ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 13 ໜ້າ 72-76
  • ຄົນ​ເຫຼົ່າ​ນີ້​ທີ່​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄົນ​ເຫຼົ່າ​ນີ້​ທີ່​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ການ​ຄັດ​ເລືອກ​ອັກຄະສາວົກ​ຂອງ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະເຍຊູສັ່ງສອນເທິງພູເຂົາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 13 ໜ້າ 72-76

ບົດ​ທີ 13

ຄົນ​ເຫຼົ່າ​ນີ້​ທີ່​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ

Nathanael (also called Bartholomew) sits under a tree

ຜູ້​ຊາຍ​ຄົນ​ນີ້​ແມ່ນ​ໃຜ ແລະ​ລາວ​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ?

ໃຜ​ແມ່ນ​ຜູ້​ຮັບໃຊ້​ທີ່​ດີ​ທີ່​ສຸດ​ຂອງ​ພະເຈົ້າ​ເທົ່າ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ?— ຖືກຕ້ອງ​ແລ້ວ ແມ່ນ​ພະ​ເຍຊູ​ຄລິດ​ນັ້ນ​ແຫຼະ. ລູກ​ຄິດ​ວ່າ​ພວກ​ເຮົາ​ຈະ​ເປັນ​ຄື​ພະອົງ​ໄດ້​ບໍ?— ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ພະອົງ​ວາງ​ຕົວຢ່າງ​ໄວ້​ໃຫ້​ພວກ​ເຮົາ​ຕິດ​ຕາມ. ແລະ​ພະອົງ​ເຊີນ​ພວກ​ເຮົາ​ມາ​ເປັນ​ສາວົກ​ຂອງ​ພະອົງ.

ລູກ​ຮູ້​ບໍ​ວ່າ​ການ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ໝາຍ​ເຖິງ​ຫຍັງ​ແດ່?— ໝາຍ​ເຖິງ​ຫຼາຍ​ຢ່າງ. ທຳອິດ ພວກ​ເຮົາ​ຕ້ອງ​ຮຽນ​ຈາກ​ພະອົງ. ແຕ່​ນັ້ນ​ຍັງ​ບໍ່​ພໍ. ພວກ​ເຮົາ​ຍັງ​ຕ້ອງ​ເຊື່ອ​ຢ່າງ​ແທ້​ຈິງ​ໃນ​ສິ່ງ​ທີ່​ພະອົງ​ເວົ້າ. ຖ້າ​ເຮົາ​ເຊື່ອ ພວກ​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ບອກ​ໃຫ້​ເຮົາ​ເຮັດ.

ຫຼາຍ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ເຊື່ອ​ໃນ​ພະ​ເຍຊູ. ລູກ​ຄິດ​ວ່າ​ເຂົາ​ເຈົ້າ​ທຸກ​ຄົນ​ເປັນ​ສາວົກ​ແທ້​ຂອງ​ພະອົງ​ບໍ?— ບໍ່​ແມ່ນ ເຂົາ​ເຈົ້າ​ສ່ວນ​ຫຼາຍ​ບໍ່​ໄດ້​ເປັນ. ເຂົາ​ເຈົ້າ​ອາດ​ຈະ​ໄປ​ໂບດ ແຕ່​ຫຼາຍ​ຄົນ​ອາດ​ບໍ່​ເຄີຍ​ໃຊ້​ເວລາ​ເພື່ອ​ຮຽນ​ຮູ້​ສິ່ງ​ທີ່​ພະ​ເຍຊູ​ສອນ. ທີ່​ຈິງ ມີ​ແຕ່​ຜູ້​ທີ່​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ເທົ່າ​ນັ້ນ​ທີ່​ເປັນ​ເຫຼົ່າ​ສາວົກ​ຂອງ​ພະອົງ.

ໃຫ້​ເຮົາ​ເວົ້າ​ເຖິງ​ບາງ​ຄົນ​ທີ່​ເປັນ​ສາວົກ​ຂອງ​ພະ​ເຍຊູ​ຕອນ​ທີ່​ພະອົງ​ຢູ່​ເທິງ​ແຜ່ນດິນ​ໂລກ. ໜຶ່ງ​ໃນ​ສາວົກ​ຊຸດ​ທຳອິດ​ແມ່ນ​ຟີລິບ. ຟີລິບ​ໄປ​ຫາ​ເພື່ອນ​ທີ່​ຊື່​ວ່າ​ນະທານາເອນ (ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ບາເທເລມີ) ເຊິ່ງ​ລູກ​ເຫັນ​ລາວ​ກຳລັງ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໄມ້. ເມື່ອ​ນະທານາເອນ​ມາ​ຫາ​ພະ​ເຍຊູ ພະ​ເຍຊູ​ກ່າວ​ວ່າ: ‘ເບິ່ງ​ແມ ນີ້​ເປັນ​ຄົນ​ສັດ​ຊື່​ເຊິ່ງ​ເປັນ​ຊາວ​ຍິດສະລາເອນ​ແທ້.’ ນະທານາເອນ​ຮູ້ສຶກ​ປະຫຼາດ​ໃຈ​ຈຶ່ງ​ຖາມ​ວ່າ: ‘ພະອົງ​ຮູ້ຈັກ​ຂ້າພະເຈົ້າ​ໄດ້​ແນວ​ໃດ?’

Peter and Andrew watch as Jesus calls James and John to be his disciples

ພະ​ເຍຊູ​ເອີ້ນ​ໃຜ​ໃຫ້​ມາ​ເປັນ​ສາວົກ​ຂອງ​ພະອົງ?

ພະ​ເຍຊູ​ກ່າວ​ວ່າ “ກ່ອນ​ທ່ານ​ຟີລິບ​ໄດ້​ເອີ້ນ​ທ່ານ ເວລາ​ທ່ານ​ຢູ່​ໃຕ້​ກົກ​ໝາກ​ເດື່ອ​ເທດ​ເຮົາ​ໄດ້​ເຫັນ​ທ່ານ​ແລ້ວ.” ນະທານາເອນ​ຮູ້ສຶກ​ປະຫຼາດ​ໃຈ​ຫຼາຍ​ທີ່​ພະ​ເຍຊູ​ຮູ້​ຢ່າງ​ຄັກ​ແນ່​ວ່າ​ລາວ​ຢູ່​ບ່ອນ​ໃດ ດັ່ງ​ນັ້ນ​ນະທານາເອນ​ຈຶ່ງ​ເວົ້າ​ວ່າ: “ພະອົງ​ເປັນ​ພະ​ບຸດ​ຂອງ​ພະເຈົ້າ ພະອົງ​ເປັນ​ກະສັດ​ແຫ່ງ​ພວກ​ຍິດສະລາເອນ.”—ໂຢຮັນ 1:49.

ຢູດາ​ອີດສະກາລີໂອດ, ຢູດາ (ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ຕາເດ), ຊີໂມນ

ຢູດາ​ອີດສະກາລີໂອດ, ຢູດາ (ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ຕາເດ), ແລະ ຊີໂມນ

ພວກ​ຄົນ​ອື່ນ​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ກ່ອນ​ຟີລິບ​ແລະ​ນະທານາເອນ​ໜຶ່ງ​ມື້. ຄົນ​ເຫຼົ່າ​ນີ້​ແມ່ນ​ອັນດະເລອາ​ແລະ​ເປໂຕ​ອ້າຍ​ຂອງ​ລາວ ທັງ​ໂຢຮັນ​ແລະ​ບາງ​ທີ​ກໍ​ແມ່ນ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ນຳ. (ໂຢຮັນ 1:35-51) ຢ່າງ​ໃດ​ກໍ​ຕາມ ຕໍ່​ມາ​ສີ່​ຄົນ​ນີ້​ໄດ້​ກັບ​ຄືນ​ໄປ​ເຮັດ​ວຽກ​ຈັບ​ປາ​ອີກ. ແລ້ວ​ມື້​ໜຶ່ງ​ຕອນ​ທີ່​ພະ​ເຍຊູ​ຍ່າງ​ຢູ່​ຮິມ​ຝັ່ງ​ທະເລ​ຄາລິເລ ພະອົງ​ເຫັນ​ເປໂຕ​ແລະ​ອັນດະເລອາ​ຢ່ອນ​ດາງ​ຈັບ​ປາ​ລົງ​ທະເລ. ພະ​ເຍຊູ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຈົ່ງ​ຕາມ​ເຮົາ​ມາ​ເຖີ້ນ.”

ຢາໂກໂບ (ລູກ​ຂອງ​ອາລະເຟ), ໂທມາ, ມັດທາຍ

ຢາໂກໂບ (ລູກ​ຂອງ​ອາລະເຟ), ໂທມາ, ແລະ ມັດທາຍ

ເມື່ອ​ຍ່າງ​ໄປ​ອີກ​ໜ້ອຍ​ໜຶ່ງ ພະ​ເຍຊູ​ເຫັນ​ຢາໂກໂບ​ແລະ​ໂຢຮັນ. ເຂົາ​ເຈົ້າ​ຢູ່​ເທິງ​ເຮືອ​ກັບ​ພໍ່ ກຳລັງ​ຈູນ​ດາງ​ຈັບ​ປາ. ພະ​ເຍຊູ​ເອີ້ນ​ເອົາ​ເຂົາ​ເຈົ້າ​ໃຫ້​ຕິດ​ຕາມ​ພະອົງ​ໄປ​ນຳ​ຄື​ກັນ. ລູກ​ຈະ​ເຮັດ​ແນວ​ໃດ​ຖ້າ​ພະ​ເຍຊູ​ເອີ້ນ​ລູກ? ລູກ​ຈະ​ຕິດ​ຕາມ​ພະອົງ​ໄປ​ທັນທີ​ເລີຍ​ບໍ?— ຄົນ​ເຫຼົ່າ​ນີ້​ຮູ້​ວ່າ​ພະ​ເຍຊູ​ແມ່ນ​ໃຜ. ເຂົາ​ເຈົ້າ​ຮູ້​ວ່າ​ພະເຈົ້າ​ສົ່ງ​ພະ​ເຍຊູ​ມາ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ປະ​ວຽກ​ຫາ​ປາ​ທັນທີ​ແລ້ວ​ຕິດ​ຕາມ​ພະ​ເຍຊູ​ໄປ.—ມັດທາຍ 4:18-22.

ນະທານາເອນ, ຟີລິບ, ໂຢຮັນ

ນະທານາເອນ, ຟີລິບ, ແລະ ໂຢຮັນ

ເມື່ອ​ຄົນ​ເຫຼົ່າ​ນີ້​ໄດ້​ມາ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ ນັ້ນ​ໝາຍ​ຄວາມ​ວ່າ​ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ​ບໍ?— ບໍ່​ແມ່ນ. ລູກ​ອາດ​ຈະ​ຈື່​ໄດ້​ວ່າ ຄົນ​ເຫຼົ່າ​ນີ້​ຍັງ​ໄດ້​ຖຽງ​ກັນ​ວ່າ​ໃຜ​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຂົາ​ເຈົ້າ. ແຕ່​ເຂົາ​ເຈົ້າ​ຟັງ​ພະ​ເຍຊູ ແລະ​ເຂົາ​ເຈົ້າ​ເຕັມ​ໃຈ​ປັບ​ປ່ຽນ​ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ຕົນ. ຖ້າ​ເຮົາ​ເຕັມ​ໃຈ​ປັບ​ປ່ຽນ ເຮົາ​ກໍ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ໄດ້​ຄື​ກັນ.

ຢາໂກໂບ (ອ້າຍ​ຂອງ​ໂຢຮັນ), ອັນດະເລອາ, ເປໂຕ

ຢາໂກໂບ (ອ້າຍ​ຂອງ​ໂຢຮັນ), ອັນດະເລອາ, ເປໂຕ

ພະ​ເຍຊູ​ເຊີນ​ຄົນ​ທຸກ​ປະເພດ​ໃຫ້​ມາ​ເປັນ​ສາວົກ​ຂອງ​ພະອົງ. ຄັ້ງ​ໜຶ່ງ​ຜູ້​ປົກຄອງ​ຫນຸ່ມ​ທີ່​ມັ່ງ​ມີ​ຄົນ​ໜຶ່ງ​ມາ​ຫາ​ພະ​ເຍຊູ​ແລະ​ຖາມ​ເຖິງ​ວິທີ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ເມື່ອ​ຜູ້​ຄຸ້ມຄອງ​ກ່າວ​ວ່າ​ລາວ​ໄດ້​ເຊື່ອ​ຟັງ​ພະບັນຍັດ​ຕັ້ງ​ແຕ່​ນ້ອຍ ພະ​ເຍຊູ​ໄດ້​ເຊີນ​ລາວ​ວ່າ: “ຈົ່ງ​ມາ​ຕາມ​ເຮົາ​ໄປ​ເຖີ້ນ.” ລູກ​ຮູ້​ບໍ​ວ່າ​ເກີດ​ຫຍັງ​ຂຶ້ນ?—

ເອົາ​ລະ ເມື່ອ​ຊາຍ​ຄົນ​ນີ້​ໄດ້​ຍິນ​ວ່າ​ການ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ສຳຄັນ​ກວ່າ​ການ​ເປັນ​ຄົນ​ຮັ່ງມີ ລາວ​ຮູ້ສຶກ​ເປັນ​ທຸກ​ຫຼາຍ. ລາວ​ບໍ່​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ເພາະ​ວ່າ​ລາວ​ຮັກ​ເງິນ​ຄຳ​ຫຼາຍ​ກວ່າ​ຮັກ​ພະເຈົ້າ.—ລືກາ 18:18-25.

ຫຼັງ​ຈາກ​ພະ​ເຍຊູ​ປະກາດ​ໄດ້​ເກືອບ​ປີ​ເຄິ່ງ ພະອົງ​ໄດ້​ເລືອກ​ເອົາ​ສາວົກ 12 ຄົນ​ໃຫ້​ເປັນ​ອັກຄະສາວົກ. ອັກຄະສາວົກ​ແມ່ນ​ຜູ້​ທີ່​ພະອົງ​ສົ່ງ​ອອກ​ໄປ​ເຮັດ​ວຽກ​ພິເສດ. ລູກ​ຮູ້​ຊື່​ຂອງ​ເຂົາ​ເຈົ້າ​ບໍ?— ລອງ​ເບິ່ງ​ວ່າ​ເຮົາ​ຈະ​ຈື່​ຊື່​ຂອງ​ເຂົາ​ເຈົ້າ​ໄດ້. ເບິ່ງ​ຮູບ​ເຂົາ​ເຈົ້າ​ຢູ່​ນີ້​ດູ ແລະ​ລອງ​ເບິ່ງ​ວ່າ​ລູກ​ຈະ​ອ່ານ​ຊື່​ຂອງ​ເຂົາ​ເຈົ້າ​ໄດ້​ບໍ່. ລູກ​ລອງ​ທ່ອງ​ຊື່​ຂອງ​ເຂົາ​ເຈົ້າ​ເບິ່ງ​ດູ.

Women who became disciples of Jesus travel with him, wash his clothes, and help prepare his meals

ຜູ້​ຍິງ​ເຫຼົ່າ​ນັ້ນ​ທີ່​ຊ່ອຍ​ເຫຼືອ​ພະ​ເຍຊູ​ຕອນ​ທີ່​ພະອົງ​ໄປ​ປະກາດ​ມີ​ຜູ້​ໃດ​ແດ່?

ໃນ​ທີ່​ສຸດ ອັກຄະສາວົກ​ຄົນ​ໜຶ່ງ​ໃນ 12 ຄົນ​ນີ້​ໄດ້​ກາຍ​ເປັນ​ຄົນ​ບໍ່​ດີ. ລາວ​ແມ່ນ​ຢູດາ​ອີດສະກາລີໂອດ. ຫຼັງ​ຈາກ​ນັ້ນ ສາວົກ​ອີກ​ຄົນ​ໜຶ່ງ​ກໍ​ໄດ້​ຖືກ​ເລືອກ​ໃຫ້​ມາ​ເປັນ​ອັກຄະສາວົກ. ລູກ​ຮູ້​ຊື່​ຂອງ​ລາວ​ບໍ?— ລາວ​ຊື່​ມັດເທຍ. ຕໍ່​ມາ​ໂປໂລ​ແລະ​ບານາບາ​ກໍ​ໄດ້​ມາ​ເປັນ​ອັກຄະສາວົກ​ນຳ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ອັກຄະສາວົກ 12 ຄົນ.—ກິດຈະການ 1:23-26; 14:14.

ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 1 ຂອງ​ປຶ້ມ​ນີ້ ພະ​ເຍຊູ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ເດັກ​ນ້ອຍ. ເປັນ​ຫຍັງ​ພະອົງ​ຈຶ່ງ​ເຮັດ​ແນວ​ນັ້ນ?— ເພາະ​ພະອົງ​ຮູ້​ວ່າ​ເດັກ​ນ້ອຍ​ອາດ​ຈະ​ມາ​ເປັນ​ສາວົກ​ຂອງ​ພະອົງ​ກໍ​ໄດ້​ຄື​ກັນ. ທີ່​ຈິງ ເດັກ​ນ້ອຍ​ມັກ​ຈະ​ເວົ້າ​ເຖິງ​ສິ່ງ​ຕ່າງໆ​ໃນ​ວິທີ​ທີ່​ຜູ້​ໃຫຍ່​ກໍ​ຍັງ​ຢາກ​ຟັງ​ແລະ​ຢາກ​ຮຽນ​ຮູ້​ເລື່ອງ​ກ່ຽວ​ກັບ​ຄູ​ຜູ້​ຍິ່ງໃຫຍ່​ຫຼາຍ​ຂຶ້ນ.

ນອກ​ຈາກ​ນັ້ນ ຜູ້​ຍິງ​ຫຼາຍ​ຄົນ​ກໍ​ຍັງ​ໄດ້​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ. ບາງ​ຄົນ​ເດີນ​ທາງ​ໄປ​ກັບ​ພະອົງ​ເມື່ອ​ພະອົງ​ໄປ​ປະກາດ​ຕາມ​ເມືອງ​ຕ່າງໆ. ມາລີ​ມັກດາລາ ໂຢຮັນນາ ແລະ​ຊຶຊັນນາ​ໄດ້​ເຮັດ​ເຊັ່ນ​ນັ້ນ. ເຂົາ​ເຈົ້າ​ອາດ​ຈະ​ຊ່ອຍ​ກຽມ​ອາຫານ​ແລະ​ຊັກ​ເສື້ອ​ຜ້າ​ໃຫ້​ພະອົງ​ນຳ.—ລືກາ 8:1-3.

ລູກ​ຕ້ອງການ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ບໍ?— ໃຫ້​ຈື່​ໄວ້​ວ່າ​ພຽງ​ແຕ່​ເວົ້າ​ວ່າ​ເຮົາ​ເປັນ​ສາວົກ​ຂອງ​ພະອົງ​ນັ້ນ​ຈະ​ບໍ່​ເຮັດ​ໃຫ້​ເຮົາ​ເປັນ​ສາວົກ. ເຮົາ​ຕ້ອງ​ປະຕິບັດ​ໃຫ້​ເປັນ​ຄື​ສາວົກ​ຂອງ​ພະອົງ​ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ ບໍ່​ແມ່ນ​ແຕ່​ຕອນ​ທີ່​ປະຊຸມ​ຄລິດສະຕຽນ​ເທົ່າ​ນັ້ນ. ລູກ​ຄິດ​ອອກ​ບໍ​ວ່າ​ຢູ່​ບ່ອນ​ໃດ​ແດ່​ເຊິ່ງ​ສຳຄັນ​ທີ່​ເຮົາ​ຈະ​ປະຕິບັດ​ຕົວ​ໃຫ້​ເປັນ​ຄື​ສາວົກ​ຂອງ​ພະ​ເຍຊູ?—

ແມ່ນ​ແລ້ວ ເຮົາ​ຄວນ​ເຮັດ​ແບບ​ນັ້ນ​ຢູ່​ບ້ານ. ແຕ່​ຍັງ​ມີ​ອີກ​ບ່ອນ​ໜຶ່ງ ແມ່ນ​ຢູ່​ທີ່​ໂຮງ​ຮຽນ. ສິ່ງ​ທີ່​ລູກ​ແລະ​ພໍ່ (ແມ່) ບໍ່​ຄວນ​ຈະ​ລືມ​ແມ່ນ ເພື່ອ​ຈະ​ເປັນ​ສາວົກ​ແທ້​ຂອງ​ພະ​ເຍຊູ ເຮົາ​ຕ້ອງ​ປະຕິບັດ​ຕົວ​ຄື​ກັບ​ພະອົງ​ຢູ່​ຕະຫຼອດ​ເວລາ ທຸກໆ​ມື້ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ.

At school, a boy studies while his classmates misbehave

ຢູ່​ບ່ອນ​ໃດ​ແດ່​ສຳຄັນ​ທີ່​ເຮົາ​ຈະ​ປະຕິບັດ​ຕົວ​ເປັນ​ສາວົກ​ຂອງ​ພະ​ເຍຊູ?

ຕອນ​ນີ້​ໃຫ້​ເຮົາ​ອ່ານ​ນຳ​ກັນ​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ສາວົກ​ຂອງ​ພະ​ເຍຊູ ຢູ່​ໃນ​ພະທຳ​ມັດທາຍ 28:19, 20; ລືກາ 6:13-16; ໂຢຮັນ 8:31, 32; ແລະ 1 ເປໂຕ 2:21.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌