້ງຊື່ໃຫ້ຊາຍຄົນທຳອິດທີ່ຢູ່ເທິງໂລກນີ້. ລາວຊື່ວ່າອາດາມ. ເມຍຂອງອາດາມຊື່ວ່າເອວາ.
ແນວໃດກໍຕາມ ບໍ່ມີແຕ່ຄົນທໍ່ນັ້ນທີ່ມີຊື່. ລອງຄິດເຖິງສິ່ງອື່ນໆທີ່ມີຊື່ຄືກັນ. ເມື່ອມີຄົນໃຫ້ຕຸກກະຕາຫຼືສັດລ້ຽງກັບລູກ ລູກກໍຈະຕັ້ງຊື່ໃຫ້ມັນແມ່ນບໍ?— ແມ່ນແລ້ວ ການມີຊື່ຈຶ່ງສຳຄັນຫຼາຍ.
ລອງເງີຍໜ້າເບິ່ງຫມູ່ດາວໃນຕອນກາງຄືນເບິ່ງດູ. ລູກຄິດວ່າດາວເຫຼົ່ານັ້ນມີຊື່ບໍ?— ແມ່ນແລ້ວ ພະເຈົ້າໄດ້ຕັ້ງຊື່ໃຫ້ດາວແຕ່ລະດວງໃນທ້ອງຟ້າ. ຄຳພີໄບເບິນບອກເຮົາວ່າ: “ພະອົງນັບຈຳນວນດາວທັງຫຼາຍ ພະອົງໃສ່ຊື່ໃຫ້ດາວທັງປວງທຸກດວງ.”—ຄຳເພງ 147:4.
ລູກຮູ້ບໍວ່າດາວທຸກດວງມີຊື່?
ລູກຄິດວ່າໃຜເປັນຜູ້ທີ່ສຳຄັນທີ່ສຸດໃນເອກະພົບ?— ແມ່ນແລ້ວ ພະເຈົ້ານັ້ນແຫຼະ. ລູກຄິດວ່າພະອົງມີຊື່ບໍ?— ພະເຍຊູບອກວ່າພະເຈົ້າມີຊື່. ພະເຍຊູເຄີຍກ່າວໃນຄຳອະທິດຖານຕໍ່ພະເຈົ້າວ່າ: ‘ຂ້າພະເຈົ້າໄດ້ກະທຳໃຫ້ຜູ້ຕິດຕາມຂ້າພະເຈົ້າຮູ້ຈັກຊື່ຂອງພະອົງ.’ (ໂຢຮັນ 17:26) ລູກຮູ້ຈັກຊື່ຂອງພະເຈົ້າບໍ?— ພະເຈົ້າເອງບອກຊື່ຂອງພະອົງໃຫ້ເຮົາຮູ້. ພະອົງກ່າວວ່າ: “ເຮົາແມ່ນພະເຢໂຫວາ. ອັນນີ້ນາມຊື່ຂອງເຮົາ.” ດັ່ງນັ້ນ ຊື່ຂອງພະເຈົ້າແມ່ນເຢໂຫວາ.—ເອຊາອີ 42:8.
ລູກຮູ້ສຶກແນວໃດເມື່ອຄົນອື່ນຈື່ຊື່ຂອງລູກໄດ້?— ລູກດີໃຈແມ່ນບໍ?— ພະເຢໂຫວາຢາກໃຫ້ຄົນອື່ນຮູ້ຈັກຊື່ຂອງພະອົງຄືກັນ. ດັ່ງນັ້ນ ເຮົາຄວນໃຊ້ຊື່ເຢໂຫວາເມື່ອເຮົາເວົ້າເລື່ອງພະເຈົ້າ. ຄູຜູ້ຍິ່ງໃຫຍ່ໃຊ້ຊື່ຂອງພະເຈົ້າ ເຢໂຫວາ ເມື່ອພະອົງເວົ້າກັບຄົນອື່ນ. ເທື່ອໜຶ່ງພະເຍຊູກ່າວວ່າ: “ຈົ່ງຮັກພະເຢໂຫວາຜູ້ເປັນພະເຈົ້າຂອງເຈົ້າດ້ວຍສຸດໃຈ.”—ມາລະໂກ 12:30.
ພະເຍຊູຮູ້ວ່າ “ເຢໂຫວາ” ເປັນຊື່ທີ່ສຳຄັນຫຼາຍ. ດັ່ງນັ້ນ ພະອົງຈຶ່ງສອນສາວົກຂອງພະອົງໃຫ້ໃຊ້ຊື່ຂອງພະເຈົ້າ. ພະອົງຍັງໄດ້ສອນເຂົາເຈົ້າໃຫ້ກ່າວເຖິງຊື່ຂອງພະເຈົ້າໃນຄຳອະທິດຖານຂອງເຂົາເຈົ້າ. ພະເຍຊູຮູ້ວ່າພະເຈົ້າຢາກໃຫ້ທຸກໆຄົນຮູ້ຈັກຊື່ຂອງພະອົງແມ່ນ ເຢໂຫວາ.
ດົນນານມາແລ້ວ ພະເຈົ້າໄດ້ສະແດງໃຫ້ໂມເຊຊາຍອິດສະລາແອນຜູ້ໜຶ່ງໃຫ້ເຂົ້າໃຈຄວາມສຳຄັນຂອງຊື່ນັ້ນ. ພວກອິດສະລາແອນຢູ່ໃນແຜ່ນດິນທີ່ເອີ້ນວ່າເອຢິບ. ຄົນໃນແຜ່ນດິນນັ້ນເປັນທີ່ຮູ້ຈັກກັນວ່າຊາວເອຢິບ. ຊາວເອຢິບໃຫ້ພວກອິດສະລາແອນເປັນຂ້າທາດແລະປະຕິບັດຕໍ່ເຂົາເຈົ້າຢ່າງໂຫດຮ້າຍຫຼາຍ. ເມື່ອໂມເຊໃຫຍ່ຂຶ້ນ ລາວພະຍາຍາມຊ່ອຍຜູ້ໜຶ່ງທີ່ເປັນຊາດດຽວກັບລາວ. ນີ້ເຮັດໃຫ້ຟາໂຣກະສັດເອຢິບຄຽດຮ້າຍຫຼາຍ. ລາວຈຶ່ງຢາກຂ້າໂມເຊ! ດັ່ງນັ້ນ ໂມເຊໄດ້ປົບໜີຈາກແຜ່ນດິນເອຢິບ.
ໂມເຊໄປເຖິງອີກດິນແດນໜຶ່ງແມ່ນແຜ່ນດິນຂອງພວກມາດຢານ. ໂມເຊໄດ້ແຕ່ງດອງແລະເລີ່ມສ້າງຄອບຄົວຢູ່ຫັ້ນ. ລາວຍັງເຮັດວຽກເປັນຜູ້ລ້ຽງແກະ ມື້ໜຶ່ງເມື່ອໂມເຊກຳລັງຫຍຸ້ງຢູ່ກັບການເບິ່ງແຍງແກະຢູ່ໃກ້ພູເຂົາ ລາວເຫັນສິ່ງທີ່ແປກປະຫຼາດ. ໃນກາງຟຸ່ມໜາມມີໄຟລຸກຂຶ້ນ ແຕ່ບໍ່ໄໝ້! ເພື່ອຈະໄດ້ເຫັນຄັກໆໂມເຊຈຶ່ງຫຍັບເຂົ້າໄປໃກ້ກວ່າອີກ.
ລູກຮູ້ບໍວ່າມີຫຍັງເກີດຂຶ້ນ?— ໂມເຊໄດ້ຍິນສຽງເອີ້ນອອກມາຈາກຟຸ່ມໜາມທີ່ມີໄຟລຸກຢູ່. ສຽງນັ້ນຮ້ອງວ່າ “ໂມເຊ ໂມເຊເອີຍ.” ໃຜເອີ້ນຢູ່?— ພະເຈົ້ານັ້ນແຫຼະທີ່ເອີ້ນ! ພະເຈົ້າມີວຽກຫຼາຍຢ່າງໃຫ້ໂມເຊເຮັດ. ພະເຈົ້າກ່າວວ່າ: ‘ມາເຖີ້ນ ເຮົາຈະໃຊ້ເຈົ້າໄປຫາກະສັດຟາໂຣ ແລະເຈົ້າຈະພາປະຊາຊົນຂອງເຮົາແມ່ນພວກລູກຫຼານອິດສະລາແອນອອກຈາກປະເທດເອຢິບ.’ ພະເຈົ້າສັນຍາວ່າຈະຊ່ອຍໂມເຊເຮັດວຽກນັ້ນ.
ໂມເຊຮຽນຮູ້ສິ່ງສຳຄັນອັນໃດຢູ່ຟຸ່ມໜາມທີ່ມີໄຟລຸກ?
ແຕ່ວ່າໂມເຊເວົ້າກັບພະເຈົ້າວ່າ: ‘ຖ້າຫາກຂ້າພະເຈົ້າໄປຫາພວກອິດສະລາແອນໃນເອຢິບແລ້ວບອກວ່າ ພະເຈົ້າໄດ້ໃຊ້ຂ້າພະເຈົ້າມາ. ຖ້າເຂົາເຈົ້າຖາມວ່າ “ພະອົງມີນາມຊື່ແນວໃດ?” ຂ້າພະເຈົ້າຈະຕອບເຂົາເຈົ້າຢ່າງໃດ?’ ພະເຈົ້າບອກໂມເຊໃຫ້ເວົ້າກັບລູກຫຼານອິດສະລາແອນວ່າ: ‘ພະເຢໂຫວາໄດ້ໃຊ້ເຮົາມາຫາພວກທ່ານ ເຢໂຫວາເປັນຊື່ຂອງເຮົາຕະຫຼອດໄປເປັນນິດ.’ (ອົບພະຍົບ 3:1-15) ນີ້ສະແດງວ່າພະເຈົ້າຈະໃຊ້ຊື່ເຢໂຫວານີ້ຕະຫຼອດ. ພະອົງຈະບໍ່ປ່ຽນຊື່. ພະເຈົ້າຕ້ອງການໃຫ້ເຮົາຮູ້ຈັກພະອົງດ້ວຍຊື່ເຢໂຫວາຕະຫຼອດໄປ.
ຢູ່ທີ່ທະເລແດງພະເຈົ້າເຮັດໃຫ້ຊື່ຂອງພະອົງເປັນທີ່ຮູ້ຈັກແນວໃດ?
ເມື່ອໂມເຊກັບໄປທີ່ແຜ່ນດິນເອຢິບ ຊາວເອຢິບຄິດວ່າພະເຢໂຫວາເປັນພະເຈົ້າອົງນ້ອຍໆຂອງພວກອິດສະລາແອນທໍ່ນັ້ນ. ເຂົາເຈົ້າບໍ່ໄດ້ຄິດວ່າພະອົງເປັນພະເຈົ້າຂອງທັງແຜ່ນດິນໂລກ. ດັ່ງນັ້ນ ພະເຢໂຫວາຈຶ່ງບອກກະສັດເອຢິບວ່າ: “ແຕ່ວ່າຍ້ອນນີ້ເຮົາໄດ້ໃຫ້ທ່ານຍັງເປັນຢູ່ ເພື່ອເຮົາຈະໄດ້ກະທຳໃຫ້ທ່ານເຫັນລິດເດດຂອງເຮົາ ແລະເພື່ອນາມຊື່ຂອງເຮົາເປັນທີ່ປະກາດລືໄປທົ່ວແຜ່ນດິນໂລກ.” (ອົບພະຍົບ 9:16) ພະເຢໂຫວາໄດ້ເຮັດໃຫ້ຊື່ຂອງພະອົງເປັນທີ່ຮູ້ຈັກ. ລູກຮູ້ບໍວ່າພະອົງເຮັດແນວໃດ?—
ເອົາລະ ພະອົງໃຊ້ໂມເຊນຳພາຊາວອິດສະລາແອນອອກຈາກແຜ່ນດິນເອຢິບ. ເມື່ອເຂົາເຈົ້າມາເຖິງທະເລແດງ ພະເຢໂຫວາເຮັດໃຫ້ມີທາງແຫ້ງຍາວແລະຊື່ອອກໄປ. ພວກອິດສະລາແອນຍ່າງເທິງພື້ນດິນແຫ້ງຜ່ານໄປຢ່າງປອດໄພ. ແຕ່ຫຼັງຈາກຟາໂຣແລະກອງທະຫານຂອງລາວກ້າວລົງພື້ນທະເລແຫ້ງ ນ້ຳທີ່ຕັ້ງຢູ່ທັງສອງຂ້າງກໍພັງລົງມາໃສ່ຊາວເອຢິບເຮັດໃຫ້ເຂົາເຈົ້າຕາຍໝົດ.
ບໍ່ດົນຄົນທົ່ວແຜ່ນດິນໂລກກໍເລີ່ມໄດ້ຍິນສິ່ງທີ່ພະເຢໂຫວາເຮັດຢູ່ທະເລແດງ. ເຮົາຮູ້ໄດ້ແນວໃດວ່າເຂົາເຈົ້າໄດ້ຍິນເລື່ອງນີ້?— ປະມານ 40 ປີຕໍ່ມາຕອນທີ່ຊາວອິດສະລາແອນມາເຖິງດິນແດນການາອານເຊິ່ງເປັນດິນແດນທີ່ພະເຢໂຫວາເຄີຍສັນຍາວ່າຈະໃຫ້ແກ່ເຂົາເຈົ້າ. ຢູ່ທີ່ດິນແດນນັ້ນ ຍິງສາວຊື່ລາຫາບບອກຊາຍອິດສະລາແອນສອງຄົນວ່າ: “ພວກຂ້ານ້ອຍໄດ້ຍິນຂ່າວວ່າ ພະເຢໂຫວາໄດ້ໃຫ້ນ້ຳທະເລແດງແຫ້ງໄປຕໍ່ໜ້າພວກທ່ານດ້ວຍຢ່າງໃດເມື່ອພວກທ່ານໄດ້ອອກມາຈາກເອຄີບໂຕ.”—ໂຢຊວຍ 2:10.
ໃນສະໄໝນີ້ ຫຼາຍຄົນຄືກັບຄົນເອຢິບເຫຼົ່ານັ້ນ. ເຂົາເຈົ້າບໍ່ເຊື່ອວ່າພະເຢໂຫວາເປັນພະເຈົ້າຂອງຄົນທັງໂລກ. ດັ່ງນັ້ນ ພະເຢໂຫວາຕ້ອງການໃຫ້ປະຊາຊົນຂອງພະອົງບອກຄົນອື່ນເຖິງເລື່ອງຂອງພະອົງ. ນີ້ເປັນສິ່ງທີ່ພະເຍຊູໄດ້ເຮັດ. ໃນໄລຍະສຸດທ້າຍທີ່ພະເຍຊູດຳເນີນຊີວິດຢູ່ເທິງແຜ່ນດິນໂລກນີ້ ພະອົງໄດ້ອະທິດຖານເຖິງພະເຢໂຫວາວ່າ: “ຂ້າພະເຈົ້າໄດ້ກະທຳໃຫ້ເຂົາຮູ້ຈັກນາມຊື່ຂອງພະບິດາ.”—ໂຢຮັນ 17:26.
ພະເຍຊູເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ຮູ້ຈັກ. ລູກຊີ້ຊື່ຂອງພະເຈົ້າທີ່ຢູ່ໃນຄຳພີໄບເບິນໃຫ້ເບິ່ງໄດ້ບໍ?
ລູກຢາກເປັນຄືພະເຍຊູບໍ? ຖ້າເຊັ່ນນັ້ນ ໃຫ້ລູກບອກຄົນອື່ນວ່າຊື່ຂອງພະເຈົ້າແມ່ນເຢໂຫວາ. ລູກຈະເຫັນວ່າຫຼາຍຄົນຍັງບໍ່ຮູ້ຈັກຊື່ນັ້ນ. ດັ່ງນັ້ນ ບາງທີລູກອາດຈະໃຫ້ເຂົາເຈົ້າເບິ່ງຢູ່ຄຳພີໄບເບິນໃນພະທຳຄຳເພງ 83:18. ລອງເອົາຄຳພີໄບເບິນຂຶ້ນມາແລະເບິ່ງຄຳພີຂໍ້ນັ້ນນຳກັນດູ. ຂໍ້ນັ້ນກ່າວວ່າ: “ໃຫ້ເຂົາຮູ້ຈັກວ່າພະເຈົ້າຜູ້ມີນາມຊື່ວ່າພະເຢໂຫວາ ອົງດຽວເປັນພະເຈົ້າອົງສູງສຸດເທິງແຜ່ນດິນທັງສິ້ນ.”
ເຮົາຮຽນຮູ້ສິ່ງໃດເມື່ອອ່ານຂໍ້ຄຳພີນີ້?— ແມ່ນແລ້ວ ເຮົາຮຽນຮູ້ວ່າເຢໂຫວາເປັນຊື່ທີ່ສຳຄັນທີ່ສຸດທີ່ມີຢູ່. ແມ່ນຊື່ຂອງພະເຈົ້າຜູ້ທີ່ມີລິດເດດສູງສຸດ ເປັນພໍ່ຂອງພະເຍຊູແລະເປັນຜູ້ສ້າງທຸກສິ່ງ. ແລະຈື່ໄວ້ວ່າ ພະເຍຊູບອກວ່າເຮົາຄວນຮັກພະເຢໂຫວາດ້ວຍສຸດຫົວໃຈຂອງເຮົາ. ລູກຮັກພະເຢໂຫວາບໍ?—
ເຮົາຈະສະແດງຢ່າງໃດວ່າເຮົາຮັກພະເຢໂຫວາ?— ວິທີໜຶ່ງແມ່ນເຂົ້າມາຮູ້ຈັກພະອົງໃນຖານະເພື່ອນຜູ້ໜຶ່ງ. ອີກວິທີໜຶ່ງແມ່ນການບອກຄົນອື່ນວ່າພະອົງຊື່ວ່າແນວໃດ. ເຮົາຈະຊີ້ໃຫ້ເຂົາເຈົ້າເຫັນຈາກຄຳພີໄບເບິນເລີຍວ່າຊື່ຂອງພະອົງແມ່ນເຢໂຫວາ. ນອກຈາກນັ້ນ ເຮົາຈະບອກສິ່ງດີງາມຕ່າງໆທີ່ພະເຢໂຫວາສ້າງແລະສິ່ງດີໆທີ່ພະອົງໄດ້ເຮັດ. ນີ້ເຮັດໃຫ້ພະເຢໂຫວາຍິນດີຫຼາຍເພາະພະອົງຕ້ອງການໃຫ້ຄົນອື່ນຮູ້ຈັກພະອົງ. ເຮົາກໍມີສ່ວນໃນການເຮັດແບບນັ້ນໄດ້ແມ່ນບໍ?—
ບໍ່ແມ່ນໝົດທຸກຄົນຢາກຟັງເມື່ອເຮົາເວົ້າເລື່ອງຂອງພະເຢໂຫວາ. ແມ່ນແຕ່ເມື່ອພະເຍຊູຄູຜູ້ຍິ່ງໃຫຍ່ເວົ້າເຖິງເລື່ອງຂອງພະເຈົ້າຫຼາຍຄົນກໍບໍ່ຢາກຟັງ. ແຕ່ນັ້ນບໍ່ໄດ້ເຮັດໃຫ້ພະເຍຊູເຊົາເວົ້າເລື່ອງພະເຢໂຫວາ.
ດັ່ງນັ້ນໃຫ້ເຮົາເຮັດຄືພະເຍຊູໄດ້ເຮັດ. ໃຫ້ເຮົາເວົ້າເລື່ອງພະເຢໂຫວາຕໍ່ໆໄປ. ຖ້າເຮົາເຮັດແບບນັ້ນ ພະເຢໂຫວາພະເຈົ້າຈະພໍໃຈເພາະເຮົາສະແດງຄວາມຮັກຕໍ່ຊື່ຂອງພະອົງ.
ຕອນນີ້ໃຫ້ເຮົາອ່ານຄຳພີໄບເບິນນຳກັນອີກຈັກສາມສີ່ຂໍ້ທີ່ສະແດງເຖິງຄວາມສຳຄັນຂອງຊື່ຂອງພະເຈົ້າ: ເອຊາອີ 12:4, 5; ມັດທາຍ 6:9; ໂຢຮັນ 17:6; ແລະໂລມ 10:13.