ບົດທີ 11
ການຊ່ວຍເຫຼືອຈາກທູດສະຫວັນຂອງພະເຈົ້າ
ລາງຄົນບອກວ່າເຂົາເຈົ້າເຊື່ອແຕ່ສິ່ງທີ່ເຫັນໄດ້ເທົ່ານັ້ນ. ແຕ່ນັ້ນເປັນເລື່ອງໂງ່. ມີຫຼາຍສິ່ງທີ່ມີຢູ່ແທ້ເຊິ່ງເຮົາບໍ່ເຄີຍເຫັນດ້ວຍຕາຂອງເຮົາ. ລູກລອງບອກຈັກຢ່າງໜຶ່ງໄດ້ບໍ?—
ແລ້ວອາກາດທີ່ເຮົາຫັນໃຈເດ? ເຮົາຈັບຕ້ອງມັນໄດ້ບໍ?— ລອງຍົກມືຂອງລູກຂຶ້ນແລ້ວເປົ່າລົມໃສ່ມືນັ້ນເບິ່ງ. ລູກຮູ້ສຶກໄດ້ບໍ?— ລູກຮູ້ສຶກໄດ້ ແຕ່ລູກບໍ່ເຫັນອາກາດແມ່ນບໍ?—
ເຮົາໄດ້ເວົ້າເຖິງບຸກຄົນກາຍວິນຍານທີ່ເຮົາເບິ່ງບໍ່ເຫັນແດ່ແລ້ວ. ເຮົາຮູ້ວ່າບຸກຄົນກາຍວິນຍານມີທັງທີ່ດີແລະບໍ່ດີ. ຂໍໃຫ້ບອກຊື່ບຸກຄົນກາຍວິນຍານເຊິ່ງເຮົາເຫັນບໍ່ໄດ້ເບິ່ງ.— ແມ່ນແລ້ວ ມີພະເຈົ້າເຢໂຫວາ ພະເຍຊູແລະເຫຼົ່າທູດສະຫວັນທີ່ດີ. ມີທູດສະຫວັນທີ່ບໍ່ດີນຳບໍ?— ຄຳພີໄບເບິນບອກວ່າມີ. ບອກພໍ່ (ແມ່) ເບິ່ງດູວ່າລູກຮຽນຮູ້ສິ່ງໃດກ່ຽວກັບທູດສະຫວັນ.—
ສິ່ງໜຶ່ງທີ່ເຮົາຮູ້ກໍແມ່ນ ທູດສະຫວັນທັງດີແລະບໍ່ດີແຂງແຮງກວ່າພວກເຮົາ. ຄູຜູ້ຍິ່ງໃຫຍ່ມີຄວາມຮູ້ຫຼາຍກ່ຽວກັບທູດສະຫວັນ. ເພາະວ່າພະອົງເຄີຍເປັນທູດສະຫວັນກ່ອນຈະມາເກີດເປັນແອນ້ອຍຢູ່ເທິງແຜ່ນດິນໂລກ. ພະອົງເຄີຍຢູ່ໃນສະຫວັນກັບທູດສະຫວັນອົງອື່ນໆ. ພະອົງຮູ້ຈັກທູດສະຫວັນຫຼາຍລ້ານອົງ. ທູດສະຫວັນເຫຼົ່ານີ້ມີຊື່ບໍ?—
ທີ່ຈິງເຮົາຮຽນຮູ້ວ່າພະເຈົ້າໄດ້ຕັ້ງຊື່ໃຫ້ດວງດາວຕ່າງໆ. ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າທູດສະຫວັນທຸກອົງຕ້ອງມີຊື່ຄືກັນ. ແລະເຮົາຮູ້ວ່າທູດສະຫວັນລົມກັນໄດ້ ເພາະຄຳພີໄບເບິນກ່າວເຖິງ ‘ພາສາຂອງທູດສະຫວັນ.’ (1 ໂກລິນໂທ 13:1) ລູກຄິດວ່າທູດສະຫວັນລົມກັນເລື່ອງຫຍັງແດ່? ທູດສະຫວັນເຫຼົ່ານັ້ນເວົ້າເຖິງພວກເຮົາທີ່ຢູ່ເທິງແຜ່ນດິນໂລກບໍ?—
ເຮົາຮູ້ວ່າພວກຜີປີສາດ ທູດສະຫວັນຂອງຊາຕານກຳລັງພະຍາຍາມເຮັດໃຫ້ເຮົາບໍ່ເຊື່ອຟັງພະເຢໂຫວາ. ດັ່ງນັ້ນ ພວກມັນຕ້ອງເວົ້າເຖິງວິທີທີ່ຈະເຮັດແບບນັ້ນໄດ້. ພວກມັນຢາກໃຫ້ເຮົາເປັນຄືມັນເພື່ອພະເຢໂຫວາຈະບໍ່ມັກພວກເຮົານຳ. ແລ້ວທູດສະຫວັນທີ່ສັດຊື່ຂອງພະເຈົ້າເດ? ລູກຄິດວ່າເຂົາເຈົ້າກໍເວົ້າເຖິງພວກເຮົາແດ່ບໍ?— ແມ່ນແລ້ວ ເຂົາເຈົ້າເວົ້າເຖິງພວກເຮົາ. ເຂົາເຈົ້າຢາກຊ່ອຍພວກເຮົາ. ໃຫ້ພໍ່ (ແມ່) ເລົ່າເລື່ອງວິທີທີ່ທູດສະຫວັນຂອງພະເຈົ້າບາງອົງໄດ້ຊ່ອຍຜູ້ທີ່ຮັກພະເຢໂຫວາແລະຮັບໃຊ້ພະອົງ.
ຕົວຢ່າງເຊັ່ນ ມີຊາຍຄົນໜຶ່ງຊື່ດານຽນຢູ່ໃນປະເທດບາບີໂລນ. ຫຼາຍຄົນໃນປະເທດນັ້ນບໍ່ຮັກພະເຢໂຫວາ. ຜູ້ຄົນຍັງໄດ້ອອກກົດໝາຍລົງໂທດຄົນທີ່ອະທິດຖານເຖິງພະເຈົ້າເຢໂຫວາ. ແຕ່ດານຽນບໍ່ເຊົາອະທິດຖານເຖິງພະເຢໂຫວາ. ລູກຮູ້ບໍວ່າເຂົາເຈົ້າເຮັດແນວໃດກັບດານຽນ?—
ແມ່ນແລ້ວ ຄົນຊົ່ວໄດ້ຖິ້ມດານຽນລົງໄປໃນຖ້ຳໂຕສິງ. ດານຽນຢູ່ໃນຖ້ຳນັ້ນຄົນດຽວກັບຝູງສິງທີ່ຫິວໂຫຍ. ແລ້ວລູກຮູ້ບໍວ່າຈະເປັນແນວໃດ?— ດານຽນບອກວ່າ “ພະເຈົ້າຂອງຜູ້ຂ້າໄດ້ໃຊ້ທູດຂອງພະອົງແລະໄດ້ອັດປາກສິງທັງຫຼາຍ.” ລາວບໍ່ໄດ້ຮັບບາດເຈັບເລີຍ! ທູດສະຫວັນສາມາດເຮັດສິ່ງທີ່ອັດສະຈັນເພື່ອຊ່ວຍຜູ້ຮັບໃຊ້ພະເຢໂຫວາ.—ດານຽນ 6:18-22.
ພະເຈົ້າເຮັດແນວໃດເພື່ອຊ່ອຍຊີວິດຂອງດານຽນ?
ມີເທື່ອໜຶ່ງເປໂຕຖືກຂັງຄຸກ. ລູກຄືຈະຈື່ໄດ້ວ່າເປໂຕເປັນເພື່ອນກັບພະເຍຊູຄລິດ ຄູຜູ້ຍິ່ງໃຫຍ່. ບາງຄົນບໍ່ມັກເມື່ອເປໂຕບອກເຂົາເຈົ້າວ່າພະເຍຊູເປັນລູກຂອງພະເຈົ້າ. ດັ່ງນັ້ນ ເຂົາເຈົ້າຈຶ່ງຈັບເປໂຕໄປຂັງຄຸກ. ທະຫານຈຶ່ງເຝົ້າຍາມເປໂຕໄວ້ເພື່ອບໍ່ໃຫ້ລາວຫຼົບໜີໄດ້. ໃຜຈະຊ່ອຍເປໂຕໄດ້?—
ເປໂຕນອນຢູ່ຫວ່າງກາງທະຫານຍາມສອງຄົນ ມືທັງສອງຂ້າງຖືກລ່າມໂສ້ໄວ້. ‘ຈົ່ງເບິ່ງ ທູດຂອງພະເຢໂຫວາໄດ້ເຂົ້າມາ ແລະແສງເລີ່ມສ່ອງໄປໃນຄຸກນັ້ນ. ທູດສະຫວັນໄດ້ແຕະຂ້າງຂອງເປໂຕ ປຸກລາວໃຫ້ຕື່ນແລ້ວບອກວ່າ “ຈົ່ງຮີບລຸກຂຶ້ນເຖີ້ນ!”’
ທູດສະຫວັນອົງໜຶ່ງຊ່ອຍເປໂຕອອກຈາກຄຸກໄດ້ແນວໃດ?
ໃນທັນໃດນັ້ນໂສ້ທີ່ມືຂອງເປໂຕກໍໄດ້ຫລຸດອອກ! ແລະທູດສະຫວັນໄດ້ເວົ້າກັບລາວວ່າ: ‘ສວມເສື້ອ ສຸບເກີບແລ້ວຕາມເຮົາມາ.’ ທະຫານເຝົ້າຍາມຈຶ່ງຂັດຂວາງບໍ່ໄດ້ ເພາະທູດສະຫວັນມາຊ່ອຍເປໂຕ. ຕອນນີ້ເຂົາເຈົ້າມາຮອດປະຕູເຫຼັກແລ້ວສິ່ງປະຫຼາດກໍເກີດຂຶ້ນ. ປະຕູເປີດອອກເອງ! ທູດສະຫວັນນັ້ນໄດ້ປ່ອຍເປໂຕອອກຈາກຄຸກເພື່ອລາວຈະໄດ້ປະກາດຕໍ່ໄປ.—ກິດຈະການ 12:3-11.
ທູດສະຫວັນຂອງພະເຈົ້າສາມາດຊ່ອຍພວກເຮົາຄືກັນບໍ?— ແມ່ນແລ້ວ ເຂົາເຈົ້າຊ່ອຍໄດ້. ນັ້ນໝາຍຄວາມວ່າເຂົາເຈົ້າຈະບໍ່ໃຫ້ເຮົາໄດ້ຮັບອັນຕະລາຍເລີຍບໍ?— ບໍ່ແມ່ນ ທູດສະຫວັນຈະບໍ່ປົກປ້ອງເຮົາຈາກອັນຕະລາຍຖ້າເຮົາເຮັດສິ່ງທີ່ໂງ່ຈ້າ. ແຕ່ເຖິງວ່າພວກເຮົາບໍ່ໄດ້ເຮັດສິ່ງທີ່ໂງ່ຈ້າ ພວກເຮົາກໍອາດຈະໄດ້ຮັບອັນຕະລາຍ. ທູດສະຫວັນບໍ່ໄດ້ຮັບບັນຊາໃຫ້ມາປ້ອງກັນອັນຕະລາຍບໍ່ໃຫ້ເກີດຂຶ້ນ. ແທນທີ່ຈະເປັນເຊັ່ນນັ້ນ ພະເຈົ້າມອບວຽກພິເສດໃຫ້ເຂົາເຈົ້າເຮັດ.
ຄຳພີໄບເບິນກ່າວເຖິງທູດສະຫວັນອົງໜຶ່ງທີ່ບອກຄົນຈາກທຸກແຫ່ງຫົນໃຫ້ມານະມັດສະການພະເຈົ້າ. (ຄຳປາກົດ 14:6, 7) ທູດສະຫວັນນີ້ບອກຄົນເຫຼົ່ານັ້ນແນວໃດ? ທູດສະຫວັນອົງນີ້ຮ້ອງຈາກສະຫວັນເພື່ອໃຫ້ທຸກຄົນໄດ້ຍິນບໍ?— ບໍ່ແມ່ນ ແທນທີ່ຈະເຮັດແບບນັ້ນ ແມ່ນຜູ້ຕິດຕາມພະເຍຊູທີ່ຢູ່ເທິງແຜ່ນດິນໂລກທີ່ເວົ້າເລື່ອງພະເຈົ້າກັບຄົນອື່ນ ແຕ່ເປັນທູດສະຫວັນຂອງພະເຈົ້າທີ່ຊີ້ນຳວຽກການປະກາດຂອງຜູ້ຕິດຕາມພະເຍຊູ. ທູດສະຫວັນຄອຍເບິ່ງແຍງໃຫ້ຄົນທີ່ຕ້ອງການຮູ້ຈັກພະເຈົ້າແທ້ໆມີໂອກາດໄດ້ຍິນ. ເຮົາສາມາດມີສ່ວນໃນວຽກງານການປະກາດນັ້ນໄດ້ແລະທູດສະຫວັນຈະຊ່ອຍເຮົາ.
ແຕ່ເຮົາຈະເຮັດແນວໃດຖ້າຄົນທີ່ບໍ່ຮັກພະເຈົ້າຫາເລື່ອງໃສ່ເຮົາ? ຖ້າເຂົາເຈົ້າຈັບເຮົາໃສ່ຄຸກເດຈະເຮັດແນວໃດ? ທູດສະຫວັນຈະມາປ່ອຍເຮົາບໍ?— ທູດສະຫວັນເຮັດໄດ້. ແຕ່ບໍ່ໄດ້ເຮັດແບບນັ້ນສະເໝີໄປ.
ທູດສະຫວັນບອກໂປໂລວ່າແນວໃດ?
ໂປໂລສາວົກຂອງພະເຍຊູເຄີຍເປັນນັກໂທດ. ລາວເດີນທາງໂດຍເຮືອຕອນທີ່ເກີດພາຍຸໃຫຍ່. ແຕ່ທູດສະຫວັນບໍ່ໄດ້ປ່ອຍໃຫ້ລາວເປັນອິດສະຫຼະທັນທີ. ຍ້ອນວ່າຍັງມີຄົນອື່ນທີ່ຕ້ອງການຟັງເລື່ອງຂອງພະເຈົ້າຢູ່. ທູດສະຫວັນອົງໜຶ່ງກ່າວວ່າ: “ໂປໂລເອີຍ ຢ່າກົວ. ທ່ານຕ້ອງຈະຢືນຢູ່ຕໍ່ໜ້າເຊຊາ.” ແມ່ນແລ້ວ ໂປໂລຈະຕ້ອງຖືກພາໄປຫາເຊຊາທີ່ເປັນຜູ້ປົກຄອງໂລກ ເພື່ອໂປໂລຈະໄດ້ປະກາດກັບລາວ. ທູດສະຫວັນຮູ້ຢູ່ຕະຫຼອດເວລາວ່າໂປໂລຢູ່ບ່ອນໃດ ແລະໄດ້ຊ່ອຍລາວ. ທູດສະຫວັນຈະຊ່ອຍເຮົາຄືກັນຖ້າເຮົາຮັບໃຊ້ພະເຈົ້າຢ່າງແທ້ຈິງ.—ກິດຈະການ 27:23-25.
ມີວຽກສຳຄັນອີກແນວໜຶ່ງທີ່ທູດສະຫວັນຈະເຮັດ ແລະຈະເຮັດໃນອີກບໍ່ດົນ. ນັ້ນແມ່ນເວລາທີ່ພະເຈົ້າຈະທຳລາຍຄົນຊົ່ວເຊິ່ງໃກ້ຈະມາເຖິງແລ້ວ. ທຸກຄົນທີ່ບໍ່ນະມັດສະການພະເຈົ້າອົງທ່ຽງແທ້ຈະຖືກທຳລາຍ. ຄົນທີ່ກ່າວວ່າບໍ່ເຊື່ອວ່າມີທູດສະຫວັນເພາະເບິ່ງບໍ່ເຫັນ ແລ້ວເຂົາເຈົ້າຈະສຳນຶກວ່າເຂົາເຈົ້າຄິດຜິດ.—2 ເທຊະໂລນີກ 1:6-8.
ນັ້ນມີຄວາມໝາຍແນວໃດຕໍ່ເຮົາ?— ຖ້າພວກເຮົາຢູ່ຝ່າຍດຽວກັນກັບທູດສະຫວັນຂອງພະເຈົ້າ ທູດສະຫວັນເຫຼົ່ານັ້ນກໍຈະຊ່ອຍພວກເຮົາ. ແຕ່ວ່າພວກເຮົາຢູ່ຝ່າຍດຽວກັບທູດສະຫວັນຂອງພະເຈົ້າບໍ?— ພວກເຮົາຈະຢູ່ຝ່າຍດຽວແທ້ຖ້າພວກເຮົາຮັບໃຊ້ພະເຢໂຫວາ. ແລະຖ້າພວກເຮົາຮັບໃຊ້ພະເຢໂຫວາ ພວກເຮົາກໍຈະບອກຄົນອື່ນໃຫ້ມາຮັບໃຊ້ພະອົງຄືກັນ.
ເພື່ອຈະຮຽນຫຼາຍຂຶ້ນໃນເລື່ອງທີ່ທູດສະຫວັນສົ່ງຜົນແນວໃດຕໍ່ຊີວິດຂອງຄົນ ໃຫ້ອ່ານພະທຳຄຳເພງ 34:7; ມັດທາຍ 4:11; 18:10; ລືກາ 22:43; ແລະກິດຈະການ 8:26-31.