ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພຶດສະພາ ໜ້າ 2-7
  • ຮຽນ​ແບບ​ທູດສະຫວັນ​ທີ່​ສັດຊື່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮຽນ​ແບບ​ທູດສະຫວັນ​ທີ່​ສັດຊື່
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ທູດສະຫວັນ​ຖ່ອມ​ໂຕ
  • ທູດສະຫວັນ​ຮັກ​ມະນຸດ
  • ທູດສະຫວັນ​ສະແດງ​ຄວາມ​ອົດທົນ
  • ທູດສະຫວັນ​ຊ່ວຍ​ຮັກສາ​ປະຊາຄົມໃຫ້​ສະອາດ​ຢູ່​ສະເໝີ
  • ການ​ຊ່ວຍເຫຼືອ​ຈາກ​ທູດ​ສະຫວັນ​ຂອງ​ພະເຈົ້າ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຄຳ​ຖາມ​ຈາກ​ຜູ້​ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພຶດສະພາ ໜ້າ 2-7

ບົດ​ຄວາມສຶກສາ​ທີ 19

ເພງ​ທີ 6 ທ້ອງຟ້າ​ປະກາດ​ສະຫງ່າ​ລາສີ​ຂອງ​ພະເຈົ້າ

ຮຽນ​ແບບ​ທູດສະຫວັນ​ທີ່​ສັດຊື່

“ທູດສະຫວັນ​ທັງໝົດ . . . ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ.”—ພສ. 103:20

ຈຸດ​ສຳຄັນ

ບົດ​ຮຽນ​ທີ່​ເຮົາ​ໄດ້​ຈາກ​ຕົວຢ່າງ​ຂອງ​ທູດສະຫວັນ​ທີ່​ສັດຊື່.

1-2. (ກ) ມີ​ຫຍັງ​ແດ່​ທີ່​ເຮົາ​ຕ່າງ​ຈາກ​ທູດສະຫວັນ? (ຂ) ມີ​ຫຍັງ​ແດ່​ທີ່​ເຮົາ​ຄື​ກັບ​ທູດສະຫວັນ?

ຕອນ​ທີ່​ເຮົາ​ເຂົ້າ​ມາ​ໃນ​ຄວາມ​ຈິງ ເຮົາ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ທີ່​ມີ​ແຕ່​ຜູ້​ນະມັດສະການ​ພະ​ເຢໂຫວາ​ເຊິ່ງ​ລວມ​ເຖິງ​ພີ່ນ້ອງ​ຂອງ​ເຮົາ​ຢູ່​ທົ່ວ​ໂລກ​ແລະ​ທູດສະຫວັນ​ຫຼາຍ​ລ້ານ​ອົງ​ນຳ. (ດນອ. 7:9, 10) ເມື່ອ​ເຮົາ​ຄິດ​ເຖິງ​ທູດສະຫວັນ ເຮົາ​ອາດ​ຈະ​ຄິດ​ວ່າ​ເຂົາເຈົ້າ​ມີ​ຫຼາຍ​ຢ່າງ​ທີ່​ຕ່າງ​ຈາກ​ເຮົາ. ຕົວຢ່າງ​ເຊັ່ນ: ທູດສະຫວັນ​ມີ​ຊີວິດ​ຢູ່​ດົນ​ກວ່າ​ເຮົາ. (ໂຢບ 38:4, 7) ເຂົາເຈົ້າ​ມີ​ລິດເດດ​ຫຼາຍ​ກວ່າ​ເຮົາ. ເຂົາເຈົ້າ​ບໍລິສຸດ​ແລະ​ດີ​ຮອບ​ດ້ານ ແຕ່​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ.—ລກ. 9:26

2 ເຖິງ​ວ່າ​ເຮົາ​ຈະ​ມີ​ຫຼາຍ​ຢ່າງ​ທີ່​ຕ່າງ​ຈາກ​ທູດສະຫວັນ ແຕ່​ເຮົາ​ກໍ​ມີ​ຫຼາຍ​ຢ່າງ​ທີ່​ຄື​ກັບ​ເຂົາເຈົ້າ. ຕົວຢ່າງ​ເຊັ່ນ: ເຮົາ​ສາມາດ​ສະແດງ​ຄຸນລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ກໍ​ມີ​ອິດສະຫຼະ​ໃນ​ການ​ຕັດສິນໃຈ​ໃນ​ເລື່ອງ​ຕ່າງໆ. ນອກ​ຈາກ​ນັ້ນ ເຮົາ​ແຕ່​ລະ​ຄົນ​ມີ​ຊື່ ມີ​ນິດໄສ ແລະ​ໄດ້​ຮັບ​ວຽກ​ມອບໝາຍ​ຈາກ​ພະ​ເຢໂຫວາ​ໃນ​ແບບ​ທີ່​ຕ່າງ​ກັນ. ເຮົາ​ຍັງ​ຖືກ​ສ້າງ​ເພື່ອ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ສ້າງ​ເຮົາ.—1ປຕ. 1:12

3. ເຮົາ​ຈະ​ຮຽນ​ຫຍັງ​ຈາກ​ທູດສະຫວັນ​ທີ່​ສັດຊື່?

3 ຍ້ອນ​ເຮົາ​ມີ​ຫຼາຍ​ຢ່າງ​ທີ່​ຄື​ກັບ​ທູດສະຫວັນ ຕົວຢ່າງ​ທີ່​ດີ​ຂອງ​ເຂົາເຈົ້າ​ຈຶ່ງ​ສາມາດ​ໃຫ້​ກຳລັງ​ໃຈ​ແລະ​ສອນ​ເຮົາ​ຫຼາຍ​ເລື່ອງ. ໃນ​ບົດ​ນີ້ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ທີ່​ສັດຊື່​ໄດ້​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຖ່ອມ ການ​ຮັກ​ຄົນ​ອື່ນ ຄວາມ​ອົດທົນ ແລະ​ການ​ພະຍາຍາມ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ຢູ່​ສະເໝີ.

ທູດສະຫວັນ​ຖ່ອມ​ໂຕ

4. (ກ) ທູດສະຫວັນ​ສະແດງ​ຄວາມ​ຖ່ອມ​ແນວ​ໃດ? (ຂ) ເປັນ​ຫຍັງ​ທູດສະຫວັນ​ຈຶ່ງ​ຖ່ອມ​ໂຕ? (ເພງ​ສັນລະເສີນ 89:7)

4 ທູດສະຫວັນ​ທີ່​ສັດຊື່​ຖ່ອມ​ໂຕ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ມີ​ປະສົບການ​ຫຼາຍ ມີ​ລິດເດດ​ຫຼາຍ ແລະ​ສະຫຼາດ​ຫຼາຍ ແຕ່​ເຂົາເຈົ້າ​ກໍ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ສະເໝີ. (ພສ. 103:20) ຕອນ​ທີ່​ໄດ້​ຮັບ​ວຽກ​ມອບໝາຍ ເຂົາເຈົ້າ​ບໍ່​ໄດ້​ອວດ​ສິ່ງ​ທີ່​ເຮັດ​ຫຼື​ໃຊ້​ລິດເດດ​ເພື່ອ​ດຶງ​ຄວາມ​ສົນໃຈ​ມາ​ໃສ່​ໂຕເອງ. ເຂົາເຈົ້າ​ເຕັມໃຈ​ເຮັດ​ວຽກ​ມອບໝາຍ​ທຸກ​ຢ່າງ​ທີ່​ໄດ້​ຮັບ​ຈາກ​ພະ​ເຢໂຫວາ ເຖິງ​ວ່າ​ຄົນ​ອື່ນ​ຈະ​ບໍ່​ຮູ້​ຈັກ​ຊື່​ຂອງ​ເຂົາເຈົ້າ.a (ປຖກ. 32:24, 29; 2ກສ. 19:35) ເຂົາເຈົ້າ​ບໍ່​ຍອມຮັບຄຳ​ສັນລະເສີນ​ທີ່​ຄວນ​ເປັນ​ຂອງ​ພະ​ເຢໂຫວາ. ເປັນ​ຫຍັງ​ທູດສະຫວັນ​ຈຶ່ງ​ຖ່ອມ​ໂຕ​ຂະໜາດ​ນີ້? ກໍ​ຍ້ອນ​ເຂົາເຈົ້າ​ຮັກ​ແລະ​ນັບຖື​ພະ​ເຢໂຫວາ​ຫຼາຍ.—ອ່ານ​ເພງ​ສັນລະເສີນ 89:7

5. ທູດສະຫວັນ​ອົງ​ໜຶ່ງ​ສະແດງ​ຄວາມ​ຖ່ອມ​ແນວ​ໃດ​ຕອນ​ທີ່​ປັບ​ຄວາມ​ຄິດ​ຂອງ​ໂຢຮັນ? (ເບິ່ງ​ຮູບ​ນຳ)

5 ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ໜຶ່ງ​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ທູດສະຫວັນ​ຖ່ອມ​ໂຕ. ປະມານ​ປີ 96 ທູດສະຫວັນ​ອົງ​ໜຶ່ງ​ທີ່​ເຮົາ​ບໍ່​ຮູ້​ຈັກ​ຊື່​ໄດ້​ມາ​ຫາ​ໂຢຮັນ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຫັນ​ນິມິດ​ທີ່​ໜ້າ​ຕື່ນເຕັ້ນ. (ພນມ. 1:1) ໂຢຮັນ​ເຮັດ​ແນວ​ໃດ​ເມື່ອ​ເຫັນ​ນິມິດ​ນີ້? ລາວ​ໝູບ​ລົງ​ເພື່ອ​ຈະ​ກົ້ມ​ກາບ​ທູດສະຫວັນ. ທູດສະຫວັນ​ທີ່​ສັດຊື່​ອົງ​ນີ້​ກໍ​ຟ້າວ​ຫ້າມ​ລາວ​ແລະ​ບອກ​ວ່າ: “ຢ່າ! ຢ່າ​ເຮັດ​ແນວ​ນີ້! ໃຫ້​ນະມັດສະການ​ພະເຈົ້າ​ເດີ້! ຂ້ອຍ​ກໍ​ເປັນ​ທາດ​ຄື​ກັບ​ເຈົ້າ​ແລະ​ຄື​ກັບ​ພີ່ນ້ອງ​ຂອງ​ເຈົ້າ.” (ພນມ. 19:10) ທູດສະຫວັນ​ອົງ​ນີ້​ຖ່ອມ​ໂຕ​ແທ້ໆ! ລາວ​ບໍ່​ຢາກ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ແຕ່​ຟ້າວ​ບອກ​ໂຢຮັນ​ໃຫ້​ນະມັດສະການ​ພະເຈົ້າ ແລະ​ໃນ​ເວລາ​ດຽວ​ກັນ​ທູດສະຫວັນ​ບໍ່​ໄດ້​ດູຖູກ​ໂຢຮັນ. ເຖິງ​ວ່າ​ທູດສະຫວັນ​ອົງ​ນີ້​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ກວ່າ​ແລະ​ມີ​ລິດເດດ​ຫຼາຍ​ກວ່າ​ໂຢຮັນ ແຕ່​ລາວ​ຖ່ອມ​ໂຕ​ແລະ​ບອກ​ໂຢຮັນ​ວ່າ​ລາວ​ເອງ​ກໍ​ເປັນ​ທາດ​ຄື​ກັບ​ໂຢຮັນ. ເຖິງ​ວ່າ​ຕອນ​ນັ້ນ​ທູດສະຫວັນ​ຕ້ອງ​ປັບ​ຄວາມ​ຄິດ​ຂອງ​ໂຢຮັນ ແຕ່​ລາວ​ກໍ​ບໍ່​ໄດ້​ເວົ້າ​ແບບ​ຮຸນແຮງ. ລາວ​ເວົ້າ​ແບບ​ອ່ອນໂຍນ​ແລະ​ຮູ້​ວ່າ​ໂຢຮັນ​ເຮັດ​ແບບ​ນີ້​ຍ້ອນ​ປະທັບໃຈ​ໃນ​ສິ່ງ​ທີ່​ໄດ້​ເຫັນ.

ທູດສະຫວັນ​ອົງ​ໜຶ່ງ​ກຳລັງ​ຫ້າມ​ໂຢຮັນ​ທີ່​ໝູບ​ລົງ​ກົ້ມ​ກາບ​ລາວ.

ທູດສະຫວັນ​ອົງ​ໜຶ່ງ​ສະແດງ​ຄວາມ​ຖ່ອມ​ຕອນ​ທີ່​ປັບ​ຄວາມ​ຄິດ​ຂອງ​ໂຢຮັນ (ເບິ່ງ​ຂໍ້ 5)


6. ເຮົາ​ຈະ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ທູດສະຫວັນ​ໄດ້​ແນວ​ໃດ?

6 ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຖ່ອມ? ຕອນ​ທີ່​ເຮົາ​ໄດ້​ຮັບ​ວຽກ​ມອບໝາຍ ເຮົາ​ບໍ່​ຢາກ​ອວດ​ຄົນ​ອື່ນ​ວ່າ​ເຮົາ​ກຳລັງ​ເຮັດ​ວຽກ​ຫຍັງ​ຫຼື​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ວຽກ​ນັ້ນ​ແລ້ວ​ຍ້ອນ​ເຮົາ. (1ກຣ. 4:7) ນອກ​ຈາກ​ນັ້ນ ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ຫຼື​ໄດ້​ຮັບ​ສິດທິ​ພິເສດ​ບາງ​ຢ່າງ ເຮົາ​ບໍ່​ຄວນ​ຄິດ​ວ່າ​ໂຕເອງ​ເໜືອ​ກວ່າ​ຄົນ​ອື່ນ. ທີ່​ຈິງ​ແລ້ວ ແຮ່ງ​ເຮົາ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຕ້ອງ​ເບິ່ງ​ວ່າ​ໂຕເອງ​ເປັນ​ຄົນ​ທີ່​ຕ່ຳຕ້ອຍ​ຫຼາຍ​ເທົ່າ​ນັ້ນ. (ລກ. 9:48) ເຮົາ​ຢາກ​ເປັນ​ຄື​ກັບ​ທູດສະຫວັນ​ທີ່​ເຕັມໃຈ​ຮັບໃຊ້​ຄົນ​ອື່ນ ບໍ່​ແມ່ນ​ເຮັດ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ເຮົາ​ເປັນ​ຄົນ​ທີ່​ສຳຄັນ.

7. ເຮົາ​ຈະ​ສະແດງ​ຄວາມ​ຖ່ອມ​ໄດ້​ແນວ​ໃດ​ຕອນ​ທີ່​ເຮົາ​ຕ້ອງ​ໃຫ້​ຄຳ​ແນະນຳ​ຫຼື​ຕັກ​ເຕືອນ​ຄົນ​ອື່ນ?

7 ເຮົາ​ຍັງ​ສະແດງ​ຄວາມ​ຖ່ອມ​ໄດ້​ຕອນ​ທີ່​ຕ້ອງ​ໃຫ້​ຄຳ​ແນະນຳ​ຫຼື​ຕັກ​ເຕືອນ​ຄົນ​ອື່ນ​ບໍ່​ວ່າ​ຜູ້​ນັ້ນ​ຈະ​ເປັນ​ພີ່ນ້ອງ​ຫຼື​ເປັນ​ລູກ​ຂອງ​ເຮົາ. ເຮົາ​ສາມາດ​ຮຽນ​ແບບ​ທູດສະຫວັນ​ທີ່​ປັບ​ຄວາມ​ຄິດ​ຂອງ​ໂຢຮັນ​ແບບ​ກະລຸນາ. ເມື່ອ​ເຮົາ​ຕ້ອງ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ​ແບບ​ໜັກແໜ້ນ ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ລາວ​ຮູ້ສຶກ​ທໍ້ໃຈ. ຖ້າ​ເຮົາ​ບໍ່​ຄິດ​ວ່າ​ໂຕເອງ​ເປັນ​ຄົນ​ສຳຄັນ​ຫຼື​ເໜືອ​ກວ່າ​ຄົນ​ອື່ນ ເຮົາ​ກໍ​ຈະ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ແບບ​ທີ່​ສະແດງ​ຄວາມ​ນັບຖື​ແລະ​ເຫັນອົກເຫັນໃຈ​ຄົນ​ອື່ນ.—ກລຊ. 4:6

ທູດສະຫວັນ​ຮັກ​ມະນຸດ

8. (ກ) ຕາມ​ລູກາ 15:10 ທູດສະຫວັນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ຮັກ​ມະນຸດ? (ຂ) ທູດສະຫວັນ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ວຽກ​ປະກາດ? (ເບິ່ງ​ຮູບ​ໜ້າ​ປົກ​ນຳ)

8 ທູດສະຫວັນ​ບໍ່​ໄດ້​ຢູ່​ໄກ​ຈາກ​ມະນຸດ ຫຼື​ບໍ່​ໄດ້​ຄິດ​ວ່າ​ມະນຸດ​ບໍ່​ສຳຄັນ. ເຂົາເຈົ້າ​ຮັກ​ມະນຸດ​ຫຼາຍ. ເຂົາເຈົ້າ​ດີ​ໃຈເມື່ອ​ເຫັນ​ຄົນ​ທີ່​ເຮັດ​ຜິດ​ຮ້າຍ​ແຮງ​ກັບໃຈ ຫຼື​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ກັບ​ມາ​ຫາ​ເພິ່ນ. ເຂົາເຈົ້າ​ກໍ​ດີ​ໃຈ​ຄື​ກັນ​ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ແລະ​ປ່ຽນແປງ​ໂຕເອງ​ເພື່ອ​ເຂົ້າ​ມາ​ຮັບໃຊ້​ເພິ່ນ. (ອ່ານ​ລູກາ 15:10) ທູດສະຫວັນ​ຍັງ​ຊ່ວຍ​ເຮົາ​ເມື່ອ​ເຮັດ​ວຽກ​ປະກາດ. (ພນມ. 14:6) ເຖິງ​ວ່າ​ທູດສະຫວັນ​ບໍ່​ໄດ້​ປະກາດ​ກັບ​ຄົນ​ໂດຍ​ກົງ ແຕ່​ເຂົາເຈົ້າ​ອາດ​ຊີ້ນຳ​ເຮົາ​ໃຫ້​ໄປ​ຫາ​ຄົນ​ທີ່​ຢາກ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຮົາ​ກໍ​ບໍ່​ສາມາດ​ເວົ້າ​ໄດ້​ທຸກ​ເທື່ອ​ວ່າ​ທູດສະຫວັນ​ຊີ້ນຳ​ເຮົາ​ໃຫ້​ໄປ​ຫາ​ຜູ້​ໃດ​ຜູ້​ໜຶ່ງ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ສາມາດ​ໃຊ້​ຫຼາຍ​ວິທີ​ເພື່ອ​ຊັກ​ນຳ​ຄົນ​ໃຫ້​ເຂົ້າ​ມາ​ຫາ​ເພິ່ນ ເຊັ່ນ: ເພິ່ນ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ຄົນ​ທີ່​ຢາກ​ຮຽນ​ຮູ້​ກ່ຽວກັບ​ເພິ່ນ ຫຼື​ຊີ້ນຳ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ໄປ​ເຈິ​ຄົນ​ເຫຼົ່າ​ນັ້ນ. (ກຈກ. 16:6, 7) ແຕ່​ພະ​ເຢໂຫວາ​ກໍ​ໃຊ້​ທູດສະຫວັນ​ໃຫ້​ຊ່ວຍ​ເຮົາ​ໃນ​ວຽກ​ປະກາດ. ດັ່ງນັ້ນ ເມື່ອ​ເຮົາ​ໄປ​ປະກາດ​ຂ່າວ​ດີ ເຮົາ​ໝັ້ນໃຈ​ໄດ້​ວ່າ​ທູດສະຫວັນ​ຈະ​ຊ່ວຍ​ເຮົາ​ແນ່ນອນ.—ເບິ່ງ​ຂອບ “ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ​ໄດ້​ຮັບ​ຄຳ​ຕອບ”

ຜົວ​ເມຍ​ຄູ່​ໜຶ່ງ​ກຳລັງ​ຍ່າງ​ລາກ​ລໍ້​ປະກາດ​ສາທາລະນະ​ຢູ່​ໃນ​ເມືອງ. ທູດສະຫວັນ 2 ອົງ​ບິນ​ຢູ່​ເທິງ​ເຂົາເຈົ້າ​ແລະ​ກຳລັງ​ຊີ້ນຳ​ພີ່ນ້ອງ​ຍິງ​ໃຫ້​ແນມ​ເຫັນ​ຜູ້​ຍິງ​ໄວລຸ້ນ​ຄົນ​ໜຶ່ງ​ທີ່​ນັ່ງ​ເຮັດ​ໜ້າ​ເສົ້າ​ຢູ່​ເທິງ​ຕັ່ງ.

ຜົວ​ເມຍ​ຄູ່​ໜຶ່ງ​ຫາກໍ​ປະກາດ​ສາທາລະນະ​ແລ້ວ. ຕອນ​ທີ່​ຍ່າງ​ເມືອ​ເຮືອນ ພີ່ນ້ອງ​ຍິງ​ເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເບິ່ງ​ຄື​ໂສກເສົ້າ. ພີ່ນ້ອງ​ຍິງ​ຮູ້​ວ່າ​ທູດສະຫວັນ​ສາມາດ​ຊີ້ນຳ​ເຮົາ​ໃຫ້​ໄປ​ຫາ​ຄົນ​ທີ່​ກຳລັງ​ຊອກ​ຫາ​ຈຸດມຸ່ງໝາຍ​ຂອງ​ຊີວິດ ລາວ​ຈຶ່ງ​ຍ່າງ​ເຂົ້າ​ໄປ​ລົມ​ແລະ​ປອບ​ໃຈ​ຜູ້​ຍິງ​ຄົນ​ນັ້ນ. (ເບິ່ງ​ຂໍ້ 8)


ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ​ໄດ້​ຮັບ​ຄຳ​ຕອບ

ໃນ​ປະສົບການ​ຕໍ່​ໄປ​ນີ້ ເປັນ​ໄປ​ໄດ້​ບໍ​ທີ່​ພະ​ເຢໂຫວາ​ໃຊ້​ທູດສະຫວັນ​ໃຫ້​ຕອບ​ຄຳ​ອະທິດຖານ?

  • ຢູ່​ເປຣູ ຕອນ​ທີ່​ເດັກນ້ອຍ​ຜູ້​ຍິງ​ອາຍຸ 12 ປີ​ປະກາດ​ທາງ​ໂທລະສັບ​ກັບ​ແມ່ ລາວ​ໄດ້​ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ສົ່ງ​ຜູ້​ໃດ​ຜູ້​ໜຶ່ງ​ມາ​ຊ່ວຍ​ລາວ. ເມື່ອ​ເດັກນ້ອຍ​ຜູ້​ນີ້​ໂທມາ​ຫາ ຜູ້​ຍິງ​ຄົນ​ນີ້​ຈຶ່ງ​ເບິ່ງ​ວ່າ​ນີ້​ເປັນ​ຄຳ​ຕອບ​ສຳລັບ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ລາວ​ກໍ​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ. ຈາກ​ນັ້ນ​ບໍ່​ດົນ ລາວ​ກໍ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ.

  • ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ຣູມານີ​ເຄີຍ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ເຊົາ. ຕໍ່​ມາ ລາວ​ໄປ​ເຮັດ​ວຽກ​ເປັນ​ຜູ້​ເບິ່ງແຍງ​ຄົນ​ເຈັບ​ໃຫ້​ຄອບຄົວ​ໜຶ່ງ​ຢູ່​ອີຕາລີ ແລະ​ລາວ​ຢາກ​ຮຽນ​ຄຳພີ​ໄບເບິນ​ອີກ ແຕ່​ລາວ​ບໍ່​ຮູ້​ຈັກ​ພະຍານ​ພະ​ເຢໂຫວາ​ຈັກ​ຄົນ​ຢູ່​ຫັ້ນ. ລາວ​ຈຶ່ງ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຄອບຄົວ​ທີ່​ລາວ​ເຮັດ​ວຽກ​ນຳ​ກໍ​ໃຫ້​ລາວ​ໄປ​ຊື້​ເຄື່ອງ​ໃຫ້​ເຂົາເຈົ້າ ແຕ່​ເຂົາເຈົ້າ​ບອກ​ລາວ​ວ່າ​ບໍ່​ໃຫ້​ລົມ​ກັບ​ເຈົ້າ​ຂອງ​ຮ້ານ. ເຂົາເຈົ້າ​ເວົ້າ​ວ່າ ເຈົ້າ​ຂອງ​ຮ້ານ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ລາວ​ມັກ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ລູກ​ຄ້າ. ເມື່ອ​ຜູ້​ຍິງ​ຄົນ​ນີ້​ໄປ​ຮ້ານ​ຂາຍ​ເຄື່ອງ ພີ່ນ້ອງ​ຊາຍ​ທີ່​ເປັນ​ເຈົ້າ​ຂອງ​ຮ້ານ​ກໍ​ປະກາດ​ກັບ​ລາວ ລາວ​ຈຶ່ງ​ເບິ່ງ​ວ່າ​ນີ້​ເປັນ​ຄຳ​ຕອບ​ສຳລັບ​ຄຳ​ອະທິດຖານ​ຂອງ​ລາວ. ຜູ້​ຍິງ​ຄົນ​ນີ້​ໄດ້​ກັບ​ມາ​ຮຽນ​ຄຳພີ​ໄບເບິນ​ອີກ​ແລະ​ກ້າວໜ້າ. ຍ້ອນ​ເຫັນ​ລາວ​ປ່ຽນແປງ​ຊີວິດ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ລາວ​ກໍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ຄື​ກັນ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ.

  • ພີ່ນ້ອງ​ຄູ່​ໜຶ່ງ​ຕັດສິນໃຈ​ຂາຍ​ລົດ​ແລ້ວ​ກໍ​ມີ​ຜົວ​ເມຍ​ຄູ່​ໜຶ່ງ​ມາ​ເບິ່ງ​ລົດ​ຂອງ​ເຂົາເຈົ້າ. ພີ່ນ້ອງ​ຄູ່​ນີ້​ຈຶ່ງ​ໃຊ້​ໂອກາດ​ນັ້ນ​ເພື່ອ​ອະທິບາຍ​ວ່າ​ເຂົາເຈົ້າ​ຂາຍ​ລົດ​ແມ່ນ​ຍ້ອນ​ຢາກ​ໃຊ້​ຊີວິດ​ຮຽບ​ງ່າຍ​ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວກັບ​ຄຳພີ​ໄບເບິນ. ຜູ້​ຊາຍ​ທີ່​ມາ​ເບິ່ງ​ລົດ​ເວົ້າ​ວ່າ: “ມື້​ວານ​ນີ້​ຂ້ອຍ​ອະທິດຖານ​ວ່າ ‘ພະເຈົ້າ​ເອີ້ຍ ຂໍ​ໃຫ້​ສົ່ງ​ບາງ​ຄົນ​ມາ​ຊ່ວຍ​ລູກ​ແດ່. ລູກ​ຮູ້ສຶກ​ວ່າງເປົ່າ​ແທ້ໆ​ແລະ​ລູກ​ຢາກ​ເຈິ​ຄວາມ​ຈິງ.’” ຜູ້​ຊາຍ​ຄົນ​ນີ້​ເບິ່ງ​ວ່າ​ການ​ໄດ້​ເຈິ​ກັບ​ພີ່ນ້ອງ​ຄູ່​ນີ້​ເປັນ​ຄຳ​ຕອບ​ສຳລັບ​ຄຳ​ອະທິດຖານ​ຂອງ​ລາວ. ລາວ​ກັບ​ເມຍ​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ ແລະ​ລູກ​ສາວ​ຂອງ​ເຂົາເຈົ້າ 2 ຄົນ​ທີ່​ຍັງ​ນ້ອຍ​ຢູ່​ກໍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ຄື​ກັນ. ຕອນນີ້​ໝົດ​ຄອບຄົວ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລ້ວ.

9. ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ໄດ້​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ?

9 ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ແນວ​ໃດ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ? ຕອນ​ທີ່​ເຮົາ​ໄດ້​ຍິນ​ຄຳ​ປະກາດ​ວ່າ​ບາງ​ຄົນ​ຖືກ​ຮັບ​ກັບ​ເຂົ້າ​ມາ​ໃນ​ປະຊາຄົມ ເຮົາ​ກໍ​ດີ​ໃຈ​ຄື​ກັບ​ທີ່​ທູດສະຫວັນ​ດີ​ໃຈ. ເຮົາ​ຢາກ​ຕ້ອນຮັບ​ພີ່ນ້ອງ​ຜູ້​ນັ້ນ​ແລະ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ເຮົາ​ຮັກ​ລາວ ແລະ​ເຮົາ​ດີ​ໃຈ​ທີ່​ລາວ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ. (ລກ. 15:4-7; 2ກຣ. 2:6-8) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮຽນ​ແບບ​ທູດສະຫວັນ​ໂດຍ​ເຮັດ​ວຽກ​ປະກາດ​ຢ່າງ​ເຕັມທີ. (ປຍຈ. 11:6) ຄື​ກັບ​ທີ່​ທູດສະຫວັນ​ຊ່ວຍ​ເຮົາ​ຕອນ​ທີ່​ເຮົາ​ເຮັດ​ວຽກ​ປະກາດ ເຮົາ​ກໍ​ສາມາດ​ຊອກ​ວິທີ​ຕ່າງໆ​ເພື່ອ​ຊ່ວຍ​ພີ່ນ້ອງ​ໃນ​ການ​ປະກາດ. ຕົວຢ່າງ​ເຊັ່ນ: ເຮົາ​ວາງ​ແຜນ​ໄປ​ປະກາດ​ກັບ​ພີ່ນ້ອງ​ທີ່​ຫາກໍ​ເປັນ​ຜູ້​ປະກາດ​ໃໝ່​ໄດ້​ບໍ? ຫຼື​ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຫຼື​ພີ່ນ້ອງ​ທີ່​ມີ​ບັນຫາ​ສຸຂະພາບ​ໃຫ້​ໄປ​ປະກາດ​ກັບ​ເຮົາ​ໄດ້​ບໍ?

10. ເຮົາ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຊາຣາ?

10 ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ສະພາບການ​ຂອງ​ເຮົາ​ເຮັດ​ໃຫ້​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼາຍ​ຄື​ກັບ​ທີ່​ຢາກ​ເຮັດ? ເຮົາ​ສາມາດ​ຊອກ​ວິທີ​ໃໝ່​ເພື່ອ​ເຮັດ​ວຽກ​ປະກາດ​ກັບ​ທູດສະຫວັນ. ໃຫ້​ເບິ່ງ​ເລື່ອງ​ຂອງ​ຊາຣາbພີ່ນ້ອງ​ຍິງ​ຢູ່​ອິນເດຍ. ຫຼັງ​ຈາກ​ເປັນ​ໄພໂອເນຍ​ປະມານ 20 ປີ ລາວ​ກໍ​ເຈັບ​ປ່ວຍ​ໜັກ​ຈົນ​ຕ້ອງ​ນອນ​ຄາ​ຕຽງ. ຍ້ອນ​ແນວ​ນີ້ ລາວ​ຈຶ່ງ​ເສຍໃຈ​ຫຼາຍ. ແຕ່​ຊາຣາ​ຄ່ອຍໆ​ມີ​ຄວາມ​ຄິດ​ໃນ​ແງ່​ບວກ​ອີກ​ເທື່ອ​ໜຶ່ງ​ຍ້ອນ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຊ່ວຍ​ລາວ ແລະ​ຍ້ອນ​ລາວ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ. ຕອນນີ້​ຊາຣາ​ຕ້ອງ​ປ່ຽນ​ວິທີ​ເຮັດ​ວຽກ​ປະກາດ. ລາວ​ບໍ່​ສາມາດ​ລຸກ​ຂຶ້ນ​ມາ​ນັ່ງ​ຂຽນ​ຈົດໝາຍ​ໄດ້ ລາວ​ຈຶ່ງ​ຕ້ອງ​ປະກາດ​ທາງ​ໂທລະສັບ​ເທົ່າ​ນັ້ນ. ຊາຣາ​ໂທ​ໄປ​ຫາ​ຄົນ​ທີ່​ລາວ​ໄປ​ຢາມ ແລະ​ເຂົາເຈົ້າ​ກໍ​ແນະນຳ​ລາວ​ໃຫ້​ຕິດຕໍ່​ຫາ​ຄົນ​ທີ່​ອາດ​ສົນໃຈ​ຢາກ​ຮຽນ​ຄຳພີ​ໄບເບິນ. ຜົນ​ເປັນ​ແນວ​ໃດ? ພາຍ​ໃນ​ສອງ​ສາມ​ເດືອນ ຊາຣາ​ມີ​ນັກສຶກສາ​ຮອດ 70 ຄົນ ແລະ​ລາວ​ບໍ່​ສາມາດ​ສຶກສາ​ກັບ​ໝົດ​ທຸກ​ຄົນ​ໄດ້ ລາວ​ຈຶ່ງ​ຂໍ​ໃຫ້​ຄົນ​ອື່ນ​ໃນ​ປະຊາຄົມ​ສຶກສາ​ກັບ​ບາງ​ຄົນ. ຕອນນີ້​ນັກສຶກສາ​ຂອງ​ລາວ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ. ທູດສະຫວັນ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເຮັດ​ວຽກ​ນຳ​ກັນ​ກັບ​ພີ່ນ້ອງ​ແບບ​ຊາຣາ​ທີ່​ພະຍາຍາມ​ເຕັມທີ​ໃນ​ການ​ເຮັດ​ວຽກ​ປະກາດ!

ທູດສະຫວັນ​ສະແດງ​ຄວາມ​ອົດທົນ

11. ທູດສະຫວັນ​ທີ່​ສັດຊື່​ເປັນ​ຕົວຢ່າງ​ທີ່​ດີ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ອົດທົນ?

11 ທູດສະຫວັນ​ທີ່​ສັດຊື່​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆ​ໃນ​ເລື່ອງ​ຄວາມ​ອົດທົນ. ເຂົາເຈົ້າ​ອົດທົນ​ມາ​ຫຼາຍ​ພັນ​ປີ​ກັບ​ຄວາມ​ບໍ່​ຍຸຕິທຳ​ແລະ​ຄວາມ​ຊົ່ວ. ເຂົາເຈົ້າ​ເຫັນ​ຊາຕານ​ແລະ​ທູດສະຫວັນ​ຫຼາຍ​ອົງ​ທີ່​ເຄີຍ​ຮັບໃຊ້​ນຳ​ກັນ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. (ປຖກ. 3:1; 6:1, 2; ຢດ. 6) ຄຳພີ​ໄບເບິນ​ບອກ​ວ່າ ທູດສະຫວັນ​ທີ່​ສັດຊື່​ອົງ​ໜຶ່ງ​ເຄີຍ​ຖືກ​ທູດສະຫວັນ​ຊົ່ວ​ທີ່​ມີ​ລິດເດດ​ຫຼາຍ​ຂັດຂວາງ​ເປັນ​ເວລາ​ຫຼາຍ​ມື້. (ດນອ. 10:13) ນອກ​ຈາກ​ນັ້ນ ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ກັບ​ເອວາ ທູດສະຫວັນ​ໄດ້​ເຫັນ​ວ່າ​ມີ​ຄົນ​ຈຳນວນ​ໜ້ອຍ​ເທົ່າ​ນັ້ນ​ທີ່​ຍັງ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ສັດຊື່. ເຖິງ​ວ່າ​ຈະ​ເຈິ​ກັບ​ເລື່ອງ​ເຫຼົ່າ​ນີ້ ທູດສະຫວັນ​ທີ່​ສັດຊື່​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ​ຢ່າງ​ກະຕືລືລົ້ນ​ແລະ​ຢ່າງ​ມີ​ຄວາມ​ສຸກ​ຍ້ອນ​ເຂົາເຈົ້າ​ຮູ້​ວ່າ​ເມື່ອ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້ ເພິ່ນ​ຈະ​ກຳຈັດ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຢ່າງ​ໃຫ້​ໝົດ​ໄປ.

12. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້?

12 ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ອົດທົນ? ຄື​ກັບ​ທູດສະຫວັນ ເຮົາ​ອາດ​ເຫັນ​ຄວາມ​ບໍ່​ຍຸຕິທຳ​ຫຼື​ເຈິ​ການ​ຕໍ່ຕ້ານ ແຕ່​ເຮົາ​ໝັ້ນໃຈ​ໄດ້​ວ່າ​ເມື່ອ​ຮອດ​ເວລາ​ທີ່​ພະ​ເຢໂຫວາ​ກຳນົດ​ໄວ້ ເພິ່ນ​ຈະ​ກຳຈັດ​ຄວາມ​ຊົ່ວ​ທຸກ​ຢ່າງ​ໃຫ້​ໝົດ​ໄປ. ຄື​ກັບ​ທູດສະຫວັນ​ທີ່​ສັດຊື່ ເຮົາ​ຕ້ອງ​ບໍ່ “ເຊົາ​ເຮັດ​ດີ.” (ຄລຕ. 6:9) ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ໄດ້. (1ກຣ. 10:13) ເຮົາ​ສາມາດ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ ເຊິ່ງ​ພະລັງ​ບໍລິສຸດ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ແລະ​ມີ​ຄວາມ​ຍິນດີ. (ຄລຕ. 5:22; ກລຊ. 1:11) ຖ້າ​ເຈົ້າ​ເຈິ​ການ​ຕໍ່ຕ້ານ​ເດ? ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ເຕັມທີ​ແລະ​ບໍ່​ຕ້ອງ​ຢ້ານ. ເພິ່ນ​ຈະ​ຊ່ວຍ​ເຈົ້າ​ສະເໝີ​ແລະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ.—ຮຣ. 13:6

ທູດສະຫວັນ​ຊ່ວຍ​ຮັກສາ​ປະຊາຄົມໃຫ້​ສະອາດ​ຢູ່​ສະເໝີ

13. ໃນ​ສະໄໝ​ສຸດທ້າຍ ທູດສະຫວັນ​ໄດ້​ຮັບ​ວຽກ​ມອບໝາຍ​ຫຍັງ​ທີ່​ພິເສດ? (ມັດທາຍ 13:47-49)

13 ໃນ​ສະໄໝ​ສຸດທ້າຍ​ນີ້ ພະ​ເຢໂຫວາ​ໄດ້​ມອບໝາຍ​ວຽກ​ພິເສດ​ແບບ​ໜຶ່ງ​ໃຫ້​ທູດສະຫວັນ​ເຮັດ. (ອ່ານ​ມັດທາຍ 13:47-49) ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກສົນໃຈ​ເລື່ອງ​ຂ່າວ​ດີ ເຊິ່ງ​ໃນ​ຈຳນວນ​ນີ້​ມີ​ຫຼາຍ​ຄົນ​ໄດ້​ປ່ຽນແປງ​ໂຕເອງ​ເພື່ອ​ໃຊ້​ຊີວິດ​ສອດ​ຄ່ອງ​ກັບ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ. ແຕ່​ບາງ​ຄົນ​ກໍ​ບໍ່​ໄດ້​ເຮັດ​ແບບ​ນີ້. ພະ​ເຢໂຫວາ​ໄດ້​ມອບໝາຍ​ໃຫ້​ທູດສະຫວັນ “ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ດີ” ເຊິ່ງ​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ໄດ້​ຮັບ​ມອບໝາຍ​ໃຫ້​ຊ່ວຍ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ຢູ່​ສະເໝີ. ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ເລີຍ​ສຳລັບ​ຄົນ​ທີ່​ເຊົາ​ສຶກສາ​ຫຼື​ເຊົາ​ເປັນ​ພະຍານ​ພະ​ເຢໂຫວາ ແລະ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ບໍ່​ມີ​ບັນຫາ​ຫຍັງ​ເລີຍ​ໃນ​ປະຊາຄົມ. ເຮົາ​ໝັ້ນໃຈ​ວ່າ​ທູດສະຫວັນ​ພະຍາຍາມ​ເຕັມທີ​ທີ່​ຈະ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ຢູ່​ສະເໝີ.

14-15. ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ແນວ​ໃດ​ທີ່​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮັກສາ​ປະຊາຄົມ​ໃຫ້​ສະອາດ? (ເບິ່ງ​ຮູບ​ນຳ)

14 ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ແນວ​ໃດ​ທີ່​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮັກສາ​ປະຊາຄົມ​ໃຫ້​ສະອາດ? ເຮົາ​ຕ້ອງ​ພະຍາຍາມ​ເຕັມທີ​ທີ່​ຈະ​ປົກປ້ອງ​ສາຍ​ສຳພັນ​ທີ່​ເຮົາ​ມີ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ. ເຮົາ​ເຮັດ​ແບບ​ນີ້​ໄດ້​ໂດຍ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ບໍ່​ເຮັດ​ສິ່ງ​ທີ່​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ຊ່ວຍ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ຢູ່​ສະເໝີ. (ພສ. 101:3) ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຊ່ວຍ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້. ຕົວຢ່າງ​ເຊັ່ນ: ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້​ວ່າ​ພີ່ນ້ອງ​ຜູ້​ໜຶ່ງ​ເຮັດ​ຜິດ​ຮ້າຍ​ແຮງ? ຍ້ອນ​ເຮົາ​ຮັກ​ພີ່ນ້ອງ​ຜູ້​ນັ້ນ ເຮົາ​ຈະ​ບອກ​ລາວ​ໃຫ້​ໄປ​ລົມ​ກັບ​ຜູ້​ເບິ່ງແຍງ. ຖ້າ​ລາວ​ບໍ່​ໄປ ເຮົາ​ກໍ​ຕ້ອງ​ໄປ​ບອກ​ຜູ້​ເບິ່ງແຍງ​ເອງ. ເຮົາ​ຢາກ​ໃຫ້​ພີ່ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ອ່ອນແອ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ໄວ​ທີ່​ສຸດ!—ຢກບ. 5:14, 15

15 ເຮົາ​ເສຍໃຈ​ທີ່​ພີ່ນ້ອງ​ບາງ​ຄົນ​ເຮັດ​ຜິດ​ຮ້າຍ​ແຮງ​ແລະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຕ້ອງ “ເຊົາ​ຄົບຫາ” ກັບ​ເຂົາເຈົ້າ.c (1ກຣ. 5:9-13) ການ​ເຮັດ​ແບບ​ນີ້​ຊ່ວຍ​ຮັກສາ​ປະຊາຄົມ​ໃຫ້​ສະອາດ. ການ​ທີ່​ເຮົາ​ບໍ່​ຄົບຫາ​ກັບ​ເຂົາເຈົ້າ ທີ່​ຈິງ​ແລ້ວ​ເຮົາ​ກຳລັງ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາເຈົ້າ ເພາະ​ມັນ​ອາດ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ. ຖ້າ​ເຂົາເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ດີ​ໃຈ​ຄື​ກັບ​ທີ່​ພະ​ເຢໂຫວາ​ແລະ​ທູດສະຫວັນ​ດີ​ໃຈ.—ລກ. 15:7

ຮູບ: 1. ພີ່ນ້ອງ​ຍິງ 2 ຄົນ​ນັ່ງ​ຢູ່​ຕັ່ງ​ຢູ່​ສວນ​ສາທາລະນະ. ເຂົາເຈົ້າ​ກິນ​ກາເຟ​ນຳ​ກັນ. ຕອນ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກຳລັງ​ເວົ້າ ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ເຮັດ​ໜ້າ​ບໍ່​ພໍໃຈ​ແລະ​ປິ່ນ​ໜ້າ​ໄປ​ທາງ​ອື່ນ. 2. ຕໍ່​ມາ ພີ່ນ້ອງ​ຍິງ​ຜູ້​ທີ່​ເວົ້າ​ນັ້ນ​ໄດ້​ໄປ​ລົມ​ກັບ​ຜູ້​ເບິ່ງແຍງ 2 ຄົນ​ຢູ່​ຫໍປະຊຸມ.

ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍ​ແຮງ? (ເບິ່ງ​ຂໍ້ 14)d


16. ເຈົ້າ​ຕັ້ງໃຈ​ທີ່​ຈະ​ຮຽນ​ແບບ​ທູດສະຫວັນ​ໃນ​ເລື່ອງ​ໃດ​ແດ່?

16 ເຮົາ​ມີ​ສິດທິ​ພິເສດ​ແທ້ໆ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວກັບ​ທູດສະຫວັນ​ແລະ​ໄດ້​ເຮັດ​ວຽກ​ນຳ​ກັນ​ກັບ​ເຂົາເຈົ້າ! ຂໍ​ໃຫ້​ເຮົາ​ຮຽນ​ແບບ​ຄຸນລັກສະນະ​ທີ່​ດີ​ຂອງ​ເຂົາເຈົ້າ ເຊັ່ນ: ຄວາມ​ຖ່ອມ ການ​ຮັກ​ຄົນ​ອື່ນ ຄວາມ​ອົດທົນ ແລະ​ການ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ຢູ່​ສະເໝີ. ຖ້າ​ເຮົາ​ຮຽນ​ແບບ​ທູດສະຫວັນ​ທີ່​ສັດຊື່ ເຮົາ​ກໍ​ຈະ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ.

ເຮົາ​ຈະ​ຮຽນ​ແບບ​ທູດສະຫວັນ​ແນວ​ໃດ​ໃນ​ເລື່ອງ . . . 

  •  ຄວາມ​ຖ່ອມ?

  •  ການ​ຮັກ​ຄົນ​ອື່ນ?

  •  ການ​ຮັກສາ​ປະຊາຄົມ​ໃຫ້​ສະອາດ​ຢູ່​ສະເໝີ?

ເພງ​ທີ 123 ເຊື່ອຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

a ມີ​ທູດສະຫວັນ​ຫຼາຍ​ຮ້ອຍ​ລ້ານ​ອົງ ແຕ່​ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຊື່​ທູດສະຫວັນ​ແຕ່ 2 ອົງ ນັ້ນ​ແມ່ນ​ມີກາເອນ​ກັບ​ຄັບຣີເອນ.—ດນອ. 12:1; ລກ. 1:19

b ຊື່​ສົມມຸດ.

c ຕາມ​ລາຍງານ​ຈາກ​ຄະນະ​ກຳມະການ​ປົກຄອງ​ປີ 2024 ຕອນ 2 ຖ້າ​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ມາ​ຮ່ວມການປະຊຸມ ເຮົາ​ສາມາດ​ໃຊ້​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ຕັດສິນໃຈ​ວ່າ​ຈະ​ທັກທາຍສັ້ນໆ​ແລະ​ຕ້ອນຮັບ​ລາວ​ຫຼື​ບໍ່.

d ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ໝູ່​ຂອງ​ລາວ​ວ່າ​ຕ້ອງ​ໄປບອກ​ຜູ້​ເບິ່ງແຍງ​ກ່ຽວກັບ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ ແຕ່​ໝູ່​ຂອງ​ລາວ​ບໍ່​ໄປ. ພີ່ນ້ອງ​ຍິງ​ຄົນ​ນີ້​ຈຶ່ງ​ໄປ​ບອກ​ຜູ້​ເບິ່ງແຍງ​ເອງ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌