ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 18 ໜ້າ 48-ໜ້າ 49 ຂໍ້ 4
  • ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ພຸ່ມໄມ້ທີ່ມີໄຟລຸກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຫດທີ່ໂມເຊໜີໄປ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຈົ້າ​ເບິ່ງ​ໄປ​ທີ່​ພະ​ເຢໂຫວາ​ສະເໝີ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ພະເຈົ້າ​ມີ​ຊື່
    ຮຽນຈາກຄູຜູ້ຍິ່ງໃຫຍ່
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 18 ໜ້າ 48-ໜ້າ 49 ຂໍ້ 4
ໂມເຊ​ຢູ່​ໜ້າ​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ

ບົດ​ທີ 18

ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ

ໂມເຊ​ອາໄສ​ຢູ່​ໃນ​ແຜ່ນດິນ​ມີດີອານ 40 ປີ ລາວ​ໄດ້​ແຕ່ງດອງ​ແລະ​ມີ​ລູກ​ຢູ່​ຫັ້ນ. ມີ​ມື້​ໜຶ່ງ​ຕອນ​ທີ່​ລາວ​ລ້ຽງ​ແກະ​ຢູ່​ໃກ້ໆ​ພູ​ຊີນາຍ ລາວ​ກໍ​ເຫັນ​ບາງ​ຢ່າງ​ທີ່​ເປັນ​ຕາ​ງຶດ. ລາວ​ເຫັນ​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ​ຢູ່ ແຕ່​ມັນ​ບໍ່​ໄໝ້. ເມື່ອ​ໂມເຊ​ຍ່າງ​ເຂົ້າ​ໄປ​ໃກ້ໆ​ເພື່ອ​ເບິ່ງ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ບໍ່​ໄໝ້ ລາວ​ກໍ​ໄດ້​ຍິນ​ສຽງ​ຈາກ​ຟຸ່ມ​ໄມ້​ນັ້ນ​ວ່າ: ‘ໂມເຊ! ຢ່າ​ເຂົ້າ​ມາ​ໃກ້​ຫຼາຍ​ກວ່າ​ນີ້. ປົດ​ເກີບ​ເຈົ້າ​ອອກ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ບໍລິສຸດ.’ ນີ້​ແມ່ນ​ສຽງ​ຂອງ​ພະ​ເຢໂຫວາ​ທີ່​ກຳລັງ​ເວົ້າ​ກັບ​ໂມເຊ​ຜ່ານ​ທາງ​ທູດສະຫວັນ​ອົງ​ໜຶ່ງ.

ໂມເຊ​ຮູ້ສຶກ​ຢ້ານ ລາວ​ຈຶ່ງ​ປິດ​ໜ້າ​ໂຕເອງ​ໄວ້. ແລ້ວ​ສຽງ​ນັ້ນ​ກໍ​ເວົ້າ​ຕໍ່​ວ່າ: ‘ເຮົາ​ເຫັນ​ແລ້ວ​ວ່າ​ພວກ​ອິດສະຣາເອນ​ທຸກ​ລຳບາກ​ສ່ຳ​ໃດ. ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ຈາກ​ການ​ເປັນ​ທາດ​ຂອງ​ພວກ​ເອຢິບ ແລະ​ຈະ​ພາ​ເຂົາເຈົ້າ​ໄປ​ແຜ່ນດິນ​ທີ່​ອຸດົມ​ສົມບູນ. ເຈົ້າ​ຈະ​ເປັນ​ຜູ້​ພາ​ຄົນ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ.’ ໂມເຊ​ຕ້ອງ​ແປກໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ຍິນ​ແບບ​ນັ້ນ.

ໂມເຊ​ຖາມ​ວ່າ: ‘ຖ້າ​ເຂົາເຈົ້າ​ຖາມ​ວ່າ​ໃຜ​ສົ່ງ​ລູກ​ມາ ລູກ​ຊິ​ຕອບ​ເຂົາເຈົ້າ​ແນວ​ໃດ?’ ພະເຈົ້າ​ຕອບ​ວ່າ: ‘ໃຫ້​ບອກ​ເຂົາເຈົ້າ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອັບຣາຮາມ ພະເຈົ້າ​ຂອງ​ອີຊາກ ແລະ​ພະເຈົ້າ​ຂອງ​ຢາໂຄບ​ໄດ້​ສົ່ງ​ເຈົ້າ​ມາ.’ ໂມເຊ​ຖາມ​ອີກ​ວ່າ: ‘ແຕ່​ລູກ​ຊິ​ເຮັດ​ແນວ​ໃດ​ຖ້າ​ເຂົາເຈົ້າ​ບໍ່​ເຊື່ອ?’ ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ໂມເຊ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ລາວ. ເພິ່ນ​ບອກ​ໂມເຊ​ໃຫ້​ຖິ້ມ​ໄມ້ຄ້ອນເທົ້າ​ລົງ​ດິນ ແລ້ວ​ໄມ້ຄ້ອນເທົ້າ​ກໍ​ກາຍ​ເປັນ​ງູ. ເມື່ອ​ໂມເຊ​ດຶງ​ຫາງ​ງູ​ຂຶ້ນ​ມາ ມັນ​ກໍ​ກາຍ​ເປັນ​ໄມ້ຄ້ອນເທົ້າ​ຄື​ເກົ່າ. ພະ​ເຢໂຫວາ​ບອກ​ວ່າ: ‘ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຂົາເຈົ້າ​ກໍ​ຈະ​ເຊື່ອ​ວ່າ​ເຮົາ​ສົ່ງ​ເຈົ້າ​ມາ.’

ໂມເຊ​ບອກ​ວ່າ: ‘ລູກ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ.’ ພະ​ເຢໂຫວາ​ຈຶ່ງ​ສັນຍາ​ກັບ​ລາວ​ວ່າ: ‘ເຮົາ​ຈະ​ບອກ​ເຈົ້າ​ວ່າ​ຕ້ອງ​ເວົ້າ​ຫຍັງ​ແດ່ ແລະ​ເຮົາ​ຈະ​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ​ມາ​ຊ່ວຍ​ເຈົ້າ.’ ເມື່ອ​ໂມເຊ​ໝັ້ນໃຈ​ແລ້ວ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ລາວ ລາວ​ກໍ​ພາ​ເມຍ​ແລະ​ລູກ​ກັບ​ໄປ​ເອຢິບ.

“ບໍ່​ຕ້ອງ​ອຸກໃຈ​ວ່າ​ຈະ​ເວົ້າ​ຫຍັງ​ຫຼື​ຈະ​ເວົ້າ​ແນວ​ໃດ ເພາະ​ຕອນ​ນັ້ນ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ຕ້ອງ​ເວົ້າ​ຫຍັງ.”—ມັດທາຍ 10:19

ຄຳ​ຖາມ: ໂມເຊ​ເຫັນ​ຫຍັງ​ຕອນ​ທີ່​ລາວ​ກຳລັງ​ລ້ຽງ​ແກະ​ຢູ່? ພະ​ເຢໂຫວາ​ຢາກ​ໃຫ້​ໂມເຊ​ເຮັດ​ຫຍັງ?

ອົບພະຍົບ 3:1–4:20; ກິດຈະການ 7:30-36

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌